ເດັກນ້ອຍລາວຄຣິສຈຽນຖືກ ກີດກັ້ນ ການຮຽນ

ເດັກນ້ອຍ ນັກຮຽນ ລາວ ຜູ້ ທີ່ ເຊື່ອຖື ສາສນາ ຄຣີສຈຽນ ໃນ ບາງເຂດ ຍັງຖືກ ກີດກັ້ນ ໃນການ ຮ່ຳຮຽນ ໃນ ສປປລາວ.

ເດັກນ້ອຍລາວຄຣິສຈຽນຖືກ ກີດກັ້ນ ການຮຽນ RFA

 

ຫນັງສືພິມ CATHOLIC WORLD NEWS ຣາຍງານ ໃນ ວັນທີ 28 ພຶສພາ ປີ 2014 ວ່າ ເຈົ້າຫນ້າທີ່ ແຂວງ ໄຊສົມບູນ ໄດ້ກີດກັ້ນ ບໍ່ໃຫ້ ເດັກນ້ອຍ ນັກຮຽນ ຜູ້ຍິງ ສາມຄົນ ເຂົ້າເສັງ ຜ່ານຫ້ອງ ໃນ ທ້າຍປີ ໃນ ໂຮງຮຽນ ແຫ່ງນຶ່ງ ພວກຂະເຈົ້າ ຖືກ ສຣະສິດ ໄດ້ຮັບ ການສຶກສາ ຍ້ອນ ນັບຖື ສາສນາ ຄຣິສຈຽນ.

ເຫດການ ດັ່ງກ່າວ ເປັນ ເຫດການ ອັນຫລ້າສຸດ ທີ່ ເຈົ້າຫນ້າທີ່ ລາວ ປະຕິບັດ ຕໍ່ ກຸ່ມ ສາສນາ ຄຣິສຈຽນ ທີ່ ເປັນຊົນ ກຸ່ມນ້ອຍ ໃນລາວ ຊື່ງ ເປັນປະເທດ ທີ່ມີການ ຄວບຄຸມ ກິຈກັມ ແລະ ສິດທິ ທາງສາສນາ ອື່ນໆ ມາຕຣອດ.

ໃນວ່າງ ອາທິດ ທີ່ຜ່ານມາ ເຈົ້າຫນ້າທີ່ ລາວ ທີ່ ເມືອງ ສອງຄອນ ແຂວງ ສວັນນະເຂດ ກໍໄດ້ ຈັບກຸມ ຊາວ ຄຣີສຈຽນ 11 ຄົນ ໃນ ຈຳນວນ 20 ກວ່າຄົນ ທີ່ ຈັດ ກິຈກັມ ທາງສາສນາ ໃນໂບດ ທີ່ ທາງການ ບໍ່ ອະນຸຍາດ ໃຫ້. ກຸ່ມ ຊາວບ້ານ ຄິດວ່າ ຂະເຈົ້າ ໄດ້ຮັບ ອະນຸຍາດ ຈາກ ພໍ່ບ້ານ ຄົນເກົ່າ ແຕ່ ທາງການລາວ ບອກວ່າ ຂະເຈົ້າ ບໍ່ມີສິດ ໃນການ ນັບຖື ສາສນາ ໃນໂບດ ແຫ່ງນັ້ນ.

ໃນຈຳນວນ ຊາວບ້ານ ທີ່ ຖືກຈັບນັ້ນ 12 ຄົນ ຖືກປ່ອຍຕົວ ຍ້ອນເປັນ ຜູ້ຍີງ ແລະ ເດັກນ້ອຍ ຜູ້ຊື່ງໄດ້ ຍອມເຊັນ ສັນຍາ ກັບ ເຈົ້າຫນ້າທີ່ ລາວວ່າ ຈະບໍ່ຈັດ ກິຈກັມ ໃນໂບດ ແຫ່ງນັ້ນ ອີກ ຜູ້ທີ່ ຖືກຈັບ ແລະ ຍັງຖືກ ກັກຂັງ 11 ຄົນ ຢູ່ໃນ ປັດຈຸບັນ ນີ້ ແມ່ນ ບໍ່ຍອມເຊັນ ສັນຍາ ກັບເຈົ້າຫນ້າທີ່ ຂະເຈົ້າຍັງຈະຈັດກິຈກຳໃນໂບດແຫ່ງນັ້ນຢູ່ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org