ຣັຖກອນປອມເອກສານຂໍເງິນ ບຳນານ

ສິດນີ
2014.09.01
f-default ມີ ພະນັກງານ ຣັຖກອນ ປອມແປງ ເອກສານ ເພື່ອຂໍເງິນ ບຳນານ
RFA

 

ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີ ການ ສັງຄົມ ສປປລາວ ທ່ານນຶ່ງ ເວົ້າວ່າ ຫລັງຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ໄດ້ ເປີດໃຫ້ ອະດີດ ພະນັກງານ ຣັດ ທະຫານ ແລະ ຕຳຣວດ ຜູ້ທີ່ ປະຕິບັດ ຫນ້າທີ່ດີ ສາມາດ ຂໍເງິນ ບຳນານໄດ້ ດ້ວຍການຍື່ນ ເອກ ສານ ທີ່ຫ້ອງການ ແຮງງານ ແລະ ສວັດດີການ ສັງຄົມ ທີ່ ຕົນອາສັຍ ຢູ່. ເມື່ອມາ ທົບທວນ ເອກສານ ພົບວ່າ ມີອະດີດ ເຈົ້າຫນ້າທີ່ ຣັດ ຫລາຍຄົນ ໃຊ້ ເອກສານ ປອມ ເພື່ອຂໍເງິນ ບຳນານ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:

"ໂຕຂໍບຳນານ ຄືນແມ່ນ ຜູ້ເຮັດການ ປະຕິວັດ ມີ ອາຍຸການ 20 ປີ ຂື້ນເມືອ ເນາະ ແມ່ຍີງ ແມ່ນ ອາຍຸ 50 ປີ ຜູ້ຊາຍ ຫັ້ນແມ່ນ 55 ປີ ມີເງື່ອນໄຂ ຮັບບຳນານ 241 ຂໍບຳນານ ຄືນ ມັນກໍມີ ຄຳຮ້ອງ ມີຂື້ນມາ ແຕ່ເມືອງພຸ້ນ ແຫລະ".

ທ່ານກ່າວ ຕື່ມວ່າ ຍັງບໍ່ສາມາດ ເປີດເຜີຍ ຈຳນວນ ເອກສານປອມ ທັງຫມົດ ໄດ້ ແຕ່ສາມາດ ບອກໄດ້ວ່າ ເອກສານ ທີ່ໄດ້ຮັບ 60 ສ່ວນຮ້ອຍ ມີການ ປອມແປງ ປີເກີດ 30 ສ່ວນຮ້ອຍ ມີການແກ້ໄຂ ປີອອກການ ມີພຽງແຕ່ 10 ສ່ວນຮ້ອຍ ເທົ່ານັ້ນ ທີ່ ໃຊ້ເອກສານ ແບບ ຖືກຕ້ອງ.

ຜູ້ ປອມແປງ ເອກສານ ຖ້າກວດພົບ ຈະຖືວ່າມີ ໂທດ ບຸກຄົນນັ້ນ  ຈະຖືກຕັດ ສິດຮັບ ບຳນານ ທັນທີ ອີກທັງ ຈະຮຽກໃຫ້ ຈ່າຍຄືນ ເງີນບຳນານ ທີ່ ຕົນໄດ້ຮັບ ມາກ່ອນ ແລ້ວ ທັງຫມົດ. ຖ້າ ເຈົ້າຫນ້າທີ່ ຣັຖ ຄົນໃດ ໃຫ້ ຄວາມຮ່ວມມື ໃນການ ກະທຳ ດັ່ງກ່າວ ກໍຈະຖືກ ລົງໂທດ ນໍາກັນ ດ້ວຍການ ປົດຕຳແຫນ່ງ ຫລື ໃຫ້ອອກການ ພ້ອມທັງ ດຳເນີນ ຄະດີ ຕາມກົດໝາຍ.

ທາງການລາວ ໄດ້ອະນຸມັດ ງົປມານ ໃນແຕ່ລະປີ ກວ່າ 800 ຕື້ກີບ ເພື່ອຈ່າຍ ໃນການ ປະກັນ ສັງຄົມ ແກ່ ພະນັກງານ ຣັຖ ກວ່າ 1 ແສນ 5 ໝື່ນຄົນ ໃນນັ້ນ 24 ພັນຄົນ ແມ່ນກິນ ເບັ້ຽ ບຳນານ 14 ພັນຄົນ ແມ່ນເສັຽ ອົງຄະ ແລະ 70 ພັນຄົນ ແມ່ນ ເຈົ້າຫນ້າທີ່ ຣັຖວິສາຫະກິດ ຜູ້ທີ່ເປັນ ສະມາຊິກ ປະກັນ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.