ທາງການລາວຈູດຈັກເລຶ່ອຍໄມ້
2014.02.11
ຫນັງສືພິມ ຜູ້ຈັດການລາຍງານວ່າ ທາງການລາວໄດ້ ທຳພິທີເຜົາເລື່ອຍ ໄຟຟ້າ ທີ່ຍຶດໄດ້ ຈາກກຸ່ມຄ້າໄມ້ເຖື່ອນ ຈຳນວນ 447 ເຄື່ອງ ສ່ວນ ໃຫຍ່ ຍຶດໄດ້ ຈາກກຸ່ມຄ້າ ໄມ້ທ່ອນ ທີ່ແຂວງຄຳມ່ວນ ເປັນການສະແດງອອກ ໃຫ້ເຫັນວ່າ ຍັງມີ ການລັກລອບ ຕັດໄມ້ ໃນລາວ ຫລາຍຢູ່.
ນອກຈາກຍຶດເລື່ອຍ ໄຟຟ້າແລ້ວ ທາງການລາວ ຍັງຍຶດສັດປ່າ ຫວງຫ້າມ ທີ່ຖືກລ່າ ເປັນຈຳນວນຫລວງຫລາຍນຳອີກ ແລະໄດ້ເຜົາຊາກສັດ ປ່າ ດັ່ງກ່າວ ຮ່ວມກັນ ໃນມື້ວັນທີ 6 ກຸມພາ 2014. ເລື່ອຍໄຟຟ້າ ເປັນເຄື່ອງມື ທີ່ກຸ່ມລັກ ຕັດໄມ້ ໃຊ້ຕັດໄມ້ ໃນລາວ ຢ່າງວ່ອງໄວ ແລະ ທັນການ ຊື່ງເປັນອຸປກອນທີ່ຖືກ ຫ້າມໃນລາວ ແລະ ໃນຫລາຍປະເທດ ໃນຂົງເຂດ ທີ່ຮວມທັງ ປະເທດໄທ ທີ່ຫ້າມການ ຈຳຫນ່າຍ ພາຍໃນ ປະເທດ ຖ້າຜູ້ໃດ ຕ້ອງການໃຊ້ ເປັນການ ສ່ວນຕົວ ຕ້ອງໄດ້ ຂໍອະນຸຍາດ ຈາກກົມປ່າໄມ້ ກອ່ນ. ແຕ່ໃນລາວ ຫ້າມໃຊ້ ແລະ ຫ້າມຂາຍ ເປັນອັນຂາດ.
ການຈັບ ຍຶດ ແລະເຜົາ ສີ່ງດັ່ງກ່າວ ສະແດງ ໃຫ້ເຫັນເຖິງ ຄວາມເອົາໃຈໃສ່ ໃນການປົກປັກ ຮັກສາປ່າໄມ້ ແລະ ຊັພຍາກອນ ທັມມະຊາດ ໃນລາວ ໃນພິທີ ເຜົາ ຈະມີ ເຈົ້າຫນ້າທີ່ ຈາກ ຫລາຍຫນ່ວຍງານ ທີ່ແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍສະເພາະ ຈາກຜແນກກະສີກັມ ແລະ ປ່າໄມ້ ແລະຫນ່ວຍງານ ກວດກາ ປາບປາມ ການສໍ້ຣາສ ບັງຫລວງ ປະຈຳແຂວງ.