ພັນທະມິດຈະປະທ້ວງ 2 ທັນວາ

ຈໍາປາທອງ
2015.11.10
F-alliance ໃນວັນທີ 2 ທັນວາ 2015 ພັນທະມິດ ເພື່ອ ປະຊາທິປະwຕ ໃນລາວ ຈະປະຊຸມ ແລະ ປະທ້ວງ ຣັຖບານ ສປປ ລາວ
Alliance for Democracy in Laos

ໃນ ວັນ ສ້າງຕັ້ງ ສປປລາວ ທີ 2 ທັນວາ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ທີ່ ມີ ສູນກາງ ຢູ່ ປະເທດ ເຢັຽຣະມັນ ຈະ ຈັດ ກອງປະຊຸມ ແລະ ການ ປະທ້ວງ ຢູ່ ຕໍ່ໜ້າ ສໍານັກງານ ສະຫະ ປະຊາຊາດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ, ໃນ ວັນທີ 2 ແລະ 3 ທັນວາ 2015 ນີ້.

ກອງປະຊຸມ ຈະຈັດຂຶ້ນ ທັງ ສໍາລັບ ຊາວລາວ ແລະ ຣະດັບ ສາກົລ. ຕາມ ຄໍາເວົ້າ ຂອງ ດຣ.ບຸນທອນ ຈັນທາລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 9 ພຶສຈິກາ 2015:

"ການເຄື່ອນໄຫວ ຫລື ວ່າ ການປະຊຸມ ນັບທັງ ການປະທ້ວງ ຫັ້ນ ແມ່ນ ປະທ້ວງ ວັນທີ 2 ທັນວາ ຄົບຮອບ 40 ປີ ລະກະ ການຈັດ ກອງປະຊຸມ ກໍ ແມ່ນວ່າ ຝ່າຍ ລາວເຮົາ ກໍເພື່ອໃຫ້ ພໍ່ແມ່ ພີ່ນ້ອງ ປະຊາຊົນ ລາວ ໄດ້ ມີໂອກາດ ມາ ປະກອບ ຄໍາຄິດເຫັນ ທັງ ປະທ້ວງ ທັງສເນີ ວິທີ ແກ້ໄຂ ບັນຫາ ຂອງລາວ ເຮັດແນວໃດ ຊິເກີດ ການປ່ຽນແປງ ໃນລາວ".

ດຣ.ບຸນທອນ ກ່າວວ່າ ສໍາລັບ ກອງປະຊຸມ ຣະດັບ ສາກົລ ນັ້ນ ຈະມີ ອົງການ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ແລະ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ທີ່ ສໍາຄັນ ຕ່າງໆ ແລະ ໄດ້ເຊີນ ຄນະ ກັມມະການ ສິດທິ ມະນຸດ ສະຫະ ປະຊາຊາດ ຄົນ ສໍາຄັນ ເຂົ້າຮ່ວມນໍາ ດ້ວຍ, ເພື່ອ ຊ່ວຍ ຊຸກຍູ້ ໃຫ້ ທາງການ ລາວ ນັບຖື ແລະ ປະຕິບັດ ສິດທິ ມະນຸດ ເພື່ອ ເຮັດໃຫ້ ປະເທສ ລາວ ມີ ປະຊາທິປະໄຕ:

"ສໍາຄັນ ພວກເຮົາ ຢາກເອົາ ບັນຫາ ຂອງລາວ ຍົກໃຫ້ ພວກເພິ່ນ ເຫັນ, ລາວເຮົານີ້ ມີ ບັນຫາ ໃຫຽ່ ເປັນ ປະເທດ ນ້ອຍ ກໍຈິງຢູ່ ແຕ່ວ່າມີ ຄວາມ ຈໍາເປັນ ທີ່ ຈະຕ້ອງ ແກ້ໄຂ, ປະຊາຊົນ ລາວ ຖືກ ຢຽບຍໍ່າ ປະເທດ ລາວ ບໍ່ມີ ເອກຣາດ. ນີ້ແມ່ນ ຂໍ້ ສໍາຄັນ ໃຫ້ ພວກເພິ່ນ ເຫັນອົກ ເຫັນໃຈ ຊ່ວຍ ຜັກດັນ ຊ່ວຍ ແກ້ໄຂ ບັນຫາ ຂອງ ລາວ ໃຫ້ ເກີດການ ປ່ຽນແປງ ສູ່ ປະຊາທິປະໄຕ ແລະ ເອກຣາດ ຢ່າງ ແທ້ຈິງ. ນັ້ນ ຈຸດປະສົງ ສໍາຄັນ ທີ່ຈະຈັດ ຂຶ້ນ ຢູ່ Geneva".

ດຣ.ບຸນທອນ ເວົ້າວ່າ ວັນທີ 2 ທັນວາ ຊຶ່ງເປັນ ວັນ ປ່ຽນແປງ ທາງ ການເມືອງ ໃນລາວ ຈາກ ຣະບອບ ປະຊາທິປະໄຕ ມາເປັນ ຣະບອບ ຜະເດັດການ ພັກດຽວ ໃນ ປີ 1975 ນັ້ນ ເຮັດໃຫ້ ຊາວລາວ ຈໍານວນ ຫຼວງຫຼາຍ ຈໍາຕ້ອງ ໄດ້ ກາຍເປັນ ຄົນ ອົພຍົບ ຫລົບພັຍ, ໄປອາສັຍ ຢູ່ ປະເທສ ຕ່າງໆ ໃນໂລກ. ແລະ ກໍເປັນ ວັນທີ່ ຊາວລາວ ອົພຍົບ ຖືວ່າເປັນ ວັນ ອຸບາດ, ວັນ ຫາຍນະ ສຳລັບ ປະເທສ ຊາດ ແລະ ປະຊາຊົນ ລາວ.

ໃນ ແຕ່ລະ ປີ ຂອງ ວັນ ດັ່ງກ່າວ ທາງ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກໍຈັດການ ຊຸມນຸມ ປະທ້ວງ ຮ່ວມກັບ ອົງການ ປົກປ້ອງ ສິດທິ ມະນຸດ ຕ່າງໆ ຮຽກຮ້ອງ ໃຫ້ ທາງການ ລາວ ນັບຖື ແລະ ປະຕິບັດ ສິດທິ ມະນຸດ ເພື່ອ ເຮັດໃຫ້ ປະເທດຊາດ ແລະ ປະຊາຊົນ ລາວ ມີ ປະຊາ ທິປະໄຕ ຢ່າງ ສົມບູນ ແບບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.