ຈະມີຣາຍງານເຣື້ອງຍົນຕົກ ຢູ່ ປາກເຊ

ຊາວບ້ານພາກັນມາເບິ່ງ ເຄື່ອງຂອງສໍາພາລະ ຂອງຜູ້ໂດຍສານ ໃນຍົນ ສາຍການບິນລາວ ທີ່ຕົກໃສ່ແມ່ນໍ້າຂອງ ໃກ້ເມືອງປາກເຊ ວັນທີ 17 ຕຸລາ 2013
ຊາວບ້ານພາກັນມາເບິ່ງ ເຄື່ອງຂອງສໍາພາລະ ຂອງຜູ້ໂດຍສານ ໃນຍົນ ສາຍການບິນລາວ ທີ່ຕົກໃສ່ແມ່ນໍ້າຂອງ ໃກ້ເມືອງປາກເຊ ວັນທີ 17 ຕຸລາ 2013 (AFP PHOTO / PORNCHAI KITTIWONGSAKUL )

0:00 / 0:00

ສາຍການບິນ ລາວ ຈະ ຣາຍງານ ກ່ຽວກັບ ສາເຫດ ຂອງ ອຸບັດຕິເຫດ ເຮືອບິນ ຕົກ ທີ່ ໄດ້ຮັບຈາກ ການ ສືບສວນ ສອບສວນ ອຸບັດ ຕິເຫດ ທີ່ເຮັດໃຫ້ ມີຜູ້ເສັຽ ຊີວິດ 49 ຄົນ ຮວມທັງຄົນ ອອສເຕຣເລັຽ 4 ຄົນ ເມື່ອ ປີ 2013. ຕາມ ຣາຍງານ ຂ່າວ AAP ວັນທີ 27 ພຶສຈິກາ 2014.

ເຮືອບິນ ATR 7620 2 ໝາກປີ່ນ ຂອງ ບໍຣິສັດ ການບິນ ລາວ ໄດ້ເກີດ ອຸບັດຕິເຫດ ຕົກໃສ່ ແມ່ນໍ້າຂອງ ທີ່ ຄິດວ່າ ຍ້ອນ ສະພາບ ອາກາດ ບໍ່ດີ ເມື່ອ ວັນທີ 16 ຕຸລາ 2013 ຂນະທີ່ ໃກ້ຈະຮອດ ສນາມບິນ ປາກເຊ ແຂວງ ຈໍາປາສັກ ແລ້ວ.

ຂໍ້ມູລ ກັບດໍາ black box ໃນ ເຮືອບິນ ທີ່ ຜລິດ ໂດຍ ບໍຣິສັດ ຝຣັ່ງ ອິຕາລີ ທີ່ນໍາຂຶ້ນ ມາໄດ້ ແລະ ສົ່ງໄປ ກວດກາ ພິສູດ ຄົ້ນຫາ ສາເຫດ ຂອງ ເຮືອບິນ ຕົກ ທີ່ ຢູໂຣບ ຢ່າງເປັນ ທາງການ.

ຜູ້ເສັຽ ຊີວິດໃນ ເຮືອບິນ ຕົກນັ້ນ ນອກຈາກ ຄົນ ອອສເຕຣເລັຽ 4 ຄົນ ນັ້ນແລ້ວ ຍັງ ມີຄົນລາວ 17 ຄົນ, ຝຣັ່ງ 7 ຄົນ, ໄທ 5 ຄົນ, ເກົາຫລີ ໃຕ້ 3 ຄົນ ແລະ ວຽດນາມ 2 ຄົນ ຈີນ, ພະມ້າ, ໃຕ້ຫວັນ, ອະເມຣິກັນ ປະເທດ ລະ 1 ຄົນ. ຍົນລໍາ ດັ່ງກ່າວ ແມ່ນ ນັກບິນ ຊາວ ກັມພູຊາ ເປັນຄົນ ຂັບ.

ອີງຕາມຂ່າວ ທີ່ ຜ່ານມາ ແຈ້ງວ່າ ໃນ ມື້ນັ້ນ ມີລົມແຮງ ທີ່ ເກີດຈາກ ພະຍຸ ໃຕ້ຝຸ່ນ ມາ ກະທົບ ໃສ່ ເຮືອບິນ ຂນະທີ່ ກໍາລັງ ບິນລົງ ສນາມບິນ ເຮັດໃຫ້ ເສັຽຫຼັກ ຊຶ່ງ ຢູ່ຫ່າງ ຈາກ ເດີ່ນບິນ ພຽງ 7 ກິໂລແມັຕ ເທົ່ານັ້ນ.