ຂະບວນການລາວເພື່ອ ສິດທິ ມະນຸດ ຕໍ່ສູ້ ຮຽກຮ້ອງ
ຂະບວນການ ລາວ ເພື່ອ ສິດທິມະນຸດ ເຂົ້າຮ່ວມ ການ ເດີນຂະບວນ ຮຽກຮ້ອງ ຄວາມເປັນທັມ ເພື່ອ ປະຊາຊົນ ທີ່ ຖືກກົດຂີ່ ຂົ່ມເຫັງ ໃນ ທົ່ວໂລກ.
-
ສົມເນ
2014-10-10 -
-
-
Your browser doesn’t support HTML5 audio
ຂະບວນການ ລາວ ເພື່ອ ສິດທິ ມະນຸດ ທີ່ ມີ ສໍານັກງານ ຢູ່ ນະ ຄອນ ຫລວງ ປາຣີ ປະເທດ ຝຣັ່ງ ແຈ້ງວ່າ ຫຼາຍອົງການ ຈັດຕັ້ງ ຊຸມຊົນ ທີ່ ມາຈາກ ປະເທດ ຣະບອບ ກົດຂີ່ ຂົ່ມເຫັງ ຈະພາກັນ ເດີນຂະບວນ ເພື່ອ ສນັບສນູນ ປະຊາຊົນ ອ້າຍ ເອື້ອຍ ນ້ອງ ທີ່ ຂາດສິດ ເສຣີພາບ ໃນການ ປາກເວົ້າ ສິດທິ ພື້ນຖານ ຂອງ ມະ ນຸດ ແລະ ສນັບສນູນ ຜູ້ ເຄາະຮ້າຍ ຈາກ ການຖືກຈັບ ໂດຍບໍ່ມີ ການໄຕ່ສວນ ແລະ ຜູ້ຖືກ ບັງຄັບ ໃຫ້ ຫາຍສາບສູນ.
ການ ເດີນຂະບວນ ມີຊື່ວ່າ ຂະບວນ ສາກົນ ເພື່ອ ອິສຣະພາບ ຄັ້ງທີ່ 7 ຊຶ່ງ ຈະມີຂຶ້ນ ໃນ ວັນເສົາ ທີ 11 ຕຸລາ ນີ້ ທີ່ ນະຄອນ ຫລວງ ປາຣີ. ພ້ອມນີ້ ເພິ່ນ ຂໍຮຽກຮ້ອງ ເຊື້ອເຊີນ ຊາວລາວ ແລະ ຊົນຊາຕ ອື່ນໆ ເຂົ້າຮ່ວມ ນໍາດ້ວຍ. ດັ່ງ ຍານາງ ວະນິດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ໄດ້ ກ່າວ:
"ຂະບວນການ ລາວ ເພື່ອ ສິດທິ ມະນຸດ ກ່າໄດ້ ຮ່ວມນໍາ ເຂົາເຈົ້າ ທຸກໆປີ ມັນເປັນແບບ ເດີນເພື່ອ ເສຣີພາບ ແລ້ວ ການເດີນນີ້ ເກີດຂຶ້ນ ຈາກຄວາມ ສາມັກຄີ ຂອງ ອົງການ ປົກປ້ອງ ສິດທິ ມະນຸດ ຂອງ ຫລາຍ ປະເທດ ຫລາຍ ເຊື້ອເຜົ້່າ ເຊັ່ນ ຈີນ ຕິເບດ ກໍາພູຊາ ວີເກີ້ ພະມ້າ ວຽດນາມ ອີຕາລີ ຝຣັ່ງເສດ ວຽດນາມ ລາວ ຄົນແບນຊ ມານໍາ ຫລາຍຄົນ".
ການ ເດີນຂະບວນ ດັ່ງກ່າວ ຍານາງ ວ່າ ນອກຈາກ ຊຸມຊົນ ທີ່ ມາຈາກ ຫລາຍເຊື້ອຊາຕ ເຂົ້າຮ່ວມ ແລ້ວ ຍັງມີ ນັກ ການເມືອງ ຝຣັ່ງ ແລະ ເຈົ້າໜ້າທີ່ ຈາກ ສະຫະພາບ ຢູໂຣບ ເຂົ້າ ຮ່ວມນໍາ ໂດຍມີ ຈຸດປະສົງ ຢາກໃຫ້ ເພິ່ນ ຫາທາງ ຊ່ວຍເຫລືອ ປະຊາຊົນ ຢູ່ໃນ ປະ ເທດ ຣະບອບ ກົດຂີ່ ຂົ່ມເຫັງ ໄດ້ຮັບຄວາມ ເປັນທັມ:
"ການເດີນ ນີ້ແມ່ນ ເພື່ອ ຢາກໃຫ້ ປະຊາຄົມ ເອີໂຣບ ສະພາ ຮ່ວມ ເອີໂຣບ ເອົາທ່າທີ່ ຊັດເຈນ ເພື່ອ ຊ່ວຍເຫລືອ ແລະ ປົກປ້ອງ ປະຊາຊົນ ທີ່ ຖືກ ກົດຂີ່ ຂົ່ມເຫັງ ໃນປະເທດ ຕົນເອງ ແລະ ຢາກຂໍໃຫ້ ສະພາ ຮ່ວມ ເອີໂຣບ ຕັ້ງວັນ ສາກົນ ເພື່ອ ເສຣີພາບ ແກ່ ປວງຊົນ ທີ່ ຂາດ ເສຣີພາບ ໃນໂລກ ແລະ ກ່າຢາກ ປຸກຣະດົມ ໃຫ້ ປວງຊົນ ມີ ຈິດສໍານຶກ ວ່າການ ປ້ອງກັນ ສິດທິ ມະນຸດ ຣະດັບ ນານາຊາຕ ແມ່ນ ພາລະ ຈໍາເປັນ ແລະ ຮີບດ່ວນ".
ການ ເດີນຂະບວນ ຈະເລີ້ມ ຍ່າງ ຈາກ ອານຸສາວະຣີ ເສຣີພາບ ໄປຍັງ ຫໍເອຟແຟນ ເສັ້ນທາງ ປະມານ 4 ກິໂລແມັດ ແລ້ວ ເຕົ້າໂຮມ ກັນ ຢູ່ ພະລານ ສິດທິ ມະນຸດ. ຈາກນັ້ນ ກໍຈະມີ ແຕ່ລະ ປະເທດ ຂຶ້ນກ່າວ ສະພາບການ ຣະເມີດ ສິດທິ ມະນຸດ ໃນປະເທດ ເດີມ ຂອງຕົນ.