ບັນຫາຊາວບ້ານຫຍິຶບ ແກ້ໄຂແລ້ວ
2013.02.27

ບັນຫາ ການຂັດແຍ່ງ ເຣື້ອງທີ່ດິນ ຂອງ ຊາວບ້ານ ທີ່ ບ້ານຫຍິຶບ ແຂວງ ເຊກອງ ຖືກແກ້ໄຂ ໄດ້ແລ້ວ.
ເຈົ້າຫນ້າທີ່ ກະສີກັມ ແລະປ່າໄມ້ ແຂວງເຊກອງ ທ່ານນື່ງ ເວົ້າວ່າ ບັນຫາເຣື້ອງ ຄວາມບໍ່ພໍໃຈ ຂອງ ຊາວບ້ານ ໃນການ ຈັດສັນທີ່ດີນ ໃນເຂດ ບ້ານຫຍຶບ ເມືອງທ່າແຕງ ແຂວງເຊກອງ ທີ່ຊາວບ້ານ ເຄີຍອອກມາ ຮຽກຮ້ອງ ແລະ ຖືກຈັບ ໃນເດືອນ ມີຖຸນາ ປີ 2012 ນັ້ນ, ໃນປັດຈຸບັນ ໄດ້ຮັບການ ແກ້ໄຂໄປແລ່້ວ ໂດຍ ທາງການແຂວງ ໄດ້ຈັດສັນທີ່ີດິນ ໃຫ້ຊາວບ້ານ ເພີ້ມອີກ ປະມານ 100 ເຮັກຕາ ເພື່ອທຳມາ ຫາກິນ. ດ່ັງທ່ານກ່າວ ໃນຕອນນື່ງວ່າ:
"ການຊ່ອຍເຫລືອ ບ້ານຫຍຶບ ຖືວ່າ ມາຮອດ ປັດຈຸບັນ ກໍຂ້ອນຂ້າງວ່າ ໄດ້ດີທີ່ສຸດ ບຸກເບີກ ເນື້ອທີ່ນາ ໃຫ້ເຂົາ ໃຫ້ການແບ່ງປັນ ແລ້ວກໍເອົາ ກິຈການ ລ້ຽງສັດ ໄປໃຫ້ເຂົາ ແລ້ວກໍນ້ຳລິນ ກໍຄິດວ່າ ມີຄວາມເປັນໄປ ໄດ້ສູງ".
ສາເຫດຕົ້ນຕໍ ມີມາແຕ່ ປີ 2006 ຣັຖບານ ໄດ້ອະນຸມັດ ໃຫ້່ບໍຣິສັດ ວຽດນາມ ສຳປະທານ ປູກຢາງພາລາ ໃນເຂດບ້ານຫຍຶບ ເມືອງທ່າແຕງ ແຂວງ ເຊກອງ ທີ່ກວມເອົາດິນ ບ່ອນທຳມາຫາກີນ ຂອງຊາວບ້ານ ຫລາຍຮ້ອຍ ເຮັກຕາ ເຮັດໃຫ້ຊາວບ້ານ ບໍ່ມີບ່ອນ ທຳມາ ຫາກີນ ຈື່ງໄດ້ພາກັນ ຮຽກຮ້ອງ ຂໍທີ່ດິນຄືນ. ການປະທ້ວງ ກໍເພີ້ມຄວາມ ຮຸນແຮງ ຂື້ນເລື້ອຍໆ ໃນທີ່ສຸດ ຊາວບ້ານ 7 ຄົນ ກໍ ຖືກທາງການ ຈັບຂັງ ໃນວັນທີ 13 ເດືອນ ມີຖຸນາປີ 2012 ແຕ່ກໍຖືກ ປ່ອຍໂຕ ໃນສອງອາທິດ ຕໍ່ມາ.
ເຖິງແມ່ນວ່າ ຊາວບ້ານ ຈະໄດ້ຮັບ ທີ່ດິນເພີ້ມ ແຕ່ຫລາຍຄົນ ຍັງບໍ່ພໍໃຈ ຍ້ອນວ່າ ທີ່ດິນ ທີ່ຂະເຈົ້າ ໄດ້ຮັບນັ້ນ ເປັນພື້ນທີ່ ບໍ່ອຸດົມສົມບູນ ສໍາລັບການ ປູກຝັງ ຂະເຈົ້າ ຕ້ອງການ ທີ່ດີນ ແບບເກົ່າຄືນ ແລະ ຊາວບ້ານ ບາງຄົນຍັງ ຖືກນາບຂູ່ຢູ່ ເຊັ່ນກັນ.