ອຸປກອນການຮຽນ ເດັກນ້ອຍຂາດເຂີນ


2013.02.27
F-boys ເດັກນ້ອຍ ໃນເມືອງສິງ ແຂວງຫລວງນໍ້າທາ
RFA

ບັນຫາ ໃນເຣື້ອງເຄື່ອງ ອຸປກອນ ການຮຽນ ຂອງ ເດັກນ້ອຍ ຢູ່ເມືອງສິງ ແຂວງ ຫລວງນ້ຳທາ ຍັງບໍ່ມີ ການ ແກ້ໄຂ ຈາກ ທາງການ.

ເຈົ້າຫນ້າທີ່ ຫ້ອງການ ສຶກສາ ເມືອງສິງ ແຂວງ ຫລວງນໍ້າທາ ເວົ້າວ່າ ບັນຫາ ການສຶກສາ ທີ່ເມືອງສິງ ຄືການຂາດ ອຸປກອນ ການຮຽນ ການສອນ ໂດຍສະເພາະ ໃນຂັ້ນ ອະນຸບານ ແລະ ຂັ້ນປະຖົມ ຍັງບໍ່ຖືກ ແກ້ໄຂ ຈາກທາງການ ແຂວງເທື່ອ. ທ່ານເວົ້າວ່າ:

"ທາງການ ຍັງບໍ່ທັນ ຕອບສນອງ ເຣື້ອງ ອຸປກອນ ການຮຽນ ການສອນ ບໍ່ພຽງພໍ ເທື່ອ ເພາະວ່າຂໍ້ມູນ ທັງຫມົດ ພວກເຮົາ ເມືອງສີງ ກໍໄດ້ສົ່ງໃຫ້ ທາງການແລ້ວ ແຕ່ວ່າຣັຖບານ ຍັງບໍ່ທັນ ຕອບສນອງ ໃຫ້ເທື່ອ ເປັນບັນຫາ ທີ່ເກີດຂື້ນ ມາຕຣອດ ຍັງບໍ່ໄດ້ຮັບ ການແກ້ໄຂ ແຕ່ວ່າມີ ໂຄງການ unicef ເຂົ້າມາແກ້ໄຂ ຈຳນວນນື່ງ ແຕ່ຍັງບໍ່ສາມາດ ຕອບສນອງ ໃຫ້ໄດ້".

ທ່ານເວົ້າ ຕໍ່ໄປວ່າ ຣະດັບຂັ້ນ ອະນຸບານ ທີ່ເມືອງສິງ ມີບັນຫາ ຫລາຍກວ່າຫມູ່ ເນື່ອງຈາກວ່າ ຂາດປື້ມຄູ່ມື ການຮຽນ ການສອນ ແລະ ເຄື່ອງຫລີ້ນ ຂອງ ເດັກນ້ອຍ ຮ່ວມໄປຮອດ ຂາດຄຣູສອນ ໃນບາງຫມູ່ບ້ານ ທີ່ຢູ່ຫ່າງໄກ ສອກຫລີກ ຍ້ອນວ່າ ບໍ່ມີຄຣູ ຄົນໃດ ສົນໃຈ ຢາກໄປສອນ ທີ່ນັ້ນ. ການຂາດຄຣູ ແລະ ອຸປກອນ ການຮຽນ ການສອນ ເຮັດໃຫ້ ເດັກນ້ອຍ ຫລາຍຄົນ ບໍ່ມາເຂົ້າ ໂຮງຮຽນ. ທ່ານເວົ້າເພີ້ມວ່າ:

"ສົ່ງຜົລກະທົບ ຫລາຍຍ້ອນວ່າ ອະນຸບານ ນັ້ນເປັນ ເດັກນ້ອຍ ເປົ້າຫມາຍ ຫລັກທີ່ ຂະເຈົ້າມາຮຽນ ເຂົາຈະຫລີ້ນ ເຄື່ອງຫລີ້ນ ຖ້າວ່າມີ ເຄື່ອງຫລີ້ນ ແລ້ວມັນຈະ ສົນໃຈ ກັບການຮຽນ ແຕ່ມາຮຽນ ມີແຕ່ຄຣູສອນ ປະກອບກັບ ການຫລີ້ນ ເລັກໆນ້ອຍໆ ບໍ່ມີເຄື່ອງ ຫລີ້ນ ທີ່ຈູງໃຈ ໃຫ້ຂະເຈົ້າ ຢາກມາຮຽນ, ສົນໃຈນ້ອຍນື່ງ ແລ້ວກໍອອກ ໄປເຮືອນ ຫລາຍເທື່ອ ຕໍ່ຫລາຍທີ ແລ້ວມັນກໍເກີດ ການປະລະ ໄປເລີຍ ກະແສ ນັກຮຽນມັນ ຈະຫລຸດໄປ ທ້າຍປີ ແລະ ມັນຈະຫມົດ ໄປໃນຕົວ ເລີຍ ອະນຸບານ".

ເຈົ້າຫນ້າທີ່ ເວົ້າມ້ວນທ້າຍວ່າ ບັນຫາ ດັ່ງກ່າວ ເປັນບັນຫາ ທີ່ຫຍຸ້ງຍາກ ມາຕຣອດ ໃນແຕ່ລະສົກ ປີການສຶກສາ ແລະ ຈຳນວນເດັກນ້ອຍ ຂັ້ນອະນຸບານ ກໍຈະຫລຸດລົງ ທຸກໆປີ ຍ້ອນຂາດຄວາມ ສົນໃຈ ໃນການຮຽນ ຖ້າເປັນແບບນີ້ ຕໍ່ໄປ ໃນອະນາຄົດ ອາດຈະບໍ່ມີ ເດັກນ້ອຍ ນັັກຮຽນ ຂັ້ນອະນຸບານ ເຂົ້າມາຮຽນເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.