ລາວໄດ້ການຊ່ອຍເຫຼືອຈາກ ຍີ່ປຸ່ນ


2013.11.20
F-default2 ລາວໄດ້ການຊ່ອຍເຫຼືອຈາກ ຍີ່ປຸ່ນ
RFA

 

ຣັຖບານລາວ ໄດ້ຮັບການ ຊ່ອຍເຫລືອ ຈາກ ຍິ່ປຸ່ນ ເພິ້ມອີກ ໃນ 4 ໂຄງການ ໃນ ການ ຢ້ຽມຢາມ ລາວ ຂອງ ນາຍົກ ຣັຖມົນຕຣີ ຍິ່ປຸ່ນ ເມື່ອມໍ່ໆ ມານີ້ ທີ່ ຜ່ານມາ ຣັຖບານລາວ ກໍໄດ້ຮັບ ການຊ່ອຍເຫລຶອ ຈາກຍິ່ປຸ່ນ ທັງເປັນເງິນກູ້ ແລະເງິນໃຫ້ລ້າ ໃນຫລາຍໂຄງການ ການ ຊ່ອຍເຫລືອ ຈາກ ຍິ່ປຸ່ນ ແຕ່ລະຄັ້ງ ມີ ຂໍ້ຜູກມັດ ຫຍັງແດ່.

ນາຍົກຣັຖມົນຕຣີລາວ ທ່ານ ທອງສິງທັມມະວົງແລະຄູ່ຮ່ວມຕຳແໜ່ງ ຈາກ ຍິ່ປຸ່ນ ທ່ານ ຊິນໂຊ ອາເບ ໃນມຶ້ວັນອາທິດຜ່ານມາ ໄດ້ໂອ້ລົມ ກັນກ່ຽວກັບຂໍ້ ຜູກມັດຄວາມສຳພັນ ໃຫ້ແໜ້ນແຟ້ນກວ່າເກົ່າແລະຍິ່ປຸ່ນ ສັນຍາວ່າຈະໃຫ້ ການຊ່ອຍເຫລືອລາວເພິ້ມຕຶ່ມ. ເທຶ່ອນີ້ຈະຊ່ອຍລາວ ໃນສີ່ໂຄງການໃຫຍ່ໆທີ່ລາວຮ້ອງຂໍ.

ທ່ານ ອາເບ ອາຍຸ 59 ປີ ໄດ້ມາຢ້ຽມຢາມ ສປປລາວຢ່າງເປັນທາງ ການໃນອາທິດນີ້ ໂດຍການເຊຶ້ອເຊີນ ຂອງນາຍົກຣັຖມົນຕຣີລາວ ທ່ານ ທອງສິງ ທັມມະວົງ ຫລັງຈາກຢ້ຽມຢາມກຳພູຊາ ໃນມື້ວັນເສົາຜ່ານມາ. ການຢ້ຽມຢາມລາວ ຂອງ ທ່ານ ອາເບ ເປັນການສິ້ນສຸດການຢ້ຽມຢາມ 10 ປະເທດສະມາຊິກອາຊຽນຂອງ ຜູ້ນຳຍີ່ປຸ່ນຫລັງຈາກທີ່ທ່ານໄດ້ຂຶ້ນ ເປັນນາຍົກຣັຖມົນຕຣີ.

ຫລັງຈາກພິທີຕ້ອນຮັບຢ່າງເປັນທາງການສິ້ນສຸດລົງ ທັງສອງຜູ້ນຳກໍໄດ້ໂອ້ລົມ ກັນໃນຫລາຍບັນຫາທີ່ທຳນຽບຣັຖບານ ໂດຍສະເພາະການສືບຕໍ່ ຄວາມສຳພັນແລະຄວາມ ຮ່ວມມືຣະຫວ່າງລາວກັບຍິ່ປຸ່ນໃຫ້ແຫນ້ນແຟ້ນກວ່າເກົ່າໃນອະນາຄົດ.

ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີລາວໄດ້ກ່າວຕໍ່ກຸ່ມນັກຂ່າວຫລັງ ຈາກທີ່ໄດ້ໂອລົມກັນວ່າ ທັງສອງທ່ານ ໄດ້ໂອ້ລົມກັນໃນແຜນການ ຄວາມຮ່ວມມືຣະຍະຍາວ ຣະຫວ່າງສອງປະເທດ.

ຍິ່ປຸ່ນເປັນປະເທດທີ່ໃຫ້ການຊອ່ຍເຫລືອລາວລາຍໃຫຍ່ ປະເທດນຶ່ງໃນໂລກ ຊຶ່ງໃນການຢ້ຽມຢາມລາວເທຶ່ອນີ້ ຣັຖບານຍິ່ປຸ່ນໄດ້ຕົກລົງໃຫ້ການ ຊ່ອຍເຫລືອລາວດ້ວຍເງິນ ໃຫ້ລ້າແລະເງິນກູ້ຣະຍະຍາວດ້ວຍດອກເບັ້ຽຕ່ຳໃນ 4 ໂຄງການໃຫຍ່ ແຕ່ບໍ່ໄດ້ບອກຈຳນວນເງິນຢ່າງຊັດເຈນ ຄາດ ວ່າຫລາຍລ້ານໂດລາ.

ໃນ 4 ໂຄງການໃຫຍ່ໆທີ່ຍິ່ປຸ່ນໃຫ້ການຊ່ອຍເຫລືອເທຶ່ອນີ້ ກໍແມ່ນໂຄງການຫລຸດຜ່ອນ ຄວາມທຸກຍາກໃນລາວ ການຂຍາຍຕຶກຮອງຮັບ ຜູ້ໂດຍ ສານຂັ້ນສາມທີ່ສນາມບິນ ນານາຊາດວັດໄຕ ການເກັບກູ້ຣະເບີດແລະການອອກແບບສ້າງຂົວເຊກອງ ແຕ່ຈຳນວນຕົວເລກຍັງບໍ່ຖືກເປີດເຜີຍເທຶ່ອ ສ່ວນໃຫຍ່ເປັນເງິນກູ້ຣະຍະຍາວ ດ້ວຍດອກເບັ້ຽຕ່ຳແລະເງິນໃຫ້ລ້າບາງສ່ວນ. ດັ່ງທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີລາວກ່າວກ່ຽວກັບ ການຢ້ຽມຢາມຂອງຜູ້ນຳຍິ່ປຸ່ນວ່າ:

"ຊາວລາວທັງຊາດເຂົ້າໃຈໃນເຈຕນາລົມຂອງຍີ່ປຸ່ນ ທີ່ຈະສືບຕໍ່ການສົນທະນາກັນໃນດ້ານ ການເມືອງ ການທະຫານ ຕາມຄວາມສາມາດຕົວຈິງ ຂອງແຕ່ລະຝ່າຍຍິນດີທີ່ ຈະສນອງການຊ່ອຍເຫລືອ ສຳລັບເກັບກູ້ຣະເບີດ ທີ່ບໍ່ທັນແຕກ ທີ່ເປັນອຸປສັກຕໍ່ການພັທນາ ເສຖກິດແລະສັງຄົມຂອງ ສປປລາວ ແລະໂຄງການ ອື່ນໆ".

4 ໂຄງການດັ່ງກ່າວທີ່ຍິ່ປຸ່ນໃຫ້ການຊ່ອຍເຫລືອເທຶ່ອນີ້ ແມ່ນເພຶ່ອປະຕິບັດຕາມ ຄຳຂໍຮ້ອງຂອງນາຍົກຣັຖມົນຕຣີລາວ ໃນຊ່ວງທ່ານໄປຢ້ຽມຢາມ ຍິ່ປຸ່ນ ໃນເດືອນມີນາປີຜ່ານມາ.

ນອກຈາກນັ້ນທັງສອງຜູ້ນຳຍັງລົງນາມກັນໃນຫລາຍສບັບໃນນັ້ນກໍມີຄວາມຮ່ວມ ມືທາງດ້ານສາທາຣະນະສຸກ ການແລກປ່ຽນນັກສຶກສາແລະຊາວ ຫນຸ່ມຄວາມ ຮ່ວມມືທາງດ້ານການຄ້າ ໂດຍຍິ່ປຸ່ນຈະຕັ້ງຫ້ອງການການຄ້າຍິ່ປຸ່ນໃນລາວ ແລະຄວາມຮ່ວມມືປະເພດຕ່າງໆ ຮ່ວມດ້ວຍການຍົກ ເລີກການໃຊ້ວິຊາເຂົ້າ-ອອກປະເທດ ຣະຫວ່າງລາວກັບຍິ່ປຸ່ນ.

ທີ່ຜ່ານມາສປປລາວກໍໄດ້ຮັບການຊ່ອຍເຫລືອຈາກຍິ່ປຸ່ນໃນຫລາຍໂຄງການ ຈະເປັນປະເທດເງິນກູ້ຫລືເງິນໃຫ້ລ້າ ປະເພດເງິນກູ້ກໍແມ່ນຣັຖບານ ລາວ ໄດ້ຢຶມເງິນຍິ່ປຸ່ນມາຮ່ວມລົງທຶນສ້າງເຂຶ່ອນໄຟຟ້າຫລາຍແຫ່ງໃນລາວ. ໂຄງການກໍ່ສ້າງໂຄງຮ່າງພຶ້ນຖານຕ່າງໆດັ່ງຖນົນຫົນທາງຂົວແລະ ຕຶກອາຄານຂອງຣັຖບານ ຮ່ວມດ້ວຍເຂດເສຖກິດພິເສດແລະໂຄງການພັທນາອຶ່ນໆຫລາຍໂຄງການ ຣັຖບານລາວກໍໄດ້ຮັບເງິິນກູ້ຈາກຍິ່ປຸ່ນ. ຂົວ ຂ້າມນ້ຳຂອງທີ່ເມືອງປາກເຊກໍແມ່ນຍິ່ປຸ່ນສ້າງໃຫ້. ການພັທນາຊັພຍາກອນມະນຸດ ການຝຶກອົບຮົບນັກວິຊາການແລະການສ້າງແຮງງານທີ່ມີຄຸນ ນະພາບໃນລາວ ຣັຖບານຍິ່ປຸ່ນ ກໍໄດ້ອອກເງິນຊ່ອຍເຫລືອ.

ແຕ່ໃນເວລາດຽວກັນ ບໍຣິສັດຍິ່ປຸ່ນກໍໄດ້ເຂົ້າມາລົງທຶນໃນຫລາຍ ໂຄງການໃນ ລາວ ດັ່ງການສ້າງເຂຶ່ອນໄຟຟ້າຫລາຍເຂຶ່ອນຍິ່ປຸ່ນກໍມີການຮ່ວມ ທຶນການຂຸດຄົ້ນແຮ່ທາດ ແລະ ການປູກຕົ້ນໄມ້ເສຖກິດບາງຊນິດ ດັ່ງຕົ້່ນວິກແລະ ການລົງທຶນໃນຂແນງອຶ່ນໆ. ບໍຣິສັດຍິ່ປຸ່ນ ຍັງໄດ້ມາຕັ້ງໂຮງ ງານໃນເຂດເສຖກິດພິເສດທີ່ ສວັນ-ເຊໂນ ແຂວງສວັນນະເຂດນຳອີກ.

ການຊ່ອຍເຫລຶອແລະການລົງທຶນຂອງຍິ່ປຸ່ນໃນລາວ ສ່ວນໃຫຍ່ຈະບໍ່ມີຂໍ້ຜູກມັດຫລາຍປານໃດ ບໍ່ເປັນຄືປະເທດອຶ່ນໆ ເຊັ່ນ: ຈີນແລະວຽດນາມ ຍິ່ປຸ່ນທີ່ ຜ່ານມາຊ່ອຍເຫລືອລາວແບບມະນຸສທັມຫລາຍກວ່າ ດັ່ງໂຄງການເກັບກູ້ຣະເບີດໂຄງການລຸດຜ່ອນຄວາມທຸກຍາກແລະດ້ານ ສາທາຣະ ນະສຸຂຈະເປັນເງິນໃຫ້ລ້າ ແຕ່ຖ້າເປັນເງີິນກູ້ນັ້ນ ກໍແມ່ນກູ້ຣະຍະຍາວດ້ວຍດອກເບັ້ຽຕ່ຳ ບາງກໍຣະນີ ກໍຍົກເລີກຫນີ້ ນັກວິຊາການລາວ ທ່່ານນຶ່ງ ກ່າວກ່ຽວກັບການຊ່ອຍເຫລືອຈາກຍິ່ປຸ່ນວ່າ:

"ຍີ່ປຸ່ນຊ່ອຍຫລາຍກວ່າຫມູ່ ສ່ວນຫລາຍແມ່ນໂຄງການກະສິກັມ ແລະໂຄງການລົບລ້າງຄວາມທຸກຍາກທຸກແຂວງ ແຂວງສວັນນະເຂດ ປາກເຊ ຫມົດທຸກ ແຂວງເຊກອງ ອັດຕະປື ແລະແຂວງທາງພາກເຫນືຶອ ຍີ່ປຸ່ນຊ່ອຍສ້າງຖນົນຫົນທາງ ໂຮງຮຽນ ໂຮງຫມໍຕາມເຂດຊົນນະບົດ".

ແຕ່ນັກວິເຄາະເວົ້າວ່າ ການມາຢ້ຽມຢາມລາວ ແລະໃຫ້ການຊ່ອຍເຫລືອລາວ ເທຶ່ອນີ້ ອາດຈະມີສ່ວນກ່ຽວພັນ ກັບນະໂຍບາຍຕ້ານຈີນຂອງຍິ່ປຸ່ນ ແລະກໍເປັນແບບດຽວກັນກັບ ການໄປຢ້ຽມຢາມແລະໃຫ້ການຊ່ອຍເຫລືອປະເທດອາຊຽນ ອຶ່ນໆຂອງຍິ່ປຸ່ນໃນປີນີ້ ດັ່ງ ກຳພູຊາ ພະມ້າ ວຽດນາມ ແລະຟິລິປີນ ເພາະຍິ່ປຸ່ນກຳລັງມີບັນຫາກັບຈີນກ່ຽວກັບ ເກາະດອນໃນເຂດນ່ານນ້ຳທະເລຈີນພາກຕາເວັນອອກທີ່ສອງປະເທດອ້າງອະທິປະໄຕ ຮ່ວມກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.