ທ.ບຸນທັນ ທັມມະວົງ ອາຈ ບໍ່ໄດ້ ຜ່ອນໂທສ
2018.06.21
ເຈົ້າໜ້າທີ່ຄ້າຍຄຸມຂັງ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ຍັງບໍ່ສາມາດຮູ້ໄດ້ວ່າ ໃນວັນທີ 2 ທັນວາ ປີ 2018 ນີ້ ທ່ານ ບຸນທັນ ທັມມະວົງ ຊາວລາວສັນຊາຕໂປແລນ ຈະຖືກປ່ອຍໂຕ ກ່ອນກຳນົດຫຼືບໍ່, ເຖິງວ່າໃນປີນີ້ ທ່ານຈະເຂົ້າ ເງື່ອນໄຂປະຕິບັດໂທສ 2 ໃນ 3 ແລ້ວກໍ່ຕາມ ແຕ່ການອະພັຍໂທສ ເນື່ອງໃນວັນສະຖາປະນາ ສປປລາວ ນັ້ນຈະເກີດຂຶ້ນໄດ້ ກໍຕໍ່ເມື່ອ ມີດຳຣັຖຂອງປະທານປະເທສ ອອກມາກ່ອນ. ດັ່ງທ່ານກ່າວຕອນນຶ່ງວ່າ:
“ເອີ, ໂຕນີ້ກະຍັງບໍ່ທັນຮູ້ເດີ້ ເພາະວ່າໃນການຄົ້ນຄວ້າໂຕນີ້ ມັນໄດ້ອີງໃສ່ເງື່ອນໄຂເນາະ. ເງື່ອນໄຂມີຣັຖດຳຣັຖ ຂອງປະທານປະເທສ ອອກມາ ເຮົາຈັ່ງເບິ່ງຕາມໂຕນັ້ນເນາະ. ເຮົາບໍ່ທັນຮູ້ວ່າເພິ່ນມີຄຳສັ່ງມາ ເຮັດແນວໃດແທ້ ຈັ່ງໃດແນວໃດມີຄຳສັ່ງມາ ເຮົາຈັ່ງເຮັດຕາມ."
ດ້ານສຸຂພາບນັ້ນ, ເຈົ້າໜ້າທີ່ ທ່ານນີ້ຢືນຢັນວ່າ ທ່ານ ບຸນທັນ ຍັງມີສຸຂພາບແຂງແຮງດີ, ແຕ່ຖ້າເມື່ອໃດ ມີບັນຫາສຸຂພາບ ກໍຈະເອົາໄປ ໂຮງໝໍ ເພື່ອປິ່ນປົວ ຕາມຫຼັກການດ້ານມະນຸສທັມ ຢູ່ເປັນປົກກະຕິ.
“ເອີ, ເຮົາກະໄດ້ໄປກວດແລ້ວ ໄປກວດເບິ່ງຕາລາວຫັ້ນເນາະ ຜ່ານມາເຮົາກະໄປກວດແລ້ວ ລາວກະເປັນປົກກະຕິ ລາວກະເປັນມາແຕ່ ນອກພຸ້ນແລ້ວອັນນັ້ນນ່າເນາະ. ກະບໍ່ມີບັນຫາ, ຄັນມີບັນຫາເຈັບເປັນມີຫຍັງ ໄທເຮົາມັນກະໄດ້ ໄປໂຮງໝໍເນາະ. ອັນນີ້ການປິ່ນປົວ ມັນແມ່ນເຣື້ອງມະນຸສທັມ ເດ້, ໝວດເຮົາກະບໍ່ໄດ້ປະ ບໍ່ໃຫ້ເຈັບເນາະ ອັນນີ້ເຮົາຕ້ອງເຮັດໄປຕາມເງື່ອນໄຂມັນ.”
ທ່ານ ບຸນທັນ ທັມມະວົງ, ຖືກສານລາວຕັດສິນໃຫ້ຈຳຄຸກ 4 ປີ 9 ເດືອນ ໃນຂໍ້ຫາໃສ່ຮ້າຍປ້າຍສີ ພັກແລະຣັຖບານລາວ ຜ່ານສື່ສັງຄົມ ອອນລາຍ ແລະ ໄດ້ເຣີ້ມປະຕິບັດໂທສ ມາຕັ້ງແຕ່ເດືອກັນຍາ ປີ 2015.
ໃນເດືອນພຶສຈິກາ ປີ 2018 ທີ່ຈະມາເຖິງນີ້, ທ່ານ ບຸນທັນ ທັມມະວົງ ຈະປະຕິບັດໂທສຄົບ 38 ເດືອນພໍດີ ຫຼື ເຂົ້າເງື່ອນໄຂການ ປະຕິບັດໂທສ 2 ໃນ 3, ຊຶ່ງທາງຄອບຄົວ ຫຼື ສະຖານທູຕປະເທສ ທີ່ ທ່ານ ບຸນທັນ ຖືສັນຊາຕຢູ່ນັ້ນ ສາມາດຮ້ອງຂໍ ທາງການລາວ ໃຫ້ປ່ອຍໂຕ ກ່ອນກຳນົດ ເພື່ອນຳໂຕໄປປະຕິບັດໂທສ ຢູ່ປະເທສອື່ນໄດ້. ແຕ່ ຖ້າທາງຄອບຄົວ ຫຼືສະຖານທູຕ ຫາກບໍ່ຮ້ອງຂໍໃດໆ, ທ່ານ ບຸນທັນ ກໍຕ້ອງປະຕິບັດໂທສ ໃນລາວ ຈົນຄົບກຳນົດ.