ຄວາມຮູ້ສຶກ ທ.ແພງ ຕອນທີ່ຖືກຂັງຄຸກ

ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8 ເມືອງ ຫຼວງພ​ຣະບາງ ຖືກປ່ອຍ​ແລ້ວ ພາຍ​ຫຼັງ ທີ່​ຖືກຈັບຂັງ​ຄຸກ ໃນວັນທີ 3 ມິຖຸນາ ເພື່ອສືບສວນ
ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8 ເມືອງ ຫຼວງພ​ຣະບາງ ຖືກປ່ອຍ​ແລ້ວ ພາຍ​ຫຼັງ ທີ່​ຖືກຈັບຂັງ​ຄຸກ ໃນວັນທີ 3 ມິຖຸນາ ເພື່ອສືບສວນ (RFA/OK )

0:00 / 0:00

ທ່ານ ຜູ້ຟັງທີ່ເຄົາຣົບ ກໍຣະນີ ເຈົ້າໜ້າທີ່ຕໍາຣວດ ແຂວງຫຼວງພຣະບາງ ໄດ້ຈັບໂຕ ທ້າວ ແພງ ພັດທະກອນ ອາຍຸ 45 ປີ ຊາວບ້ານຫຼັກ 8 ເມືອງ ຫຼວງພຣະບາງ ໃນວັນທີ 3 ມິຖຸນາ ມາສືບສວນສອບສວນ ກ່ຽວກັບ ເຣື້ອງນັກທ່ອງທ່ຽວ ຊາວເກົາຫລີໃຕ້ ໄດ້ຫາຍໄປ. ຫລ້າສຸດ ເມື່ອວັນທີ 17 ສິງຫາ ທ້າວ ແພງ ຖືກເຈົ້າໜ້າທີ່ ຕຳຣວດ ປ່ອຍໂຕແລ້ວ ຫຼັງຈາກ ເຈົ້າໜ້າທີ່ສືບສວນ ສອບສວນແລ້ວ ພົບວ່າ ລາວ ບໍ່ມີຄວາມຜິດ ແລະ ບໍ່ມີສ່ວນກ່ຽວຂ້ອງ ກັບການຫາຍສາບ​ສູນ ຂອງນັກທ່ອງທ່ຽວ ຄົນດັ່ງກ່າວ.

ແຕ່ ໃນເວລາທີ່ຢູ່ໃນຄຸກນັ້ນ ເຈົ້າໜ້າທີ່ຕຳຣວດໄດ້ມີການ ຕົບ-ຕີ ແລະ ຂູ່ຈະເອົາປືນ ມາຍິງ ເພື່ອໃຫ້ຮັບສາຣະພາບ. ຂ້າພະເຈົ້າ ໄດ້ມີໂອ ກາດ ສັມພາດ ທ້າວ ແພງ ເມື່ອວັນທີ 22 ສິງຫາ ທີ່ຜ່ານມາ, ໃຫ້ ທ່ານ ໄປຟັງຣາຍລະອຽດ ຂອງການສັມພາດເບິ່ງ.

(ສຽງ​ສັມ​ພາດ)