ດ່ານສາກົລຂອງລາວ ຕຣຽມເປີດຄືນ

ສຸພັດຕາ
2020.05.01
f-Lao-Bao ດ່ານສາກົນ ແດນສວັນ-ລາວບາວ ຣະຫວ່າງ ສສ ວຽດນາມ ແລະ ສປປ ລາວ
RFA/NY

ດ່ານສາກົລຕ່າງໆ ຂອງລາວ ມີຄວາມພ້ອມໃນການເປີດດ່ານຄືນ ຖ້າຫາກຣັຖບານ ແຈ້ງການເປີດດ່ານຢ່າງເປັນທາງການ ເປັນຕົ້ນ ດ່ານ ແຂວງຫຼວງນໍ້າທາ ເຊິ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດຈີນ ຫາກມີການເປີດດ່ານ ກໍມີຄົນເຂົ້າ-ອອກຈໍານວນຫຼາຍ.

ເຈົ້າໜ້າທີ່ດ່ານຢູ່ແຂວງຫຼວງນໍ້າທາ ກໍໄດ້ຕຣຽມຄວາມພ້ອມ ແລະມາຕການປ້ອງກັນໂດຍມີສູນກັກກັນ ເພື່ອຮອງຮັບຄົນເຂົ້າ-ອອກ ແລະມີ ເຈົ້າໜ້າທີ່ສາທາຣະນະສຸຂ ເຂັ້ມງວດໃນການກວດເຊື້ອໄວຣັສ ໂຄວິດ-19 ທີ່ຜ່ານມາ ເຖິງແມ່ນວ່າ ສປປລາວ ບໍ່ມີຜູ້ຕິດເຊື້ອເພີ້ມຂຶ້ນກໍຕາມ ແຕ່ຖ້າຫາກເປີດດ່ານ ແນ່ນອນມີຄວາມສ່ຽງຫຼາຍ ທີ່ຈະມີຜູ້ຕິດເຊື້ອໄວຣັສນີ້  ເພີ້ມຂຶ້ນ, ດັ່ງເຈົ້າໜ້າທີ່ດ່ານ ຢູ່ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ເມສານີ້ວ່າ:

“ມັນບໍ່ຕິດເຊື້ອໃໝ່ເພີ້ມຂຶ້ນ ແຕ່ວ່າທາງຈີນ ທາງໄທ ມັນຍັງມີເຊື້ອໃໝ່ຢູ່ ເຮົາຖືວ່າຍັງບໍ່ທັນໄດ້ລົດລະ ເທື່ອເຣື່ອງດ່ານ ຄົນທີ່ມາເຮົາແຮ່ງຄຸມ ເຂັ້ມເຂົ້າ ເພາະວ່າຜູ້ຕິດເຊື້ອເຂົ້າມາ ມັນແຮ່ງຮ້າຍ ຊິເປັນຄົນລາວ ຫຼືຄົນຕ່າງປະເທດ ທີ່ມາຈາກຈີນ ຈາກໄທ ຄັນຖ້າວ່າ ເປັນຜົລກະທົບ ເຮົາຈັ່ງເອົາເຂົ້າສູນກັກກັນ.”

ທ່ານກ່າວຕື່ມວ່າປັດຈຸບັນດ່ານສາກົລຕ່າງໆ ຍັງບໍ່ເປີດໃຫ້ຄົນເຂົ້າ-ອອກ ມີແຕ່ຣົດຂົນສົ່ງສິນຄ້າເທົ່ານັ້ນ ທີ່ສາມາດເຂົ້າ-ອອກໄດ້ ຕ້ອງຖ້າ ຄໍາສັ່ງຈາກຣັຖບານ ແລະຫຼັງຈາກວັນທີ 3 ພຶສພາ ນີ້ຣັຖບານອາດມີ ການຫຼຸດຜ່ອນບາງມາຕການລົງ ເພື່ອ ໃຫ້ປະຊາຊົນ ໄດ້ໃຊ້ຊີວິດ ປະຈໍາວັນສະດວກຂຶ້ນ ໃນນັ້ນ ຮ່ວມດ້ວຍການເປີດດ່ານ.

ໃນຂນະດຽວກັນເຈົ້າໜ້າທີ່ດ່ານ ແຂວງອັດຕະປື ທີ່ມີຊາຍແດນຕິດກັບປະເທດວຽດນາມ ກໍກ່າວຄືກັນວ່າ ປັດຈຸບັນ ຢູ່ດ່ານພູເກືອ ອະນຸຍາດ ໃຫ້ແຕ່ຣົດຂົນສົ່ງສິນຄ້າ ເຂົ້າ-ອອກ ເທົ່ານັ້ນ ຍັງບໍ່ອະນຸຍາດໃຫ້ຄົນ ເຂົ້າ-ອອກ ແຕ່ຖ້າຫາກຫຼັງຈາກ ວັນທີ 3 ພຶສພາ ຣັຖບານສ່ັງເປີດດ່ານ ກໍພ້ອມເປີດຢູ່ແລ້ວ ເຖິງແມ່ນວ່າຈະມີຄວາມສ່ຽງກໍຕາມ ແຕ່ທາງດ່່ານກໍມີມາຕການປ້ອງກັນ ຢ່າງເຂັ້ມງວດ ແລະ ມີສູນກັກກັນເພື່ອ ຮອງຮັບ ຄົນທີ່ມາຈາກຕ່າງປະເທດ, ດັ່ງທ່ານກ່າວວ່າ:

“ຖ້າວ່າຫວິດ ວັນທີ 3 ນີ້ອາຈໃຫ້ແຈ້ງການຄົນເຂົ້າມາໄດ້ ແຕ່ວ່າຕ້ອງມີການກວດແບບຄັກແບບຣະອຽດ ມັນກໍຕ້ອງມີທັງຄວາມສ່ຽງຖ້າມາ ຈາກແຂວງທີ່ມັນຕິດຕ້ອງໄດ້ກັກໂຕ 14 ວັນ ໂຕນີ້ທາງເຈົ້າໜ້າທີ່ ແຂວງ ກໍໄດ້ໄປຊຸມກັນຕື່ມອີກ ດ່ານນີ້ເຂົາເຈົ້າ ສາທາເພິ່ນມາຕັ້ງຈັບ ອຸນຫະພູມ ຄວາມຮ້ອນຂອງໂຊເຟີຣົດ ກັບໄປກັບມາຝັ່ງວຽດນີ້.”

ເຈົ້າໜ້າທີ່ດ່ານລາວບາວ ແຂວງສວັນນະເຂດ ກ່າວວ່າ ຍັງລໍຖ້າຄໍາສັ່ງ ຈາກຣັຖບານ ໃນການເປີດດ່ານຢູ່ ຫາກເປີດດ່ານ ແນ່ນອນຕ້ອງມີ ເຈົ້າໜ້າທີ່ ສາທາຣະນະສຸຂ ຕັ້ງຈຸດກວດກາເຊື້ອພຍາດໂຄວິດ-19 ເພື່ອ ຄວາມປອດພັຍຂອງທຸກຄົນ:

“ທີ 3 ທີ 4 ພຸ້ນແຫຼ້ວ ເພິ່ນວ່າອ້າວເປີດຈັ່ງຊີ້ນະ ກະບໍ່ມີບັນຫາອິສັງຂັ້ນເທິງ ຕາມຣັຖບານເພິ່ນສັ່ງຫັ້ນແຫຼ້ວ ກະໄປຕາມຣະບົບຊ່ວງນີ້ເພິ່ນ ກະກວດຫັ້ນແຫຼ້ວເນາະ ກວດປົກກະຕິແຫຼະ ໂຊເຟີຣົດຫັ້ນນະ.”

ໃນຂນະທີ່ແມ່ຄ້າ ຢູ່ຕາມຊາຍແດນ ກໍຢາກໃຫ້ເປີດດ່ານໄວ ເພາະຕ້ອງການເຄື່ອງຈາກຕ່າງປະເທດມາຂາຍ ແລະຄົນທີ່ບໍ່ມີວຽກເຮັດກໍຈະມີ ວຽກເຮັດ:

“ໂອ່ ເພິ່ນເປີດໄວກໍດີຫັ້ນແລ້ວ ເພາະວ່າເຮົາເອົາເຄື່ອງມາແຕ່ພຸ້ນຢູ່ແລ້ວເດ້ ຄັນຂ້ອຍເປີດຮ້ານຫັ້ນນາ ເພາະທຸກຢ່າງເພິ່ນນໍາເຂົ້າມາເດ້ ຄັນຖ້າເປີດຮ້ານອາຫານ ສະຖານທີ່ຫຼາຍຢ່າງ ຄົນບໍ່ໄດ້ເຮັດວຽກ ກໍອາຈມີ ວຽກເຮັດ ເພາະວ່າເຂົາເຈົ້າບໍ່ມີຣາຍໄດ້ເລີຍເດ້.”

ພໍ່ຄ້າອີກຄົນນຶ່ງ ເວົ້າວ່າ ເປີດດ່ານໄວ ກໍເປັນເຣື່ອງດີ ແຕ່ກໍມີຄວາມສ່ຽງ ທີ່ຄົນຕ່າງປະເທດ ຈະນໍາເຊື້ອໄວຣັສໂຄວິດ-19 ເຂົ້າມາປະເທດ ລາວ ນໍາ ໂຕເອງບໍ່ຢາກໃຫ້ມີການລ໋ອກດ້າວ ແລະ ເປັນເດືອນໆແລ້ວ ທີ່ບໍ່ມີຣາຍຮັບ:

“ກະຢາກໃຫ້ເປີດໄວຢູ່ ເອົາສິນຄ້າມາໄດ້ ແຕ່ບໍ່ຢາກໃຫ້ຄົນທຽວໄປທຽວມາ ບໍ່ຢາກໃຫ້ສ່ຽງຈົນເກີນໄປ ເນັ້ນໃຫ້ມີວຽກເຮັດກ່ອນ ບໍ່ມີໃຜມີ ຣາຍຮັບ ເຮົາຢາກໃຫ້ດູແລ ໂຕນີ້ກ່ອນ ປິດເປັນເດືອນແລ້ວ ເຮົາກໍບໍ່ຢາກ ໃຫ້ມາເຣີ້ມຕົ້ນໃໝ່.”

ຢ່າງໃດກໍຕາມ ຫຼັງຈາກວັນທີ 3 ພຶສພາ ເປັນຕົ້ນໄປ ຣັຖບານມີແຜນ ເພື່ອຕຣຽມຄວາມພ້ອມ ໃນກການເປີດດ່ານສາກົລຕ່າງໆ ແຕ່ຕ້ອງ ໄດ້ລໍຖ້າແຈ້ງການອີກເທື່ອນຶ່ງ ເພາະຍັງມີຄວາມສ່ຽງ ທີ່ໄວຣັສໂຄວິດ-19 ຈະກັບຄືນມາໃໝ່ ຖ້າມີການເປີດດ່ານ ເຖິງແມ່ນວ່າ ສປປລາວ ບໍ່ມີຜູ້ຕິດເຊື້ອໄວຣັສນີ້ ເພີ່ມຂຶ້ນກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.