ສາກົນເປັນຫ່ວງເຣື່ອງ ກຸ່ມຕໍ່ຕ້ານ ຢູ່ ໄຊສົມບູນ

ມະນີຈັນ
2021.03.29
ສາກົນເປັນຫ່ວງເຣື່ອງ ກຸ່ມຕໍ່ຕ້ານ ຢູ່ ໄຊສົມບູນ ແຂວງໄຊສົມບູນ ເປັນແຂວງຕັ້ງຂຶ້ນໃໝ່ ແລະ ປະກອບດ້ວຍ 5 ຫົວເມືອງ ແລະ ກໍາລັງມີການໂຄງການ ສັມປະທານຂນາດໃຫຍ່ຫຼາຍຢ່າງ
ພາບປະກອບ: ວິກິພິເດັຽ

ອົງການຈັດຕັ້ງ ທີ່ເຮັດວຽກ ເພື່ອຊາດ ແລະ ປະຊາຊົນ ຫລື UNPO ທີ່ມີສໍານັກງານໃຫຍ່ ຢູ່ປະເທດ Belgium ໄດ້ສະແດງຄວາມ ເປັນຫ່ວງ ຕໍ່ເຫດການປະທະກັນ ຣະຫວ່າງ ທະຫານລາວ ກັບກຸ່ມຕໍ່ຕ້ານ ຣັຖບານລາວ ຢູ່ເຂດເມືອງທ່າໂທມ ແຂວງໄຊສົມບູນ ທີ່ ເກີດຂຶ້ນ ເມື່ອວັນທີ 9 ມິນາ 2021 ນີ້.

ເຈົ້າໜ້າທີ່ຕົວແທນຂອງອົງການ UNPO ກ່າວຕໍ່ RFA ຜ່ານອີແມວ ໃນມື້ວັນທີ 29 ມິນາ ນີ້ພາຍຫລັງທີ່ໄດ້ຮັບຂ່າວໂດຍກົງຈາກ ຊາວບ້ານຢູ່ບໍຣິເວນນັ້ນ ວ່າ ເມື່ອວັນທີ 14 ມິນາ ນີ້ ທາງການແຂວງໄຊສົມບູນ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ປະຊາຊົນ ເຂົ້າໄປ ຫາກິນໃນເຂດປ່າ ພູເບັ້ຽ ທີ່ເປັນບ່ອນອາສັຍ ຂອງຊາວເຜົ່າມົ້ງ ມາຫຼາຍສິບປີ. ຊາວບ້ານທີ່ຢູ່ໃນພື້ນທີ່ນັ້ນ ໄດ້ຣາຍງານວ່າ ມີການ ເພີ່ມຄວາມຮຸນແຮງ ຕໍ່ເຜົ່າມົ້ງໃນເຂດດັ່ງກ່າວ ໄປຄວບຄູ່ກັບ ການພັທນາເຂດພູເບັ້ຽ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ແລະ ເປັນເຂດທີ່ ໜ້າສົນໃຈຂອງນັກລົງທຶນ ຕ່າງປະເທດ. ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ:

“ທາງການລາວ ຍັງສືບຕໍ່ປະຕິເສດເຫດການຮຸນແຮງ ທີ່ເກີດຂຶ້ນຢູ່ເຂດພູເບັ້ຽ ແລະປະຕິເສດບໍ່ໃຫ້ຜູ້ສັງເກດການ ຈາກອົງການຕ່າງ ປະເທດ ທັງທາງດ້ານມະນຸສທັມ ຫລືດ້ານການ ຊ່ອຍເຫລືອທາງການແພດ ກໍຕາມ ເຂົ້າເຖິງພື້ນທີ່ດັ່ງກ່າວ.”

ແລະວ່າ ທາງອົງການຂອງພວກທ່ານ ຂໍຮຽກຮ້ອງໃຫ້ປະຊາຄົມສາກົລ ມີການຕອບໂຕ້ຕໍ່ເຫດການຮຸນແຮງ ທີ່ເກີດຂຶ້ນຢູ່ເຂດພູເບັ້ຽນີ້ ຊຶ່ງການໃຊ້ກໍາລັງຂອງກອງທັບລາວເຮັດໃຫ້ເປັນ ອັນຕະລາຍ ຕໍ່ການດໍາຣົງຊີວິດ ຂອງພົລເມືອງ ຮວມທັງແມ່ຍິງ ແລະເດັກນ້ອຍ ແລະຮຽກຮ້ອງໃຫ້ທາງການລາວ ຢຸດການກະທໍາຄວາມຮຸນແຮງ ຕໍ່ຊາວມົ້ງໃນເຂດດັ່ງກ່າວ ແລະໃຫ້ ຜູ້ສັງເກດການ ຈາກອົງການ ສາກົລ ເຂົ້າເຖິງພື້ນທີ່ນັ້ນ ເພື່ອແກ້ໄຂຂໍ້ຂັດແຍ່ງນັ້ນ ຢ່າງສັນຕິ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ທະຫານລາວໄດ້ມຸ້ງເປົ້າໝາຍໃສ່ ຊາວມົ້ງທຸກຄົນ ຢູ່ເຂດທີ່ເຄີຍເອີ້ນກັນວ່າ ເຂດພິເສດໄຊສົມບູນ ເປັນເວລາດົນນານມາແລ້ວ.”

ອົງການທີ່ເຮັດວຽກເພື່ອຊາດ ແລະປະຊາຊົນ ຫລື UNPO ຍັງໄດ້ຣາຍງານອີກວ່າ ເຫດຄວາມຮຸນແຮງຢູ່ເຂດດັ່ງກ່າວໄດ້ເລີ່ມຂຶ້ນ ເມື່ອປີ 2016 ໂດຍຝ່າຍກອງທັບລາວ ໄດ້ນໍາຣົດຖັງ ແລະ ອາວຸດໜັກ ຍິງໃສ່ເຂດທີ່ຢູ່ອາສັຍ ຂອງກຸ່ມຕໍ່ຕ້ານຣັຖບານ ເຮັດໃຫ້ ຊາວເຜົ່າມົ້ງ ຈໍານວນຫຼາຍ ຕ້ອງຍອມຈໍານົນຕໍ່ທະຫານ ແລະໜີໄປຢູ່ປະເທດອ້ອມຂ້າງ ກ່ອນທີ່ຈໍານວນນຶ່ງ ຈະຖືກຈັບ ແລະຖືກສົ່ງ ຕົວໃຫ້ທາງການ.

ເຈົ້າໜ້າທີ່ຕົວແທນຂອງອົງການ UNPO ກ່າວຕື່ມວ່າ:

“ໂດຍສະເພາະປີ 2016 ມີການເຂັ່ນຂ້າຊາວມົ້ງຮວມທັງເດັກນ້ອຍ ຊຶ່ງເຮົາກໍໄດ້ຍົກບັນຫານີ້ຫຼາຍຄັ້ງ ຕໍ່ອົງການສະຫະປະຊາຊາດ. ຜົລປາກົດຄື ໃນເດືອນຕຸລາ 2020 ກໍມີຜູ້ ຊ່ຽວຊານເອກຣາດ ປະຈໍາສະຫະປະຊາຊາດ 10 ທ່ານໄດ້ສົ່ງໜັງສືກ່າວຫາຣັຖບານລາວ ກ່ຽວກັບການກະທໍາໂຫດຫ້ຽມ ຫຼາຍຄັ້ງທີ່ວ່ານັ້ນ.”

ກ່ຽວກັບເຣື່ອງນີ້ ອາດີດນາຍທະຫານລາວ ທ່ານນຶ່ງຜູ້ຂໍສງວນຊື່ ແລະສຽງ ທີ່ເຄີຍຮ່ວມຣົບກັບກຸ່ມຕໍ່ຕ້ານຣັຖບານ ຢູ່ເຂດພູເບັ້ຽ ເມື່ອປີ 1990 ກ່າວຕໍ່ RFA ວ່າ:

“ກຸ່ມຕໍ່ຕ້ານຣັຖບານ ຫລື ກຸ່ມເຈົ້າຟ້າ ເບິ່ງບໍ່ໄດ້ຍາກ. ພວກນີ້ຈະບໍ່ມັກຕັດຜົມ ແລະ ບໍ່ຮູ້ຈັກພາສາລາວ. ຈິງໆແລ້ວຣັຖບານກໍມີ ໂຄງການຊ່ວຍເຫລືອລ້າ ປຸກບ້ານ ມີນາມີໄຮ່ ໃຫ້ພວກເຂົາເຈົ້າ ຊຶ່ງໃນໄລຍະຜ່ານມາ ກຸ່ມດັ່ງກ່າວກໍອອກມາຍອມ ຈໍານວນຫຼາຍຄົນ ແລ້ວທາງການລາວ ກໍປຸກເຮືອນໃຫ້.”

ອາດີດທະຫານລາວ ທ່ານນີ້ເວົ້າຕື່ມວ່າ ທີ່ຜ່ານມາ ກໍເຄີຍມີຊາວບ້ານ ຈໍານວນນຶ່ງ ເຂົ້າປ່າເພື່ອໄປຫາກິນ ແລ້ວໄປພົບກັບກຸ່ມຕໍ່ຕ້ານ ຣັຖບານ ແລະຖືກກຸ່ມດັ່ງກ່າວຍິງ. ເມື່ອກັບຄືນມາບ້ານ ຊາວບ້ານກໍຣາຍງານໃຫ້ເຈົ້າໜ້າທີ່ຮັບຊາບ. ຫຼັ້ງຈາກນັ້ນເຈົ້າໜ້າທີ່ຈຶ່ງອອກ ຕິດຕາມກຸ່ມດັ່ງກ່າວ ເພື່ອບໍ່ໃຫ້ຊາວບ້ານ ທີ່ເຂົ້າປ່າຫາກິນ ມີອັນຕະລາຍ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທາງການແຂວງ ໄຊສົມບູນ ທ່ານນຶ່ງ ກໍກ່າວຕໍ່ RFA ໃນມື້ວັນທີ 29 ມີນານີ້ ກ່ຽວກັບຂ່າວປະທະ ກັນຢູ່ເຂດພູເບັ້ຽ ໃນໄລຍະທີ່ຜ່ານມາ ວ່າບໍ່ເຄີຍ ເກີດຂຶ້ນແຕ່ຢ່າງໃດ. ສ່ວນແຈ້ງການທີ່ຫ້າມບໍ່ໃຫ້ ປະຊາຊົນ ເຂົ້າປ່ານັ້ນກໍຍ້ອນວ່າ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການລາດຕະເວນ ຂອງທະຫານ ເພື່ອຮັກສາຄວາມສງົບ ຮຽບຮ້ອຍ.

”ບໍ່ມີຕີ໋ ເອີ ບໍ່ໃຫ້ໄປຫາກິນຢູ່ບ່ອນໄກ ກະລາດຕະເວນປົກກະຕິ.”

ສ່ວນຊາວບ້ານຢູ່ເມືອງທ່າໂທມ ຄົນນຶ່ງເວົ້າຕໍ່ RFA ວ່າເຫດການ ຍິງປະທະກັນ ຣະຫວ່າງທະຫານ ກັບກຸ່ມຕໍ່ຕ້ານຣັຖບານນັ້ນຕົນ ບໍ່ຮູ້ວ່າແມ່ນແທ້ ຫລືບໍ່ ຍ້ອນບໍ່ເຄີຍໄດ້ຍິນສຽງປືນ ຈັກເທື່ອ. ແຕ່ເຖິງຢ່າງໃດກໍຕາມ ຕົນກໍບໍ່ກ້າເຂົ້າໄປໃນເຂດປ່າ ຕາມທີ່ທາງການ ໄດ້ແຈ້ງການອອກມາ:

“ຂ້ອຍເຫັນຢູ່ ປະກາດນໍາເຟສບຸກ ແຕ່ກໍບໍ່ໄດ້ຍິນເພິ່ນເວົ້າຕົວຈິງ. ອັນນີ້ເຮົາກໍບໍ່ຮູ້ຄືກັນນະບໍ່ແນ່ໃຈ ເຮົາຄືບໍ່ໄດ້ຍິນສຽງປືນສຽງຫຍັງ ເດ໋ລະ ປະຊາຊົນກະໄປຊອກຢູ່ຊອກກິນ ຢູ່ເຂດເຂົາ ເຂົາກະໄປ ບ່ອນທີ່ເພິ່ນຫ້າມ ກະບໍ່ກ້າໄປ.”

ຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ກໍບໍ່ຮູ້ຄັກແນ່ວ່າ ເຫດການ ຍິງປະທະກັນຢູ່ເຂດດັ່ງກ່າວ ແມ່ນເກີດຂຶ້ນແທ້ ຫລືບໍ່ ເຫັນແຕ່ຄົນເອົາ ຂ່າວນັ້ນເຜີຍແຜ່ ທາງສື່ອອນລາຍ ແລ້ວກໍຖືກສັ່ງ ໃຫ້ລຶບອອກ ບໍ່ໃຫ້ເຜີຍແຜ່ຂ່າວນັ້ນອີກ.

“ຈັກແຫຼະເດີ໋ ອັນນີ້ກະບໍ່ຮູ້ແຫຼະ ຂະເຈົ້າລົງເຟສລົງຫຍັງ ເບິ່ງໄປຊື່ນະ ຈັກສິແມ່ນບໍ່ແມ່ນ ບໍ່ຮູ້ໃດ໋ ເຫັນຂະເຈົ້າລົງເຟສລົງຫຍັງ ແຕ່ວ່າ ເຂົາປິດເຟສແລ້ວນະ ບໍ່ໃຫ້ລົງເຟສ ແມ່ນບໍ່ແມ່ນ ເຂົາໄປຊ້ອມຣົບ.”

ກ່ອນໜ້ານີ້ ຜູ້ທີ່ໃກ້ຊິດນາຍທະຫານ ຄົນນຶ່ງ ທີ່ປະຕິບັດໜ້າທີ່ ຢູ່ແຂວງໄຊສົມບູນ ເວົ້າຕໍ່ RFA ວ່າ ກຸ່ມຕໍ່ຕ້ານຣັຖບານຈໍານວນນຶ່ງ ຍັງຫລົບໜີ ໃນຂນະທີ່ ມີການສົ່ງກອງກໍາລັງ ທະຫານ ໄປປະຈໍາການຢູ່ເຂດ ທີ່ມີການປະທະກັນ ຊຶ່ງເປັນເຂດພູສູງ ແລະຫລັງຈາກ ນັ້ນກໍມີການປະທະກັນ ທາງການແຂວງໄຊສົມບູນ ໄດ້ສົ່ງທະຫານ ໄປສົມທົບກັບທະຫານ ເມືອງທ່າໂທມ ເພື່ອປິດລ້ອມ ຝ່າຍຕໍ່ຕ້ານ.

ອີງຕາມຖແລງການຜູ້ນໍາກຸ່ມ ເຈົ້າຟ້າເຂດພູເບັ້ຽ ຂໍໃຫ້ອົງການສະຫະປະຊາຊາດ ຮັບຮູ້ວ່າ ທະຫານລາວ ຈາກວຽງຈັນ 100 ຄົນ ໄດ້ເຂົ້າມາກວດລ້າງ ປະຊາຊົນກຸ່ມເຈົ້າຟ້າ ຢູ່ເຂດພູເບັ້ຽ ແບບໄຮ້ມະນຸສທັມ ໃນມື້ວັນທີ 18 ສິງຫາ 2020.

ແລະເມື່ອເດືອນ ກໍຣະກະດາ 2020, ມີຣາຍງານວ່າ ກຸ່ມຕິດອາວຸດບໍ່ຊາບຝ່າຍ ໄດ້ຍິງທະຫານເສັຽຊີວິດ 1 ຄົນ ໃນຂນະທີ່ກໍາລັງ ລາດຕະເວນ ຢູ່ເຂດທີ່ມີການລັກລອບປູກຝິ່ນຢູ່ ແຂວງໄຊສົມບູນ ທີ່ມີຊາຍແດນຕິດກັບແຂວງວຽງຈັນ ແລະ ແຂວງຫຼວງພຣະບາງ. ແຕ່ເມື່ອຖາມໄປຍັງເຈົ້າໜ້າທີ່ ທາງການແຂວງໄຊສົມບູນ ປາກົດວ່າ ບໍ່ມີໃຜຮູ້ເຫດ ການດັ່ງ ກ່າວ ແລະປະຕິເສດວ່າ ເປັນຂ່າວທີ່ ບໍ່ມີຄວາມຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Cha Vang ( Hmong resistant in the PHUBIA Xaisomboun Province)
Mar 29, 2021 10:42 PM

Dear: United Nation, World human right and the ASEAN countries which love freedom democracy and justice. We the Hmong civilians who remaining in the PHUBIA Xaisomboun special zone ( Province) since 15/. 05/ 1975 to this precent time. The Lao PRD named or labelled us The remaining brain or tools of CIA. In september 1977 Lao PDR has ordered the 140,000 Vietnamese volunteer soldiers to surround and killed us by using the military modern equipments 105 mm dk 82 B-40 , B51 and the yellow rain pioson to kill us. 46 years then to now all of us are almost gone Lao PDR kill us like to hunt the animals: As recently on March 09, 2021. Mr chue youa Vang was killed by the Lao PDR Specila military soldiers and his head was also been cut off to show the world that the Lao MILITARY is very powerful: We need your help to save our lives we are almost gone. Lao military commender Top General KHAMLIAN was declared to clean and will kill all of us by the end of 2021. Please come to help us as soon as possible Lao PDR is a member of the United nation why the United States and the world did nothing to stop the Lao PDR , The lao officials all the time are lying to the world. We believed that the Unted States had recruited us to fight the spreading of Communism in SE ASIA We the Hmong was very royalty to serve the U.S. . Sine the war and the Agreement was ended 1973 . The U.S had abandoned ( The hmong) for the lao PDR military to kill and target for the new Lao modern Weapons:

ປະຊາຊົນມົ້ງ ແຂວງໄຊສົມບູນ
Mar 29, 2021 11:00 PM

ປະຊາຊົນ ລາວເຜົາມົ້ງໃນ ແຂວງ ໄຊສົມບູນ ຂໍແຈ້ງມາຍັງ ອົງການສິດທີມະນຸດຊົນ, ອົງການສະຫະປະຊາຊາດ ແລະ ເປັນຕົ້ນຄືສະຫະລັດອາເມລິກາທີ່ມີສ່ວນມານຳພາເຜົາມົ້ງຕ້ານກັບການຂະຫຍາຍຂອງ ລັດທີຄອມມູນິດໃນພາກພື້ນອີນດູຈິນ. ປະຈຸບັນ ປະຊາຊົນຢູ່ໃນແຂວງໄຊສົມບູນ ຖືກ ທະຫານກົດດັນບໍ່ໃຫ້ໄປທຳມາຫາກິນ ທະຫານໄດ້ອອກປິດລ້ອມ ຝ່າຍຕໍ່ຕ້ານດ້ວຍອາວຸດຍຸດໂທປະກອນທີ່ທັນສະໄໝ, ຝ່າຍຕໍ່ຕ້ານເປັນປະຊາຊົນທຳມະດາທີ່ບໍ່ມີເຄື່ອງອາວຸດທີ່ສາມາດຕ້ານກັບຝ່າຍທະຫານລັດຖະບານໄດ້,