ຄົນງານເຖື່ອນວຽດນາມ ຢູ່ ແຂວງເຊກອງ

ແຂວງເຊກອງ ກວດພົບ ຄົນງານວຽດນາມ ຜິດກົດໝາຍ 100 ປາຍຄົນ ເຮັດວຽກ ຢູ່ ບໍຣິສັດ ເຊກະໝານ 3.

ດ້ານໜ້າຂອງໂຕເຂື່ອນ ເຊກະໝານ3 ທີ່ໄດ້ຮັບຄວາມເສັຽຫາຍ, ກ່ຽວກັບກໍຣະນີ ອຸມົງນໍ້າ ຂອງ ເຂື່ອນ ເຊກະໝານ3 ແຕກ ຢູ່ເມືອງດາກຈຶງ ແຂວງເຊກອງ ເມື່ອວັນທີ 16 ທັນວາ ທີ່ຜ່ານມາ ໄດ້ສ້າງ ຄວາມເສັຽຫາຍ ຫຼາຍ ຈົນຕ້ອງໄດ້ຢຸດ ການຜລິດໄຟຟ້າ ແບບ ບໍ່ມີກໍານົດ. ຖ່າຍຮູບໂດຍ: ຄຳປົນ

ແຂວງເຊກອງ ກວດພົບຄົນງານວຽດນາມ ຜິດກົດໝາຍ 100 ປາຍຄົນ ທີ່ບໍ່ມີໃບອະນຸຍາດ ເຮັດວຽກ, ແຕ່ເຮັດວຽກ ໃຫ້ກັບບໍຣິສັດ ເຊກະໝານ 3 ຊຶ່ງ ເປັນບໍຣິສັດ ເຈົ້າຂອງໂຄງການ ເຂື່ອນເຊກະໝານ 3 ຢູ່ເມືອງດາກຈຶ້ງ ແຂວງເຊກອງ, ດັ່ງເຈົ້າໜ້າທີ່ ຫ້ອງການ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 16 ພຶສພາ ນີ້ວ່າ:

“ຢູ່ບໍຣິສັດ ເຊກະໝານ 3 ຫັ້ນ ກໍເປັນຈໍານວນຫຼາຍ ແມ່ນ ທີ່ໂຕຈິງແທ້ໆແລ້ວຫັ້ນ ລົງໄປຫັ້ນກໍຖືວ່າ ຈະເຂົ້າເປັນ 100 ປາຍນະ ບໍ່ຖືກຕ້ອງ ຫັ້ນນະ, ແຕ່ວ່າດຽວນີ້ ກໍໃນ 100 ປາຍ ໃນນັ້ນຫັ້ນ ກໍຖືວ່າກໍດີຂຶ້ນແລ້ວເນາະ ກໍຖືວ່າເຮົາກໍຕ້ອງ ອອກທະບຽນເນາະ ຕາມຂັ້ນຕອນຫັ້ນແຫຼະ ວ່າຊັນຊະ.”

ຜແນກແຮງງານແຂວງ, ເມືອງ ແລະ ປກສ ກວດພົບກັມມະກອນຜິດກົດໝາຍເຫຼົ່ານີ້ ໃນຣະຫວ່າງປີ 2018 ຫາ 2019 ຫຼັງຈາກໄດ້ຮັບແຈ້ງ ຈາກປະຊາຊົນ.

ທ່ານກ່າວຕື່ມວ່າ ພາຍຫຼັງກວດພົບ ຄົນງານຜິດກົດໝາຍ ໃນບໍຣິສັດດັ່ງກ່າວ ເຈົ້າໜ້າທີ່ ປກສ ກໍໄດ້ໃຫ້ບໍຣິສັດ ມາໂອ້ລົມ ແລະໃຫ້ມາ ຂຶ້ນທະບຽນ ຂໍໂຄຕ້າຢ່າງຖືກຕ້ອງ, ຊຶ່ງບໍຣິສັດ ກໍປະຕິບັດຕາມ. ປັດຈຸບັນ ຄົນງານຈໍານວນນຶ່ງໃນ 100 ປາຍຄົນນັ້ນ ໄດ້ຂຶ້ນທະບຽນ ຖືກຕ້ອງແລ້ວ ສ່ວນອີກຈໍານວນນຶ່ງ ຍັງດໍາເນີນການຢູ່ ຄາດວ່າ ຈະແລ້ວໃນໄວໆນີ້.

ນອກຈາກມີຄົນງານ ຜົດກົດໝາຍ ຢູ່ບໍຣິສັດເຊກະໝານ 3 ແລ້ວ ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ປັດຈຸບັນ ພາກສ່ວນກ່ຽວຂ້ອງກໍາລັງ ລົງກວດກາ ຄົນງານວຽດນາມ ຂອງບໍຣິສັດ ວຽດນາມ ທີ່ເຂົ້າມາລົງທຶນ ປູກຢາງພຣາຣາ ໃນແຂວງນີ້ ນໍາດ້ວຍ, ຊຶ່ງດຽວນີ້ ກໍພົບແລ້ວ ຈໍານວນນຶ່ງ ທີ່ບໍ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງ ແຕ່ໂຕເລຂນັ້ນ ຍັງບໍ່ທັນໄດ້ສລຸບຄັກແນ່ ວ່າມີເທົ່າກັນແທ້ ຍ້ອນຍັງກວດບໍ່ທັນແລ້ວເທື່ອ, ດັ່ງທ່ານກ່າວວ່າ:

“ບໍຣິສັດອັນ ປູກຢາງພຣາຣາເນາະ ທີ່ເຫັນອັນໃຫຍ່ໆ ມັນເປັນລັກສະນະແບບເຂົາເອີ້ນວ່າ ແຮງງານນີ້ ເຂົາເອົາມາ 10 ຄົນ, ແຕ່ຢູ່ໃນຫັ້ນ ກໍອາຈຣາຍງານບໍ່ໝົດ ກໍອັນລັກລອບ ບໍ່ເຂົ້າຫັ້ນ ກໍ ປກສ ເຮົາລົງໄປ ຜູ້ໃດບໍ່ຖືກກໍປັບໃໝເນະາ ແລະກໍໄດ້ຈັດສົ່ງຄືນ.”

ທ່ານກ່າວຕື່ມວ່າ ສໍາລັບແຂວງເຊກອງ ໃນໄລຍະຜ່ານມາ ສາມາດກວດພົບ ຄົນງານຜິດກົດໝາຍ ທີ່ບໍ່ຂຶ້ນທະບຽນ ເຂົ້າມາຕາມຫົວໜ່ວຍ ທຸຣະກິຈຕ່າງໆນັ້ນ ປະມານ 1 ພັນຄົນ,  ແຕ່ມາຮອດ ປີ 2019 ນີ້ ຄາດວ່າຈະຫຼຸດລົງຫຼາຍ ຍ້ອນ ຕາມຮ້ານອາຫານ, ຫ້າງຮ້ານຕ່າງໆ ແລະບໍຣິສັດຂນາດນ້ອຍນັ້ນ ກວດບໍ່ພົບ ມີແຕ່ຢູ່ບໍຣິສັດຂນາດໃຫຍ່.

ເມື່ອຕົ້ນປີ 2019 ຜ່ານມານີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ຣາຍງານວ່າ ໃນປີ 2018 ທາງກະຊວງແຮງງານ ຄາດວ່າ ໃນ ທົ່ວປະເທດລາວ ມີຄົນງານຕ່າງປະເທດ ທີ່ຍັງບໍ່ມາຂຶ້ນທະບຽນເຮັດວຽກ ໃຫ້ຖືກຕ້ອງຕາມກົດໝາຍນັ້ນຫຼາຍກວ່າ 17 ພັນຄົນ, ສ່ວນຫຼາຍ ແມ່ນຢູ່ແຂວງ ທີ່ມີຊາຍແດນຕິດກັບ ປະເທດເພື່ອນບ້ານ ໂດຍສະເພາະເຂດແຂວງ ທີ່ຕິດກັບປະເທດວຽດນາມ ແລະ ຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org