ຄົນຫາຍສາບສູນຕ້ອງຖື ສໍາຄັນ

ສະພາກາຊາດສາກົນ ອອກຊ່ອຍເຫຼືອຜູ້ຄົນ ທົ່ວທຸກມຸມໂລກ ແລະ ຮຽກຮ້ອງ ໃຫ້ຖືສໍາຄັນ ກ່ຽວກັບບຸກຄົນ ທີ່ ຫາຍສາບສູນ ໃນວັນຄົນ ຫາຍສາບສູນ ສາກົນ ປີນີ້.
ສະພາກາຊາດສາກົນ ອອກຊ່ອຍເຫຼືອຜູ້ຄົນ ທົ່ວທຸກມຸມໂລກ ແລະ ຮຽກຮ້ອງ ໃຫ້ຖືສໍາຄັນ ກ່ຽວກັບບຸກຄົນ ທີ່ ຫາຍສາບສູນ ໃນວັນຄົນ ຫາຍສາບສູນ ສາກົນ ປີນີ້. (Courtesy of International committee of the red cross)

0:00 / 0:00

ອົງການ ສະພາ ກາຊາດ ກ່າວວ່າ ບັນດາ ຣັຖບານ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ, ໂດຍ ທົ່ວໄປ ຕ້ອງໃຊ້ ຄວາມ ພຍາຍາມ ອັນ ແຮງກ້າ ໃນການ ຮິບໂຮມ ຂໍ້ມູນ ໃນ ຄວາມເປັນມາ ຂອງ ຜູ້ທີ່ ຫາຍສາບສູນ ໃນ ປະເທດ ຂອງຕົນ, ບໍ່ວ່າ ຈະເປັນການ ຫາຍສາບສູນ ຍ້ອນ ຄວາມຂັດແຍ່ງ ຫລື ຍ້ອນ ສົງຄາມ ຫລື ຍ້ອນເຫດຜົລໃດ ກໍຕາມ ຕ້ອງ ຊ່ອຍກັນ ພຍາຍາມ ຊອກ ຄົ້ນຫາ ຮ່ວມທັງ ໃຫ້ການ ອຸ້ມຊູ ຄອບຄົວ ຂອງ ຜູ້ກ່ຽວ ທີ່ຖ້າຢູ່ ເບື້ອງຫລັງ ນຳອີກ.

ນາງ Marianne Pecassou ຫົວຫນ້າ ທີມງານ ກ່ຽວກັບ ຄົນ ຫາຍສາບສູນ, ອົງການ ສະພາ ກາຊາດ ສາກົນ, ກ່າວ ກ່ອນວັນ ຄົນ ຫາຍສາບສູນ ສາກົນ ທີ່ ຈະມີຂຶ້ນ ໃນວັນທີ 30 ສິງຫາ ນີ້ວ່າ, ຄົນ ຫາຍສາບສູນ ຈະແມ່ນໃນ ກໍຣະນີ ໃດກໍຕາມ, ດັ່ງ ຫາຍສາບສູນ ຈາກ ສົງຄາມ, ການ ເຄື່ອນຍ້າຍ ຖິ່ນຖານ ຫລື ພັຍພິບັດ ທັມມະຊາດ, ຄວາມ ເຈັບປວດ ຂອງ ຄອບຄົວ, ຜູ້ທີ່ຢູ່ ທາງຫຼັງ, ຍັງມີຫຼາຍຢູ່.

ນາງວ່າ ມັນມີ ຄວາມຈຳເປັນ ທີ່ ພວກເຮົາ ຕ້ອງ ຮິບໂຮມ ຂໍ້ມູນ ທີ່ ຣະອຽດ ກ່ຽວກັບ ການ ຫາຍສາບສູນ, ດັ່ງ ຕົວຢ່າງ ຫາຍສາບສູນ ແບບໃດ ແລະ ຢູ່ບ່ອນໃດ, ຈະເປັນ ປະໂຫຍດ ແກ່ ຄອບຄົວ ຜູ້ ຢູ່ທາງຫຼັງ.

ນາງວ່າ ການໃຫ້ ຄຳຕອບ ແກ່ ຄອບຄົວ ເປັນ ສີ່ງສຳຄັນ ແລະ ຈຳເປັນ ແຕ່ ມັນໃຊ້ ເວລາ ໃນການ ກະທຳ ດັ່ງກ່າວ, ແລະ ບາງຣາຍ ກໍຍາກທີ່ ຈະເຮັດໄດ້, ຖ້າ ຫາຍສາບສູນ ຍ້ອນ ສົງຄາມ ສຳລັບ ຄອບຄົວ ແລ້ວ ແມ່ນ ບໍ່ມີວັນ ຈະສີ້ນສຸດ ໃນ ການລໍຄອຍ ໃນການ ຮັບຟັງຂ່າວ ດັ່ງກ່າວ.