ສາກົນໃຫ້ທັສນະເຣື້ອງ ທ.ສົມບັດ
ໃນວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ທີ່ປຶກສາ ອາວຸໂສ ດ້ານກົດໝາຍສາກົນ ຂອງ ອົງການ ICJ ປະຈໍາ ເອເຊັຍຕາເວັນອອກ ສ່ຽງໃຕ້ ໃຫ້ຄວາມເຫັນ ກໍຣະນີ ທ່ານ ສົມບັດ ສົມພອນ.
-
ຈໍາປາທອງ
2017-08-31 -
-
-
Your browser doesn’t support HTML5 audio
ໃນວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ ວັນທີ 30 ສິງຫາ ນີ້ໄດ້ມີການຈັດ ກອງປະຊຸມ ຂຶ້ນທີ່ ບາງກອກ ປະເທສໄທ ໂດຍມີ ຫລາຍພາກສ່ວນ ຮວມທັງອົງການ Human Right Watch, ອົງການ Amnesty International ແລະ ຄະນະກັມ -ມະການນັກນິຕິສາດສາກົນ ICJ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ໄດ້ເວົ້າເຖິງບັນຫາ ການຖືກບັງຄັບ ໃຫ້ຫາຍສາບສູນ, ການບັງຄັບນັກສິດທິມະນຸດ ແລະບັງຄັບ ປະຊາຊົນ ໃຫ້ຫາຍ -ສາບສູນຢູ່ປະເທສຕ່າງໆ ໃນເອເຊັຍຕາເວັນອອກສ່ຽງໃຕ້ ອັນເປັນສ່ວນນຶ່ງ ຂອງການລະເມີດ ສິດທິມະນຸດ ຊຶ່ງຣັຖບາລ ປະເທສຕ່າງໆ ຕ້ອງໃຫ້ ຄວາມສໍາຄັນ ໃນການສືບສວນ ສອບສວນ ເພື່ອໃຫ້ຄວາມເປັນທັມ ແກ່ຜູ້ເຄາະຮ້າຍ ແລະຄອບຄົວ ຂອງພວກເຂົາເຈົ້າ.
ທ່ານ ຄິງສະລີ ແອ໊ບບອດ ທີ່ປຶກສາອາວຸໂສ ດ້ານກົດໝາຍສາກົນ ຂອງຄະນະກໍາມະການ ນັກນິຕິສາດສາກົນ ປະຈໍາຂົງເຂດ ເອເຊັຍຕາ -ເວັນອອກສ່ຽງໃຕ້ ໃຫ້ຄວາມເຫັນ ກ່ຽວກັບກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ວ່າ:
"So, in this case, we would expect more from the Lao government in terms of the opportunity. It has to independently, mpartially, and effectively investigate given information that available…. ທ່ານກ່າວວ່າ ສະນັ້ນ, ໃນ ກໍຣະນີນີ້, ພວກເຮົາຄາດຫວັງ ຫຼາຍຈາກຣັຖບານລາວ ໃນເຣື້ອງການໃຫ້ໂອກາດ. ຣັຖບານລາວຕ້ອງໃຫ້ມີ ການສືບສວນສອບສວນ ຢ່າງ ເປັນທັມ, ມີອິສຣະ ແລະມີປະສິດທິພາບ ຕາມທີ່ຂໍ້ມູນທີ່ມີຢູ່. ແຕ່ວ່າມັນ ບໍ່ເປັນແບບນັ້ນເລີຍ, ຣັຖບານລາວ ພັດໃຫ້ຂໍ້ມູນ ໃນການສືບສວນ ສອບສວນ ໜ້ອຍທີ່ສຸດ. ຂໍ້ມູນທີ່ຣະອຽດ ທີ່ຣັຖບານລາວ ໄດ້ເປີດເຜີຍ ອອກມານັ້ນ ແມ່ນໜ້ອຍຫຼາຍ ຫຼັງຈາກທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ. ແລະ ຫຼາຍປີ ຜ່ານໄປ ທ່າທີ ຂອງຣັຖບານລາວ ຍິ່ງສະແດງ ໃຫ້ຮູ້ວ່າ ຣັຖບານບໍ່ໄດ້ກ່ຽວຂ້ອງ ແລະ ກໍມີຂໍ້ມູນອອກມາ ພຽງໜ້ອຍດຽວ ນັບແຕ່ນັ້ນມາ".
ທ່ານກ່າວຕື່ມອີກວ່າ ຣັຖບາລລາວ ຄວນມີການປ່ຽນແປງ ຈຸດຢືນຂອງໂຕເອງ ເປີດໃຫ້ອົງການ ຕ່າງປະເທສ ເຂົ້າໄປຊ່ວຍເຫລືອ ກໍຣະນີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັ້ນ:
"I think the government should reassess its position of a lack of transparency around the investigation.... ທ່ານກ່າວວ່າ, ຂ້າພະເຈົ້າ ຄຶດວ່າ ຣັຖບານລາວ ຄວນປະເມີນ ທ່າທີ ໂຕເອງຄືນ ໃນເຣື້ອງ ການຂາດຄວາມໂປ່ງໃສ ໃນການ ສືບສວນ ສອບສວນກໍຣະນີນີ້. ຂ້າພະເຈົ້າຄຶດວ່າມີຫຼາຍຄົນ, ຫຼາຍປະເທສ ແລະ ອົງການຈັດຕັ້ງຕ່າງໆ ທີ່ພ້ອມຈະຊ່ວຍ ໃນການສືບສວນສອບສວນ. ຂ້າພະເຈົ້າ ຍັງຄຶດວ່າ ມັນຫຼ້າມັນສວາຍໄປແລ້ວ ດຽວນີ້ນ່າ ທີ່ທາງການ ຈະຖແລງຂ່າວໃດໆ ໂດຍເອົາ ນັກສືບສວນສອບສວນ ຫຼາຍຄົນມາ ບອກຣາຍລະອຽດ ໃຫ້ກັບຄອບຄົວ ຫຼື ສາທາຣະນະຊົນ ໄດ້ຮັບຮູ້ວ່າ ການສືບສວນສອບສວນ ໄປຮອດໃສແລ້ວກໍ່ຕາມ ທັງໃນເຣື້ອງ ທີ່ວ່າ ພວກເຂົາ ໄດ້ບັນລຸ ອັນໃດແດ່ ແລະ ມີອັນໃດແດ່ ທີ່ຍັງຄ້າງຄາ ແລະ ທັງບັນຫາ ທ້າທາຍ ຫຼື ຂໍ້ຫຍຸ້ງຍາກ ອັນໃດແດ່ ທີ່ຍັງມີ".
ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນຂອງລາວ ຖືກບັງຄັບ ໃຫ້ຫາຍສາບສູນ ຈາກກາງນະຄອນຫລວງວຽງຈັນ ໃນຕອນແລງ ຂອງ ວັນທີ 15 ທັນວາ 2012. ມາເຖິງປີ 2017 ນີ້ ກໍເປັນເວລາ 5 ປີ ແຕ່ຣັຖບາລ ສປປລາວ ກໍຍັງບໍ່ໃຫ້ ຄວາມກະຈ່າງແຈ້ງ ແກ່ຄອບຄົວ ຂອງທ່ານແລະ ສາທາຣະນະຊົນໄດ້.