ໂຮມລາວເພື່ອສັນຕິພາບ ແລະ ປະຊາທິປະໄຕ

ຈໍາປາທອງ
2019.09.25
F-MOU ອົງການ ໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ
RFA

ກອງປະຊຸມຫລວງຄັ້ງທີ 3 ທີ່ ອົງການ MOU ຊຶ່ງ ປະກອບດ້ວຍ 11 ອົງການ ຈັດຕັ້ງ ຂອງຊາວລາວ ຢູ່ຕ່າງປະເທດ ຊຶ່ງໄດ້ຈັດຂຶ້ນທີ່ ເມືອງ ແຊັງໂພລ ຣັຖມິນນີໂຊຕາ ສະຫະຣັຖ ອາເມຣິກາ ໄດ້ດຳເນີນໄປ ເປັນເວລາ 3 ມື້ ຄື ແຕ່ມື້ວັນທີ 21 ແລະ ໄດ້ປິດລົງ ໃນມື້ວັນທີ 23 ກັນຍາ 2019 ໂດຍການເປັນເຈົ້າພາບ ຂອງສະພາໂຮມລາວ ເພື່ຶອສັນຕິພາບ ເສຣີພາບ ແລະຟຶ້ນຟູຊາດ ຊຶ່ງທ່ານ ວ່າງ ຈົງ ເປັນປະທານ.

ມື້ທໍາອິດຂອງກອງປະຊຸມຫລວງ ວັນທີ 21 ກັນຍາ ເປັນມື້ຮັບຕ້ອນຮັບ ອົງສະເດັດເຈົ້າຟ້າຊາຍ ສຸລິວົງ ສວ່າງ ອົງຣາຊທາຍາດ ຜູ້ສໍາເຣັດ ຣາຊການ ຕາງໜ້າ ພຣະເນດພຣະກັນ ຂອງ ພຣະບາດສົມເດັດ ພຣະເຈົ້າມະຫາຊີວິດ.

ແລະມື້ທີສອງ ວັນທີ 22 ກັນຍາ ຊຶ່ງເປັນມື້ເປີດກອງປະຊຸມ ໃນນາມປະທານ ກອງປະຊຸມຫຼວງ ທ່ານ ວ່າງ ຈົງ ປະທານສະພາໂຮມລາວ ເພື່ຶອສັນຕິພາບ ເສຣີພາບ ແລະຟຶ້ນຟູຊາດ ໄດ້ທູນເຊີນ ອົງສະເດັດ ເຈົ້າຟ້າຊາຍ ສຸລິວົງສວ່າງ ອົງຣາຊທາຍາດຣາຊວົງ ລ້ານຊ້າງຮົ່ມຂາວ ໂປຣດຊົງ ພຣະກະຣຸນາ ຂຶ້ນກ່າວເປີດກອງປະຊຸມຫລວງ ຂອງ ອົງການ MOU ຢ່າງເປັນທາງການ ແລະ ໃຫ້ຣາຊໂອວາດ ແກ່ບັນດາ ຜູ້ເຂົ້າຮ່ວມກອງປະຊຸມ.

ອົງສະເດັດເຈົ້າຟ້າຊາຍ ສຸລິວົງ ສວ່າງ ອົງຣາຊທາຍາດ ຜູ້ສໍາເຣັດຣາຊການ ຕາງໜ້າພຣະເນດພຣະກັນ ຂອງພຣະບາດ ສົມເດັດພຣະເຈົ້າ ມະຫາຊີວິດ ໄດ້ຊົງກ່າວເປີດ ກອງປະຊຸມຫລວງ ແລະ ໃຫ້ຣາຊໂອວາດ ດັ່ງມີເນື້ອໃນບາງຕອນວ່າ:

ຕໍ່ຄຳໃຫ້ຣາຊໂອວາດ ຂອງອົງສະເດັດ ເຈົ້າຟ້າຊາຍ ສຸລິວົງ ສວ່າງ, ທ່ານ ວ່າງ ຈົງ ມີຄວາມເຫັນວ່າ:

ແລະທ່ານນາຍພົນ ສຸດໃຈ ວົງສວັນ ກໍໄດ້ກ່າວວ່າ.

ເວົ້າເຖິງກອງປະຊຸມຫລວງຂອງ MOU ຄັ້ງທີ 3 ນີ້ ທ່ານ ວັນລັງ ຄຳສຸກ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ກ່າວວ່າ:

ພາຍຫລັງການປະກາດຜົນການເລືອກຕັ້ງເຈົ້າຄຳຫລວງ ໜໍ່ຄຳ ທີ່ປຶກສາພິເສດ ເປັນເລຂາທິການເອກ ຂອງອົງການ ໂຮມລາວ ເພື່ອ ສັນຕິພາບ ແລະ ປະຊາທິປະໄຕ ແລ້ວ ທ່ານໄດ້ກ່າວວ່າ:

ແລະ ທ່ານ ເຄືອບ ດວງພະຈັນ ຮອງປະທານອົງການ ອຳນາດປະຊາຊົນລາວ ໄດ້ກ່າວເຖິງຜົນ ຂອງກອງປະຊຸມຫລວງວ່າ:

ກອງປະຊຸມຫລວງຄັ້ງທີ 3 ຂອງອົງການ MOU ຊຶ່ງປະກອບດ້ວຍ 11 ອົງ ການຈັດຕັ້ງອງຊາວລາວຢູ່ຕ່າງປະເທດ ຊຶ່ງໄດ້ຈັດຂຶ້ນທີ່ເມືອງ ແຊງໂພລ ຣັຖມິນນີໂຊຕາ ສະຫະຣັຖອາເມຣິກາ ເປັນເວລາ 3 ມື້ ຄືແຕ່ມື້ວັນທີ 21 ຫາວັນທີ 23 ກັນຍາ 2019 ໂດຍການເປັນເຈົ້າພາບ ຂອງສະພາໂຮມລາວ ເພື່ຶອສັນຕິ ພາບ ເສຣີພາບ ແລະຟຶ້ນຟູຊາດ ຊຶ່ງແມ່ນທ່ານ ວ່າງ ຈົງ ເປັນປະທານນັ້ນ ໄດ້ດຳເນີນໄປຢ່າງມີຄວາມ ໝາຍ ແລະໄດ້ຮັບຜົນສຳເຣັດເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.