ສາກົນເສັຽໃຈ ຣັຖບານລາວ ບໍ່ອະພັຍໂທດ ນັກໂທດການເມືອງ

ໄຊຍາ
2018.12.10
ທ່ານ ຟີລ ໂຣເບີຣ໌​ທເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຽຕາວັນອອກ
RFA

ທ່ານ ຟີລ ໂຣເບີຣ໌​ທເຊິ໊ນ, ຈາກອົງການຊິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຍ ຫລື HUMAN RIGHT WATCH, ກ່າວວ່າ ໃນການອະພັຍໂທດ ນັກໂທດ ໃນວັນທີ 2 ທັນວາ ວັນຊາດລາວ ແຕ່ລະປີ ຈະບໍ່ມີ ນັກໂທດການເມືອງ ຫລື ກຸ່ມຕໍ່ສູ້ ເພື່ອຄວາມເປັນທັມ ໃນລາວ ຖືກປ່ອຍໂຕ ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽເສຣີວ່າ:

“ກໍ່ຮູ້ສຶກທໍ້ໃຈ ທີ່ຣັຖບານລາວ ເຮັດເໝືອນເດີມບອກວ່າ ບໍ່ມີນັກໂທດການເມືອງບໍ່ມີ ນັກຕໍ່ສູ້ເພື່ອມະນຸດ ຊົນແຕ່ກໍ່ມີຈິງ ແລະຣັຖບານ ກໍ່ປະຕິເສດໝົດ ມັນບໍ່ເໝາະສົມ ແລະ ກໍ່ມີບັນຫາ.”

ທ່ານກ່າວຕື່ມວ່າ ການໃຫ້ອະພັຍໂທດແກ່ນັກໂທດແຕ່ລະປີ ກໍຈະມີແຕ່ກຸ່ມນັກໂທດທັມມະດາ ເປັນຕົ້ນ ກຸ່ມຄ້າຢາເສບຕິດ, ກຸ່ມອາສະຍາກັມ ແລະ ລັກເລັກຂະໂມຍນ້ອຍ ແຕ່ນັກໂທດການເມືອງ ຫລືກຸ່ມຮຽກຮ້ອງປະຊາທິປະຕັຍສິດທິມະນຸດ ແລະ ຮຽກຮ້ອງຄວາມເປັນທັມຕ່າງໆນັ້ນ ບໍ່ຖືກປ່ອຍໂຕ.

“ບໍ່ເຫັນຫຍັງປ່ຽນແປງໃນລາວ ດຽວນີ້ລາວ ເປັນຜະເດັດການລ້ວນໆ 100% ເລີຍ ເປັນຣັຖບານທີ່ຕົກຕໍ່າທີ່ສຸດ ໃນອາຊ້ຽນ ໃນການຣະເມີດ ສິດທິມະນຸດຊົນ.”

ປັດຈຸບັນ ຍັງມີນັກໂທດ ທີ່ຣັຖບານລາວ ເອີ້ນວ່າ ນັກໂທດການເມືອງ ຫຼາຍຄົນຖືກກັກຂັງໃນຄຸກ ກຸ່ມດັ່ງກ່າວ ຕາມສາກົລແລ້ວ ບໍ່ແມ່ນນັກໂທດ ຍ້ອນວ່າ ບໍ່ໄດ້ສ້າງຄວາມວຸ້ນວາຍ ໃຫ້ແກ່ປະເທສຊາດ ມີແຕ່ຮຽກຮ້ອງ ຄວາມເປັນທັມ ດັ່ງຕົວຢ່າງ ແຮງງານລາວ ສາມຄົນ ຈາກໄທ ຖືກຈັບ ຍ້ອນລົງຂໍ້ຄວາມໃນສື່ສັງຄົມອອນລາຍ ຮຽກຮ້ອງ ຄວາມເປັນທັມ ໃນລາວ ແລະ  ທ່ານ ບຸນທັນ ທັມມະວົງ ສັນຊາດ ໂປແລນ ຮຽກຮ້ອງໃຫ້ມີ ການປ່ຽນແປງ ໃນລາວ ໂດຍກຸ່ມ ດັ່ງກ່າວນີ້ ຖືກຄຸກຫຼາຍປີ ຍັງບໍ່ທັນມີ ການປ່ອຍໂຕອອກມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.