ເຮືອບິນກອງທັບອາກາດລາວ ເສັຽ

ເຮືອບິນ ເຮຣິຄອບເຕີ້ ຂອງ ກອງທັບ ອາກາດ ລາວ ຫາຍສາບສູນ ຢູ່ ພາກເໜືອ ຂອງ ປະເທສ ໃນ ວັນທີ 27 ກໍຣະກະດາ 2015.

ຍົນ ເຮລິກອບເຕີ MI-17 1B Citizen Journalist

ເຮືອບິນ ເຮຣິກອບເຕີ້ ຂອງ ກອງທັບ ອາກາດ ລາວ  ຫາຍສາບສູນ ພ້ອມທັງ ຜູ້ຂັບ ຍົນ ແລະ ຜູ້ຂີ່ ໄປນຳ ທັງໝົດ 23 ຄົນ. ເຮືອບິນ ລຳ ດັ່ງກ່າວ ຄາດວ່າ ຫາຍສາບສູນ ໄປ ໃນເຂດ ທ່າສີ, ຊຶ່ງເປັນ ພື້ນທີ່ ຕິດຕໍ່ ຣະຫວ່າງ ແຂວງ ບໍຣິຄຳໄຊ ແລະ ແຂວງ ໄຊສົມບູນ ພາກເໜືອ ຂອງລາວ, ພາຍຫຼັງ ຂາດການ ຕິດຕໍ່ ກັບ ສູນ ບັງຄັບ ການບິນ. ເຮືອບິນ ລຳ ນີ້ ບິນ ຈາກ ສະໜາມບິນ ທະຫານ ອາກາດ ທີ່ ນະຄອນ ຫຼວງວຽງຈັນທ ໄປ ເມືອງ ຊຳເໜືອ ແຂວງ ຫົວພັນ ເວລາ ບ່າຍ 1 ໂມງ 10 ນາທີ ຂອງ ວັນຈັນ ທີ 27 ກໍຣະກະດາ 2015 ນີ້.

ເຮືອບິນ ມີຜູ້ ໂດຍສານ 19 ຄົນ ແລະ ນັກບິນ 4 ຄົນ. ຈົນເຖິງ ປັດຈຸບັນ ເຈົ້າໜ້າທີ່ ທາງການ ລາວ ຍັງບໍ່ທັນ ຢືນຢັນ ເທື່ອ ວ່າ ເຮຣິກອບເຕີ ລຳ ນີ້ ບິນໄປ ຕຳ ພູ ແລ້ວຕົກ ຕາມບາງ ແຫລ່ງຂ່າວ ຣາຍງານ ຫລືບໍ່? ກ່ຽວກັບ ເຣຶ່ອງນີ້ ນັກຂ່າວ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ກອງບິນ 703 ທະຫານ ອາກາດ ທີ່ ນະຄອນ ຫຼວງວຽງຈັນ ໃນ ວັນທີ 28 ກໍຣະກະດາ ເພື່ອ ຂໍ ຣາຍລະອຽດ ເພິ່ມຕື່ມ ແລະ ໄດ້ຄຳຕອບ ຈາກ ເຈົ້າໜ້າທີ່ ທະຫານ ອາກາດ ຜູ້ຂໍ ສງວນຊື່ ທ່ານນຶ່ງ ວ່າ:

"ໂອ້ ບໍ່ທັນໄດ້ ຂໍ້ມູນ ເດີ້, ແມ່ນຢູ່ ຈັກມັນຕົກ ຫຼື ມັນລົງ ສຸກເສີນ ເຮົາ ກະບໍ່ທັນຮູ້ ເພາະວ່າ ເຮົາບໍ່ທັນ ເຫັນ ຄວາມຈິງເດ. ເພາະວ່າ ເພິ່ນຍັງ ບໍ່ທັນໃຫ້ ໂຄສະນາ ເວົ້າໄປໃສ ອີ່ຫຍັງ ຫັ້ນນ່າ ມີແຕ່ວ່າ ຜູ້ໃດຮູ້ ຮູ້ຈັ່ງໃດ ລະກະ ແລ້ວໄປ ແຕ່ບໍ່ທັນ ໄດ້ວ່າ ອີ່ສັງ. ມີແຕ່ວ່າ ເອີ້ ເອົາ ຕາມແຜນ ຫັ້ນແຫຼະ ເປັນຈັ່ງໃດ ກະບາດແລ້ວ ມັນ ມູນຄວາມຈິງ ລະຈັ່ງຖາມ ກັນໃໝ່ ອີກເນາະ ບາດນຶ່ງ ເນາະ".

ແຕ່ບາງ ແຫລ່ງຂ່າວ ເຊັ່ນ Xinh hua ແລະ ໄທຣັດ ແຈ້ງວ່າ ເຮືອບິນ ລຳ ດັ່ງກ່າວ ຕຳພູ ແລ້ວ ຕົກ.

ເຖິງຢ່າງໃດ ກໍ່ຕາມ, ສື່ມວນຊົນ ຮວມທັງ ສັງຄົມ ອອນລາຍ ຂອງລາວ ກໍ່ໄດ້ ເປີດເຜີຍ ຣາຍຊື່ ຜູ້ທີ່ຢູ່ ໃນເຮືອບິນ ລຳ ທີ່ ຫາຍສາບສູນ ນັ້ນ ແລ້ວ ຮວມທັງ ນາຍ ທະຫານ ຊັ້ນ ພັນໂທ 2 ຄົນ ແລະ ວ່າ ແຕ່ປີ 2013 ມານີ້ ເຮືອບິນ ຕົກ ຢູ່ ສປປລາວ ທຸກປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org