ຄົນພິການລາວຍັງຂາດ ສິດທິ ຫຼາຍຢ່າງ

ສຸພັດຕາ
2020.12.10
ຄົນພິການລາວຍັງຂາດ ສິດທິ ຫຼາຍຢ່າງ ສູນຝຶກອາຊີບຂອງຄົນພິການ ໃນ ນະຄອນຫຼວງວຽງຈັນ
ພາບປະກອບ: ນັກຂ່າວພົລເມືອງ

ໃນໂອກາດການສເລີມສລອງ ວັນຄົນພິການ ແຫ່ງຊາດ ແລະ ວັນຄົນພິການສາກົລ ວັນທີ 5 ທັນວາ ນີ້ສະແດງໃຫ້ເຫັນເຖິງສິດທິ ຄົນພິການລາວ ສ່ວນຫຼາຍຍັງບໍ່ໄດ້ຮັບການແກ້ໄຂ, ເຖິງແມ່ນວ່າປະເທດລາວ ມີກົດໝາຍວ່າດ້ວຍຄົນພິການ ປີ 2019 ຄໍ້າປະກັນ ໄວ້ແລ້ວກໍຕາມ.

ຄົນພິການແຂນຂາລ່ອຍ ຜູ້ນຶ່ງ ຢາກໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງກົດໝາຍ ໃຫ້ທັງພາກຣັຖ ແລະ ເອກຊົນ ຮັບເອົາຄົນພິການ ເຮັດວຽກນຶ່ງສ່ວນຮ້ອຍ ແລະ ຫຼຸດພາສີ ໃຫ້ອົງກອນ ເຂົາເຈົ້າ ເພື່ອໃຫ້ຄົນພິການ ເຂົ້າເຖິງການມີວຽກເຮັດງານທໍາ, ອີງຕາມ ຄວາມເວົ້າ ຂອງຄົນພິການຜູ້ນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ທັນວາ ນີ້:

“ຄືໃນກົດໝາຍ ເຂົາເຈົ້າເວົ້າຊັດເຈນວ່າ, ກົດໝາຍ ການມີວຽກເຮັດງານທໍາ ຂອງຄົນພິການ, ເພາະສະນັ້ນ ເຮົາຢາກໃຫ້ສັງຄົມ ເອີ້ນວ່າ, ຕ້ອງຮັບເອົາແດ່ເນາະ ແລ້ວທາງຣັຖບານເອງ ຕ້ອງມີນະໂຍບາຍ ທີ່ກະຕຸ້ນ ເພື່ອໃຫ້ເອກກະຊົນ ຮັບເອົາຄົນພິການ ແດ່ເນາະ, ອາຈມີການຕອບແທນ ລົດພາສີ ຫຼື ການສົມທົບທຶນ ເພື່ອກອງທຶນຄົນພິການແດ່.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະມາຄົມ ຄົນພິການແຫ່ງຊາດລາວ ຫຼື (ສພຊລ) ກ່າວວ່າຈະໃຫ້ຣະບຸເປັນເປີເຊັນ ໃນການຮັບສມັກ ຄົນພິການເຂົ້າເຮັດວຽກ ຕາມອົງການຂອງຣັຖ ແລະ ເອກຊົນນັ້ນບໍ່ໄດ້ ເນື່ອງຈາກປະເທດລາວ ຍັງບໍ່ມີຄວາມໝັ້ນຄົງ ດ້ານເສຖກິຈ. ແລະວ່າ ການເຂົ້າເຖິງ ການມີວຽກເຮັດງານທໍາ ຈະຂຶ້ນກັບຄວາມສາມາດ ຂອງ ຄົນພິການເອງ, ດັ່ງ ທ່ານກ່າວວ່າ:

“ພາກຣັຖ ເພິ່ນກໍຄົ້ນຄວ້າຢູ່ເນາະ ວ່າເຮົາຊິຣະບຸເປັນເປີເຊັນນິ່, ຍັງບໍ່ທັນໄດ້, ເພາະວ່າເສຖກິຈຂອງພວກເຮົານິ່ ບໍ່ໄດ້ໝັ້ນຄົງ ເນາະ, ມັນມີບາງທຸຣະກິຈ ບາງບໍຣິສັດ ທີ່ສາມາດ ຮອງຮັບພວກເຮົາໄດ້ຊື່ໆ ແຕ່ວ່າ ກົດໝາຍເຮົານິ່ ຊິບັງຄັບເຂົາເຈົ້າວ່າ ໃຫ້ໄດ້ 1 ເປີເຊັນ, 2 ເປີເຊັນ ມັນກໍຍາກຢູ່ ເພາະວ່າ ເພິ່ນບໍ່ໄດ້ກໍານົດໄວ້ ຢູ່ໃນຫັ້ນເດ້ ຈັ່ງຊັ້ນທ່າແຮງຂອງ ການເຂົ້າຮ່ວມ ມັນຂຶ້ນກັບຄວາມສາມາດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ 5 ປີ ທີ່ຜ່ານມາ ຄົນພິການ ສາມາດເຂົ້າຮ່ວມຂະບວນການຕ່າງໆ ໃນສັງຄົມຫຼາຍຂຶ້ນ. ປີ 2019 ໄດ້ມີ ກົດໝາຍວ່າດ້ວຍຄົນພິການອອກມາ, ເຮັດໃຫ້ຄົນພິການເຮັດທຸຣະກິຈຫຼາຍຂຶ້ນ ຍ້ອນໄດ້ຮັບການຍົກເວັ້ນພາສີອາກອນ ຫຼື ເສັຽພາສີ ຕາມເງື່ອນໄຂ ຄົນພິການລາວ.

ຂນະທີ່ ຄົນພິການຕາບອດ 2 ທັງສອງເບື້ອງ ຜູ້ນຶ່ງ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບດ້ານການບໍຣິການ ຕາມສະຖານທີ່ຕ່າງໆ ອໍານວຍຄວາມສະດວກ ດ້ານບ່ອນຈອດຣົດ, ທາງຍ່າງ, ອັກສອນເບວ, ທາງລໍ້ເລື່ອນ ເນື່ອງຈາກທີ່ຜ່ານມາ ທັງພາກຣັຖ ແລະ ເອກຊົນ ບໍ່ໄດ້ເອົາໃຈໃສ່ ດ້ານນີ້ ພໍປານໃດ:

“ຄືກັນກັບອັນກີດກັ້ນເນາະ ໂດຍສະເພາະ ພາກທຸຣະກິຈ ຫຼື ທະນາຄານ, ຮ້ານຄ້າ ສິ່ງສາທາຣະນະ ປ່ອງບໍຣິການພາກຣັຖ ພວກເຮົານິ່ ມີຄວາມລໍາບາກຫຼາຍ ໃນການເຂົ້າຮອດ ເຂົ້າເຖິງ ທາງເນີນ, ຂັ້ນໄດ ແລະ ກໍອັກສອນເບວ, ທາງລໍ້ເລື່ອນ ຈັ່ງຊີ້ ດຽວນີ້ພວກເຮົາ ຍັງຂາດຫຼາຍ ບ່ອນໃດທີ່ປັບປຸງໃໝ່ ກໍເຮັດໃຫ້ເພື່ອ ພວກເຂົາແດ່.”

ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງກ່າວວ່າ, ຕາມກົດໝາຍວ່າດ້ວຍຄົນພິການ ປີ 2019 ແມ່ນຣະບຸ ໃຫ້ອົງການທັງຣັຖ ແລະ ເອກຊົນມີ ຫຼັກປະກັນທາງຍ່າງ, ບ່ອນຈອດຣົດ ອໍານວຍຄວາມສະດວກ ໃຫ້ຄົນພິການ.

ແຕ່ພາຍຫຼັງກົດໝາຍ ວ່າດ້ວຍຄົນພິການອອກມາ, ກະຊວງແຮງງານ ກໍຂາດງົບປະມານ ໃນການເຜີຍແຜ່ ກົດໝາຍນີ້ ຈຶ່ງເຮັດໃຫ້ ຍັງເຫັນວ່າມີສະຖານທີ່ ທັງຣັຖ ແລະ ເອກກະຊົນ ບໍ່ໄດ້ອໍານວຍຄວາມສະດວກ ເຣື່ອງທາງຍ່າງ ຫຼື ບ່ອນຈອດຣົດ ໃຫ້ຄົນພິການ, ດັ່ງທ່ານກ່າວວ່າ:

“ແນ່ນອນແລ້ວ ເພິ່ນປະກາດໃຊ້ແລ້ວ ເພິ່ນກໍຢາກໃຫ້ມີ ກ່ຽວກັບທາງຍ່າງ ບ່ອນຈອດຣົດ ກ່ຽວກັບຄົນພິການ ຫັ້ນນ່າ, ແຕ່ປັດຈຸບັນນີ້ ເຮົາກໍຍັງບໍ່ທັນໄດ້ປັບປຸງ ຍ້ອນຫຍັງ, ຍ້ອນເຮົາ ບໍ່ໄດ້ມີການເຜີຍແຜ່ ບາງທ່ານ, ບາງອົງການ, ບາງອົງກອນ ຍັງບໍ່ທັນໄດ້ຮັບຮູ້ ຍັງບໍ່ທັນໄດ້ກວ້າງໄກ ເພາະວ່າ ເຮົາມີແຜນ ຢາກຈະເຜີຍແຜ່ ແຕ່ວ່າ ເຮົາຂາດງົບປະມານ.”

ທ່ານກ່າວຕື່ມວ່າ 5 ປີ ຜ່ານມາ ສິດທິຄົນພິການໃນລາວ ຈະດີຂຶ້ນແບບກະທັນຫັນ, ກໍບໍ່ແມ່ນເພາະວ່າ ປະເທດລາວ ພັທນາແບບ ຄ່ອຍເປັນຄ່ອຍໄປ, ຂນະທີ່ຜ່ານມາ ພາຍຫຼັງອອກ ກົດໝາຍແລ້ວ ກໍເຮັດໃຫ້ຄົນພິການ ມີສິດຮຽນຟຣີຫຼາຍຂຶ້ນ.

ເຖິງແນວໃດກໍຕາມ ຄົນພິການແຂນຊ້າຍກຸດ ຜູ້ນຶ່ງເວົ້າວ່າ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີປະກັນສັງຄົມຟຣີ ຊ່ອຍເຫຼືອຄົນພິການ ລາວ, ເນື່ອງຈາກເຫັນວ່າ ປະກັນສັງຄົມຟຣີ ເປັນບຸຣິມະສິດທໍາອິດ ທີ່ຄົນພິການຕ້ອງການ ໃນຂັ້ນພື້ນຖານ, ເພື່ອເປັນຫຼັກຄໍ້າປະກັນ ສຸຂພາບ ຂອງພວກເຂົາເຈົ້າ:

“ໃຫ້ມັນມີຣະບົບປະກັນສັງຄົມ ໃຫ້ຄົນພິການແດ່, ອັນນີ້ ເປັນເຂົາເອີ້ນວ່າ ພື້ນຖານ, ທີ່ເຮົາຕ້ອງການເນາະ ເວລາເຈັບເປັນເອັນອຸ່ນ ເວລາ ບໍ່ສະບາຍ ກໍໄປໂຮງໝໍ ມີປະກັນສັງຄົມ ເນາະ, ເປັນເງື່ອນໄຂ ຫຼື ເປັນບຸຣິມະສິດ ທໍາອິດ ທີ່ເຮົາຕ້ອງການເນາະ ກໍຄື ສຸຂພາບເນາະ ມັນຕ້ອງມາກ່ອນຢູ່ແລ້ວ ຄົນເຮົາ ເພາະສະນັ້ນ ມີສຸຂພາບທີ່ດີ ມີຄວາມເປັນຢູ່ ທີ່ດີເນາະ, ອັນນີ້ ກໍເປັນຫຼັກຄໍ້າ ປະກັນວ່າ ເຮົາຈະໄດ້ເຂົ້າເຖິງ ຫຼັກປະກັນສຸຂພາບ ຂັ້ນພື້ນຖານ.”

ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ຜແນກຄົນພິການ ກະຊວງແຮງງານ ແລະ ສວັດດີການສັງຄົມ ກ່າວວ່າ, ປະກັນສັງຄົມ ໃຫ້ຄົນພິການຟຣີ ຍັງບໍ່ທັນໄດ້ຣະບຸໃນກົດໝາຍ ວ່າດ້ວຍ ຄົນພິການລາວເທື່ອ, ຈະຕ້ອງລໍຖ້າກອງປະຊຸມໃຫຍ່ ພິຈາຣະນາເຣື່ອງນີ້ ອີກເທື່ອນຶ່ງ ດັ່ງທີ່ທ່ານກ່າວວ່າ:

"ຄິດວ່າ ມັນອາຈບໍ່ໄດ້ເທື່ອ, ບໍ່ທັນໄດ້ມີການຟຣີໄປເລີຍ, ຖ້າມີກອງປະຊຸມໃຫຍ່ພຸ້ນ ເພິ່ນຈຶ່ງຊິມີ ການຕົກລົງ ຕ້ອງແມ່ນຂັ້ນເທິງ ເພິ່ນເວົ້າກັນ.”

ທ່ານກ່າວຕື່ມວ່າ, ເຖິງແມ່ນວ່າ ສະພາບການໃນປັດຈຸບັນ ກ່ຽວກັບຄວາມເຂົ້າໃຈ ຂອງຄົນໃນສັງຄົມ ຕໍ່ຄົນພິການ ໂດຍສະເພາະ ສັງຄົມເຂດຊົນບົດ ຍັງແບ່ງແຍກຄົນພິການ ຍັງເບິ່ງວ່າ ຄົນພິການ ເກີດມາມີບາບ-ມີກັມ, ມີມົນທິນ. ຂນະທີ່ ສັງຄົມ ຄົນໃນເມືອງ ພ້ອມທີ່ຈະໃຫ້ໂອກາດ ຄົນພິການນັ້ນເຂົ້າເປັນສ່ວນນຶ່ງ ໃນການມີວຽກເຮັດງານທໍາ ແລະ ດໍາເນີນ ກິຈກັມທາງສັງຄົມ ຮ່ວມກັບຄົນ ທີ່ມີຮ່າງກາຍສົມບູນໄດ້.

ວັນທີ 5 ທັນວາ ທີ່ຜ່ານມາ, ສະມາຄົມ ຄົນພິການແຫ່ງຊາດລາວ ໄດ້ຈັດກິຈກັມ ສເລີມສລອງ ວັນຄົນພິການແຫ່ງຊາດ ແລະ ວັນຄົນພິການ ສາກົລ ຕລອດມື້. ຕອນເຊົ້າຈັດກິຈກັມ ຢູ່ສະມາຄົມ ຄົນພິການແຫ່ງຊາດລາວ ມີກິລາ ວີແຊລ ສາທິດ ແຂ່ງກັນ, ຍ່າງເພື່ອສຸຂພາບ, ແລ່ນມາຣາທອນ, ການສະແດງສິລປະ ແລະ ອື່ນໆ ຂນະທີ່ ຕອນແລງ ຈັດກິຈກັມ ຢູ່ວຽງຈັນ ເຊັນເຕີ້ ມີເດີນແບບ, ຟ້ອນ ແລະໂຊ ຂອງຄົນພິການ ເພື່ອເຮັດໃຫ້ຄົນພິ ການ ໄດ້ມາພົບພໍ້ສັງສັນ ສເລີມສລອງນໍາກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທ ເພັ່ງເຮີ່ ເຊັງ
Jul 11, 2021 11:43 PM

ຂ້າພະເຈົ້າເປັນຄົນພິການຄົນໜຶ່ງທີ່ມີຄວາມຕັ້ງໃຈຮຽນຈົນຈົບມະຫາວິທະຍາໄລແຫ່ງຊາດ ແລະ ໂຄງການລາວ-ອົດສະຕາລີແຕ່ປັດຈຸບັນນີ້ບໍ່ມີວຽກເຮັດງານທໍາເລີຍ ສຸດທ້າຍຈຶ່ງໄດ້ກັບບ້ານເປັນພາລະໃຫ້ພໍ່ແມ່ຄືຶກ່າວ ພະຂ້າເຈົ້າຮູ້ສຶກວ່າເສຍໃຈທີ່ສຸດເວລາຮຽນຈົບໄປສະໜັກວຽກຢູ່ໃສກໍ່ບໍ່ມີບໍລິສັດໃດຢາກຮັບເຂົ້າວຽກເພາະຕົນເອງເປັນຄົນພິການ, ຂໍຊ່ວຍແດ່ ຂ້າພະເຈົ້າຢາກຊີວິດແບບຄົນທໍາມະດາ, ປັດຈຸບັນຂ້າພະເຈົ້າຢູ່ບ້ານຮົ່ມທາດ, ເມືອງຮົ່ມ, ແຂວງໄຊສົມບູນ ແລະ ເບີໂທ 02078716570
ດ້ວຍຄວາມຍິນດີ
ເພັ່ງເຮີ່ ເຊັງ