ທາງການລາວ ປ່ອຍອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕ
ທາງການລາວ ໄດ້ປ່ອຍໂຕ ທ້າວ ສະຫວ່າງ ພະເລີດ ນັກເຄື່ອນໄຫວຊາວລາວ ທີ່ຖືກຈັບໃນວັນທີ 20 ເມສາ 2023 ທີ່ຜ່ານມາ ເຊິ່ງຜູ້ກ່ຽວ ເປັນປະຊາຊົນ ບ້ານດອນຊາດ ເມືອງສອງຄອນ ແຂວງສວັນນະເຂດ ໂດຍຖືກປ່ອຍ ໃນເດືອນ ມິຖຸນາ ທີ່ຜ່ານມາ.
-
ອຸ່ນແກ້ວ
2023-07-26 -
-
-
Your browser doesn’t support HTML5 audio
ທາງການລາວ ໄດ້ປ່ອຍໂຕ ທ້າວ ສະຫວ່າງ ພະເລີດ ນັກເຄື່ອນໄຫວຊາວລາວ ທີ່ຖືກຈັບໃນວັນທີ 20 ເມສາ 2023 ທີ່ຜ່ານມາ. ທ້າວ ສະຫວ່າງ ພະເລີດ ເປັນປະຊາຊົນ ບ້ານດອນຊາດ ເມືອງສອງຄອນ ແຂວງສວັນນະເຂດ ຖືກປ່ອຍ ໃນເດືອນ ມິຖຸນາ ທີ່ຜ່ານມາ. ທ້າວ ສະຫວ່າງ ພະເລີດ ເປັນອະດີດ ກຸ່ມສະມາຊິກຟຣີລາວ ທີ່ເຄື່ອນໄຫວ ດ້ານປະຊາໄຕຊາວລາວ ແລະ ສິດທິມະນຸສ ເຊິ່ງຜູ້ກ່ຽວ ໄດ້ເຮັດວຽກຢູ່ປະທດໄທຍ. ບຸກຄົນທ່ານນຶ່ງ ໃກ້ຊິດ ທ້າວ ສະຫວ່າງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ມິຖຸນາ ວ່າ:
“ປັດຈຸບັນນີ້ ທ້າວ ສະຫວ່າງ ຖືກປ່ອຍໂຕ ແລະ ໄດ້ກັບຄືນມາຢູ່ກັບຄອບຄົວ ຂອງລາວ ຢູ່ປະເທດໄທຍເປັນທີ່ຮຽບຮ້ອຍແລ້ວ.”
ທ້າວ ສະຫວ່າງ ເປັນອະດີດນັກເຄື່ອນໄຫວ ດ້ານປະຊາທິປະໄຕ ແລະ ສິດທິມະນຸສ ເຊິ່ງລາວເຄີຍເຄື່ອນໄຫວ ຮຽກຮ້ອງໃຫ້ທາງການລາວ ເຄົາລົບສິດທິມະນຸສໃນລາວ. ການປ່ອຍໂຕຄັ້ງນີ້ ເຈົ້າໜ້າທີ່ທາງການລາວ ກໍພຽງແຕ່ອ້າງວ່າ ທ້າວ ສະຫວ່າງ ມີເປັນຄົນມີສອງສັນຊາຕ ໂດຍ ການຖືບັດປະຈໍາໂຕລາວ ແລະ ບັດປະຈໍາໂຕໄທຍ.
ບຸກຄົນທີ່ຮູ້ຈັກກັບ ທ້າວ ສະຫວ່າງ ອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ກະບໍ່ໄດ້ມີຫຍັງ ບໍ່ໄດ້ມີເຫດຜົລ ມີແຕ່ວ່າ ມີຄວາມຜິດ ໄອ ມີບັດສອງສັນຊາດ ເພິ່ນວ່າ ລາວມີບັດໄທຍ ແລະ ກໍມີບັດລາວ.”
ສ່ວນຣາຍລະອຽດ ແລະ ເຫດຜົລອື່ນ ເຈົ້າໜ້າທີ່ທາງການລາວ ກໍບໍ່ໄດ້ບອກ ຜູ້ກ່ຽວ. ບຸກຄົນທີ່ຮູ້ຈັກ ທ້າວ ສະຫວ່າງ ໄດ້ກ່າວຕື່ມອີກວ່າ:
“ເຂົາກະເລີຍຈັບ ຂ້າມໄປຝັ່ງນັ້ນ ເພິ່ນບໍ່ໄດ້ເຮັດພາສປອດ ເຂົາເຂົ້າໃຈຜິດ ບໍ່ແມ່ນ ເຂົາບໍ່ບອກລາຍລະອຽດ ແຕ່ ລາວກະບອກວ່າ ເຂົາບອກລາວແຄ່ນັ້ນ.”
ເຖິງຢ່າງໃດກໍຕາມ, ສະມາຊິກກຸ່ມຟຣີລາວ ຄົນອື່ນໆ ກໍຍັງບໍ່ເຊື່ອ ທາງການລາວ ຈະຈັບ ທ້າວ ສະຫວ່າງ ຍ້ອນເຫດຜົລພຽງແຕ່ລາວມີບັດປະຊາຊົນລາວ ແລະ ໄທຍ ເທົ່ານັ້ນ ແຕ່ ມັນຕ້ອງມີເຫດຜົລອື່ນ ທີ່ຫຼາຍກວ່ານນີ້.
ທ້າວ ຄູນຄໍາ ແກ້ວ ແກ້ວມະນີວົງ ສະມາຊິກກຸ່ມ ຟຣີລາວ ທີ່ປັດຈຸບັນ ລີ້ໄພການເມືອງ ຢູ່ປະເທດຄານາດາ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຕາມກົດໝາຍຂອງ ສປປ ລາວ ຂັ້ນຖ້າວ່າ ຄົນລາວຖືສອງສັນຊາຕ ຄັນມັນເກີດຂຶ້ນ ມັນຜິດກົດໝາຍຂໍ້ໃດ ມັນມີຄວາມຜິດໂຕໃດ ມັນມີຄວາມຜິດເບາະ ຫຼືວ່າ ກົດໝາຍໃນ ສປປ ລາວ ເພິ່ນຫ້າມ ຄັນເກີດວ່າ ເພິ່ນຊິອ້າງຜິດຂໍ້ຫານີ້ນະ ກະບໍ່ເຫັນວ່າ ຊິມິກົດໝາຍຂໍ້ໃດຫ້າມ ຖືສອງສັນຊາຕ.”
ທ້າວ ຄູນຄໍາ ແກ້ວ ແກ້ວມະນີວົງ ກ່າວຕື່ມອີກວ່າ:
“ຄັນເຮົາຊິຕັ້ງຂໍ້ສົງໄສ ຄືເຮົາຊິບໍ່ໄປສາມາດເຊື່ອຖືຣັຖບານລາວໄດ້ ດອກເພາະວ່າ ບາງເທື່ອມັນອາດຊິມີຜົລຢ່າງອື່ນ ກໍມີ ເພາະວ່າ ເພາະວ່າ ຈັບມັນອາດຊິໂດນກະແສຕໍ່ຕ້ານ ຈາກສື່ສັງຄົມອອນລາຍນ໌ ຫຼື ອົງການສິດທິມະນຸສ ຫຼືວ່າ ໂຕໃດນະ ສາເຫດທີ່ປ່ອຍ ອາດຈະໂດນອົງການສະຫະປະຊາຊາຕ ກົດດັນຈັ່ງຊີ້ນ່າ.”
ທ້າວ ສະຫວ່າງ ອະດີດນັກເຄື່ອນໄຫວ ດ້ານທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ເຊິ່ງເປັນສະມາຊິກກຸ່ມ Free Laos ຖືກຈັບ ຢູ່ແຂວງສວັນນະເຂດ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ.
ໝູ່ທີ່ເປັນສະມາຊິກ Free Laos ນໍາກັນ ໃຫ້ເຫດຜົລວ່າ ສາເຫດຂອງການຈັບ ຍ້ອນວ່າ ທ້າວ ສະຫວ່າງ ເປັນສະມາຊິກ ແລະ ໄດ້ເຄື່ອນໄຫວ ຢູ່ປະເທດໄທຍ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບເສຣີພາບ ໃນການປາກເວົ້າ ແລະ ເຄົາຣົບສິດທິມະນຸສ ຢູ່ໃນລາວ ເຊິ່ງເປັນສິ່ງທີ່ທາງການລາວບໍ່ມັກ.
ທີ່ຜ່ານມາ ສະມາຊິກ ກຸ່ມ Free Laos ທີ່ປະທ້ວງເຄື່ອນໄຫວ ເຣື່ອງປະຊາທິປະໄຕ ແລະ ຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບສິດທິມະນຸສ ບາງຄົນກໍໄດ້ຖືກຈັບ ແລະ ບາງຄົນ ກໍຫາຍສາບສູນ.
- ໃນຕົ້ນປີ 2016, ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ, ນາງ ຫລອດຄໍາ ທໍາມະວົງ ສະມາຊິກກຸ່ມ Free Laos ຖືກທາງການລາວ ຈັບໃນຂະນະທີ່ ທັງສາມຄົນ ໄປຢາມບ້ານ. ທັງ 3 ຄົນ ຖືກສານ ຢູ່ປະເທດລາວ ຕັດສິນ ຈໍາຄຸກ 20 ປີ, 16 ປີ, ແລະ 12 ປີ ຕາມລໍາດັບ ໃນຄະດີ ທີ່ທັງສາມຄົນໄດ້ເຂົ້າຮ່ວມ ການປະທ້ວງ ຢູ່ຕໍ່ໜ້າ ສະຖານທູດລາວ ທີ່ ບາງກອກ ປະເທດໄທຍ ເພື່ອປະນາມການລ່ວງລະເມີດ ສິດທິມະນຸສຢູ່ລາວ ແລະ ໄດ້ເວົ້າຕຳນິຕິຕຽນ ຣັຖບານລາວ ທາງສື່ສັງຄົມອອນລາຍນ໌ ຫຼື ເຟສບຸກຄ໌.
- ໃນວັນທີ 26 ສິງຫາ 2019, ທ້າວ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ທີ່ເປັນສະມາຊິກກຸ່ມ Free Laos ຖືກລັກພາໂຕໄປ ຢູ່ ບໍຣິເວນ ບ້ານພັກ ຢູ່ເຂດບຶງກຸ່ມ ບາງກອກ ປະເທດໄທຍ. ທ້າວ ອ໊ອດ ກໍເປັນຜູ້ນຶ່ງ ທີ່ເຄື່ອນໄຫວຮຽກຮ້ອງ ເຣື່ອງປະຊາທິປະໄຕ ໃນປະເທດລາວ ແລະ ຮຽກຮ້ອງ ໃຫ້ທາງການລາວ ເຄົາຣົບສິດທິມະນຸສ.
ໃນເດືອນພຶສຈິກາ ປີ 2019, ທ້າວ ເພັດພູທອນ ພິລາຈັນ ສະມາຊິກກຸ່ມ Free Laos ທີ່ເຮັດວຽກຢູ່ໄທ ແລະ ເຄີຍຮຽກຮ້ອງ ເຣື່ອງສິດທິມະນຸສ ໄດ້ຫາຍສາບສູນ ຢູ່ລາວ ຫລັງຈາກ ເດີນທາງໄປ ແຂວງໜອງຄາຍ ປະເທດໄທຍ ແລ້ວຂ້າມໄປ ນະຄອນຫລວງວຽງຈັນ ເພື່ອເຮັດວຽກສ່ວນຕົວ. ໝູ່ຂອງລາວ ແນ່ໃຈວ່າ ລາວຖືກລັກພາຕົວໄປ ຢູ່ປະເທດລາວ.