ບັນຫາລາວຄຣິສຕຽນ ຢູ່ ມ.ລອງ ຍັງບໍ່ແກ້ໄຂ
2021.03.09
ຊາວລາວຄຣິສຕຽນ ຊົນເຜົ່າອາຄ່າ ຈໍານວນ 3 ຄອບຄົວ-14 ຄົນ ຢູ່ບ້ານຕີນດອຍ ເມືອງລອງ ແຂວງຫລວງນໍ້າທາ ທີ່ຖືກນາຍບ້ານ ແລະ ຊາວບ້ານກຸ່ມນຶ່ງ ມ້າງເຮືອນ ແລ້ວໄລ່ອອກ ຈາກໝູ່ບ້ານ ເມື່ອວັນທີ 12 ກຸມພາ 2020 ຍ້ອນພວກເຂົາເຈົ້າ ປະລະການເຊື່ອ ຖືຜີ ແລ້ວຫັນໄປນັບຖືສາສນາຄຣິສຕຽນ ຊຶ່ງຜ່ານມາໄດ້ 1 ປີ ປາຍແລ້ວນັ້ນ ເປັນບັນຫາ ທີ່ຍັງບໍ່ທັນໄດ້ ຮັບການແກ້ໄຂຢ່າງເປັນ ທາງການ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຄະນະກັມການ ຮັບຜິດຊອບແກ້ໄຂບັນຫາ ດັ່ງກ່າວ ຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 9 ມິນາ ນີ້:
“ຄືເກົ່າ ດຽວນີ້ຢູ່ໃນຂັ້ນຕອນທີ່ວ່າ ທາງການນໍາ ຂອງເມືອງນີ້ເນາະ ບວກກັບການນໍາຂອງແຂວງ ຂະເຈົ້າກໍາລັງປຶກສາຫາຣືກັນ ຢູ່ວ່າສິຫາວິທີແກ້ໄຂ ຍັງຫຍູ້ງຍາກກັນຢູ່ເນາະ ເປັນບັນຫາກັນຢູ່ ແຕ່ວ່າມັນກໍເປັນເວລາ ຫລາຍເດືອນແລ້ວ ແຕ່ວ່າຍັງຄືເກົ່າ ບັນຫາຍັງບໍ່ທັນໄດ້ແກ້ໄຂເທື່ອ.”
ທ່ານເວົ້າຕື່ມວ່າ ປັດຈຸບັນ ຊາວລາວຄຣິສຕຽນ ທັງ 3 ຄອບຄົວນັ້ນ ໄດ້ມາປຸກຕູບນ້ອຍຊົ່ວຄາວ ຢູ່ໃກ້ກັບເຮືອນຂອງພີ່ນ້ອງພວກ ເຂົາເຈົ້າ ຊຶ່ງກ່ອນໜ້ານັ້ນໄດ້ອາສັຍຢູ່ແຄມທາງ.
ທ່ານເວົ້າວ່າ ມາເຖິງປັດຈຸບັນ ຍັງບໍ່ຮູ້ເທື່ອວ່າ ບັນຫານີ້ຈະໄດ້ຮັບການແກ້ໄຂ ເມື່ອໃດກັນແທ້ ເນື່ອງຈາກໄລຍະນີ້ ແຕ່ລະພາກ ສ່ວນຂອງທາງການ ກໍາລັງກະຕຽມວຽກງານເພື່ອ ຕ້ອນຮັບກອງປະຊຸມ ຄັ້ງປະຖົມລຶກຂອງສະພາແຫ່ງຊາດຊຸດທີ 9 ຢູ່, ຄາດວ່າ ຈະຕ້ອງໄດ້ລໍຖ້າ ໃຫ້ວຽກນັ້ນສໍາເຣັດກ່ອນ ຈຶ່ງຈະມີການຫາຣືກັນແກ້ໄຂ.
ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ແຂວງຫຼວງນໍ້າທາ ເວົ້າວ່າສາເຫດທີ່ເຮັດໃຫ້ ມີການແກ້ໄຂລ່າຊ້ານັ້ນກໍ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຄາວຽກຫຼາຍ. ແຕ່ທາງເຈົ້າແຂວງ ກໍບໍ່ໄດ້ນິ້ງນອນໃຈ ແລະກໍກໍາລັງແຕ່ງຕັ້ງ ໜ່ວຍງານສະເພາະກິຈ ເພື່ອແກ້ໄຂບັນຫາ ນັ້ນໂດຍກົງ ດັ່ງທ່ານກ່າວວ່າ:
“ຜ່ານາມັນກໍຕິດຫຼາຍວຽກ ກະຄືວ່າໂຄວິດແດ່ ກອງປະຊຸມໃຫຍ່ຂອງພັກແດ່ ກອງປະຊຸມໃຫຍ່ຂອງແຂວງແດ່ ບາດນີ້ແຂວງ ກໍເຫັນ ຄວາມຈໍາເປັນແລ້ວ ທຸກສາສນາທຸກຊົນເຜົ່າ ຫັ້ນແຫຼະ ຄິດວ່າບໍ່ດົນສິຂຶ້ນເມືອແກ້ ເຈົ້າແຂວງກໍາລັງ ແຕ່ງຕັ້ງໜ່ວຍສະເພາະກິດ ຮັບຜິດຊອບ.”
ເພື່ອຂໍ້ຮູ້ເຣື່ອງນີ້ຕື່ມ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ຄອບຄົວລາວຄຣິສຕຽນ ແລະໄປຫາເຈົ້າໜ້າທີ່ບ້ານຕີນດອຍ ແຕ່ບໍ່ ສາມາດຕິດຕໍ່ໄດ້. ກ່ຽວກັບເຣື່ອງນີ້ ຜູ້ຕາງໜ້າເຄືອຂ່າຍ ສູນກາງຄຣິສຕະຈັກ ຂ່າວປະເສີດ ທ່ານນຶ່ງກ່າວວ່າ, ປັດຈຸບັນ ກໍາລັງ ຕິດຕາມ ຄວາມຄືບໜ້າຂອງກໍຣະນີ ດັ່ງກ່າວຢູ່ວ່າ ຈະມີການແກ້ໄຂແນວໃດ ແລະກໍມີຄວາມ ເປັນຫ່ວງນໍາຊາວລາວຄຣິສຕຽນ ເຜົ່າອາຄາ 3 ຄອບຄົວ ນັ້ນໃນຖານະເປັນລາວຄຣິສຕຽນດ້ວຍກັນ:
“ເຜົ່າອາຄາຫັ້ນເບາະ ໄດ້ຍິນຢູ່ ແຕ່ວ່າເຮົາກະບໍ່ໄດ້ຕິດຕໍ່ ພົວພັນກັບຂະເຈົ້າ ໄດ້ຍິນຂະເຈົ້າໄດ້ເວົ້າຫັ້ນນະ ໄດ້ເລົ່າເຣື່ອງວ່າສາເຫດທີ່ ຂະເຈົ້າໄລ່ຫັ້ນ ເພາະວ່າຊົນເຜົ່າອາຄາ ມີບັນຫາ ກັບຜີ, ຜີລົບກວນຂະເຈົ້າ ເປັນເຈັບເປັນໄຂ້ ຫຼາຍປີຫຼາຍມື້ ກະເລີຍເຂົາມາຮັບເຊື່ອ ພຣະເຍຊູ ແລ້ວພຣະເຍຊູຊ່ວຍຂະເຈົ້າ ທາງອໍານາດການປົກຄອງ ຫັ້ນໃຫ້ຂະເຈົ້ານະ ແລະພີ່ນ້ອງທີ່ເປັນຄຣິສຕຽນ ຫັ້ນບໍ່ຢາກເຊົາ.”
ພ້ອມດຽວກັນນັ້ນ ຊາວລາວຄຣິສຕຽນ ຢູ່ທາງພາກເໜືອຂອງລາວ ກໍຢືນຢັນວ່າ ການທີ່ຊາວຄຣິສຕຽນ ຖືກໄລ່ອອກຈາກບ້ານຍ້ອນ ເຫດຜົລເຣື່ອງຄວາມເຊື່ອຖື, ເຣື່ອງແບບນີ້ເຄີຍ ເກີດຂຶ້ນຫຼາຍກໍຣະນີແລ້ວ ແລະວ່າຕົນເອງກໍເຄີຍຖືກອໍານາດ ການປົກຄອງບ້ານ ໄລ່ອອກຈາກບ້ານມາແລ້ວ ຄືກັນ ຍ້ອນເຊື່ອຖືສາສນາ ຄຣິສຕຽນ, ແຕ່ບໍ່ເຖິງຂັ້ນຮ້າຍແຮງ ເທົ່າກັບ ກໍຣະນີຊາວລາວຄຣິສຕຽນ ເຜົ່າອາຄາ ປະເຊີນຢູ່ນີ້ ດັ່ງທີ່ທ່ານກ່າວວ່າ:
“ທີ່ຜ່ານມາກະປີ 2003-2004 ເຄີຍມີ ພວກເຮົາກະເຄີຍເປັນແນວນັ້ນຢູ່ ພວກເຮົາກໍອົພຍົບ ໃນໂຕເມືອງ 4-5 ມື້ ເຮົາກະກັບມາ ບ້ານເພິ່ນກໍຂັບໄລ່ໃຫ້ເຮົາອອກຈາກບ້ານ ຍ້ອນເຮົາ ເຊື່ອຖືເຍຊູນີ້ແຫຼະ ເຮົາເປັນຄຣິສຕຽນນີ້ແຫຼະ.”
ນອກຈາກກໍຣະນີຊາວລາວຄຣິສຕຽນ ຊົນເຜົ່າອາຄ່າ ຈໍານວນ 3 ຄອບຄົວ ນີ້ແລ້ວ ກໍຍັງມີຊາວລາວຄຣິສຕຽນອີກ 2 ຄອບຄົວ ທັງໝົດ 7 ຄົນ ຢູ່ບ້ານປະສິງ ບ້ານກາງ ເມືອງຕະໂອ້ຍ ແຂວງສາລະວັນ ທີ່ຖືກນາຍບ້ານມ້າງເຮືອນ ແລະ ໄລ່ອອກຈາກບ້ານ ເມື່ອວັນທີ 10 ຕຸລາ ປີກາຍ ຈົນມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ໄດ້ແກ້ໄຂ ເຣື່ອງນີ້ເທື່ອ.
ອີງຕາມມາຕຣາ 43 ຂອງຣັຖທັມມະນູນ ຂອງລາວ, ພົລເມືອງລາວ ມີສິດເສຣີພາບ ໃນການເຊື່ອ ຖືຫລືບໍ່ເຊື່ອຖືສາສນາທີ່ບໍ່ຂັດ ກັບກົດໝາຍ, ແລະໃນມາຕຣາ 9 ກໍຣະບຸວ່າ ຣັຖເຄົາຣົບ ແລະປົກປ້ອງການເຄື່ອນໃຫວ ອັນຖືກກົດໝາຍຂອງ ພຸທສາສະນິກະຊົນ ແລະ ສາສະນິກະຊົນອື່ນໆ ແລະຫ້າມທຸກການກະທໍາ ທີ່ເປັນການແບ່ງແຍກສາສນາ ແລະແບ່ງ ແຍກປະຊາຊົນ.
ແລະອີງຕາມຂໍ້ມູລ ຂອງສູນກາງຄຣິສຕະຈັກ ຂ່າວປະເສີດ, ປັດຈຸບັນຊາວລາວຄຣິສຕຽນ ທົ່ວແຂວງຫລວງນໍ້າທາ ມີປະມານ 2,100 ຄົນ. ແຕ່ການເຊື່ອຖືສາສນາຄຣິສຕຽນ ຂອງ ພວກເຂົາເຈົ້າແມ່ນເປັນໄປແບບລຽບງ່າຍ ບໍ່ຈັດພິທີໃຫຍ່ ແລະຢູ່ໃນຂອບເຂດທີ່ຈໍາກັດ.