ວັນສລອງສິດທິມະນຸດຂອງ ທາງການ ລາວ

ຈໍາປາທອງ
2014.12.12
F-protest ການປະທ້ວງ ຂອງ ອົງການຈັດຕັ້ງ ເພື່ອ ສິດທິມະນຸດ ໃນລາວ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ຮຽກຮ້ອງ ແລະ ກົດດັນ ໃຫ້ ຣັຖບານລາວ ເລີ້ມ ປະຕິບັດ ສິດທິມະນຸດ ຢ່າງແທ້ຈິງ
RFA

 

ໃນວັນທີ 10 ທັນວາ 2014 ກະຊວງ ການຕ່າງ ປະເທສ ສປປລາວ ໄດ້ຈັດຕັ້ງ ການ ຊຸມນຸມ ສລອງ ວັນ ສິດທິມະນຸດ ຂຶ້ນຢູ່ ສະຖາບັນ ກົດໝາຍ ມະຫາ ວິທຍາລັຍ ແຫ່ງຊາດ. ຕາມ ຣາຍງານ ຂອງ ໜັງສືພິມ ວຽງຈັນ ທາມ ວັນທີ 11 ທັນວາ.

ໃນການ ຊຸມນຸມ ສລອງ ວັນສິດທິ ມະນຸດ ທີ່ວ່ານັ້ນ ມີ ເຈົ້າໜ້າທີ່ ສະຖາບັນ ກົດໝາຍ, ພນັກງານ ການເມືອງ ແລະ ວິທຍາສາດ ແລະ ນັກສຶກສາ ເຂົ້າຮ່ວມ 200 ກວ່າຄົນ. ໃນນັ້ນມີ ເຈົ້າໜ້າທີ່ ອາວຸໂສ ຂອງ ຄນະ ກັມການ ແຫ່ງຊາດ ດ້ານ ສິດທິ ມະນຸດ ຮວມທັງ ທ່ານ ພົງສະຫວັດ ບຸບຜາ ປະທານ ຄນະ ກັມການ ແລະ ທັງເປັນ ຣັຖມົນຕຣີ, ຫົວໜ້າ ຫ້ອງວ່າການ ສໍານັກງານ ປະທານ ປະເທສ ເປັນຜູ້ ບັລຍາຍ.

ທ່ານກ່າວ ເຖິງ ປວັດ ຄວາມເປັນມາ ຂອງ ວັນ ສິດທິ ມະນຸດ ໂດຍເວົ້າວ່າ “ການສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ເປັນນຶ່ງ ໃນ ເປົ້າໝາຍ ສໍາຄັນ ຂອງ ສະຫະ ປະຊາຊາດ” ຊຶ່ງ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ ໄດ້ຮັບຮອງ ເອົາ ຖແລງການ ສາກົນ ວ່າດ້ວຍ ສິດທິ ມະນຸດ ໃນປີ 1948.

ໃນພິທີ ດັ່ງກ່າວ ກໍມີ ເຈົ້າໜ້າທີ່ ກົມ ສົນທິ ສັນຍາ ແລະ ກົດໝາຍ ກະຊວງ ການຕ່າງ ປະເທສ ເຂົ້າຮ່ວມ ໂດຍ ມີ ຈຸດປະສົງ ເຜີຍແພ່ ຂ່າວສານ ແລະ ສົ່ງເສີມ ໃຫ້ ຄວາມຮູ້ ກ່ຽວກັບ ສິດທິ ມະນຸດ ໃຫ້ ພນັກງານ ແລະ ນັກສຶກສາ.

ການຊຸມນຸມ ສລອງ ວັນ ສິດທິ ມະນຸດ ທີ່ ກະຊວງ ການຕ່າງ ປະເທສ ລາວ ຈັດຂຶ້ນຄັ້ງນີ້ ແມ່ນ ໃນຂນະທີ່ ຕ່າງ ປະເທສ, ອົງການ ຈັດຕັ້ງ ສາກົນ, ອົງການ ປົກປ້ອງ ສິດທິ ມະນຸດ ຕລອດເຖິງ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນກັບ ຣັຖບາລ ແລະ ການຈັດຕັ້ງ ມວນຊົນ ທັງ ຫລາຍ ທວງໃຫ້ ທາງການ ລາວ ນັບຖື ແລະ ປະຕິບັດ ສິດທິ ມະນຸດ ຮວມທັງ ສິດ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ, ໃນການ ນັບຖື ສາສນາ ຊຶ່ງ ຂນະນີ້ ກໍແມ່ນ ທວງໃຫ້ ທາງການລາວ ສືບສວນ ຊອກຫາ ທ່ານ ສົມບັດ ສົມພອນ ທີ່ ໄດ້ ຫາຍ ສາບສູນໄປ ຢູ່ ນະຄອນ ຫຼວງ ວຽງຈັນ ເມື່ອ ສອງປີ ກ່ອນ. ດັ່ງ ຈະຮູ້ໄດ້ ໃນງານ ຖແລງຂ່າວ ຂອງ ອົງການ ນັກກົດໝາຍ, ອົງການ ປະຊາສັງຄົມ ແລະ ບັນດາ ນັກເຂື່ອນໄຫວ ຕົວຕັ້ງ ຕົວຕີ ທີ່ ສະໂມສອນ ນັກຂ່າວ ຕ່າງປະເທສ ຢູ່ ບາງກອກ ປະເທສໄທ ໃນວັນທີ 11 ທັນວາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.