ສະຫະພັນສາກົລເພື່ອ ສິດທິ ມະນຸດ ຖແລງການຮ່ວມ
2018.08.03

ສປປລາວ ເປັນປະເທດທີ່ປາບປາມປະຊາຊົນ ຢ່າງຮ້າຍກາດ ໂດຍທີ່ຣັຖບານລົ້ມເເຫລວ ໃນການເຄົາຣົບ ສິດທິພົລເມືອງ ແລະສີດທິ ການເມືອງ. ຕາມຖແລງການຮ່ວມ ຣະຫວ່າງ ສະຫະພັນສາກົລ ເພື່ອສີດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ກຸງປາຣີ ປະເທດຝຣັ່ງເສດ ໃນມື້ວັນທີ 2 ສິງຫາ 2018 ກ່ຽວກັບ ສະຫະປະຊາຊາດ ປະນາມການຣະເມີດ ສິດທິພົລເມືອງ ແລະສິດທິການເມືອງ ພາຍຫລັງການທົບທວນ ຄັ້ງປວັດສາດ ເຖິງສະພາບສິດທິມະນຸດ ໃນສປປລາວ.
ໃນຖແລງການນັ້ນເວົ້າວ່າ ຍານາງ ເດບີ ສຕອຕຮາດ ເລຂາທິການເອກ ຂອງສະຫະພັນ ສາກົລ ເພື່ອ ສີດທິມະນຸດ ຫລື FIDH ກ່າວວ່າ ຜົລການກວດສອບ ຂອງອົງການ ສະຫະປະຊາຊາດ ຄວນຈະເປີດຫູເປີດຕາ ຣັຖບານປະເທດຕ່າງໆ ທີ່ສ່ວນໃຫຍ່ ຈະເມີນເສີຍ ຕໍ່ການ ຣະເມີດສິດທິມະນຸດ ໃນ ສປປ ລາວ ແຕ່ລະຄັ້ງທີ່ເກີດຂຶ້ນ.
ປະຊາຄົມສາກົນຈະບໍ່ມີຂໍ້ອ້າງອັນໃດອີກແລ້ວ ທີ່ຈະປະຕິເສດ ບໍ່ຍອມກົດດັນຣັຖບານ ສປປລາວ ໃຫ້ແກ້ໄຂບັນຫາສໍາຄັນ ໃນການເຄົາຣົບ ສິດທິມະນຸດ. ແລະ ທ່ານ Andrea Giorgetta ຜູ້ອໍານວຍການ FIDH ຜແນກເອເຊັຽ ກໍໄດ້ກ່າວຕໍ່ RFA ຕອນນຶ່ງວ່າ:
"We believe that the concluding observation of the UNHR committee…. ທ່ານກ່າວວ່າ ພວກທ່ານເຊື່ອວ່າການສັງລວມ ການກວດສອບ ຂອງຄນະກັມການ ສິດທິມະນຸດ ຂອງ ສະຫະປະຊາຊາດ ເປັນການຊີ້ແຈງຖືກຕ້ອງຫລາຍ ກ່ຽວກັບ ສະພາບການຣະເມີດ ສິດທິມະນຸດ ໃນສປປລາວ."
ໃນວັນທີ 26 ກໍຣະກະດາ 2018, ຄນະກັມການສິດທິມະນຸດ ສະຫະປະຊາຊາດ ດ້ານສິດທິພົລເມືອງ ແລະສິດທິການເມືອງ ໄດ້ໃຫ້ຂໍ້ ສັງເກດ ສລຸບຜົນເຖິງສະພາບສິດທິພົລເມືອງ ແລະສິດທິການເມືອງ ໃນສປປລາວ ແລະໄດ້ສະແດງຄວາມວິຕົກກັງວົນ ຕໍ່ກໍຣະນີ ການຣະເມີດ ສິດທິດັ່ງກ່າວ ໂດຍໄດ້ສເນີແນະ ໃຫ້ທາງການລາວ ທີ່ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເມືອງ ແລະສິດທິ ທາງການເມືອງ ເມື່ອປີ 2009 ນັ້ນ.
ພ້ອມດຽວກັນນີ້ ທາງສະຫາພັນສາກົນ ເພື່ອສີດທິມະນຸດ ແລະຂະບວນການລາວ ເພື່ອສິດທິມະນູດ ກໍສະແດງຄວາມຊື່ນຊົມ ຕໍ່ຂໍ້ສເນີ ຂອງຄນະກັມການສິດທິມະນຸດ ສະຫະປະຊາຊາດ ແລະຮຽກຮ້ອງ ໃຫ້ທາງການລາວ ດໍາເນີນບາດກ້າວ ຢ່າງຈິງຈັງ ສູ່ການປະຕິບັດ ໃນພາກຕົວຈິງ ເພື່ອນັບຖືສົນທິສັນຍາສາກົນ ນັ້ນໂດຍບໍ່ລໍຊ້າ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີປະຈໍາ ສໍານັກງານນາຍົກ ຣັຖມົນຕຣີ ຜູ້ເປັນຫົວໜ້າຄນະ ຜູ້ແທນສປປລາວ ເຂົ້າຮ່ວມກອງປະຊຸມ ເມື່ອວັນທີ 11 ກໍຣະກະດາ ທີ່ ນະຄອນ Geneva ໄດ້ກ່າວຕໍ່ກອງປະຊຸມນັ້ນວ່າ ທ່ານ ຄິດວ່າ ທຸກໆປະເທດ ແລະ ຜູ້ນໍາທຸກຄົນ ຕ້ອງການໃຫ້ປະຊາຊົນ ໃນປະເທດຂອງຕົນມີ ສິດທິມະນຸດ. ບໍ່ມີຜູ້ນໍາຄົນໃດ ຢາກໃຫ້ປະຊາຊົນ ຂອງຕົນໄດ້ຮັບຄວາມທຸກ ທໍຣະມານ ຈາກການຣະເມີດສິດທິມະນຸດ. ບໍ່ມີທາງທີ່ຜູ້ນໍາ ປະເທດຄົນໃດ ຢູ່ປະເທດໃດ ຈະເຮັດໃຫ້ ປະຊາຊົນໄດ້ຮັບຄວາມທຸກທໍຣະມານ ຈາກ ນະໂຍບາຍຂອງຕົນເອງ.