ຈະມີກົດເກນການໃຊ້ ສື່ສັງຄົມ


2013.10.25
F-Laos ແຜນທີ່ຂອງປະເທດລາວ
RFA

 

ຄົນລາວທ່ານນຶ່ງເວົ້າວ່າ ຫລັງຈາກທີ່ຮູ້ຂ່າວວ່າຣັຖບານກໍາລັງຮ່າງ ກົດຣະບຽບຄວບຄຸມການໃຊ້ອິນເຕີແນັດ ສື່ສັງຄົມ ເພື່ອໃຫ້ຊຸມຊົນ ໃຊ້ໄປໃນທາງທີ່ເປັນປະໂຫຍດ ແລະເພື່ອຫລີກລ່ຽງ ການເຜີຍແຜ່ ຂໍ້ມູນ ຫລືຮູບພາບທີ່ບິດເບືອນ ຄວາມຈິງນັ້ນ ບຸກຄົນຜູ້ນີ້ວ່າ ເຫັນ ພ້ອມນຳ ເພາະຈະເຮັດໃຫ້ການໃຊ້ສື່ສັງຄົມຂອງຄົນລາວ ໂດຍສະ ເພາະທາງ facebook ມີຄວາມເປັນຣະບຽບຮຽບຮ້ອຍຂື້ນ. ແຕ່ໃນ ຂນະດຽວກັນບາງຄົນພັດເຫັນວ່າອອກຣະບຽບເຄັ່ງຄັດຫຼາຍເກີນໄປ ຈະເປັນການຈໍາກັດສິດທິຂອງຜູ້ໃຊ້:

"ມີຄວາມເຫັນກໍດີເພາະວ່າບາງຄົນກະໄປສ້າງເຣື້ອງທີ່ບໍ່ແມ່ນຄວາມ ຈິງເດແບບຂະເຈົ້າ post ແນວທີ່ບໍ່ດີແມ່ນຫຍັງຫັ້ນ ຄວາມເສັຽຫາຍ ໃຫ້ແກ່ປະເທດບໍ ແມ່ນຫຍັງ ຊີ່ມີຄວາມຜິດກັນເພາະມັນມີຜົລທາງ ລົບ ຫລາຍກວ່າທາງບວກ Facebook ນີ້ນະ".

ນາງກ່າວຕໍ່ໄປວ່າ ດຽວນີ້ມີຄົນລາວບາງຄົນໃຊ້ສື່ສັງຄົມ ໃນທາງທີ່ ເຮັດໃຫ້ເກີດຄວາມຂັດແຍ່ງກັນ ຣະຫວ່າງຄົນລາວດ້ວຍກັນ ຫລືກັບ ຄົນຈາກປະເທດເພື່ອນບ້ານ ບາງຄົນກໍໃຊ້ເພື່ອໃຫ້ຂໍ້ມູນ ທີ່ຜິດພາດ ຈົນເກີດຄວາມສັບສົນ ໃນສັງຄົມ ແລະວ່າຢ່າງໃດກໍຕາມບໍ່ຢາກໃຫ້ ທາງການ ອອກກົດຣະບຽບ ທີ່ເຄັ່ງຄັດເກີນໄປ ເພື່ອບໍ່ໃຫ້ເປັນການລະເມີດສິດທິ ຜູ້ໃຊ້ສື່ສັງຄົມໃນລາວ. ໃນຂນະດຽວກັນຄົນລາວ ອີກຄົນນຶ່ງ ພັດເວົ້າວ່າ ລາວບໍ່ຢາກອອກຄວາມເຫັນເທື່ອ ຕ້ອງເບີ່ງໄປກອ່ນ ເນື້ອໃນຕົວຈິງຂອງກົດຣະບຽບນັ້ນຈະເປັນຢ່າງໃດ:

"ຕ້ອງເບີ່ງກ່ອນຂະເຈົ້າຈະຈຳກັດກ່ຽວກັບຫຍັງ ເພາະວ່າລາຍລະອຽດກໍຍັງບໍ່ຮູ້ເທື່ອ".

ຢູ່ ສປປລາວ ມີຜູ້ໃຊ້ສື່ສັງຄົມ ໃນປີ 2011 ປະມານ 60 ພັນ ຄົນເພີ້ມຂື້ນເປັນ 190 ພັນ ຄົນໃນປີ 2012 ແລະ ໃນປີນີ້ເພີ້ມຂື້ນເປັນ 4 ແສນຄົນ ກົດຣະບຽບທີ່ ກຳລັງຮ່າງຢູ່ນີ້ ໄດ້ເກີດຂື້ນຫລັງຈາກເຫດການ ເຮືອບິນຕົກໃນມື້ວັນທີ 16 ຕຸລາ ຊຶ່ງມີຜູ້ໃຊ້ສື່ສັງຄົມໃນລາວ ໃຫ້ຂໍ້ ມູນທີ່ຜິດພາດ ຄາດເຄື່ອນ ຈາກມູນຄວາມຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.