ນັກຮຽນປະຖົມຊົນເຜົ່າ ບໍ່ເຂົ້າໃຈ ພາສາລາວ

ສຸພັດຕາ
2021.02.03
ນັກຮຽນປະຖົມຊົນເຜົ່າ ບໍ່ເຂົ້າໃຈ ພາສາລາວ ນັກຮຽນຊັ້ນປະຖົມ ໃນເຂດຊົນນະບົດ ຢູ່ ສປປລາວ
ພາບປະກອບ: ນັກຂ່າວພົລເມືອງ

ນັກຮຽນປະຖົມຊັ້ນ ປໍ1 ຫາ ປໍ5 ຢູ່ຫຼາຍແຂວງເປັນຕົ້ນແຂວງຫົວພັນ, ແຂວງເຊກອງ ແລະ ແຂວງອັດຕະປື ທີ່ເປັນນັກຮຽນຊົນເຜົ່າ ບໍ່ສາມາດຮຽນໜັງສືໄດ້ດີ ຍ້ອນບໍ່ເຂົ້າໃຈ ພາສາລາວ ເຮັດໃຫ້ເດັກນ້ອຍ ປະລະການຮຽນ.

ສະເພາະ ເມືອງວຽງໄຊ ແຂວງຫົວພັນ ສົກຮຽນ ປີ 2020-2021 ມີນັກຮຽນຊັ້ນ ປໍ1 ຫາ ປໍ5 ປະລະການຮຽນ ເພີ່ມຂຶ້ນ 0.28% ເປັນ 2.35% ຂອງຈຳນວນນັກຮຽນຊັ້ນປະຖົມ ທັງໝົດພາຍໃນເມືອງ, ໃນຂນະທີ່ສົກຮຽນປີ 2019-2020 ມີນັກຮຽນ ຊັ້ນ ປໍ1 ຫາ ປໍ5 ປະລະການຮຽນ ຢູ່ທີ່ 2.07%, ເຊິ່ງສາເຫດທີ່ເຮັດໃຫ້ນັກຮຽນ ປະລະການຮຽນ ກໍຍ້ອນ ເດັກນ້ອຍຊົນເຜົ່າ ບໍ່ເຂົ້າໃຈພາສາລາວ ເຮັດໃຫ້ອ່ານບໍ່ໄດ້, ເວົ້າບໍ່ໄດ້ ຮຽນບໍ່ທັນໝູ່ ຈຶ່ງປະລະການຮຽນ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະ ກິລາ ເມືອງວຽງໄຊ ແຂວງຫົວພັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ກຸມພາ ນີ້:

“ເຂົາເຈົ້າ ບໍ່ເຂົ້າໃຈພາສາລາວຫັ່ນແດ່, ນັກຮຽນຊົນເຜົ່າຫັ່ນ ເຂົາອ່ານ ອ່ານບໍ່ໄດ້, ເຂົາມີແຕ່ເວົ້າພາສາຊົນເຜົ່າຂອງເຂົານິ່, ແລ້ວ ເຮັດໃຫ້ຮຽນກໍບໍ່ທັນໝູ່, ແລ້ວກໍຮຽນອ່ອນ ວ່າຊັ້ນສະ ເນາະ.”

ທ່ານກ່າວຕື່ມວ່າ ເມືອງຮ່ອນ ກໍມີນັກຮຽນຊັ້ນ ປໍ1 ຫາ ປໍ5 ປະລະການຮຽນເພີ່ມຂຶ້ນ ຈາກ 0.15% ເປັນ 2.1% ໃນຂນະທີ່ ສົກຮຽນ ປີ 2019-2020, ທີ່ຜ່ານມາ ພາຍໃນແຂວງກໍມີ ອົງການສາກົລ ຈາກປະເທດເກົາຫຼີໃຕ້ ແລະ ອອສເຕຣເລັຽ ເຂົ້າມາ ສົມທົບກັບ ພະນັກງານ ນາຍຄຣູ ວາງທິດທາງການສອນ, ການອ່ານ, ການຂຽນພາສາລາວໃຫ້ ແລະມີແຜນສືບຕໍ່ ວຽກງານ ດັ່ງກ່າວໃນບາງເມືອງ.

ຢູ່ເມືອງທ່າແຕງ ແຂວງເຊກອງ ໃນສົກຮຽນ ປີ 2020-2021 ມີນັກຮຽນຊັ້ນ ປໍ1 ຫາ ປໍ5 ປະລະການຮຽນເພີ່ມຂຶ້ນ 1.15% ເປັນ 8.7% ໃນຂນະທີ່ ສົກຮຽນປີ 2019-2020 ມີນັກຮຽນ ຊັ້ນ ປໍ1 ຫາ ປໍ5 ປະລະການຮຽນ ຢູ່ທີ່ 7.2%, ສາເຫດທີ່ສຳຄັນ ທີ່ເຮັດໃຫ້ນັກຮຽນປະລະການຮຽນ ກໍແມ່ນ ນັກຮຽນຊົນເຜົ່າ ບໍ່ສາມາດສື່ສານພາສາລາວ ກັບນາຍຄຣູ ແລະໝູ່່ຮ່ວມ ຫ້ອງໄດ້, ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ແຂວງເຊກອງ ກ່າວວ່າ:

“ບາງບ່ອນ ໂຮງຮຽນຫ່າງໄກສອກຫຼີກ, ເຂົາເຈົ້າ ກໍບໍ່ສາມາດເວົ້າພາສາລາວ, ເວົ້າໄດ້ຢູ່, ແຕ່ວ່າ ບໍ່ມາສາມາດເຂົ້າໃຈໄດ້, ສື່ສານ ບໍ່ປານໃດ ຫັ້ນນາ.”

ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງສນາມໄຊ ແຂວງອັດຕະປື ກ່າວວ່າອັດຕຣານັກຮຽນ ຊັ້ນ ປໍ1 ຫາ  ປໍ5 ປະລະ ການຮຽນນັ້ນ ແມ່ນເພີ່ມຂຶ້ນໜ້ອຍນຶ່ງ ແຕ່ຈື່ໂຕເລຂ ທີ່ຊັດເຈນບໍ່ໄດ້, ເຊິ່ງສາເຫດ ທີ່ເຮັດໃຫ້ນັກຮຽນພາຍໃນເມືອງ ປະລະການຮຽນ ກໍຍ້ອນ ນັກຮຽນຊົນເຜົ່າ ທີ່ອາສັຍຢູ່ເຂດຫ່າງໄກ ຈາກໂຕເມືອງ ບໍ່ສາມາດມີໝູ່ທີ່ເວົ້າ ພາສາລາວ ຈັບຄູ່ສົ່ງເສີມ ການຮຽນ ໃຫ້ກັນແລະກັນ ຄືກັບນັກຮຽນຊົນເຜົ່າ ທີ່ມາຮຽນຢູ່ໃນໂຕເມືອງ ໃນໂຄງການ ຈັດການຮຽນແບບເພື່ອນ ສອນເພື່ອນ ຂອງອົງການ ທຶນເພື່ອເດັກນ້ອຍ ແຫ່ງ ສະຫະປະຊາຊາດ ຫຼື UNICEF, ດັ່ງທ່ານກ່າວວ່າ:

“ໂຕບໍ່ເຂົ້າໃຈພາສານິ່, ໂຕນີ້ກໍສ່ວນນຶ່ງ ພາໃຫ້ປະລະ, ສ່ວນຫຼາຍເຂົາກໍເວົ້າພາສາທ້ອງຖິ່ນເຂົາ, ຊາວເຜົ່າ ແລ້ວເຣື່ອງເຂົ້າໃຈ ເຂົາເຂົ້າໃຈ, ແຕ່ວ່າ ອາຈບໍ່ຖະໜັດປານໃດນ່ະ ວ່າຊັ້ນສາ.”

ອີງຕາມການຣາຍງານທາງເຟສບຸກ UNICEF Laos ໃນວັນທີ 2 ກຸມພາ ທີ່ຜ່ານມາຣະບຸວ່າທາງ UNICEF ໄດ້ເລັງເຫັນໂຮງຮຽນ ແມ່ນມີນັກຮຽນຊົນເຜົ່າ ຢູ່ເມືອງສນາມໄຊ ແຂວງອັດຕະປື ຈໍານວນຫຼາຍຄົນ ທີ່ພາສາກາຍເປັນອຸປສັກ ຂອງນັກຮຽນ ໃນການຮຽນຮູ້ ເພື່ອແກ້ໄຂອຸປສັກນີ້ ອົງການ UNICEF ໄດ້ມີການຝຶກອົບຮົມຄຣູ ແລະຈັດການຮຽນ ແບບ ເພື່ອນສອນເພື່ອນ ໂດຍໃຫ້ນັກຮຽນ ທີ່ສາມາດເວົ້າພາສາລາວເກັ່ງ ຈັບຄູ່ກັບນັກຮຽນຊົນເຜົ່າ ທີ່ບໍ່ເກັ່ງພາສາລາວ ເພື່ອສົ່ງເສີມການຮຽນ ໃຫ້ກັນແລະກັນ ປະກົດວ່າ ນັກຮຽນທີ່ ບໍ່ເກັ່ງ ພາສາລາວ ສາມາດຮຽນໄດ້ໄວຂຶ້ນ ແລະຮຽນໄດ້ດີຂຶ້ນ.

ນາຍຄຣູຢູ່ໂຮງຮຽນ ປະຖົມສຶກສາ ເຂດຫ່າງໄກສອກຫຼີກ ເມືອງພິນ ແຂວງສວັນນະເຂດ ກ່າວວ່າພາຍໃນໂຮງຮຽນ ມີນັກຮຽນຊັ້ນ ປໍ1 ຫາ ປໍ2 ເປັນນັກຮຽນຊົນເຜົ່າຈະບໍ່ເຂົ້າໃຈ ພາສາລາວດີປານໃດ ເຮັດໃຫ້ຜົນການຮຽນອ່ອນ, ເຊິ່ງຜ່ານມານາຍຄຣູ ໂດຍສະເພາະ ນາຍຄຣູ ວິຊາພາສາລາວ ກໍໄດ້ເວົ້າໄດ້ລົມ ນໍານັກຮຽນຊົນເຜົ່າ ເຣື່ອງຫຼັກການໃຊ້ພາສາລາວ, ແຕ່ນັກຮຽນ ກໍບໍ່ ສາມາດເຂົ້າໃຈໄດ້ ເຮັດໃຫ້ນັກຮຽນຊົນເຜົ່າ ປະລະການຮຽນ, ດັ່ງທ່ານກ່າວວ່າ:

“ອະທິບາຍເນື້ອໃນ, ບົດເຣື່ອງບໍ ເຂົາກໍບໍ່ຢາກເຂົ້າໃຈປານໃດ, ບໍ່ຄືຄົນລາວ, ຄົນລາວ ມັນກໍເຂົ້າໃຈໄວກວ່າ ເຂົາເວົ້າກໍ ສຽງມັນກໍ ໂຕຢ່າງວ່າ ໂຕ ຂໍ, ໂຕ ຄໍ ມັນກໍເວົ້າສຽງອັນດຽວເດ້, ກໍເຮັດໃຫ້ເຂົາ ເຂົ້າໃຈຍາກ ໄມ້ເອກ, ໄມ້ໂທ ຖືວ່າ ບໍ່ໄດ້ເລີຍນ່າ ເຖິງຊັ້ນ ປໍ 5 ມາຂຽນ ກໍຍັງຜິດຫຼາຍ ເວລາລວມ, ເວລາຫຍັງ ກໍໄດ້ເວົ້າຢູ່ເລື້ອຍໆນິ່ແຫຼະ, ເຖິງຂັ້ນວ່າ ຊິຮຽນໄປ ບໍ່ໄດ້ເປັນເຈົ້າ ເປັນນາຍ, ກໍຮຽນໃຫ້ເຂົ້າໃຈ ມີຄວາມຮູ້ ມີຄວາມສາມາດ ໃຫ້ເຂົາເຈົ້າ ສາມາດປັບໂຕ ໄປຕາມສັງຄົມໄດ້ຊື່ໆ ອະທິບາຍໄປແນວນັ້ນແຫຼະ.”

ນາຍຄຣູຜູ້ນີ້ ກ່າວມ້ວນທ້າຍວ່າ ນອກຈາກນີ້ ພາຍໃນໂຮງຮຽນ ຍັງມີໂຄງການສົ່ງເສີມການອ່ານ ຈາກປະເທດຍີ່ປຸ່ນ ເຂົ້າມາຈັດ ກິຈກັມມຸມອ່ານ ພະຍັນຊະນະ ວັນນະຍຸດ ພາສາລາວ ຕິດຢູ່ເຮືອນ ຂອງນັກຮຽນຊັ້ນ ປໍ1 ແລະ ປໍ2 ພ້ອມທັງສົ່ງຄຣູໄປອົບຮົມ ພໍ່ແມ່ຜູ້ຄອງ ທີ່ມີລູກຫຼານ ຢູ່ຊັ້ນ ປໍ1 ແລະ ປໍ2 ສອນຫຼັກພາສາລາວໃຫ້ເຂົ້າໃຈ, ແຕ່ກໍບໍ່ໄດ້ຜົນປານໃດ ຍ້ອນ ພໍ່ແມ່ຜູ້ປົກຄອງ ນັກຮຽນ ບໍ່ໃຫ້ຄວາມຮ່ວມມື, ດັ່ງນັ້ນ ບັນຫານັກຮຽນ ຊັ້ນ ປໍ1-ປໍ5 ປະລະການຮຽນ ຖືວ່າ ເປັນບັນຫາທ້າທາຍ ແລະ ຕ້ອງໃຊ້ ເວລາໃນການແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.