ກອງປະຊຸມໂຕະມົນຣະດັບສູງ ຄັ້ງທີ 11
2013.11.19
ກອງປະຊຸມໂຕະມົນປະຈໍາປີຣະດັບສູງ ຄັ້ງທີ່ 11 ຣະຫ່ວາງຣັຖບານກັບຄູ່ຮ່ວມພັທນາເມື່ອວັນອັງຄານ ທີ່ 19 ພຶສຈິກາ ຕາມເວລາໃນເມືອງ ລາວ ໄດ້ທົບທວນການຈັດຕັ້ງປະຕິບັດ ແຜນການພັທນາສັງຄົມ-ເສຖກິດ ແຫ່ງຊາຕຄັ້ງທີ່ 7 ຜົນຂອງການທົບທວນກາງສະໄໝ ແລະຄວາມ ຄືບໜ້າ ໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັທນາ ສະຫັດສະວັດ ສະຫະປະຊາຊາຕ ໃນລາວ.
ກອງປະຊຸມມີຂຶ້ນພາຍໃຕ້ຫົວຂໍ້: ເລັ່ງລັດການບັນລຸເປົ້າໝາຍສະຫັດສະວັດ ດ້ານການພັທນາ ແລະການພັທນາ ທີ່ສົມສ່ວນແບບມີສ່ວນຮ່ວມ. ສື່ມວນຊົນຣາຍງານວ່າ ທ່ານ ທອງສິງທັມມະວົງ ນາຍົກຣັຖມົນຕຣີ ໄດ້ແຈ້ງຕໍ່ກອງປະຊຸມວ່າ ລາວປະສົບກັບສິ່ງທ້າທາຍ ໃນການບັນລຸເປົ້າ ໝາຍສະຫັດສະວັດ.
ຂໍ້ທີ່ 1 ທີ່ກ່ຽວກັບການຫລຸດຜ່ອນຄວາມທຸກຍາກ ແລະອຶດຫີວ ໂດຍສະເພາະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຂາດສານ ອາຫານ. ສປປລາວ ອາດ ດີ້ນຮົນກັບເປົ້າໝາຍ ສະຫັດສະວັດ. ຂໍ້ທີ່ 2 ທີ່ກ່ຽວກັບຈົບການສຶກສາທົ່ວໄປ ໂດຍສະເພາະ ອັດຕຣານັກຮຽນ ໄດ້ຮຽນໜັງສືຕໍ່ຍັງຕໍ່າຢູ່ ເມື່ອທຽບກັບປະເທດ ໃນພູມີພາກ.
ເປົ້າໝາຍ ສະຫັດ ສະວັດ ທີ່ 9 ທີ່ກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ເປັນສິ່ງທ້າທາຍຫລາຍທີ່ສຸດ. ທ່ານ Haoling Xu ຜູ້ຕາງໜ້າ ສະຫະປະຊາຊາຕ ເພື່ອການພັທນາ ອ່ານຖແຫລງການ ຂອງ ມາດາມ Helen Clark ປະທານ ກຸ່ມຫນ່ວຍງານພັທນາ ສະຫະປະຊາຊາຕ ມີໃຈຄວາມວ່າ ຢາກໃຫ້ຣັຖບານ ລາວ ເຫັນຄວາມສໍາຄັນ ຂອງແຜນປະຕິບັດ 5 ຂໍ້ ທີ່ຕຽມໄວ້ສໍາລັບ ກອງປະຊຸມນີ້ ເພື່ອເປັນທິດທາງ ແກ່ ລາວ ໃນການປະຕິບັດ ພ້ອມນັ້ນ ໄດ້ຮຽກຮ້ອງໃຫ້ຣັຖບານລາວ ແລະຄູ່ຮ່ວມພັທນາ ນາໆຊາຕເອົາມາຕການທີ່ຈໍາເປັນເພື່ອເຮັດໃຫ້ຂັ້ນຕອນ ຂອງແຜນປະຕິບັດ 5 ຂໍ້ນີ້ເກີດເປັນຈິງ.
ມີຜູ້ເຂົ້າຮ່ວມປະຊຸມ ທັງໝົດປະມານ 400 ຄົນ ໃນນັ້ນມີ ຜູ້ຕາງໜ້າ ຣັຖບານ ແລະຄູ່ຮ່ວມພັທນາ ພາຍໃນແລະຕ່າງປະເທດ 35 ຄົນ ແລະ 37 ປະເທດ. ກ່ອນກອງປະຊຸມ ເລີ້ມຂຶ້ນນັ້ນ ຄູ່ຮວມພັທນາສະຫະພາບຢູໂຣບ ໄດ້ຢໍ້າເຖິງບັນຫາ ສິດທິມະນຸດ ໃນລາວແລະຫລາຍໆ ບັນຫາ ທີ່ລາວຍັງຊັກຊ້າ ໃນການເອົາໃຈໃສ່.