ມາຟັງນໍາກັນ 07/28/19

ໄຊຍາ ແລະ ພູວົງສ໌
2019.07.28
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ພາກການກະເສຕ ໃນລາວ ພວມປະສົພ ກັບພັຍແຫ້ງແລ້ງ ແລະ ສະພາບ ນ້ຳຂອງແຫ້ງ ຍັງໜ້າເປັນຫ່ວງ ເນື່ອງ​ຈາກວ່າ ເຂື່ອນ​ໄຟ​ຟ້າ​ພະ​ລັງ​ນ້ຳ ຫລາຍ​ແຫ່ງ ກັກ​ນ້ຳ ເພື່ອ​ຜ​ລິດ​ກະ​ແສ​ໄຟ​ຟ້າ ແລະ ສະ​ພາບ​ດິນ​ຢ້າ​ອາ​ກາດ ທີ່​ຮ້ອນ​ອົບ​ເອົ້າ ພ້ອມ​ກັບ ຝົນ​ກໍ​ຕົກ​ໜ້ອຍ ທີ່​ສຸດ ໃນ​ປີ​ນີ້.

ຊາວບ້ານ ໃນແຂວງໄຊຍະບູຣີ ກ່າວ​ວ່າ:

“ໂອ່, ກະວ່າຫຼາຍຫັ້ນແຫຼະ ປີນີ້ນ່າ ເພາະວ່າ ໜັກຫຼາຍກວ່າປີກາຍ. ປີກາຍເຮົາຍັງມີຝົນ ປີນີ້ຖືວ່າຢາກອັນຕະຣາຍຫຼາຍ. ດຳນາແລ້ວ, ແຕ່ຫາກບໍ່ມີນ້ຳ ຝົນຖິ້ມຊ່ວງນ່າ ຖິ້ມຣະດູ. ນ້ຳຫ້ວຍນີ້ກະບໍ່ມີລະ ເຂົາດູດໃສ່ນາ ນາຢູ່ມໍ່ກັນ ຢູ່ມໍ່ແຄມຫ້ວຍເຂົາດູດໃສ່ມັນກະຍັງແຫ້ງ ລະເນາະ, ແຕ່ນ້ຳອາບມື້ແລງນີ້ກະຍັງບໍ່ຢາກມີລະ ນ້ຳສ້າງກັອກນ້ຳນີ້ກະຍັງບໍ່ມີໃຊ້ລະ. ບາດານກະແຫ້ງເກາະ ເພາະວ່ານ້ຳຫ້ວຍມັນບໍ່ມີເດ ມັນກະເລີຍບົກ ມັນບໍ່ມີ. ເຂື່ອນໄຊຍະບູຣີ ມັນຢູ່ເທິງພຸ້ນ ຢູ່ໄກກັນ, ແຕ່ມັນກະແຫ້ງຫັ້ນແຫຼະນ້ຳຂອງກະດາຍ ປີນີ້ມັນແລ້ງອີກເດ ນ້ຳຂອງມັນກະເລີຍແຫ້ງ.”

ຊາວບ້ານໃນເຂດພາກໃຕ້ ກ່າວ​ວ່າ:

“ແລ້ງຫຼາຍ ແລ້ງກ່ວາທຸກປີທີ່ເຄີຍເຈິມາເຈົ້າ. ມັນຊິໄດ້ເຂົ້າເປືອກໜ້ອຍກ່ວາເກົ່າ, ປີກາຍນີ້ ມັນໄດ້ຢູ່ 147 ເປົາ, ປະສົບພະຍຸ ເຫຼືອຈາກພະຍຸລະຍັງເຫຼືອ 147 ເປົາ. ປີນີ້ຄາດກະວ່າຄັນຊິເຫຼືອກາໝ້ອງ 100 ນີ້ແຫຼະ ຈັກເຫຼືອຈັກບໍ່ນີ້ແຫຼະ, ແຕ່ວ່າມັນເປັນອາຊີພລະ ມັນເລີຍປະບໍ່ໄດ້ ມັນຕ້ອງໄດ້ເຮັດໄປເລີຍ. ອີກຢ່າງ ຄື ປີນີ້ກາແລ້ງເນາະ ມັນມີຜົລເສັຽຫຼາຍກ່ວາໄດ້ເນາະ ເຮົາພົບເຫັນນ່າ. ຖ້າປົກກະຕິແລ້ວຫັ້ນ ນາ 3 ເຮັກຕ້າ ບໍ່ໄດ້ຫຼຸດ 200 ສອບເນາະ, ອັນນີ້ເຮົາໄດ້ແຕ່ 100 ປາຍ. ໝາຍຄວາມວ່າ ຣາຍໄດ້ ມັນບໍ່ສົມຜົລນ່າ ມັນບໍ່ສົມຜົລວ່າຊັ້ນສາ ບໍ່ສົມກັບເນື້ອທີ່.”

ຍານາງ ເປຣມຣຶດີ ດາວເຣືອງ, ຜູ້ປະສານງານ ເຄືອຂ່າຍ ພາກປະຊົນ ຈັບຕາ ການລົງທຶນ ໃນເຂື່ອນລາວ (Lao Dam Investment Monitor), ກ່າວ​ວ່າ:

“ຄື ອະທິບາຍເຣື້ອງທີ່ເກີດຂຶ້ນໃນແມ່ນ້ຳຂອງຕອນນີ້ ເຮົາຊິເອີ້ນມັນໄດ້ວ່າ ເຂົາເອີ້ນວ່າ (ເຂື່ອນປະສົມໂລກຮ້ອນ). ຄືແນ່ນອນໃນໄລຍະເວລາຜ່ານມາຫຼາຍປີຫຼັງນີ້ ຢ່າງໜ້ອຍ 5 ປີຫຼັງນີ້, ສະຖານະການທີ່ເຮັດໃຫ້ເກີດພັຍແລ້ງ, ແຫ້ງແລ້ງຮຸນແຮງ, ຝົນຕົກໜ້ອຍໃນຕອນເໜືອຂອງແມ່ນ້ຳຂອງນີ້ ມັນເກີດຂຶ້ນແທ້. ແຕ່ວ່ານ້ຳໜັກຂອງບັນຫາໃນລຸ່ມແມ່ນ້ຳຂອງ, ສຳລັບພວກເຮົາ ມັນຕ້ອງໄປທີ່ເຂື່ອນ ເພາະວ່າເຂື່ອນນີ້ ມັນຍິ່ງເຮັດໃຫ້ສະຖານະການນີ້ ມັນຮຸນແຮງຫຼາຍຂຶ້ນ. ຢ່າງທີ່ເຮົາເຫັນແມ່ນບໍວ່າ ການທີ່ຈີນເອງ ຈະຕ້ອງສູ້ກັບບັນຫາເຣື້ອງພັຍແລ້ງເອງ ເຮັດໃຫ້ຣະບົບການເປີດປິດນ້ຳຂອງເຂື່ອນຈີນນີ້ ມັນເຮັດໃຫ້ໂຕແມ່ນ້ຳຂອງນີ້ ຜິດພ້ຽນຣະດູການໄປໝົດ.”

ທ່ານ ໄບຣ່ອັ້ນ ໄອ່ເລີ້, ຜູ້ອຳນວຍການ ໂຄງການ ກ່ຽວກັບ ອາຊີອາຄະເນ ແຫ່ງສູນຄົ້ນຄວ້າ Stimson ທີ່ນະຄອນຫຼວງວໍຊິງຕັນ, ປະເທສສະຫະຣັຖອະເມຣິກາ ແລະ ທັງເປັນ ຜູ້ຊ່ຽວຊານ ດ້ານບັນຫາ ຜົລກະທົບ ຂ້າມຊາຍແດນ ໃນຂົງເຂດ ແມ່ນ້ຳຂອງ ແລະ ໄດ້ລົງເລິກ ດ້ານການຮ່ວມມື ທາງເສຖກິຈ ຂອງຈີນ ກັບຂົງເຂດອາຊີອາຄະເນ.

“ສະພາວະ ແຫ້ງແລ້ງ ຈະກະທົບ ຊີວິຕປະຈຳວັນ. ນ້ຳໜ້ອຍ, ປາໜ້ອຍ ແລະ ກໍມີໂອກາດ ໜ້ອຍລົງ ທີ່ຜົລຜລິຕ ທາງດ້ານ ການກະເສຕ ຈະອອກມາໜ້ອຍ. ນັ້ນເປັນ ອັນທີ 1. ອັນທີ 2, ໃນເວລານີ້ ເປັນຣະດູ ວາງໄຂ່ ສຳລັບ ປາບາງຊນິດ ທີ່ຕ້ອງອົພຍົບ ຕາມຣະບົບ ແມ່ນ້ຳຂອງ ເພື່ອຂຶ້ນໄປວາງໄຂ່ ແລະ ມີປາ ປະມານ 1,000 ຊນິດ ທີ່ພວກມັນ ບໍ່ໄດ້ອົພຍົບ ໃນເວລາດຽວກັນ, ແຕ່ສ່ວນຊນິດປາ ທີ່ກຳລັງ ອົພຍົບ ໃນເວລານີ້ ພັດບໍ່ສາມາດ ຊອກຫາ ເຮືອນຂອງມັນ ໄດ້ ຍ້ອນຣະດັບນ້ຳ ໃນແມ່ນ້ຳຂອງ ບົກແຫ້ງ ລົງຫຼາຍ. ມີປາ ບາງຈຳພວກ ບໍ່ສາມາດລອຍຂຶ້ນ ໄປເທິງໄດ້ ຫຼື ພາກັນ ຕາຍນ້ຳຕື້ນ, ສິ່ງນິ້ີ້ຖືກ ບັນທຶກ ເປັນສາຣະຄດີ ແລ້ວເຜີຍແຜ່ ຕາມສື່ຕ່າງໆ ຕາມເກາະດອນຕ່າງໆ. ສະນັ້ນ, ສິ່ງນີ້ ຖືເປັນ ພັຍຂົ່ມຂູ່ ທາງຊີວະນາໆພັນ ຕໍ່ຊນິດປາ ທີ່ພວມ ອົພຍົບ ໃນເວລານີ້, ເຊິ່ງເປັນຈຳພວກ ທີ່ມີສ່ວນສຳຄັນ ຂອງວັຕຈັກຊີວິຕ ຂອງໝູ່ປາ, ສາມາດ ຖືກເຮັດໃຫ້ ສູນພັນ ໄປໄດ້.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.