ນາງສີວັນໄຊ ຈະໄດ້ຫາຍໃຈ ນອກຄຸກແລ້ວ

ນາງ ສີວັນໄຊ ພົມມະລາດ ທີ່ ຖືກກັກຂັງ ຢູ່ ແຂວງຄຳມ່ວນ ຍ້ອນຂັດຂວາງ ການຍຶດ ທີ່ດິນ ຂອງທາງການ ທ້ອງຖິ່ນ ອາຈໄດ້ຮັບ ອະນຸຍາດ ໃຫ້ ປະກັນຕົວ ໃນໄວໆນີ້.
ອະວາຣີ
2013.01.30
F-handcups ການກັກຂັງ ຄວບຄຸມຕົວ ເກີນກໍານົດ ເປັນການ ລ່ວງຣະເມີດ ສິທທິບຸກຄົນ ຮວມໄປເຖີງ ສິດທິມະນຸດ
blogspot

ເຈົ້າໜ້າທີ່ ສືບສວນ ຕົກລົງ ອະນຸຍາດ ໃຫ້ ທ່ານ ສຸກພະອຸ່ນ ພົມມະລາດ ຜູ້ເປັນຜົວ ມີສິດ ປະກັນຕົວ ນາງສີວັນໄຊ ຜູ້ເປັນເມັຽໄດ້ ໂດຍເອົາທ່ານ ສຸກພະອຸ່ນ ເປັນຜູ້ ຮັບປະກັນ. ດັ່ງ ທ່ານ ສຸກພະອຸ່ນ ໄດ້ອ່ານໃບ ຄຳຮ້ອງຂໍ ປະກັນຕົວ ທີ່ເຈົ້າໜ້າທີ່ ສືບສວນ ຂຽນໃຫ້ວ່າ:

"ໃນເມື່ອ ປະກັນຕົວອອກໄປ ແລ້ວ ຖ້ານາງ ສີວັນໄຊ ຫາກມີການ ຫລົບລີ້ ໂຕນໜີ ຫລື ເຄື່ອນໄຫວ ກະທຳຜິດ ແມ່ນ ຂ້າພະເຈົ້າ ເປັນຜູ້ຮັບ ຜິດຊອບ ຕໍ່ຣະບຽບ ກົດໝາຍ ທັງໝົດ ໂດຍບໍ່ມີ ການຂັດຂ້ອງ ແລະ ຕໍ່ວ່າ ແຕ່ຢ່າງໃດ."

ປັດຈຸບັນ ທ່ານ ສຸກພະອຸ່ນ ກຳລັງ ຈະປຶກສາ ກັບ ທະນາຍຄວາມ ແລະ ນັກຊ່ຽວຊານ ທາງດ້ານ ກົດໝາຍອື່ນໆ ເພື່ອຢາກ ເຂົ້າໃຈວ່າ ເປັນຫຍັງ ເຈົ້າໜ້າທີ່ ຈຶ່ງຢາກໃຫ້ເຂົາ ເປັນຕົວປະກັນ ເປັນຫຍັງ ບໍ່ໃຫ້ ເຂົາເອົາເງິນ ເປັນສິ່ງປະກັນ. ສ່ວນຕົວ ທ່ານ ສຸກພະອຸ່ນ ແລ້ວ ຢາກເອົາເງິນ ປະກັນ ຫລາຍກວ່າ. ນອກຈາກ ປະກັນຕົວ ແລ້ວ ທ່ານ ສຸກພະອຸ່ນ ຍັງເວົ້າວ່າ:

"ມີການປັບໃໝ ອີກໄດ໋ ປົກກະຕິແທ້ ຕາມກົດໝາຍແທ້ ເພິ່ນເວົ້າ ສອງແສນຫາ 50 ລ້ານກີບ ເພິ່ນເວົ້າຫັ່ນນ໋າ ຢູ່ຄຸກກະ ຕ່າງຫາກ ເສັຍຄ່າຢູ່ ຄ່າກິນ ຄ່ານ້ຳ ຄ່າໄພ."

ນາງ ສີວັນໄຊ ພົມມະລາດ ອາຍຸ 35 ປີ ຢູ່ບ້ານໂພນຄຳ ເມືອງ ຍົມມະລາດ ແຂວງຄຳມ່ວນ ຖືກກັກຂັງ ຢູ່ຄຸກໃຫຍ່ ແຂວງຄຳມ່ວນ ເປັນເວລາ ເກືອບ ສາມເດືອນແລ້ວ ໃນຂໍ້ສົງສັຍ ເປັນຫົວໜ້າ ພວກປະທ້ວງ. ເຣື່ອງມີຢູ່ວ່າ ນາງ ສີວັນໄຊ ແລະຜົວ ບໍ່ຍອມມອບ ທີ່ດິນ ບ່ອນຢູ່ອາສັຍ ຂອງພວກເຂົາ ໃຫ້ແກ່ທາງການ ເມືອງ ຍົມມະລາດ ແລ້ວຖືກເອິ້ນໄປ ຂົ່ມຂູ່ ຢູ່ຫ້ອງການເມືອງ ຫລາຍເທື່ອ ຕໍ່ມາ ພວກເຂົາ ແລະ ຊາວບ້ານ 20 ກວ່າຄົນ ໄດ້ພາກັນ ໄປຫາຜູ້ໃຫຍ່ ຢູ່ຂົວ ສວັນນະເຂດ ໂດຍຫວັງວ່າ ຜູ້ໃຫຍ່ ຊ່ວຍແກ້ໄຂ ຂໍ້ຂັດແຍ້ງ ທີ່ດິນໃຫ້ໄດ້. ເມື່ອໄປ ບໍ່ເຫັນໃຜ ບາດກັບມາ ນາງ ສີວັນໄຊ ແລະ ຊາວບ້ານ ທັງໝົດຖືກຈັບ ແຕ່ຕໍ່ມາ ທຸກຄົນຖືກ ປ່ອຍຕົວໝົດ ນອກຈາກ ນາງສີວັນໄຊ ເພາະ ເຈົ້າໜ້າທີ່ ເຊື່ອວ່າ ນາງເປັນຫົວໜ້າ ພາຊາວບ້ານ ໄປປະທ້ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.