ທ.ສົມສະຫວາດເລັ່ງສະຫວັດ ຈະ ບໍານານ
2014.09.15

ແຫລ່ງຂ່າວ ຈາກ ຫ້ອງວ່າການ ຣັຖບານ ໄດ້ຣາຍງານ ວ່າ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ທີ່ ຮັບຜິດ ຊອບ ວຽກງານ ເສຖກິດ ຕຣຽມ ຈະອອກ ບຳນານ ແລ້ວ. ຜູ້ທີ່ຈະ ມາ ຮັບຜິດຊອບ ໜ້າທີ່ ແທນ ແມ່ນ ທ່ານ ບຸນປອນ ບຸດຕະນະວົງ ກັມມະການ ກົມການເມືອງ ສູນກາງ ພັກ ຮອງນາຍົກ ຣັຖມົນຕຣີ. ແຫລ່ງຂ່າວ ຍັງຣາຍງານ ໃຫ້ຮູ້ວ່າ ທ່ານ ບຸນປອນ ບຸດຕະນະວົງ ໄດ້ຍ້າຍ ເຂົ້າມາ ເຮັດວຽກຢູ່ ຫ້ອງວ່າການ ຣັຖບານ ໄດ້ ປະມານ 3 ເດືອນ ແລ້ວ ຊຶ່ງ ແຕ່ກ່ອນ ເຄີຍເປັນ ຫົວໜ້າ ຫ້ອງ ວ່າການ ສູນກາງ ພັກ ແຕ່ຍັງ ບໍ່ທັນມີການ ມອບຮັບ ຕຳແໜ່ງ ຢ່າງເປັນ ທາງການ ກັບ ທ່ານ ສົມສະຫວາດ ເລັ່ງສະຫວັດ.
ອີງຕາມ ການຣາຍງານ ຈາກ ສື່ມວນຊົນ ຂອງລາວ ຈະເຫັນວ່າ ໃນຊ້ວງ ໄລຍະ ປະມານ 3 ເດືອນ ມານີ້ ຈະບໍ່ ປະກົດເຫັນ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະກົດ ເປັນຂ່າວ ຫລາຍຄື ແຕ່ກ່ອນ. ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເຂົ້າມາ ດຳຣົງ ຕຳແໜ່ງ ກັມມະການ ກົມການເມືອງ ສູນກາງ ພັກ ຮອງ ນາຍົກ ຣັຖມົນຕຣີ ທີ່ ຮັບຜິດຊອບ ວຽກງານ ທາງດ້ານ ເສຖກິດ ມາແລ້ວ ເປັນສະໄໝ ທີສອງ.
ນອກຈາກນີ້ ທີ່ ຜ່ານມາ ກໍເຄີຍ ມີການ ສັບປ່ຽນ ຕຳແໜ່ງ ທີ່ ບໍ່ມີການ ປະກາດ ຢ່າງ ເປັນທາງການ ນັ້ນ ກໍຄື ການຍ້າຍ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຣີ ວ່າການ ກະຊວງ ຍຸຕິທັມ ໃຫ້ ໄປດຳຣົງ ຕຳແໜ່ງ ຫົວໜ້າ ສະຖາບັນ ຄົ້ນຄວ້າ ວິທຍາສາດ ສັງຄົມ ແຫ່ງຊາດ ແລະ ໄດ້ແຕ່ງຕັ້ງ ທ່ານ ບຸນເກີດ ສັງສົມສັກ ທີ່ເຄີຍ ດຳຣົງ ຕຳແໜ່ງ ຣັຖມົນຕຣີ ຊ່ວຍ ວ່າການ ກະຊວງ ການຕ່າງ ປະເທດ ມາດຳຣົງ ຕຳແໜ່ງ ເປັນ ຣັຖມົນຕຣີ ວ່າການ ກະຊວງ ຍຸຕິທັມ ແທນ ທ່ານ ຈະເລີນ.