ໂບດບໍ່ມີອະນຸຍາດຄຣິສຈຽນ ຖືກຈັບ
2014.05.21

ຊາວບ້ານ ບ້ານ ປາກຊອງ ເມືອງ ສອງຄອນ ແຂວງ ສວັນນະເຂດ ຊື່ງ ເປັນບ້ານ ທີ່ ຊາວຄຣິສຈຽນ ຖືກ ຈັບກຸມ ເວົ້າວ່າ ທີ່ ຜ່ານມາ ຊາວ ຄຣິສຈຽນ ເຫລົ່ານີ້ ບໍ່ເຄີຍສ້າງ ບັນຫາ ໃດໆກັບ ຊາວບ້ານ ກຸ່ມອື່ນໆ ແຕ່ສີ່ງ ທີ່ເຮັດ ໃຫ້ ຂະເຈົ້າ ຖືກຈັບ ຍ້ອນ ຄວາມເຊື່ອ ພຣະເຈົ້າ ທີ່ ຢາກເຮັດ ພິທີ ທາງ ສາສນາ ໃນ ໂບດ ຫລັງໃຫມ່ ທີ່ ຍັງບໍ່ໄດ້ ຮັບ ອະນຸຍາດ:
"ບໍ່ມີ ບ່ອນລວມ ບໍ່ມີບ່ອນລວມ ກໍຫາ ບ່ອນອື່ນຕີ້ ເຮົານີ້ ບໍ່ມີ ບັນຫາດອກ ຂະເຈົ້າ ກໍດີ ຢູ່ດອກ ແຕ່ ສາສນາ ນີ້ ບໍ່ໃຫ້ຖື ບໍ່ແມ່ນ ແຕ່ວ່າ ບໍ່ໃຫ້ລວມ ໃນບ່ອນທີ່ ເພີ່ນສ້າງ ບໍ່ໄດ້ຮັບ ອະນຸຍາດ".
ທ່ານກ່າວ ຕື່ມວ່າ ໃນບ້ານ ປາກຊອງ ມີຊາວ ຄຣິສຈຽນ 30 ຄົນ ແຕ່ກ່ອນ ພວກຂະເຈົ້າ ໄປເຮັດ ພິທີ ທາງ ສາສນາ ຢູ່ໂບດ ສີປະເສີດ ບ້ານ ລັດຕະນະ ຫ່າງຈາກ ບ້ານປາກຊອງ ປະມານ 1-2 ກິໂລແມັດ ວ່າງປີ ທີ່ ຜ່ານມາ ຊາວບ້ານ ຢາກ ສ້າງໂບດໃຫມ່ ຂຶ້ນທີ່ນີ້ ເພື່ອ ຄວາມສດວກ ໃນການ ຈັດພີທີ ທາງສາສນາ ພວກຂະເຈ້າ ຈຶ່ງ ພາກັນ ສ້າງໂບດ ຫລັງໃຫມ່ ຂຶ້ນ ແລະ ໄດ້ສົ່ງ ຫນັງສື ຂໍ ອະນຸຍາດ ໃຊ້ໂບດ ກັບ ທາງ ແຂວງແລ້ວ.
ໃນຂະນະ ທີ່ ລໍຖ້າ ໃບ ອະນຸຍາດ ພວກຂະເຈົ້າ ໄດ້ປະກອບ ພິທີ ທາງ ສາສນາ ໃນ ໂບດໃຫມ່ ນີ້ ຊື່ງຖືວ່າ ຜິດ ກົດຫມາຍ ເຈົ້າຫນ້າທີ່ ຈຶ່ງ ເຂົ້າມາ ສັ່ງສອນ ອົບຮົມ ໃນການ ອົບຮົມ ຢູ່ນັ້ນ ກໍມີການ ໂຕ້ຖຽງກັນ ຂື້ນ ຈຶ່ງມີການ ຈັບກຸມ ຈາກ ເຈົ້າຫນ້າທີ່.
ທ່ານກ່າວ ເພີ້ມວ່າ ໃນ ວັນທີ 11 ພຶສພາ ຜ່ານມາ ເຈົ້າຫນ້າທີ່ ໄດ້ໃຫ້ ຊາວຄຣິສຈຽນ ກຸ່ມດັ່ງກ່າວ ຍອມເຊັນ ວ່າຈະບໍ່ໃຊ້ ໂບດ ຫລັງໃຫມ່ ນີ້ ຈົນກວ່າ ຈະໄດ້ຮັບ ອະນຸຍາດ ຊື່ງ ມີພຽງແຕ່ 12 ຄົນ ເທົ່ານັ້ນ ທີ່ເຊັນ ສ່ວນ ເຫລືອ 11 ຄົນ ບໍ່ຍອມເຊັນ ເຈົ້າຫນ້າທີ່ ຈຶ່ງ ຈັບກຸມ ແລະ ລົງໂທດ ຕື່ມອີກ.