ສູນກາງພັກ ປະຊາຊົນປະຕິວັດລາວ ຕົກລົງປັບປຸງ ກົງຈັກການຈັດຕັ້ງ
ພັກ ປະຊາຊົນປະຕິວັດລາວ ຕົກລົງປັບປຸງ ກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ, ຫຼຸດຈໍານວນລັດຖະກອນ.
-
ຈຳປາທອງ
2025-03-17 -
-
-
Your browser doesn’t support HTML5 audio
ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ມີມະຕິວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງ ໃນມື້ວັນທີ 12 ມີນາ 2025 ຊຶ່ງໃນນັ້ນ ມີທັງກົງຈັກການຈັດຕັ້ງ ພັກ ແລະລັດຖະບານ ເພື່ອຫວັງຈະເຮັດໃຫ້ ກົງຈັກການຈັກຕັ້ງ ກະທັດລັດ ແລະມີປະສິດທິພາບ.
ການປັບປຸງ ການຈັດຕັ້ງ ທີ່ວ່ານີ້ ມີທັງການໂຮມກະຊວງແຜນການ ແລະການລົງທຶນ ເຂົ້າກັບ ກະຊວງການເງິນ ເອີ້ນຊື່ວ່າ ກະຊວງການເງິນ; ໂຮມກະຊວງພະລັງງານ ແລະບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະການຄ້າ ເອີ້ນຊື່ວ່າ ກະຊວງອຸດສາຫະກໍາ ແລະການຄ້າ; ໂຮມກະຊວງຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ຊື່ວ່າ ກະຊວງກະສິກໍາ ແລະສິ່ງແວດລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບ ຄະນະຈັດຕັ້ງ ສູນການພັກ, ໂອນວຽກຄຸ້ມຄອງ ມະຫາພາກ ດ້ານສາດສະໜາ ໄປຂຶ້ນກັບ ຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ; ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ອອກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມ ສູນກາງພັກ, ປ່ຽນຊື່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເປັນກະຊວງວັດທະນະທໍາ ແລະການທ່ອງທ່ຽວ.
ຈະມີການຫຼຸດຜ່ອນ ຈຳນວນພະນັກງານ ແລະ ລັດຖະກອນ ລົງ
ກ່ຽວກັບການປ່ຽນແປງ ທີ່ວ່ານີ້ ເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມີນານີ້ວ່າ ມີຂ່າວຈາກວົງໃນວ່າ ຈະມີການຫຼຸດຜ່ອນ ຈໍານວນພະນັກງານ ແລະລັດຖະກອນ ລົງ ແຕ່ກໍໃຫ້ລໍຖ້າຂ່າວ ເປັນທາງການ ອອກມາ ຫຼັງການປັບປຸງ ກົງຈັກການຈັດຕັ້ງ ທີ່ວ່າຈະມີການຫຼຸດ ຈໍານວນລັດຖະກອນ ລົງ:
“ຫຼັກໆ ທາງເຮົາຫັ້ນ 1 ບໍ່ເຫັນເອກກະສານ ເປັນທາງການ, ອັນ 2 ມາຫັ້ນມາ ລະແມ່ນວ່າ ເວົ້າຂໍອະນຸຍາດນໍ ຄືແຕ່ໄດ້ຍິນແຕ່ວົງໃນ ແລ້ວກໍມີລັກສະນະ ຄືເປັນບັດສົນເທ, ເຂົາເຈົ້າສົ່ງກັນ ຕາມໂຊຊຽນ ຫັ້ນນ່າ ແລ້ວກໍເຫັນເພິ່ນ ເວົ້າຄ້າວໆ ຢູ່ວ່າ ມີການຫຼຸດ ແລ້ວກໍຕັດ. ຄ້າຍໆ ຄືວ່າ ຫຼຸດຈໍານວນພະນັກງານ ລົງ ຫຼືວ່າ ໃຫ້ພັກຜ່ອນບໍ່ ຫຼືອີ່ຫຍັງ ປະມານນີ້ ແຫຼະ.”
ມະຕິລະບຸວ່າ ໃນປີ 2024 ມີລັດຖະກອນທັງໝົດ 168,572 ຄົນ. ກວມເອົາ 2.18% ຂອງຈໍານວນພົນລະເມືອງ. ໃນຈໍານວນນີ້ ບໍ່ລວມກໍາລັງປະກອບອາວຸດເຂົ້ານໍາ. ທຽບໃສ່ປະເທດອາຊຽນ ຢູ່ໃນອັນດັບທີ 6. ປີ 2024 ໃຊ້ງົບປະມານ 46 ພັນປາຍຕື້ກີບ ກວມເອົາ 38% ຂອງລາຍຮັບປະຈໍາປີ ເທົ່າກັບ 6.29% ຂອງລວມຍອດມູນຄ່າຜະລິດພາຍໃນ ຫຼື GDP.
ເຈົ້າໜ້າທີ່ກະຊວງພາຍໃນ ທ່ານໜຶ່ງ ເວົ້າວ່າ ທາງກະຊວງ ຍັງເຮັດວຽກເປັນປົກກະຕິຢູ່, ຈະມີການປ່ຽນແປງ ເພິ່ນໜ້າຈະມີຄໍາສັ່ງອອກມາໃຫ້ປະຕິບັດ, ໃຫ້ລໍຖ້າຕິດຕາມຂ່າວຕື່ມ:
“ເພິ່ນເວົ້າໂຮມ ຫັ້ນແຫຼະ ມະຕິເພິ່ນຂຽນໃສ່ ແມ່ນໂຮມ ມີແຕ່ວ່າ ມະຕິເພິ່ນອອກແລ້ວ ແຕ່ວ່າທາງກະຊວງເພິ່ນ ຍັງບໍ່ທັນໄດ້ລວມມິຫຍັງເທື່ອ. ມີແຕ່ ຖ້າຕິດຕາມຂ່າວ ຕື່ມອີກເທື່ອໜຶ່ງ ເພາະວ່າ ເພິ່ນໜ້າຈະມີເອກກະສານ ມີຖະແຫຼງອີກຕື່ມເທື່ອໜຶ່ງດອກ ເພາະວ່າ ດຽວນີ້ທາງກະຊວງ ກໍຍັງເຮັດວຽກປົກກະຕິຢູ່.”
ຂ່າວ ກ່ຽວກັນ
ປິດກອງປະຊຸມສະພາ ສະໄໝສາມັນ ເທື່ອທີ 8, ຊຸດທີ 9
ລັດຖະກອນຂໍໃຫ້ຂຶ້ນເງິນເດືອນ ສ່ວນລັດຕຽມຫຼຸດພະນັກງານລົງ ໃນປີ 2025
ແລະເຈົ້າໜ້າທີ່ລະດັບສູງ ກະຊວງພະລັງງານ ແລະບໍ່ແຮ່ ນາງໜຶ່ງ ກໍກ່າວວ່າ ຍັງຕ້ອງໄດ້ລໍຖ້າ ເບິ່ງກ່ອນວ່າ ຈະມີການສັບຊ້ອນຄືນໃໝ່ ໃຫ້ເໝາະສົມແນວໃດ. ທີ່ຜ່ານມາ ກໍເຄີຍມີການປັບປຸງ ກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານ ໃຫ້ມັນສອດຄ່ອງ ກັບສະພາບໂຕຈິງ:
“ຍັງຕ້ອງລໍຖ້າ ເບິ່ງການປັບປຸງກ່ອນ ຊິມີການສັບຊ້ອນແນວໃດ ກໍຄິດວ່າ ມັນອາດຈະດີຂຶ້ນ ນັບແຕ່ນັ້ນມາ ມັນກໍເຄີຍມີນໍ ປັບປຸງ ຊື່ງບໍ່ປ່ຽນຊື່ ໂຍກຍ້າຍ ມັນເປັນເລື່ອງປົກກະຕິດອກ ໃນການປັບປຸງ ໃຫ້ມັນຖືກຕ້ອງ ສອດຄ່ອງກັບສະພາບໂຕຈິງ ຂອງການປະຕິບັດວຽກງານ.”
ຍັງລໍຖ້າຂັ້ນເທິງ ຫາລືກັນ
ໃນຂະນະດຽວກັນ ເຈົ້າໜ້າທີ່ວິຊາການ ກະຊວງພະລັງງານ ແລະບໍ່ແຮ່ ທ່ານໜຶ່ງ ກໍເວົ້າວ່າ ຍັງບໍ່ສາມາດເວົ້າຫຍັງໄດ້. ປັດຈຸບັນ ທາງຂັ້ນເທິງ ເພິ່ນກໍາລັງປະຊຸມຫາລືກັນ ເລື່ອງການປັບປຸງ ກົງຈັກການຈັດຕັ້ງ ນີ້ຢູ່ ແລະວ່າ ຈະມີການປັບປຸງ ຫຼາຍຂັ້ນຕອນ:
“ມັນກໍບໍ່ສາມາດເວົ້າໄດ້ ເພາະວ່າ ເຮົາກໍວິຊາການ ຫັ້ນນ່າ. ມີແຕ່ ຕາມຂ່າວໜັງສືພິມ ເພິ່ນອອກ, ພວກເຮົາກໍຮູ້ສໍ່ານັ້ນ ຫັ້ນນ່າ ແຕ່ວ່າແມ່ນແທ້ ຕ້ອງມີການປັບປຸງ ຫຼາຍຂັ້ນຕອນຢູ່. ເພິ່ນກໍລັງລວມກັນຢູ່ ຖ້າວ່າເປັນແນວໃດລະ ຈະແຈ້ງຄືນເດີ.”
ໃນການປັບປຸງ ກົງຈັກການຈັດຕັ້ງ ຄັ້ງນີ້ ມີຄາດໝາຍ ຫຼຸດຜ່ອນຈໍານວນກະຊວງ, ກົມ ແລະພະແນກການ, ເຮັດໃຫ້ກົງຈັກ ກະທັດລັດ, ຫຼຸດຜ່ອນຈໍານວນພະນັກງານ-ລັດຖະກອນ, ເອົາພະນັກງານ-ລັດຖະກອນ ຢູ່ສູນກາງລົງທ້ອງຖິ່ນ ຂັ້ນເມືອງ ແລະຕາແສງ.
ໃນມະຕິຂອງຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງ ລະບຸວ່າ ການປັບປຸງ ກົງຈັກການຈັດຕັ້ງ ໃຫ້ສໍາເລັດ ຊ້າສຸດ ພາຍໃນເດືອນພຶດສະພາ 2025 ແລະໃຫ້ປັບປຸງການຈັດຕັ້ງ ສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ສໍາເລັດ ໃນເດືອນກໍລະກົດ 2025 ນີ້.