ສປປ ລາວ ປັບປ່ຽນ ຄະນະຣັຖຕຣີ 3 ກະຊວງ

ຫຼັງຈາກ ທ່ານ ດຣ. ສອນໄຊ ສີພັນດອນ ຂຶ້ນເປັນນາຍົກຣັຖມົນຕຣີ, ໃນນາມຫົວໜ້າຄະນະຣັຖບານ ໄດ້ມີການປັບປຸງ ຄະນະຣັຖມົນຕຣີ 3 ຕຳແໜ່ງ ໃນ 3 ກະຊວງທີ່ສຳຄັນ ແລະ ສະພາແຫ່ງຊາຕ ປະກາດຮັບຮອງ ຢ່າງເປັນທາງການ.

ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ຄົນໃໝ່. ນະຄອນຫຼວງວຽງຈັນ ວັນທີ 30 ທັນວາ ປີ 2022. ຮູບພາບ: ປກສ

ໃນຕອນເຊົ້າ ຂອງວັນທີ 30 ມົກກະຣາ 2023 ນີ້, ຍານາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາຕ ຕາງໜ້າຄະນະປະຈຳສະພາແຫ່ງຊາຕ ໄດ້ຖແລງຂ່າວຕໍ່ສື່ມວນຊົນລາວ ທີ່ຫໍສະພາແຫ່ງຊາຕວ່າ ຣັຖບານ ໄດ້ປັບປຸງຄະນະຣັຖມົນຕຣີ ຫຼືຄະນະຣັຖບານ ໂດຍໄດ້ສເນີແຕ່ງຕັ້ງ ແລະ ໂຍກຍ້າຍຣັຖມົນຕຣີ ຈຳນວນ 3 ຕຳແໜ່ງ ຢູ່ 3 ກະຊວງ ອັນໄດ້ແກ່ຣັຖມົນຕຣີ ກະຊວງການເງິນ, ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່.

ດັ່ງຍານາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາຕ ໄດ້ກ່າວຕອນນຶ່ງວ່າ:

“ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີກະຊວງການເງິນ. ແຕ່ງຕັ້ງທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງ ແຂວງສາຣະວັນ ມາຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່. ແຕ່ງຕັ້ງທ່ານ ງາມປະສົງ ເມືອງມະນີ ເປັນຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ.”

ຣາຍລະອຽດການແຕ່ງຕັ້ງ, ໂຍກຍ້າຍ ແລະ ຮັບຮອງເອົາຣັຖມົນຕຣີໃໝ່ ຈຳນວນ 3 ຕຳແໜ່ງ ມີດັ່ງນີ້:

  1. ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ຕໍາແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023, ຖືກແຕ່ງຕັ້ງໃຫ້ເປັນ ຣັຖມົນຕຣີ ກະຊວງການເງິນ ຜູ້ໃໝ່ ແທນທ່ານ ບຸນໂຈມ ອຸບົນປະເສີດ, ຣັຖມົນຕຣີ ກະຊວງການເງິນ ຕຳແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023 ທີ່ຈະໄປຮັບໜ້າທີ່ໃໝ່ຢູ່ ແຂວງສວັນນະເຂດ.
  2. ທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງ ແຂວງສາຣະວັນ ຕໍາແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023, ຖືກແຕ່ງຕັ້ງໃຫ້ເປັນ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ແທນທ່ານ ດຣ. ດາວວົງ ພອນແກ້ວ, ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ຕຳແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023 ທີ່ຈະໄປຮັບໜ້າທີ່ໃໝ່ ຢູ່ແຂວງສາຣະວັນ.
  3. ທ່ານ ງາມປະສົງ ເມືອງມະນີ, ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ຕໍາແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023, ຖືກແຕ່ງຕັ້ງໃຫ້ເປັນ ຣັຖມົນຕຣີ ກະຊວງໂຍທາ ທິການ ແລະ ຂົນສົ່ງຜູ້ໃໝ່ ແທນທ່ານ ດຣ. ວຽງສະຫວັດ ສີພັນດອນ, ຣັຖມົນຕຣີ ກະຊວງໂຍທາ ທິການ ແລະ ຂົນສົ່ງ ຕຳແໜ່ງກ່ອນວັນທີ 30 ມົກກະຣາ ປີ 2023 ທີ່ຈະໄປຢູ່ ແຂວງຫຼວງນ້ຳທາ

ການສເນີ ປັບປຸງຄະນະຣັຖມົນຕຣີ ໃນຄັ້ງນີ້ ແມ່ນເປັນໄປຕາມການສເນີ ຂອງນາຍົກຣັຖມົນຕຣີ ທ່ານ ດຣ. ສອນໄຊ ສີພັນດອນ, ກ່ຽວກັບການພິຈາຣະນາ ຮັບຮອງເອົາການໂຍກຍ້າຍ ແລະ ແຕ່ງຕັ້ງສະມາຊິກ ຄະນະຣັຖມົນຕຣີ ຢູ່ໃນກອງປະຊຸມ ຄະນະປະຈຳ ສະພາແຫ່ງຊາຕ ປະຈຳເດືອນມົກກະຣາ ປີ 2023 ແລະ ກອງປະຊຸມ ຄະນະປະຈໍາ ສະພາແຫ່ງຊາຕ ໄດ້ເຫັນດີຮັບຮອງເອົາ ການສເນີແຕ່ງຕັ້ງ ແລະ ໂຍກຍ້າຍ ບັນດາຣັຖມົນຕຣີດັ່ງກ່າວ.

ເປັນທີ່ຮູ້ຈັກກັນດີວ່າ ທ່ານ ສັນຕິພາບ ພົມວິຫານ ເປັນລູກຊາຍ ຂອງທ່ານ ໄກສອນ ພົມວິຫານ, ອະດີດປະທານ ປະເທດລາວ. ທ່ານ ໂພໄຊ ໄຊຍະສອນ ເປັນລູກຊາຍ ຂອງທ່ານ ຈູມມາລີ ໄຊຍະສອນ, ອະດີດ ປະທານປະເທດລາວ. ສ່ວນທ່ານ ງາມປະສົງ ເມືອງມະນີ ຜູ້ຊຶ່ງມີບົດບາດ ໃນການໄກ່ເກັ່ຽຫລາຍບັນຫາ ທີ່ຢູ່ໃນກະຊວງ ໂຍທາທິການ ແລະຂົນສົ່ງເຊັ່ນ ສະໜາມບິນໜອງຄ້າງ ເປັນຕົ້ນ ແລະ ກໍຜົນງານອື່ນໆ ອີກຈຳນວນຫລາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org