ແມ່ຍິງໃນຊົນນະບົດຕ້ອງການ ວຽກເຮັດ


2013.12.10
F-women ແມ່ຍິງໃນຊົນນະບົດຕ້ອງການ ວຽກເຮັດ
RFA

 

ປັດຈຸບັນ ແມ່ຍິງທີ່ຢູ່ຕາມເຂດຊົນນະບົດ ຢູ່ແຂວງບໍຣິຄໍາໄຊ ຍັງບໍ່ມີວຽກເຮັດງານທໍາ ສ່ວນນຶ່ງກໍເປັນຍ້ອນພວກເຂົາເຈົ້າບໍ່ໄດ້ເຂົ້າໂຮງຮຽນ ບໍ່ມີຄວາມຮູ້ ພໍທີ່ຈະໄປສມັກເຂົ້າເຮັດວຽກໄດ້ ຈຶ່ງບໍ່ມີຣາຍໄດ້ ເປັນຫລັກແຫລ່ງ ຂະນະທີ່ຄອບຄົວທຸກຍາກ ແລະມີພາລະລ້ຽງດູລູກນໍາອີກ. ດັ່ງເຈົ້າໜ້າທີ່ແຂວງ ບໍຣິຄໍາໄຊນາງນຶ່ງເວົ້າວ່າ:

"ຢູ່ຊົນນະບົດ ຢ້ານບໍ່ມີຣາຍໄດ້ນໍ ບາງບ່ອນຍັງບໍ່ພໍກິນຊໍ້າ ຈັ່ງຊີ້ນ່າ ກະມີຄວາມຕ້ອງການຫລາຍແຫລະ ເພາະວ່າຂະເຈົ້າທຸກ".

ນາງເວົ້າຕໍ່ໄປວ່າ ແມ່ຍິງທີ່ບໍ່ມີວຽກເຮັດ ແລະບໍ່ມີຣາຍໄດ້ ຢູ່ຕາມເຂດຊົນນະບົດ ໃນທຸກເມືອງຂອງແຂວງບໍຣິຄໍາໄຊ ມີຢູ່ປະມານ 1 ແສນ ຄົນ ຫລືປະມານ 30% ຂອງຈໍານວນແມ່ຍິງ ໃນແຂວງນັ້ນທັງໝົດ. ເຖິງວ່າໃນບາງຄອບຄົວ ຈະໄປເກັບເຄື່ອງປ່າຂອງດົງ ມາຂາຍຕາມ ຕລາດ ຫຼືເຮັດນາຢູ່ບາງຊ່ວງກໍຕາມ ແຕ່ກໍມີຣາຍໄດ້ນ້ອຍ ບໍ່ພຽງພໍກັບຄວາມຕ້ອງການ ຂອງຄອບຄົວ.

ເຈົ້າໜ້າທີ່ຜູ້ດຽວກັນນີ້ ເວົ້າຕື່ມອີກວ່າ ທາງແຂວງບໍຣິຄໍາໄຊ ເຄີຍໄດ້ສົ່ງແມ່ຍິງ ບ້ານລະ 2 ຄົນ ໄປຝຶກອົບຮົມວິຊາຊີບ ຢູ່ນະຄອນຫຼວງ ວຽງຈັນ ເພື່ອມາສິດສອນ ຖ່າຍທອດຄວາມຮູ້ ທີ່ໄດ້ມານັ້ນ ໃຫ້ແມ່ຍິງຄົນອື່ນໆ ຕໍ່ໄປແລະທາງແຂວງ ກໍພຍາຍາມຈະເຮັດ ໃຫ້ຫຼາຍຄົນ ໄດ້ໄປຝຶກອົບຮົມຄືກັນ ແຕ່ມີຂໍ້ຈໍາກັດເຣື່ອງ ງົບປະມານ ບໍ່ມີຫລາຍ.

ການທີ່ແມ່ຍິງຈໍານວນຫລາຍຢູ່ແຂວງນີ້ ບໍ່ມີວຽກເຮັດປະຈໍາ ແລະຂາດຣາຍໄດ້ນັ້ນ ເຮັດໃຫ້ເກີດບັນຫາຕ່າງໆ ຕາມມາ ເປັນຕົ້ນແມ່ນການ ຂາດອາຫານການກິນ, ມີບັນຫາເຣື່ອງສຸຂພາບ ແລະອື່ນໆ ທີ່ທາງການລາວ ຈະຕ້ອງໄດ້ເອົາໃຈໃສ່ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.