ບັນຫາຊາຍແດນ ລາວ-ກັມພູຊາ

ຈຳປາທອງ
2018.05.25
F-Laos-Cambodia ການກໍ່ສ້າງ ໃນເຂດຊາຍແດນ ທີ່ທາງຝ່າຍລາວ ເວົ້າວ່າເປັນການສ້ອມແປງ ອາຄານເກົ່າ ທີ່ຊຸດໂຊມ ບໍ່ແມ່ນສ້າງຂຶ້ນໃໝ່, ແຕ່ຕ່າງຝ່າຍ ກໍມີຄໍາເຫັນ ທີ່ແຕກຕ່າງກັນ ຈຶ່ງເກີດມີຂໍ້ຂັດແຍ່ງກັນ
RFA

ເຈົ້າໜ້າທີ່ ຣະດັບສູງ ປກຊ-ປກສ ໃນພາກໃຕ້ ຂອງລາວ ໄດ້ຢືນຢັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນເດືອນພຶສພາ ນີ້ວ່າ ສະຖານະການທົ່ວໄປ ຕາມເຂດຊາຍແດນ ລາວ-ກັມພູຊາ ຍັງເຄັ່ງຕຶງຢູ່ ຍ້ອນທັງ 2 ຝ່າຍ ຍັງຕຶງກຳລັງ ຕາມເຂດຊາຍແດນ ທີ່ມີຂໍ້ຂັດແຍ່ງກັນ, ໂດຍສະເພາະ ຝ່າຍກັມພູຊາ ໄດ້ສັບປ່ຽນ ກຳລັງທະຫານ ຂອງໜ່ວຍຣົບ 128 ຂອງຕົນ ທີ່ຖືກຈັດຕັ້ງຂຶ້ນໃໝ່ ເມື່ອເດືອນສິງຫາ ປີ 2017 ນັ້ນ ຢ່າງເປັນປະຈຳ.

ແຕ່ເດືອນເມສາ ຫາເດືອນພຶສພາ ປີນີ້, ສະຖານະການ ກໍເຣີ່ມດີຂຶ້ນໜ້ອຍນຶ່ງ ເພາະຝ່າຍກັມພູຊາ ໄດ້ຫຼຸດຜ່ອນ ຄວາມເຂັ້ມງວດລົງແດ່ ເພື່ອ ໃຫ້ຊາວບ້ານໃນເຂດຊາຍແດນ ສາມາດໄປມາຫາສູ່ກັນ ແລະ ທຳມາຫາກິນ ຕາມລຳນ້ຳເຊກອງ ໄດ້, ແຕ່ຊາວບ້ານ ຢູ່ຝັ່ງລາວ ຍັງບໍ່ກ້າ ທີ່ຈະເດີນທາງ ໄປເຂດ ທີ່ມີທະຫານກັມພູຊາ ປະຈຳການຢູ່ ເພາະຢ້ານມີອັນຕະຣາຍ ດັ່ງທີ່ ທ່ານກ່າວວ່າ:

“ຍັງຄືເກົ່າ ຍັງເຄັ່ງຕຶງ ຢູ່ຄືເກົ່າ, ຫາກ ແຕ່ວ່າ ມັນກະຫຼຸດຜ່ອນລົງກວ່າເກ່າ ເຂົາກະໂຍະຍານ ໃຫ້ເຮົາໄດ້ໄປໄດ້ມາ, ແຕ່ຄົນເຮົາ ຫາກບໍ່ຫານໄປ, ທໍ່ນັ້ນ. ປະຊາຊົນເຮົາ ຢູ່ແຖວເບື້ອງອັດຕະປືຫັ້ນ ບໍ່ຫານຂ້າມໄປ ແຖວສົ້ມປ່ອຍຫັ້ນບໍ່ຫານໄປແລ້ວ. ເຂົາໃຫ້ໄປຢູ່, ແຕ່ເຮົາບໍ່ຫານ ເຮົາຢ້ານ ບາດມັນປ່ຽນແປງໄປ ລະເຂົາຊິບໍ່ໄດ້ມາ, ຫັ້ນນ່າ. ຄັນຄົນເຮົາ ປະຊາຊົນ ຝັ່ງເຮົາຂ້າມໄປຫັ້ນ ເຂົາກະມີ ແຕ່ເຣື້ອງແບບວ່າ ຈັບ ລະກະໄປ ໄຖ່ເອົາ ຜູ້ລະ 4-5 ລ້ານກີບ ເຮົານີ້ແຫຼະ."

ທ່ານກ່າວຕື່ມວ່າ ໄລຍະນີ້ ທະຫານລາວ ພະຍາຍາມສ້ອມແປງຖນົນ ໃນເຂດເວີນຄາມ ທີ່ເປ່ເພໜັກ ໃນຣະດູຝົນ, ແຕ່ທະຫານກັມພູຊາ ໄດ້ສັ່ງຫ້າມບໍ່ໃຫ້ທະຫານລາວ ສ້ອມແປງ ທັງໆທີ່ຖນົນດັ່ງກ່າວ ຢູ່ໃນຝັ່ງອະທິປະຕັຍຂອງລາວ. ແຕ່ຍ້ອນ ບໍ່ຢາກໃຫ້ເກີດມີ ການຜິດຖຽງກັນ ຝ່າຍລາວ ຈຶ່ງໂຈະການສ້ອມແປງນັ້ນໄວ້ ໃນຣະຫວ່າງ ດຳເນີນການແກ້ໄຂບັນຫາ ດ້ວຍວິທີທາງການທູຕຢູ່ນີ້, ດັ່ງທີ່ ທ່ານກ່າວວ່າ:

“ໂຕມັນເດັ່ນໃນເດືອນນີ້ ລະຖືວ່າ ທາງບ່ອນເວີນຄາມຫັ້ນເນາະ ມັນເປັນດິນຂອງເຮົາແລ້ວ ແມ່ນຂອບເຂດອະທິປະຕັຍ ຂອງລາວແລ້ວ ເຮົາ ກະເລີຍແປງມັນ, ຖົມມັນ ມັນເປັນຂຸມຫຼາຍເລີຍຖົມ. ຖົມແລ້ວມັນກະເລີຍປະທ້ວງ ບໍ່ໃຫ້ພວກເຮົາເຮັດ, ມັນວ່າເຮົາຫັ້ນ ໄປເຮັດລ່ວງລ້ຳ ອະທິປະຕັຍ ຢູ່ເຂດຂອງມັນ. ມັນບໍ່ແມ່ນ ຢູ່ຂອບເຂດນັ້ນນ່າ ມັນບໍ່ທັນຮອດ. ແຕ່ມັນຫາກວ່າ ເປັນຂອງມັນ ເຮົາກະເລີຍບໍ່ທັນ ໄດ້ເຮັດຫຍັງ ຕໍ່ໄປ,ໂຕນີ້ຫັ້ນນ່າ."

ເມື່ອວັນທີ 16 ເດືອນພຶສພານີ້, ຣັຖມົນຕຣີກະຊວງການຕ່າງປະເທສ ສປປລາວ ທ່ານ ສເຫຼີມໄຊ ກົມມະສິດ ແລະ ຮ່ວມຕຳແໜ່ງ ຂອງທ່ານ ຝ່າຍກັມພູຊາ ທ່ານ ປຣາກ ໂສຄົນ ໄດ້ເຈຣະຈາກັນ ໃນການແກ້ໄຂບັນຫາ ຂໍ້ຂັດແຍ້ງຊາຍແດນ ຣະຫວ່າງ 2 ປະເທສ ທີ່ໄດ້ຈັດຂຶ້ນ ຢູ່ ນະຄອນຫຼວງວຽງຈັນ, ແຕ່ສຸດທ້າຍ ທັງ 2 ຝ່າຍ ກໍຍັງບໍ່ສາມາດບັນລຸ ຂໍ້ຕົກລົງໃດໆໄດ້ ຍ້ອນຍັງຄາກັນຢູ່ ຫລາຍບັນຫາ ທີ່ທາງການ ສປປ ລາວ ບໍ່ເປີດເຜີຍ ຣາຍລະອຽດໃນສາທາຣະນະຊົນຮູ້, ແຕ່ກໍໄດ້ໃຫ້ ຄຳໝັ້ນສັນຍານໍາກັນວ່າ ຈະສນັບສນູນ ໃຫ້ຄນະກັມມະການ ຊາຍແດນ ຂອງທັງ 2 ປະເທສ ພົບພໍ້ກັນ ຫຼາຍຂຶ້ນ.

ແລະ ໃນມື້ວັນທີ 23 ພຶສພານີ້, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ສປປລາວ ກໍໄດຍ້ຳ ຢູ່ໃນກອງປະຊຸມຣັຖບານ ປະຈຳເດືອນ ພຶສາພາ ນີ້ວ່າ ໃຫ້ພາກສ່ວນຮັບຜິດຊອບ ຕິດຕາມຢ່າງໃກ້ຊິດ ວຽກງານ ຮັກສາຄວາມສງົບ ຕາມຊາຍແດນ ແລະ ຕາມຈຸດຫຼໍ່ແຫຼມຕ່າງໆ, ຊຶ່ງຫຼາຍຄົນ ເຂົ້າໃຈວ່າ ຄົງຈະໝາຍເຖິງ ເຂດຊາຍແດນ ລາວ-ກັມພູຊາ ທີ່ພວມມີ ຂໍ້ຂັດແຍ່ງກັນ ຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.