ນັກຮຽນຍິງຕີກັນອາຈມີຄົນ ຍົວະ

ສິດນີ
2014.09.11
F-girls ເຈົ້າຫນ້າທີ່ ກຳລັງເລັ່ງ ສືບສວນ ເຣື້ອງ ນັກຮຽນຍິງ ຫລາຍຄົນ ຫຸ້ມຕີ ນັກຮຽນຍິງ ຜູ້ດຽວ
Face Book

 

ເຈົ້າຫນ້າທີ່ ກະຊວງ ສຶກສາ ທິການ ແລະ ກິລາ ເວົ້າວ່າ ປັດຈຸບັນ ທາງ ກະຊວງ ສຶກສາ ແລະ ກິລາ ແລະ ເຈົ້າຫນ້າທີ່ ຕຳຣວດ ກຳລັງ ສືບສວນ ສອບສວນ ຫາ ສາເຫດ  ທີ່ ນັກຮຽນຍິງ ຊັ້ນ ມັທຍົມ ຕີກັນ ຢູ່ຕໍ່ໜ້າ ໂຮງຮຽນ ມັທຍົມ ສົມບູນ ວຽງຈັນ. ຊຶ່ງ ທາງການ ສົງໄສ ວ່າ ເຫດການ ດັ່ງກ່າວ ອາຈມີຄົນ ຢູ່ເບື້ອງຫລັງ. ດັ່ງທ່ານ ກ່າວວ່າ:

"ມາຮອດ ປັດຈຸບັນ ພວກເຮົາ ກໍໄດ້ ສືບສວນ ແລ້ວ ນັກຮຽນ ຕີກັນ ແຕ່ວ່າ ຂໍ້ມູນ ຍັງບໍ່ທັນ ຈະແຈ້ງ ພວກເຮົາ ບອກໃຫ້ ທາງ ເຈົ້າໜ້າທີ່ ຕຳຣວດ ສືບສວນ ຕໍ່ ກະເພື່ອ ຊອກຫາ ຕົ້ນປາຍ ສາເຫດ ເປັນຫຍັງ ມັນຈື່ງ ມີ ການຕີກັນ ສຳຄັນ ດຽວນີ້ນີ້ ເຮົາຢ້ານວ່າ ມັນມີຄົນ ວາງ ແຜນ ໃຫ້ ເດັກນ້ອຍ ມາກໍ່ ຄວາມ ວຸ້ນວາຍ ພວກເຮົາ ຢາກຮູ້ຈັກ ຖ້າວ່າ ເດັກນ້ອຍ ບໍ່ກິນເສັ້ນ ກັນ ບໍ່ເຂົ້າໃຈ ກັນ ຕີກັນ ສ່ວນຫລາຍ ມັນກໍເຄີຍ ມີຢູ່ ແຕ່ວ່າມັນ ກໍບໍ່ແມ່ນ ວ່າຊີ່ເອົາ ລົງ Facebook ບໍ່ເຮັດແລ້ວ ຖ່າຍ ຄັກ ອັນນັ້ນ ມັນແປກ ປະຫລາດ".

ທ່ານກ່າວ ຕື່ມວ່າ ກໍຣະນີ ນັກຮຽນ ກໍ່ເຫດນັ້ນ ກະຊວງ ສຶກສາ ທິການ ກໍໄດ້ເອີ້ນ ຕົວ ນັກຮຽນ ແລະ ຜູ້ປົກຄອງ ມາ ອົບຣົບ ແລ້ວ ແຕ່ການ ລົງໂທດ ຜູ້ມີສ່ວນ ກ່ຽວຂ້ອງ ນັ້ນ  ຕ້ອງຖ້າ ໃຫ້ ການສືບສວນ ສອບສວນ ຈະແຈ້ງ ກ່ອນ. ປັດຈຸບັນ ນັກຮຽນ ທັງຫມົດ ທີ່ ກໍ່ເຫດ ກໍຍັງຮຽນ ຫນັງສື ຕາມ ປົກກະຕິ.

ເຫດ ນັກຮຽນ ມັທຍົມ ຕີກັນ ເທື່ອນີ້ ເປັນ ທີ່ສົນໃຈ ຂອງ ປະຊາຊົນ ຍ້ອນ ມີຄົນ ເອົາຮູບ ແລະ ວີດີໂອ ລົງໃນ Facebook ເຮັດໃຫ້ ເກີດ ສຽງ ວິພາກ ວິຈານ ຢ່າງ ຫລວງຫລາຍ ເຖິງຄວາມ ບໍ່ເຫມະສົມ. ເຫດການ ດັ່ງກ່າວ ເກີດຂື້ນ ໃນເວລາ ບ່າຍ ສອງໂມງ ວັນທີ 9 ກັນຍາ 2014 ໂດຍມີ ນັກຮຽນຍິງ 6 ຄົນ ອາດມາຈາກ ຫລາຍ ໂຮງຮຽນ ຫຸ້ມຕີ ນັກຮຽນຍິງ ຜູ້ດຽວ ແລະ ກໍມີ ນັກຮຽນຍິງ ອີກສອງຄົນ ເປັນ ຜູ້ຖ່າຍ ວີດີໂອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.