ຮ້ານປີ້ງເປັດຖືກສັ່ງປິດ ສັ່ງເປີດ

ຈໍາປາທອງ
2020.07.08
f-A-one ຮ້ານອາຫານປີ້ງເປັດ ເອວັນ (A-ONE) ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ຫ້ອງການຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 7 ກໍຣະກະດາ ນີ້ ກ່ຽວກັບການສັ່ງປິດ ຮ້ານອາຫານປີ້ງເປັດ ເອວັນ ຢູ່ບ້ານຫົວຂົວ ແຕ່ມື້ວັນທີ 5 ກໍຣະກະດາ ນີ້ເປັນຕົ້ນໄປ ຍ້ອນຮ້ານດັ່ງກ່າວ ເປີດບໍຣິການ ໂດຍທີ່ບໍ່ໄດ້ຮັບ ອະນຸຍາດ ແລະ ໂຄສະນາຜ່ານສື່ອອນລາຍ (ເຟສບຸກ) ທີ່ເຫັນວ່າບໍ່ ເໝາະສົມ. ແຕ່ຕໍ່ມາໄດ້ອະນຸຍາດ ໃຫ້ຮ້ານດັ່ງກ່າວ ເປີດບໍຣິການໄດ້ແລ້ວ ພາຍຫລັງທີ່ພາກສ່ວນກ່ຽວຂ້ອງ ໄກ່ເກັ່ຽຕົກລົງກັນໄດ້.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ທ້ອງຖິ່ນເມືອງໄຊເສດຖາ ນາງນຶ່ງ ເຊື່ອວ່າ ນອກຈາກຈະເປີດໃຫ້ ບໍຣິການແບບບໍ່ໄດ້ຮັບອະນຸຍາດ ຈາກທາງການ ທີ່ກ່ຽວຂ້ອງແລ້ວທາງຮ້ານດັ່ງກ່າວຍັງໄດ້ ໂຄສະນາຮູບພາບ ຂອງພະນັກງານບໍຣິການ ແຕ່ງຕົວບໍ່ເໝາະສົມ ທີ່ສໍ່ໄປທາງລັກຂາຍ ບໍຣິການ ທາງເພດ ເຜີຍແຜ່ທາງສື່ອອນລາຍ, ດັ່ງທີ່ນາງກ່າວ ໃນມື້ວັນທີ 8 ກໍຣະກະດາ ນີ້ວ່າ

“ຂະເຈົ້າດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງເນາະ ລັກສນະເຮົາເບິ່ງຫັ້ນນະ ຂ້າງໃນຫັ້ນນະ ແບບຂາຍຜູ້ສາວແມ່ນຫຍັງເນາະ. ຜູ້ສາວຖ່າຍນຸ່ງ ເຄື່ອງຫັ້ນເດ໋ ເອກສານເພິ່ນກະຍັງບໍ່ທັນໄດ້ ຖືກຕ້ອງເນາະ ເຂົາບໍ່ອະນຸຍາດ ເພິ່ນຫາກມາເປີດກ່ອນຈັ່ງຊີ້ນະ ເພິ່ນໃຫ້ປິດ ບໍ່ທັນໄດ້ໃຫ້ເປີດ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງການຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ເມືອງໄຊເສດຖາ ແລະ ອໍານາດ ການປົກຄອງບ້ານຫົວຂົວ ເພື່ອຂໍຣາຍລະອຽດ ແຕ່ເຈົ້າໜ້າທີ່ຍັງບໍ່ສາມາດ ໃຫ້ຄໍາເຫັນໄດ້ເທື່ອ ຍ້ອນຍັງກໍາລັງຫາລືແກ້ໄຂກັນຢູ່.

ພ້ອມກັນນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຫາຮ້ານປີ້ງເປັດເອວັນ ເພື່ອຂໍຄໍາຊີ້ແຈງກ່ຽວກັບ ບັນຫານີ້, ໄດ້ຮັບຄໍາຕອບຈາກ ພະນັກງານ ຄົນນຶ່ງ ພຽງແຕ່ວ່າ ປັດຈຸບັນ ຮ້ານໄດ້ຖືກປິດ ໄປຈົນກວ່າຈະມີຄໍາສັ່ງ ໃຫ້ເປີດຈາກທາງການ, ສ່ວນສາເຫດທີ່ຖືກສັ່ງໃຫ້ປິດນັ້ນ ແມ່ນເປັນ ຍ້ອນການເຂົ້າໃຈຜິດກັນ ເລັກນ້ອຍຊື່ໆ ຊຶ່ງຂນະນີ້ກໍາລັງຢູ່ໃນ ຣະຫວ່າງການແກ້ໄຂ, ດັ່ງທີ່ທ່ານກ່າວວ່າ:

“ອໍ໋ ບໍ່ທັນຮູ້ເທື່ອເດີ ເຈົ້າ ບໍ່ທັນເປີດໃດ໋ ຕອນນີ້ເຮົາກໍາລັງແກ້ໄຂຢູ່ ເຈົ້໋າ, ເພາະວ່າເປັນການເຂົ້າໃຈຜິດກັນໜ້ອຍນຶ່ງ ເຮົາກໍາລັງແກ້ໄຂພາຍ ໃນຢູ່ວ່າເປັນຂໍ້ຜິດພາດໂຕໃດ.”

ຊາວບ້ານຢູ່ນະຄອນຫລວງວຽງຈັນ ທີ່ເຫັນການໂຄສະນາ ຮູບພາບພະນັກງານ ບໍຣິການຂອງ ຮ້ານອາຫານເອວັນ ນັ້ນ ມີຄວາມເຫັນວ່າ ການນຸ່ງເຄື່ອງ ຂອງພະນັກງານຍິງທີ່ຖືກເຜີຍແພ່ ທາງສື່ອອນລາຍນັ້ນ ບໍ່ເໝາະສົມ ເນື່ອງຈາກການນຸ່ງເຄື່ອງນັ້ນ ສໍ່ໄປໃນທາງໂປ້ ແລະ ອະນາຈານ ແລະ ເຫັນວ່າ ສົມຄວນແລ້ວທີ່ຖືກ ທາງການສັ່ງປິດ, ດັ່ງທີ່ນາງກ່າວວ່າ:

“ອັນນີ້ມັນບໍ່ແມ່ນສາວ ເຊັຽເບັຽຕິ໋ ຢູ່ຮ້ານຂະເຈົ້າມັນເປັນພີອາຣ ມັນເປັນຮ້ານຂະເຈົ້າຈ້າງມາໂດຍສະເພາະມັນໂປ້ຫຼາຍ ເຮົາກະບໍ່ຮູ້ນໍາເພິ່ນນະ ເພິ່ນກະສິລົມກັນເອງດອກ ເພິ່ນສິເຊີນ ໄປລົມກັນເອງ.”

ກ່ຽວກັບເຣຶ່ອງນີ້ ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ການແຕ່ງໂຕ ຂອງພະນັກງານ ບໍຣິການຂອງຮ້ານ ດັ່ງກ່າວ ແມ່ນບໍ່ເໝາະສົມແທ້ ຍ້ອນຈະເຮັດໃຫ້ ວັທນະທັມລາວ ເສື່ອມເສັຽ, ດັ່ງນັ້ນ ທາງເຈົ້າໜ້າທີ່ ຈຶ່ງຕ້ອງໄດ້ແກ້ໄຂໃຫ້ຖືກຕ້ອງ ດັ່ງທີ່ ນາງເວົ້າເປັນພາສາໄທຍ ວ່າ:

“ແຕ່ລະຮ້ານ ເຂົາກະມີນະ ເພາະວ່າມັນເປັນແບບເຊັຽເຫລົ້າ ເຊັຽເບັຽ. ສ່ວນໃຫຍ່ທີ່ນີ້ ເຂົາກະແບບບໍ່ຢາກໃຫ້ ແຕ່ງໂປ້ແຕ່ງຕາມຟອມ. ແຕ່ວ່າຖ້າໂປ້ເກີນໄປ ຫລືວ່າມັນບໍ່ງາມ ເກີນໄປ ເຂົາກໍຈະແບບຕໍານິໄດ້ ແບບບໍ່ຢາກໃຫ້ ວັທນະທັມ ມັນເສື່ອມຖອຍ.”

ແລະຊາວບ້ານຄົນນຶ່ງ ທີ່ໄດ້ໄປກິນອາຫານ ຢູ່ໃນຮ້ານດັ່ງກ່າວນັ້ນ ເວົ້າວ່າ ພະນັກງານບໍຣິການ ໃນຮ້ານນັ້ນນຸ່ງເຄື່ອງແບບ ບໍ່ເໝາະສົມແທ້ ແຕ່ບໍ່ໄດ້ກ່ຽວຂ້ອງກັບ ການແອບແຝງຂາຍ ບໍຣິການທາງເພດ ເປັນແຕ່ສາວເສີບຊື່ໆ ດັ່ງ ທີ່ນາງກ່າວວ່າ:

“ມັນແມ່ນແທ້ ແຕ່ວ່າມັນບໍ່ແມ່ນວ່າ ບໍຣິການແບບສາວຫາເງິນນີ໋ ບໍ່ແມ່ນ. ລິນເບັຽປົກຕິ ຮອດໂມງແລ້ວກະເລີກ. ສາວເບັຽຂະເຈົ້າແບບຂາຍ ເບັຽຂະເຈົ້າຊື່ໆ ແບບແນະນໍາລູກຄ້າຊື້ເບັຽ ອິຫຍັງຫັ້ນນະ ປະມານນີ້.”

ອີງຕາມເອກກະສານແຈ້ງການຂອງຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງໄຊເສດຖາ ວັນທີ 7 ກໍຣະກະດານີ້ ຣະບຸວ່າ ຮ້ານອາຫານ ເອວັນ ຢູ່ບ້ານຫົວຂົວ ແມ່ນທ້າວ ໄຂສິລິ ສຸວັນນະເຈັກ ອາຊີບຄ້າຂາຍ ຢູ່ບ້ານໜອງພະຍາ ເມືອງໄຊທານີ, ມີໃບອະນຸຍາດ ປຸກສ້າງທີ່ເຈົ້າເມືອງ ເມືອງໄຊເສດຖາ ອອກໃຫ້ວັນທີ 22 ມິຖຸນາ 2020 ແລະມີໃບທະບຽນ ວິສາຫະກິດການຄ້າ ທີ່ກະຊວງອຸດສາຫະກັມ ແລະ ການຄ້າ ອອກໃຫ້ໃນວັນທີ 4 ກໍຣະກະດາ ນີ້.

ຮ້ານດັ່ງກ່າວໄດ້ເປີດບໍຣິການ ໂດຍບໍ່ໄດ້ຮັບອະນຸຍາດ ແລະມີການໂຄສະນາ ຜ່ານສື່ອອນລາຍທີ່ເຫັນວ່າບໍ່ເໝາະສົມ ດັ່ງນັ້ນທາງຫ້ອງການ ຈຶ່ງສັ່ງໃຫ້ປິດແຕ່ມື້ວັນທີ 5 ກໍຣະກາດານີ້ ໄປຈົນກວ່າຈະໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເປີດໄດ້.

ແຕ່ອີງຕາມຣາຍງານ ທີ່ວິທຍຸເອເຊັຍເສັຍເສຣີ ໄດ້ຮັບໃນຕອນແລງ ຂອງວັນທີ 8 ກໍຣະກະດາ ນີ້, ຮ້ານອາຫານປີ້ງເປັດ ເອວັນ ໄດ້ເປີດ ບໍຣິການຄືນແລ້ວ ພາຍຫລັງທີ່ ພາກສ່ວນກ່ຽວ ຂ້ອງໄກ່ເກັ່ຽ ຕົກລົງກັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.