ອອສເຕຣເລັຽໃຫ້ທຶນການສຶກສາ ສປປ ລ

ສິດນີ
2014.09.14
f-default ອອສເຕຣເລັຽໃຫ້ທຶນການສຶກສາ ສປປ ລາວ
RFA

 

ຣັຖບານ ອອສເຕຣເລັຽ ມອບທຶນ ການສຶກສາ 50 ທຶນ ແກ່ ນັກຮຽນ ລາວ. ທຶນ ດັ່ງກ່າວ ຖືກມອບໃຫ້ ໂດຍ ຣັຖມົນຕຣີ ກະຊວງ ສຶກສາ ທິການ ອອສເຕຣເລັຽ ທ່ານ Christopher Payne ຊ້ອງຫນ້າ ຣັຖມົນຕຣີ ຊ່ອຍ ກະຊວງ ສຶກສາ ແລະ ກິລາ ສປປລາວ ຍານາງ ແສງ ເດືອນ ລາຈັນທະບຸດ.

ນັກ ສຶກສາ ລາວ ຜູ້ທີ່ຖືກ ຄັດເລືອກ ໃນ ຈຳນວນ 50 ຄົນນັ້ນ ຈະເຂົ້າຮ່ວມ ກັບ ນັກສຶກສາ ແລະ ເຈົ້າຫນ້າທີ່ ລາວ ຜູ້ທີ່ຈົບ ການສຶກສາ ຈາກ ປະເທດ ອອສເຕຣເລັຽ ມາກ່ອນ ຈຳນວນ 1100 ຄົນ ໃນໂຄງການ ທຶນ ການສຶກສາ ດັ່ງກ່າວ ທີ່ ໄດ້ກັບມາ ສ້າງສາ ພັທນາ ສປປ ລາວ ດ້ວຍຄວາມຮູ້ ແລະ ຄວາມ ສາມາດ ຣະດັບ ສາກົນ.

ທ່ານ PYNE  ເວົ້າວ່າ ທຶນ ການສຶກສາ ຈາກ ປະເທດ ອອສເຕຣເລັຽ ໃຫ້ຄວາມຮູ້ ຄວາມ ສາມາດ ແກ່ຜູ້ນຳ ໃນ ອະນາຄົດ ໃນປະເທດ ກຳລັງ ພັທນາ ທັງຫລາຍ ທ່ານວ່າ ໂຄງການ ດັ່ງກ່າວ ເປັນ ພາກສ່ວນ ຄວາມສຳຄັນ ໃນວຽກງານ ການພັທນາ ຕ່າງ ປະເທດ ຂອງ ອອສເຕຣເລັຽ ໃນ ສປປ ລາວ ແລະ ໃນຂົງເຂດ ເອເຊັຽ ປາຊິຟິກ.

ອະດີດ ນັກສຶກສາ ລາວ ທີ່ຈົບຈາກ ອອສເຕຣເລັຽ ໄດ້ສະແດງ ບົດບາດ ໃນການ ເປັນຜູ້ນຳ ໃນຂັ້ນ ຣັຖບານ ໃນຫລາຍ ຕຳແຫນ່ງ ໃນ ລາວ ໃນ ປັດຈຸບັນ. ທຶນການ ສຶກສາ ໃຫ້ ຣັຖບານ ລາວ ເປັນ ພາກສ່ວນ ຂອງ ການ ຊ່ອຍເຫລຶອ ຂອງ ຣັຖບານ ອອສເຕຣເລັຽ ໃນ ມູນຄ່າ  60 ລ້ານ ໂດລາ ແຕ່ລະປີ ຊຶ່ງ ສ່ວນໃຫຍ່ ແມ່ນແນໃສ່ ການພັທນາ ຊັພຍາກອນ ມະນຸດ ການພັທນາ ຊົນນະບົດ ການເກັບກູ້ ຣະເບີດ ການຄ້າ ການລົງທຶນ ແລະ ການ ບໍຣິຫານ ຈັດການ ຊັພຍາກອນ ທັມມະຊາດ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.