ແຂວງອັດຕະປື ລົງວິໄນພະນັກງານພັກ-ລັດ 23 ຄົນ ຖານສໍ້ລາດບັງຫຼວງ
ແຂວງອັດຕະປື ລົງວິໄນພະນັກງານພັກ-ລັດ 23 ຄົນ ຖານສໍ້ລາດບັງຫຼວງ. ໃນນັ້ນ ເປັນພະນັກງານຂັ້ນແຂວງ 7 ຄົນ ແລະ ຂັ້ນເມືອງ 16 ຄົນ.
-
ຈຳປາທອງ/ເພັດສະຫຍາມ
2025-03-03 -
-
-
Your browser doesn’t support HTML5 audio
“ຊິມີລັດຖະບານກວດສອບ ກົດຫັນ ຫັ້ນແຫຼະນໍ ວ່າເງິນ ມັນຮົ່ວໄຫຼໄປຫັ້ນເດ ກວດໄປເລື້ອຍໆ ມັນກໍພໍ້ໄປຫຼາຍແນວ ແລ້ວບາດນີ້.”
ເງິນຂອງລັດ ມີການຮົ່ວໄຫຼ
ນີ້ແມ່ນສຽງເຈົ້າໜ້າທີ່ແຂວງອັດຕະປື ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະ ຕໍາແໜ່ງ ກ່າວເຖິງການກວດພົບສໍ້ລາດບັງຫຼວງ ໃນແຂວງອັດຕະປື ວ່າ ທາງຄະນະກວດກາ ພັກຂອງແຂວງ ໄດ້ກວດກາຄ່າຊົດເຊີຍ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສະໜາມໄຊ ແລະ ໂຄງການກໍ່ສ້າງຊົນລະປະທານ ເຊນໍ້ານໍ້ານ້ອຍ ເມືອງສາມັກຄີໄຊ ໃນຈໍານວນ 153 ເປົ້າໝາຍ ເຊິ່ງພົບເຫັນການເງິນຂອງລັດ ມີການຮົ່ວໄຫຼ ແບບບໍ່ຖືກຕ້ອງ ໂດຍກວດພົບພະນັກງານພັກ-ລັດ ຈໍານວນ 23 ຄົນ ທີ່ເປັນລະດັບເຈົ້າໜ້າທີ່ຂັ້ນແຂວງ ແລະ ລະດັບຂັ້ນເມືອງ ຮ່ວມກັນຍັກຍອກເງິນ ໃນນີ້ ແຍກເປັນພະນັກງານແຂວງຄຸ້ມຄອງ 7 ຄົນ ຖືກຕິຕຽນ 2 ຄົນ ຖືກກ່າວເຕືອນ 4 ຄົນ ແລະ ເອົາອອກຈາກພັກ 1 ຄົນ. ພະນັກງານຂັ້ນເມືອງຄຸ້ມຄອງ 16 ຄົນ ຖືກຕິຕຽນ 9 ຄົນ, ປົດຕໍາແໜ່ງ ເອົາອອກຈາກພັກ, ພະນັກງານຕໍາແໜ່ງພັກ 4 ຄົນ ເອົາອອກຈາກພັກ ສະມາຊິກທີ່ມີຕໍາແໜ່ງ 3 ຄົນ ແລະສືບຕໍ່ດໍາເນີນຄະດີ ຄົ້ນຄວ້າວິໄນ ຕໍ່ກັບສະມາຊິກພັກ ຈໍານວນໜຶ່ງ.
ກ່ຽວກັບເລື່ອງນີ້ ປະຊາຊົນເຫັນວ່າ ກົດໝາຍລາວ ເລື່ອງການປະຕິບັດວິໄນ ລົງໂທດຄົນທີ່ສໍ້ລາດບັງຫຼວງ ຍັງອ່ອນແອແຮງ. ພາກລັດກວດພົບພໍ້ ກໍສໍ່ານັ້ນ ເອົາພຽງອອກຈາກພັກ ແລະ ອົບຮົມກ່າວເຕືອນ ແຕ່ບໍ່ລົງໂທດ ດໍາເນີນຄະດີ ໃສ່ຄຸກ ເດັດຂາດ. ຖ້າຫາກທາງການຈະແກ້ໄຂໃ ຫ້ຫຼຸດໜ້ອຍລົງ ກໍຄົງຍາກ ເພາະການສໍ້ລາດບັງຫຼວງ ກໍຈະຍັງຫຼາຍ ຄືເກົ່າ, ດັ່ງຊາວລາວ ທ່ານໜຶ່ງ ກ່າວວ່າ:
“ມີແຕ່ອອກຈາກສະມາຊິກພັກຊື່ໆ ບໍ່ໄດ້ປະຕິບັດວິໄນ ໃສ່ຄຸກ, ແຕ່ການກໍບໍ່ໄດ້ອອກ ແຕ່ວ່າພຽງແຕ່ອອກຈາກສະມາຊິກຊື່ໆ ຢາກໂຄສະນາວ່າ ແຂວງນັ້ນ ເຮັດແທ້ ເຮັດໄດ້ ຫັ້ນນ່າ. ຊິແກ້ນໍ ຍາກ ຍາກ ມັນຄາແຕ່ບ່ອນຄໍລັບຊັນ ນີ້ນ່າ ບໍ່ແມ່ນມີແນວຄິດເພື່ອບ້ານ ເພື່ອເມືອງ ມັນເອື້ອກັນ ຄົນທໍາມະດາບໍ່ໄດ້ໄປສໍ້ໂກງນ່າ ມີແຕ່ຜູ້ໃຫຍ່ ເຂົ້າພັກ ເຂົ້າຫຍັງພຸ້ນແຫຼະ ກົດໝາຍມັນ ເຂົາບໍ່ເຮັດທາງຕັນດອກ.”
ບັນຫາຍັກຍອກເງິນຄ່າຊົດເຊີຍ ຂອງປະຊາຊົນ
ຂະນະທີ່ຊາວລາວ ທ່ານໜຶ່ງ ກໍກ່າວວ່າ ການຍັກຍອກເງິນຄ່າຊົດເຊີຍ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ຈົນກາຍມາເປັນບັນຫານັ້ນ ຍ້ອນຊາວບ້ານ ບໍ່ໄດ້ຮັບເງິນເຕັມຈໍານວນ ແລະ ຕາມກໍານົດ, ກໍສົມຄວນທີ່ຄະນະກວດກາ ຈະຕ້ອງໄດ້ກວດກາ ເຊິ່ງກໍປະກົດວ່າ ເງິນຄ່າຊົດເຊີຍ ມີການຮົ່ວໄຫຼແທ້.
“ເຮັດຈົນວ່າ ປະຊາຊົນມີຜົນກະທົບ ຄັນຊິເວົ້າວ່າແມ່ນຍັກຍອກນ່າ ລັກສະນະໄປກວດ ເສຍຫາຍເທົ່ານັ້ນຕື້ ລ້ານບາດ ໂຕນີ້ລ້ານໂດລ້າ. ໂຄງການ ເພິ່ນແລ້ວໄປ ເຮັດບໍ່ໄດ້ເຕັມລ້ອຍຫັ້ນນ່າ ແຕ່ວ່າງົບເພິ່ນໝົດ ຖືວ່າມັນກໍມີສ່ວນຮົ່ວໄຫຼຫັ້ນແຫຼະ ບໍ່ວ່າຢູ່ໃສແຫຼະ ມັນກໍຕ້ອງມີ. ຄັນວ່າເຈົ້າເຮັດໄປຕາມລະບຽບຫຼັກການນໍ ມັນກໍບໍ່ມີບັນຫາ. ອັນນີ້ ເຮັດຈົນວ່າປະຊາຊົນເຫັນຈະຈະຢູ່ ກໍຕ້ອງໄດ້ກວດສອບ.”
ຂ່າວ ກ່ຽວກັນ
ຊາວບ້ານຂໍໃຫ້ກວດກາ ເຂື່ອນເຊປຽນ-ເຊນໍ້ານ້ອຍ ລາຍງານລະດັບນໍ້າໄລຍະ
ຫົວໜ້າຂະແໜງການຄັງ ແຂວງອັດຕະປືຖືກຈັບ ຕໍ່ມາເສຍຊີວິດຢູ່ໃນຄຸກ
ເຮືອນຢູ່ຖາວອນ ຜູ້ປະສົບພັຍເຂື່ອນແຕກ ຍັງສ້າງບໍ່ແລ້ວໝົດ
ກ່ອນໜ້ານີ້ ໃນເດືອນກຸມພາ ປີ 2024 ທາງແຂວງອັດຕະປື ກໍໄດ້ລົງວິໄນ ຕໍ່ພະນັກງານ-ລັດຖະກອນ ສະມາຊິກພັກ ແລະຄະນະບ້ານ ຈໍານວນ 26 ຄົນ.
ຍ້ອນວ່າມີສ່ວນກ່ຽວຂ້ອງ ກັບການສໍ້ລາດບັງຫຼວງ ກໍລະນີການບຸກລຸກທີ່ດິນ ເຂດປ່າປ້ອງກັນ ຢູ່ພູພຽງບໍລະເວນ ແລະ ປ່າຜະລິດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ເຊິ່ງໃນນີ້ ມີນາຍບ້ານ ບ້ານໜອງຫີນ ແລະ ຮອງນາຍບ້ານ 3 ຄົນ ທີ່ຖືກລົງວິໄນ. ສ່ວນພະນັກງານ-ລັດຖະກອນ ສະມາຊິກພັກ ຖືກປົດຕໍາແໜ່ງ ແລະ ຈັບເຂົ້າຄຸກ ຍ້ອນມີການຮັບສິນບົນ ນໍານາຍໜ້າຊື້-ຂາຍດິນ ໃນເຂດບ້ານ ທັງໝົດ 2 ຕື້ປາຍກີບ (2,072,000,000) ແລະ ເຊັນໃບແຈ້ງທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ ຈໍານວນ 271 ສະບັບ ລວມເນື້ອທີ່ກວ່າ 729 ເຮັກຕາ.