ທາງການລາວເພີ້ມປ້ອງກັນ ຄວາມສງົບ
ທາງການລາວ ເພີ້ມ ມາຕການ ປ້ອງກັນ ຄວາມສງົບ ຮຽບຮ້ອຍ ໃນ ທົ່ວປະເທດ.
-
2013-10-22 -
-
-
Your browser doesn’t support HTML5 audio
ນາຍທະຫານຊັ້ນສູງໃນກອງທັບປະຊາຊົນລາວຜູ້ຂໍສງວນຊື່ທ່ານນື່ງ ເປິດເຜີຍຕໍ່ຜູ້ສື່ຂ່າວເອເຊັຍເສຣີ ເມື່ອສັປດາຜ່ານມາວ່າ:ນາຍພົນໂທ ດວງໃຈ ພິຈິດ ຮອງນາຍຍົກຣັຖມົນຕຣີແລະຣັຖມົນຕຣີວ່າການກະ ຊວງປ້ອງກັນປະເທດ ມີຄໍາສັ່ງໂດຍກົງ ເຖີງຄນະບັນຊາການກອງ ທັບປະຊາຊົນລາວ ໃນທຸກຣະດັບທົ່ວປະເທດເມື່ອມໍ່ໆມານີ້ເພື່ອເພີ້ມ ຣະດັບ ໃນການປະກອບສ່ວນ ແລະຮ່ວມມື ກັບເຈົ້າໜ້າທີ່ພົລເຮືອນ ໃນການປ້ອງກັນ ແລະຮັກສາຄວາມສງົບຮຽບຮ້ອຍພາຍໃນຢ່າງເຂັ້ມ ງວດຕລອດ 24 ຊົ່ວໂມງ ໃນທົ່ວປະເທດ.
ເນື່ອງຈາກວ່າໃນຖ້າມກາງສະພາບການທີ່ປະຊາຊົນລາວແລະບັນດາ ເຈົ້າໜ້າທີ່ຂອງຣັຖ ໃນທົ່ວປະເທດ ກໍາລັງປະເຊີນກັບບັນຫາເຄັ່ງຕຶງ ທາງດ້ານເສຖກິດ ໂດຍສະເພາະແມ່ນພາວະຄ່າຄອງຊິບ ທີ່ຖີບຕົວ ຂື້ນຢ່າງຕໍ່ເນື່ອງໃນເວລານີ້ ສົມທົບກັບຣາຍໄດ້ ທີ່ຫລຸດລົງຂອງບັນ ດາເຈົ້າໜ້າທີ່ຣັຖຊື່ງເປັນຜົນມາຈາກການທີ່ຣັຖບານລາວໄດ້ຍົກເລີກຣະບົບການໃຫ້ເງິນອຸດຫນຸນ ແກ່ພະນັກງານຣັຖໃນອັດຕຣາ 760 ພັນກິບ ຕໍ່ເດືອນນັບແຕ່ວັນທີ່ 1 ຕຸລາ ເປັນຕົ້ນມາຊື່ງບັນຫານີ້ ອາດຈະເຮັດໃຫ້ (ກຸ່ມຄົນບໍ່ດີ) ສວຍໂອກາດໃນການປຸກຣະດົມ ກະແສຄວາມບໍ່ພໍໃຈ ຕໍ່ຣັຖບານ ໃນທົ່ວປະເທດ ກໍເປັນໄປໄດ້. ດັ່ງຜູ້ບັງຄັບການ ກໍາລັງທະຫານ ທ່ານນີ້ເວົ້າວ່າ:
“ກົມກອງພວກຂ້າພະເຈົ້າ ກໍໄດ້ຍົກສູງສະຕິຣະວັງຕົວ ກຽມພ້ອມສູ້ຣົບ ຮັບປະກັນ ການເຄື່ອນໄຫວ ປະຕິບັດ ທັນສະພາບການ ເຮັດໃຫ້ ຂອບເຂດຄວາມຮັບຜິດຊອບ ຂອງກົມກອງມີຄວາມສງົບປອດພັຍ ຮ້ອຍສ່ວນຮ້ອຍ ກົມກອງ ພວກ ຂ້າພະເຈົ້າ ໄດ້ຈັດຕັ້ງ ກໍາລັງປ້ອງກັນ ຄວາມສງົບ ໃຫ້ບັນລຸ ຕາມຄາດຫມາຍ”.
ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ຣະດັບສູງ ໃນກະຊວງການເງິນ ຂອງລາວກໍຍອມຮັບວ່າ ກໍຣະນີ ທີ່ເຮັດໃຫ້ພະນັກງານຣັຖ ໃນທົ່ວປະເທດ ເກີດຄວາມບໍ່ພໍໃຈຫລາຍທີ່ສຸດ ນັ້ນກໍແມ່ນເຣື້ອງການຕັດເງິນອຸດຫນູນ ປະຈໍາເດືອນ ຂອງພະນັກງານ ເຖີງແມ່ນຈະມີການ ຂື້ນເງິນເດືອນ ກໍຕາມ ແຕ່ຄວາມເປັນຈິງ ກໍແມ່ນວ່າຣາຍຮັບຂອງ ຂອງພະນັກງານຣັຖ ທຸກຄົນ ຫລຸດລົງຈາກເດີມ ຣະຫວ່າງ 3 ແສນກິບ ຫາ 4 ແສນກິບ ຕໍ່ເດືອນນັ້ນເອງ.