2 ປີ ຍັງບໍ່ມີຮ່ອງຮອຍ ທ່ານ ສົມບັດ

ອຸ່ນແກ້ວ ສຸກສະຫວັນ
2014.12.15
F-Sombat ພິທີທາງສາສນາ ເພື່ອລຳລຶກ ວັນຄົບຮອບ 2 ປີ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ
RFA

 

ເຖິງແມ່ນວ່າ ການ ລັກພາຕົວ ຂອງ ທ່ານ ສົມບັດ ສົມພອນ ຜ່ານໄປໄດ້ 2 ປີ ແລ້ວ ກໍຕາມ, ແຕ່ ຜູ້ຄົນ ກໍຍັງຖາມ ກັນ ຢູ່ຕລອດ 2 ປີ ກໍຄື: ສົມບັດ ຢູ່ໄສ? ຊຶ່ງ ເປັນຄຳຖາມ ທີ່ ຜູ້ຄົນໄດ້ ຍົກຂຶ້ນມາ ເວົ້າກັນ ແລະ ກໍເປັນ ຄຳຖາມ ທີ່ ທົ່ວໂລກ ຖາມກັນ ຢ່າງ ຕໍ່ເນື່ອງ.

ທ່ານ ສົມບັດ ສົມພອນ ເປັນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ຈົນໄດ້ຮັບ ຣາງວັນ ແມັກໄຊໄຊ ໃນ ປີ 2005 ໃນສາຂາ ການ ພັທນາ ຊຸມຊົນ ແລະ ທ່ານ ກໍຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012 ຢູ່ ຕໍ່ໜ້າ ປ້ອມ ຕຳຣວດ ຖນົນ ທ່າເດື່ອ ໃກ້ກັບ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ເຂດ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ. ອິງຕາມ ຫລັກຖານ ຈາກ ກ້ອງ ວົງຈອນປິດ. ຊຶ່ງ ເຫດການ ດັ່ງກ່າວ ກໍມີຄົນ ເວົ້າກັນວ່າ ເຈົ້າໜ້າທີ່ ທາງການ ລາວ ບາງທ່ານ ມີ ສ່ວນຮູ້ເຫັນ ໃນການ ລັກພາຕົວ, ແຕ່ ທາງການ ລາວ ກໍ ປະຕິເສດ ວ່າ ບໍ່ມີສ່ວນ ກ່ຽວຂ້ອງ ໃນການ ລັກພາຕົວ ໃດໆທັງສິ້ນ.

ໃນທ້າຍອາທິດ ທີ່ ຜ່ານມາ ນັກຂ່າວ ເອເຊັຽ ເສຣີ ໄດ້ຕິດຕໍ່ ສອບຖາມ ໄປຍັງ ທ່ານ ພັນຕຣີ ເກສນາ ພິຈິດ ຮອງ ຫົວໜ້າ ຜແນກສຶບ ສວນ ສອບສວນ ກອງ ບັນຊາການ ປກສ ນະຄອນ ຫລວງ ວຽງຈັນ ກ່ຽວກັບ ຄວາມຄືບໜ້າ ໃນການ ຊອກຫາ ທ່ານ ສົມບັດ, ແຕ່ ທ່ານ ພັນຕຣີ ເກສນາ ພິຈິດ ກໍ ປະຕິເສດ ທີ່ ຈະຕອບ ຄຳຖາມ ຊຶ່ງ ທ່ານ ກ່າວວ່າ: ບໍ່ສະດວກ ທີ່ຈະຕອບ ຄຳຖາມ ທາງ ໂທຣະສັບ. ສິ່ງ ດັ່ງກ່າວ ເຮັດໃຫ້ ຄອບຄົວ ຂອງ ທ່ານ ສົມບັດ ມີຄວາມ ຄ້າງຄາໃຈ  ມາຕລອດ ແລະວ່າ ຍັງບໍ່ໄດ້ ຄຳຕອບຫຍັງ ຈາກ ເຈົ້າໜ້າທີ່. ຍານາງ ອຶງ ຊຸຍເມັງ ໄດ້ກ່າວວ່າ:

"ລໍຖ້າຂ່າວ ແລະ ຄຳຕອບ ຈາກ ເຈົ້າໜ້າທີ່ ຂະເຈົ້າ ເວົ້າວ່າ ຍັງສອບຢູ່ ແຕ່ບໍ່ມີ ຄຳຕອບ ມີແຕ່ຖ້າ ລໍຖ້າ ລໍຖ້າ ເຈົ້າໜ້າທີ່ ເຮັດໜ້າທີ່ ສິ່ງທີ່ວ່າ ພັກ-ຣັຖ ມອບໝາຍ ໃຫ້ ເຈົ້າໜ້າທີ່ ເຮັດ ໃຫ້ ຕຳຣວດ ເຮັດນ່າ".

ຄູ່ຮ່ວມ ພັທນາ ກໍຍັງມີ ການ ທວງຖາມ ພັກ-ຣັຖບານ ລາວ ແລະ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ຊະຕາກັມ ຂອງ ທ່ານ ສົມບັດ ນຳ ຣັຖບານລາວ ຢ່າງ ຕໍ່ເນື່ອງ ຍ້ອນວ່າ ຍັງບໍ່ມີ ຄຳຕອບ ທີ່ ຊັດເຈນ ຈາກ ທາງການ ລາວ. ໂດຍສະເພາະ ສະຫະພາບ ຢູໂຣບ ກໍໄດ້ອອກ ຖແລງການ ເພື່ອ ທວງຖາມ ພັກ ແລະ ຣັຖບານ ລາວ ໃນ ກອງປະຊຸມ ໂຕະມົນ ປະຈຳ ປີ 14 ພຶສຈິກາ ທີ່ ຜ່ານມາ ຊຶ່ງເນື້ອໃນ ຕອນນຶ່ງ ຂອງ ຖແລງການ ດັ່ງກ່າວ ໄດ້ ເວົ້າວ່າ: ໃນ ກອງ ປະຊຸມ ໂຕະມົນ ປີ ທີ່ຜ່ານມາ ພວກເຮົາ ໄດ້ຍົກບັນຫາ ການ ຫາຍຕົວ ແບບ ບໍ່ສາມາດ ອະທິບາຍ ໄດ້ ຂອງ ທ່ານ ສົມບັດ ສົມພອນ ພວກເຮົາໄດ້ ຮັບ ການຢືນຢັນ ຈາກ ຣັຖບານ ລາວ ວ່າ ຣັຖບານ ລາວ ໄດ້ດຳເນີນ ທຸກຂັ້ນຕອນ ເພື່ອ ສືບຕໍ່ ການສືບສວນ ແລະ ນຳຜູ້ ກະທຳຜິດ ມາລົງໂທດ ຕາມກົດໝາຍ. ພວກເຮົາ ມີຄວາມ ເປັນຫ່ວງ ຢ່າງສູງ ທີ່ ຄະດີ ບໍ່ມີຄວາມ ຄືບໜ້າ ເທົ່າ ທີ່ຄວນ ແລະ ທ່ານ ສົມບັດ ຍັງ ບໍ່ສາມາດ ກັບຄືນມາ ສູ່ຄອບຄົວ ຂອງ ເພີ່ນ. ອີກຢ່າງນຶ່ງ ພວກເຮົາ ຂໍຮຽກຮ້ອງ ມາຍັງ ຣັຖບານ ລາວ ແກ້ໄຂ ກໍຣະນີ ນີ້ ຢ່າງ ຮີບດ່ວນ.

ຖແລງການ ຍັງກ່າວຢ້ຳ ອີກວ່າ: ພວກເຮົາ ຍັງ ຂໍສະເໜີ ໃຫ້ ເຊີນ ຄນະເຮັດວຽກ ຂອງ ອົງການ ສະຫະ ປະຊາຊາດ ໃຫ້ ຊ່ວຍແກ້ໄຂ ກໍຣະນີ ນີ້. ຄວາມ ບໍ່ແນ່ນອນ ຕໍ່ ກໍຣະນີ ນີ້ ຈະສົ່ງຜົນ ບໍ່ດີ ຕໍ່ ສປປລາວ ໃນ ຂະບວນ ການທົບທວນ ປະຈຳ ຣະຍະ ດ້ານ ການ ປະຕິບັດ ວຽກງານ ສິດທິ ມະນຸດ ທີ່ ຈະມີຂຶ້ນ ໃນ ໄວໆນີ້.

ບັນດາ ປະເທດ ທີ່ ເປັນຄູ່ຮ່ວມ ພັທນາ ຍັງຄົງສືບຕໍ່ ທວງຖາມ ທາງການລາວ ເຣື້ອງ ທ່ານ ສົມບັດ ຢູ່ໃນ ກອງປະຊຸມ ໂຕະມົນ ຊຶ່ງ ໃນນັ້ນ ມີຕົວແທນ ຈາກ ສະຫະພາບ ຢູໂຣບ, ສະຖານທູດ ເຢັຽຣະມັນ, ສະຖານທູດ ຝຣັ່ງເສສ, ສະຖານທູດ ອັງກິດ ແລະ ສະຖານທູດ ອະເມຣິກາ ປະຈຳ ສປປ ລາວ.

ອີງຕາມ ຜູ້ເຂົ້າຮ່ວມ ກອງປະຊຸມ ໂຕະມົນ ໄດ້ຮູ້ວ່າ ບັນດາ ຄູ່ ຮ່ວມພັທນາ ເຫລົ່ານັ້ນ ໄດ້ຍົກ ເຣື້ອງ ທ່ານ ສົມບັດ ສົມພອນ ຂຶ້ນມາ ທວງຖາມ ຕົວແທນ ຂອງ ຣັຖບານ ລາວ. ສ່ວນວ່າ ຕົວແທນ ຂອງ ຣັຖບານ ກໍໄດ້ເວົ້າ ເນັ້ນ ສືບຕໍ່ ຄວາມ ພຍາຍາມ ແລະ ຕ້ອງການ ແກ້ໄຂ ກໍຣະນີ ດັ່ງກ່າວ ແລະ ຣັຖບານ ລາວ ຍັງສນອງ ຂໍ້ມູນ ທີ່ ທັນເຫດການ ໃຫ້ ແກ່ຄອບຄົວ ຂອງ ທ່ານ ສົມບັດ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງ. ອີງຕາມ ບົດສລຸບ ກອງປະຊຸມ ໂຕະມົນ ໂດຍ ແມ່ນ ຜູ້ຕາງໜ້າ ອົງການ ສະຫະ ປະຊາຊາດ ເປັນຜູ້ກ່າວ.

ຢູ່ໃນ ປະເທດລາວ ການເວົ້າ ເຣື້ອງ ທ່ານ ສົມບັດ ສົມພອນ ເປັນເຣື້ອງ ທີ່ຫລໍ່ແຫລມ ແລະ ປະຊາຊົນ ທົ່ວໄປ ກໍຮູ້ດີວ່າ ມັນເປັນເຣື້ອງ ທີ່ ເຈົ້າໜ້າທີ່ ທາງການ ລາວ ຫ້າມບໍ່ໃຫ້ ເວົ້າເຖິງ.


ເປັນເວລາ 2 ປີ ທີ່ ທ່ານ ສົມບັດ ຖືກ ລັກພາຕົວ ໄປ ແລະ ຍັງບໍ່ຮູ້ວ່າ ຮ່ອງຮອຍ ວ່າ ທ່ານ ສົມບັດ ຢູ່ໃສ, ແຕ່ຫລາຍ ປະເທດ ແລະ ອົງການ ຈັດຕັ້ງ ສາກົນຕ່າງໆ ຮວມທັງ ຮວມທັງ ສ່ວນບຸກຄົນ ກໍສະແດງ ຄວາມ ເປັນຫວ່າງ ແລະ ຍັງສືບ ຕໍ່ ທວງຖາມ ທາງການລາວ ຢ່າງ ຕໍ່ເນື່ອງ.

ຢູ່ ບາງກອກ ປະເທດໄທ ໃນວັນທີ 11 ທັນວາ ທີ່ຜ່ານມາ ກໍໄດ້ມີ ການຈັດງານ ຖແລງຂ່າວ ເຣື້ອງ ທ່ານ ສົມບັດ ສົມພອນ ແລະ ມີທັງ ສື່ມວນຊົນ ລາວ, ໄທ ແລະ ສາກົນ ເຂົາຮ່ວມ ຣາຍງານ ຂ່າວ.

ນອກຈາກນີ້ ໃນ ວັນທີ 15 ທັນວາ ທີ່ ຈະມາເຖິງ ນີ້ ຢູ່ ສູນອົບຮົມ ຮ່ວມພັທນາ ຢູ່ ນະຄອນ ຫລວງ ວຽງຈັນ ກໍຈະມີ ການ ຈັດພິທີ ລໍາລຶກ ເຖີງ ທ່ານ ສົມບັດ ແລະ ວາງສະແດງ ຜົນງານ ຂອງ ສູນ ແລະ ມີພິທີ ທາງ ສາສນາ. ແລະ ຍານາງ ອຶງ ຊຸຍເມັງ ກໍຖື ໂອກາດ ນີ້ ຮຽກຮ້ອງ ແລະ ວິງວອນ ເຖິງ ຜູ້ທີ່ ລັກພາຕົວ ທ່ານ ສົມບັດ. ຍານາງ ກ່າວວ່າ:

"ຮ້ອງຂໍໃຫ້ ຜູ້ທີ່ເອົາ ເພີ່ນໄປ ອີ່ຕົນ ສົງສານ ແດ່ ມີ ກະຣຸນາ ເມດຕາ ແດ່ ກະໃຫ້ເພີ່ນ ກັບມາ ດ້ວຍຄວາມ ປອດໄພ ຊາ ເຖົ້າແລ້ວ ມັນ ເຮັດຫຍັງ ກະບໍ່ໄດ້ ແລ້ວ, ແນ່ນອນ ກະວ່າ ໃຈ ກະບໍ່ ສະບາຍໃຈ ແລ້ວ ແຕ່ວ່າ ຊິໃຫ້ ເປັນ ສັດຕຣູ ສັດຫຍັງ ປ້າກະເຖົ້າ ແລ້ວ ບໍ່ຢາກສ້າງ ແນວບໍ່ດີ ນຳຜູ້ອື່ນ ແລ້ວ ຖືວ່າ ອັນນີ້ ກະເປັນເວນ ເປັນກັມ ຊາ ຖ້າວ່າ ເວນກັມ ໂຕນີ້ ຜ່ານແລ້ວ ເຮົາກະຊິ ບໍ່ໄດ້ຊັງ ບໍ່ໄດ້ ຫຍັງດອກ ເຮົາ ກະຄິດ ເພາະວ່າ ເພີ່ນກະເຖົ້າ ແລ້ວ ປ້າ ກະເຖົ້າ ແລ້ວ ບໍ່ຢາກສ້າງ ເວນກັມ ຕໍ່ຜູ້ອື່ນ ດອກ".

ທ່ານ ທີ່ເຄົາຣົບ ເປັນເວລາ 2 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ຖືກ ລັກພາຕົວ ໄປ, ຜູ້ຄົນ ກໍ ຍັງຕິດຕາມ ແລະ ທວງຖາມ ກັນ ຢ່າງຕໍ່ເນື່ອງ. ສະນັ້ນ ຄຳຖາມ ທີ່ວ່າ: ສົມບັດ ຢູ່ໄສ? ກໍຍັງເປັນ ຄຳຖາມ ທີ່ ບໍ່ມີວັນ ຈະສູນຫາຍ ເພາະວ່າ ມັນເປັນ ຄຳຖາມ ຂອງ ການຮຽກຮ້ອງ ຄວາມ ເປັນທັມ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.