ສະຫະຣັດ ໃນກຸ່ມ ອາຊຽນ
2015.08.13
ກອງປະຊຸມ ຣະດັບ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ຄັ້ງທີ 48, ທີ່ ມາເລເຊັຽ ເປັນ ເຈົ້າພາບ ໃນ ປີນີ້ ໄດ້ ສິ້ນສຸດລົງ. ກໍຄື ດັ່ງຄັ້ງ ທີ່ຜ່ານມາ ບໍ່ມີຫຍັງ ແຕກຕ່າງ ຫຼາຍ, ເພາະ ບັນຫາ ໃຫຍ່ໆ ທີ່ ສຳຄັນ ບໍ່ຖືກ ແກ້ໄຂ ແລະ ປຶກສາ ຫາລື ກັນ, ດັ່ງ ບັນຫາ ທະເລຈີນ ໃຕ້ ທີ່ ຫຼາຍ ປະເທດ ສະມາຊິກ ເປັນຫວ່ງ, ດັ່ງ ວຽດນາມ ບຣູນາຍ ຟິລິປປິນ ແລະ ມາເລເຊັຽ.
ທາງການ ຈີນ ເວົ້າວ່າ ບັນຫາ ທະເລຈີນ ໃຕ້ ເປັນ ບັນຫາ ກັບ ປະເທດ ກ່ຽວຂ້ອງ ເທົ່ານັ້ນ, ທີ່ ຈະແກ້ໄຂ ກັນເອງ ປະເທດ ອື່ນ ບໍ່ຄວນ ຫຍຸ້ງກ່ຽວ, ດັ່ງນັ້ນ ບັນຫາ ນີ້ ຈະບໍ່ຖືກ ອະນຸຍາດ ໃຫ້ ເອົາມາ ໂອ້ລົມກັນ ໃນກອງ ປະຊຸມ ອາຊຽນ, ຖ້າ ສະຫະຣັດ ຫລື ປະເທດ ສະມາຊິກ ອາຊຽນ ປະເທດໃດ ຍົກຂື້ນມາ ຈີນ ຈະ ຄັດຄ້ານ. ທ່ານ ວັງຍີ ຣັຖມົນຕຣີ ຕ່າງ ປະເທດ ຈີນ ກ່າວ ກ່ອນ ເດີນທາງ ມາຮ່ວມ ປະຊຸມ.
ແຕ່ ທາງການ ສະຫະຣັດ ຖືວ່າ ບັນຫາ ນີ້ ເປັນ ບັນຫາ ສຳຄັນ ເພື່ອຄວາມ ປອດພັຍ ຂອງ ຂົງເຂດ, ບໍ່ແມ່ນ ສະເພາະ ແຕ່ ປະເທດ ທີ່ ກ່ຽວຂ້ອງ ທີ່ ອ້າງ ອະທິປະຕັຍ ເທົ່ານັ້ນ, ມັນເປັນ ບັນຫາ ສ່ວນຮວມ, ຍ້ອນ ເປັນ ເສັ້ນທາງເດີນ ເຮືອ ສິນຄ້າ ທາງທະເລ ຂນາດໃຫຽ່ ໃນໂລກ, ແລະ ກໍເປັນນ່ານຟ້າ ສາກົນ ທີ່ ສາຍ ການບິນ ຈາກ ຫຼາຍປະເທດ ຈະ ບິນຜ່ານ ນ່ານນ້ຳ ແຫ່ງນີ້, ຖ້າຈີນ ອ້າງ ອະທິປະຕັຍ ກວມເອົາ ຫມົດ ເຂດ ນ່ານນ້ຳ ແລະ ນ່ານຟ້າ ແລ້ວດ ແຮງຈະເກີດ ຄວາມຂັດແຍ່ງ ກັນ ຫຼາຍ ກວ່ານີ້. ດັ່ງນັ້ນ ຈຶ່ງຕ້ອງ ມີການ ໂອ້ລົມກັນ ກ່ຽວກັບ ບັນຫາ ນີ້, ເພື່ອ ປ້ອງກັນ ເຫດ ຄວາມຂັດແຍ່ງ ທີ່ ບໍ່ຄາດຝັນ ທີ່ ຮ້າຍແຮງ ກວ່ານີ້ ຈະ ເກີດຂຶ້ນ ໃນ ອະນາຄົດ.
ສະຫະຣັດ ໃຫ້ ຄວາມສຳຄັນ ແລະ ໃຫ້ ການ ສນັບສນູນ ບັນດາ ປະເທດ ອາຊຽນ ຫຼາຍຂຶ້ນ ໃນ ກອງປະຊຸມ ເທື່ອນີ້ ສາເຫດ ກໍ່ຄືວ່າ:
1- ຕ້ອງການ ຕ້ານຈີນ ໃນບັນຫາ ທະເລຈີນ ໃຕ້ ທີ່ ຫຼາຍປະເທດ ເປັນຫ່ວງ ແລະ ຕ້ອງການ ສະຫະຣັດ ເຂົ້າຮ່ວມ.
2- ສະຫະຣັດ ຕ້ອງການ ຈຳກັດ ຂອບເຂດ ການຂຍາຍ ອິດທິພົນ ຂອງຈີນ ໃນ ຂົງເຂດ.
3- ສະຫະຣັດ ຕ້ອງການ ຮື້ຟື້ນ ຄວາມສຳພັນ ຄືນໃຫມ່ ກັບ ພັນທະມິດ ເກົ່າ ທັງຫລາຍ ໃນ ເອເຊັຽ ເພື່ອ ກັບຄືນມາ ມີ ບົດບາດ ໃນ ເອເຊັຽ ຄືດັ່ງ ທີ່ ເຄີຍເປັນມາ.
ສຳລັບ ບັນຫາ ທະເລຈີນ ໃຕ້, ດັ່ງທີ່ ຫຼາຍຄົນ ຮູ້ແລ້ວວ່າ ປັດຈຸບັນ ຈີນ ໄດ້ອ້າງ ອະທິປະຕັຍ ຂອງຕົນ ເກືອບຫມົດ ເຂດ ນ່ານນ້ຳ ໃນ ທະເລຈີນ ໃຕ້ ທີ່ ຮ່ວມດ້ວຍ ເກາະ ດອນ ຕ່າງໆ ຫຼາຍ ເກາະ, ທີ່ຫຼາຍ ປະເທດ ອາຊຽນ ກໍອ້າງ ອະທິປະຕັຍ ເຊັ່ນກັນ, ດັ່ງ: ວຽດນາມ, ບຣູນາຍ, ມາເລເຊັຽ,ແລະ ຟິລິປປິນ.
ຈີນ ບໍ່ສົນໃຈ ນອກຈາກ ນັ້ນ ຈີນ ຍັງໄດ້ສ້າງ ສນາມບິນ ນ້ອຍ ແລະ ປ້ອມ ທະຫານ ຮ່ວມດ້ວຍ ການພັທນາ ໂຄງການ ຕ່າງໆ ໃນ ບາງເກາະ, ໃນ ແຜນການ ທີ່ ຈະອ້າງ ອະທິປະຕັຍ ກວ້າງໄກ ກວ່ານີ້ ໃນ ອະນາຄົດ. ນອກຈາກ ເຂດ ນ່ານນ້ຳ ແລ້ວ, ຈີນ ຍັງໄດ້ ປະກາດ ເຂດ ນ່ານຟ້າ ໃຫມ່ ອີກ ເທີງ ເຂດ ນ່ານນ້ຳ ທະເລຈີນ ໃຕ້, ເຮືອບິນ ຈາກ ປະເທດໃດ ຈະບີນ ຜ່ານ ເຂດ ດັ່ງກ່າວ ຕ້ອງໄດ້ ແຈ້ງ ຕົນເອງ ກ່ອນ, ບໍ່ດ່ັງນັ້ນ ຈີນ ຈະບໍ່ໃຫ້ ຜ່ານ. ເສັ້ນທາງ ເດີນເຮືອ ທາງ ທະເລ ໃນ ປັດຈຸບັນ ຈີນ ຍັງບໍ່ທັນ ປະກາດ ເທື່ອ ເພາະ ເປັນເຂດ ນ່ານນ້ຳ ສາກົນ ແຕ່ ຢູ່ໃນ ທະເລຈີນ ໃຕ້.
ການກະທຳ ດັ່ງກ່າວ ຂອງ ຈີນ, ສ້າງຄວາມ ບໍ່ພໍໃຈ ໃຫ້ ແກ່ ຫຼາຍ ປະເທດ ໂດຍສະເພາະ ປະເທດ ອາຊຽນ, ຜູ້ທີ່ອ້າງ ອະທິປະຕັຍ ຄືກັນ ໃນເຂດ ດັ່ງກ່າວ ດັ່ງ, ວຽດນາມ, ຟິລິປປິນ, ບຣູນາຍ, ມາເລເຊັຽ, ແລະ ໃຕ້ຫວັນ. ບາງ ກໍຣະນີ ກໍມີການ ປະເຊີນ ໜ້າກັນ ບາງ ເລັກນ້ອຍ ເກີດຂຶ້ນ, ດັ່ງກັບ ຟິລິປປິນ ແລະ ວຽດນາມ.
ສະຫະຣັດ ເປັນຫ່ວງ ກ່ຽວກັບ ເຣື້ອງນີ້ ບໍ່ແມ່ນ ສະເພາະ ແຕ່ ບັນຫາ ການອ້າງ ອະທິປະຕັຍ ເທົ່ານັ້ນ, ມັນກວມ ໄປຮອດ ບັນຫາ ການ ເດີນເຮືອ ແບບເສຣີ ແລະ ການບິນ ຜ່ານ ນ່ານຟ້າ ໃນເຂດ ດັ່ງກ່າວ, ຖ້າ ຈີນ ອ້າງ ອະທິປະຕັຍ ເກືອບຫມົດ ແລະ ປະກາດ ເຂດ ນ່ານນ້ຳ ແລະ ນ່ານຟ້າ ທັງຫມົດ ເປັນ ຂອງຈີນ.
ດັ່ງນັ້ນ ໃນ ກອງປະຊຸມ ອາຊຽນ ສະຫະຣັດ ຈຶ່ງ ຍົກ ບັນຫາ ດັ່ງກ່າວ ມາ ໂອ້ລົມ ກັບ ຜູ້ນຳ ອາຊຽນ, ໃນເວລາ ທີ່ຄວາມ ປອດພັຍ ອາຊຽນ ໂດຍສະເນີ ໃຫ້ມີການ ສ້າງຕັ້ງ ຄນະ ກັມມະການ ຮ່ວມ ໃນການ ແກ້ໄຂ ບັນຫາ ທະເລຈີນ ໃຕ້ ແລະ ຮຽກຮ້ອງ ໃຫ້ ທຸກຝ່າຍ ສ່ວນໃຫຍ່ ແມ່ນ ແນໃສ່ ຈີນ ໃຫ້ ຍຸຕິ ພຶດຕິກັມ ທີ່ ຈະຍຸຍົງ ໃຫ້ ເກີດຄວາມ ຂັດແຍ່ງ ກັນຫຼາຍ ກວ່ານີ້ ໃນເຂດ ທະເລຈີນ ໃຕ້. ດັ່ງ ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງ ປະເທດ ສະຫະຣັດ ກ່າວ ໃນທີ່ ປະຊຸມ ໃນ ຕອນນຶ່ງວ່າ:
"ທ່ານວ່າ ສະຫະຣັດ ມີຄວາມ ເປັນຫ່ວງ ຢ່າງແຮງກ້າ ກ່ຽວກັບ ການພັທນາ ໃນເຂດ ນ່ານນ້ຳ ທະເລຈີນ ໃຕ້, ໃນນັ້ນ ຮ່ວມດ້ວຍ ການອ້າງ ອະທິປະຕັຍ ອານາເຂດ ຢ່າງ ກວ້າງຂວາງ, ການ ປະຕິບັດ ງານ ທາງ ທະຫານ ແລະ ທ່ານ ຢ້ຳວ່າ, ສະຫະຣັດ ໃຫ້ການ ສນັບສນູນ ຢ່າງສູງ ຕໍ່ ສິດທິ ການເດີນເຮືອ ທາງ ທະເລ ແລະ ການບິນ ໃນເຂດ ນ່ານຟ້າ ດັ່ງກ່າວ ຢ່າງ ເສຣີ, ຮ່ວມດ້ວຍ ການໃຊ້ ເຂດ ນ່ານນ້ຳ ແບບ ຖືກຕ້ອງ ຕາມ ກົດໝາຍ ທຸກ ປະການ".
ແຕ່ ທາງການ ຈີນ ເວົ້າວ່າ ບັນຫາ ທະເລຈີນ ໃຕ້ ເປັນ ບັນຫາ ຣະຫວ່າງ ຈີນ ກັບ ປະເທດ ຄູ່ ກໍຣະນີ ເທົ່ານັ້ນ ທີ່ ຈະ ເຈຣະຈາ ກັນ ພາຍນອກ, ບໍ່ຄວນ ເຂົ້າມາ ຫຍຸ້ງກ່ຽວ ທາງການ ຈີນ ຍັງເວົ້າ ອີກວ່າ ສະຫະຣັດ ຢາກກັບ ຄືນມາ ມີອຳນາດ ທາງດ້ານ ທະຫານ ອີກໃຫມ່ ໃນ ຂົງເຂດ ແຫ່ງນີ້, ຈຶ່ງຢາກ ຖືຫາງ ໃຫ້ ກັບບັນດາ ປະເທດ ອາຊຽນ ໃນ ບັນຫາ ດັ່ງກ່າວ, ແລະວ່າ ສະຫະຣັດ ບໍ່ຄວນ ໃຫ້ ການ ສນັບສນູນ ປະເທດ ໃດ ນຶ່ງ ໃນບັນຫາ ທະເລຈີນ ໃຕ້.
ກອງປະຊຸມ ຣະດັບ ຣັຖມົນຕຣີ ຕ່າງ ປະເທດ ທີ່ ປະເທດ ມາເລເຊັຽ ເທື່ອນີ້, ເປັນ ກອງປະຊຸມ ຄວາມຮ່ວມມື ແລະ ຕຣຽມ ແຜນການ ເພື່ອ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງ ຈະມາເຖິງ ໃນເດືອນ ພຶສຈິກາ ປີ ນີ້ ທີ່ ມາເລເຊັຽ ຈະເປັນ ເຈົ້າພາບ ໃນນາມ ເປັນ ປະທານ ວຽນ ອາຊຽນ ໃນ ປີ ນີ້.
ສະຫະຣັດ ໃຫ້ການ ສນັບສນູນ ອາຊຽນ ເພື່ອຕ້ານ ການຂຍາຍ ອິດຕິພົນ ຂອງ ຈີນ ໃນຂົງເຂດ, ເປັນ ນະໂຍບາຍ ດັ້ງເດີມ ຂອງ ສະຫະຣັດ ມາແຕ່ຕົ້ນ ທີ່ ຕ້ອງການ ຢາກ ປິດລ້ອມ ຈີນ ໃນການ ເຊື່ອມ ອຳນາດ ມາໃນ ຂົງເຂດ ເອເຊັຽ, ໂດຍ ທົ່ວໄປ ຈຶ່ງເພີ້ມ ການພົວພັນ ກັບ ບັນດາ ປະເທດ ເອເຊັຽ ຫຼາຍຂຶ້ນ ດັ່ງ ຍິ່ປຸ່ນ, ເກົາຫລີໃຕ້, ໃຕ້ຫວັນ ແລະ ບັນດາ ປະເທດ ອາຊຽນ ທັງຫຼາຍ, ເພາະໃນ ປັດຈຸບັນ ຈີນ ໄດ້ຂຍາຍ ອິດທິພົນ, ບໍ່ແມ່ນ ແຕ່ ສະເພາະ ທາງດ້ານ ເສຖກິດ ການເມືອງ ແລະ ການ ທະຫານ, ຍັງ ຮ່ວມດ້ວຍ ການເງິນ ແລະ ການສ້າງສາ ພັທນາ ຕ່າງໆ ໃນ ຂົງເຂດ ນຳອີກ, ທີ່ ຫຼາຍ ປະເທດ ຫລີກລ້ຽງ ບໍ່ໄດ້.
ນະໂຍບາຍ ທີ່ ສະຫະຣັດ ໃຊ້ ກໍແມ່ນ ການຮື້ຟື້ນ ຄືນ ຄວາມ ສຳພັນ ກັບ ປະເທດ ພັນທະມິດ ເກົ່າ ດັ່ງ, ຟິລິປປິນ, ໄທ, ມາເລເຊັຽ, ສິງກະໂປ,ແລະ ອິນໂດເນເຊັຽ. ຍົກຣະດັບ ແລະ ປັບປຸງ ຄວາມ ສຳພັນ ກັບ ປະເທດ ສະມາຊິກ ໃຫມ່ ດັ່ງ ສປປລາວ, ວຽດນາມ, ກຳພູຊາ ແລະ ພະມ້າ.
ສຳລັບ ສປປ ລາວ ແລ້ວ, ທາງການ ສະຫະຣັດ ວ່າງ ຫລັງໆ ມານີ້, ກໍໄດ້ສົ່ງ ຂໍ້ຄວາມ ສະແດງ ຄວາມຍີນດີ ໃນ ວັນ ຄົບຮອບ 60 ປີ ການທູດ ກັບ ສປປລາວ ແລະ ໄດ້ສົ່ງ ພັລຍາ ຂອງ ຮອງ ປະທານາທິບໍດີ ສະຫະຣັດ ມາດາມ Jill Biden ໄປ ຢ້ຽມຢາມ ແລະ ໃຫ້ການ ຊ່ອຍເຫລຶອ ລາວ, ສຳລັບ ວຽດນາມ ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງ ປະເທດ ສະຫະຣັດ, ກໍໄດ້ ເດີນທາງໄປ ຮ່ວມງານ ສລອງວັນ ຄົບຮອບ 20 ປີ ຂອງ ການສຳພັນ ທາງການທູດ ກັນໃຫມ່, ແລະ ໄດ້ ຍົກຣະດັບ ຄວາມສຳພັນ ຫຼາຍຢ່າງ ຫລັງຈາກ ປະທານ ປະເທດ ວຽດນາມ ທ່ານ ຫງຽນຕັນຊອງ ໄປຢ້ຽມຢາມ ສະຫະຣັດ, ວ່າງເດືອນ ທີ່ ຜ່ານມາ, ແລະ ປະເທດ ອາຊຽນ ອຶ່ນໆ ສະຫະຣັດ ກໍເພີ້ມ ຄວາມ ສຳພັນ ເຊັ່ນກັນ. ສະຫະຣັດ ໄດ້ ປະກາດ ຮື້ຟື້ນ ການ ຊ່ອຍເຫລືອ ປະເທດ ອະນຸ ພູມີພາກ ລຸ່ມ ແມ່ນ້ຳຂອງ ຄືນໃຫມ່ ດັ່ງ ວຽດນາມ, ລາວ, ກຳພູຊາ, ແລະ ພະມ້າ, ໃນ ກອງປະຊຸມ ດັ່ງກ່າວ.
ໃນຂນະ ດຽວກັນ ບັນດາ ປະເທດ ເຫລົ່ານີ້ ກໍຕ້ອງການ ສະຫະຣັດ ມີສ່ວນຮ່ວມ ໃນການ ແກ້ໄຂ ບັນຫາ ສຳຄັນຕ່າງໆ, ທີ່ ປະເທດ ເຫລົ່ານີ້ ເປັນຫ່ວງ ເຊັ່ນກັນ ຍ້ອນຄິດວ່າ ສະຫະຣັດ ເປັນປະເທດ ທີ່ໜ້າ ເຊື່ອຖື ໃນເວທີ ສາກົນ ແລະ ໃນ ທ້ອງຖິ່ນ ແລະ ເປັນ ພັນທະມິດ ເກົ່າ ຂອງ ບາງ ປະເທດ.
ດັ່ງນັ້ນ ການ ກັບຄືນມາ ໃຫມ່ ແລະ ໃຫ້ການ ສນັບສນູນ ອາຊຽນ ຫຼາຍຂຶ້ນ ຄັ້ງນີ້ ຂອງ ສະຫະຣັດ ແມ່ນ ເພື່ອ ຜົລປໂຍດ ຮ່ວມກັນ ທັງສອງ ຝ່າຍ. ສບາຍດີ.