ມາຟັງນໍາກັນ 07/14/19

ໄຊຍາ ແລະ ພູວົງສ໌
2019.07.15
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ຊາວບ້ານເຂດນະຄອນຫຼວງວຽງຈັນທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:

“ສຳລັບຄອບຄົວ ຂພຈ ຖືວ່າຊ່ວງນີ້ກະແມ່ນງົດເລີຍແຫຼະ ງົດໆບໍ່ກິນເລີຍ ເພາະວ່າ ນຶ່ງມາຕາມຂ່າວຕາມຫຍັງມາມັນກະ ຢ້ານມັນມີ ຄວາມສ່ຽງເນາະ. ກະຖືວ່າໄປປ່ຽນໄປກິນອັນອື່ນແທນ ເປັນໄຂ່ເປັນໄກ່ເປັນປາເປັນຜັກໄປຊັ້ນແຫຼະ. ຊ່ວງນີ້ໝູກະຖືວ່າງົດໆໄປ.”

ຊາວບ້ານໃນນະຄອນຫຼວງວຽງຈັນອີກທ່ານນຶ່ງ ກໍໄດ້ກ່າວໃນທຳນອງດຽວກັນວ່າ ພາຍຫຼັງທີ່ໄດ້ຍິນຂ່າວວ່າ ມີການຣະບາດຂອງພະຍາດອະຫິວາໝູອະຟຣິກາໃນລາວ ກໍໄດ້ເຕືອນລູກເມັຽໃນການຊື້ຊີ້ນໝູມາບໍຣິໂພຄ ທຸກເທື່ອທີ່ໄປຕລາດ ແລະ ໃຫ້ຊື້ແນວອື່ນມາບໍຣິໂພຄແທນກ່ອນ ຖ້າບໍ່ຈຳເປັນກິນຊີ້ນໝູ.

“ໂອ້! ຣະວັງແຫຼະ ບອກລູກບອກເມັຽແຫຼະບໍ່ໃຫ້…ເບິ່ງກ່ອນຫັ້ນນ່າ ເພາະວ່າມັນເປັນແນວໃດ ມັນຊີ້ນຄັນວ່າມັນມີເປັນສານເປັນຫຍັງ. ຄັນຊິເວົ້າແລ້ວກະຢາກງົດຫັ້ນແຫຼະ ກິນແນວອື່ນກ່ອນ. ຫຼາຍຄົນເຂົາກະຣະວັງຄືກັນ ໃຜກະຢ້ານເດເນາະ. ບອກເມັຽບອກລູກຫັ້ນແຫຼະ ໄປຕລາດກະຫຼຸດສາກ່ອນຊີ້ນໝູຊ່ວງນີ້ ແນະນຳໃຫ້ຊື້ປູຊື້ປາແນວອື່ນມາກິນກ່ອນ.”

ພວກພໍ່ຄ້າ-ແມ່ຄ້າ ທີ່ຂາຍຊີ້ນໝູ ສາມາດຂາຍຊີ້ນໝູໄດ້ໜ້ອຍລົງ ເມື່ອທຽບໃສ່ກ່ອນການຣະບາດ ຂອງພຍາດດັ່ງກ່າວ ຫຼືຍອດຂາຍຊີ້ນໝູ ໄດ້ຫຼຸດລົງເຄິ່ງນຶ່ງ. ດັ່ງແມ່ຄ້າຂາຍຊີ້ນໝູນາງນຶ່ງໃນຕລາດສົດເຂດນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ

“ໂອ…ກະຢາກຕົກລົງຫຼາຍເຕີບຫັ້ນແຫຼະ ຊ່ວງນີ້ນ່າ. ແຕ່ວ່າພວກກິນຣະວັງ ຂະເຈົ້າຄຶດຢ້ານເອງ. ໝູໂຕນຶ່ງນີ້ຂາຍເໝິດເຄິ່ງນຶ່ງ ກະຍັງເຄິ່ງນຶ່ງ, ແຕ່ກີ້ກະໂຕນຶ່ງມັນກະເໝິດໂຕນຶ່ງ. ດຽວນີ້ເຄິ່ງນຶ່ງ ເວົ້າວ່າໄດ້ຂາຍເຄີ່ງຕໍ່ເຄິ່ງຫັ້ນແຫຼະ ເຮັດຈັ່ງໃດມັນບໍ່ໄດ້ຂາຍເດ. ມັນໄດ້ຊ່ານັ້ນຊ່ານີ້ ລະຂະເຈົ້າກະບໍ່ຢາກກິນປານໃດ ຊ່ວງນີ້ນ່າ.”

ເຈົ້າໜ້າໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອ 11 ກໍຣະກະດາວ່າ ແຂວງສາລະວັນ ແມ່ນເຣີ້ມຣະບາດມາແຕ່ 5  ມິຖຸນາ ໂດຍພົບການຣະບາດ ໃນ 7 ບ້ານ ຂອງເມືອງຕຸ້ມລານມີໝູຕາຍກ່ວາ 2,500 ໂຕ ເຊີ່ງເຈົ້າໜ້າທີ່ແຂວງສາລະວັນໄດ້ໃຊ້ມາຕການຄວບຄຸມ ແລະ ສະກັດກັ້ນ ເຫັນວ່າ ຍັງມີໂຕເລກເພີ່ມຂື້ນທີ່ຕ້ອງໄດ້ເຝົ້າຣະວັງ ຄາດວ່າ ພາຍໃນເດືອນ ກໍຣະກະດາ ຈະສາມາດກຳຈັດພຍາດດັ່ງກ່າວ ໃຫ້ໝົດໄປ ຈາກແຂວງ.

“ປະຈຸບັນນີ້, ຍັງໄດ້ກວດຄືນກວດກາເບິ່ງເຫັນສະພາບມັນຍັງເພີ້ມຂຶ້ນຫັ້ນນ່າ. ໃນຂັ້ນຕອນກະຊິທຳຣາຍຕໍ່ໄປ. ຈາກເດີມທີ່ເຮົາເຮັດໃນ ເມືອງຕຸ້ມລານມັນໄດ້ ຂຍາຍອອກໄປເມືອງອື່ນບໍ່ອ້າຍ? ໂຕນີ້ໄທເຮົາກາຍັງບໍ່ສາມາດ ເວົ້າໄດ້ເນາະວ່າຂຍາຍອອກໄປ ເມືອງອື່ນ ເນື່ອງຈາກວ່າຢູ່ໃນ 7 ບ້ານຂອງເມືອງຕຸ້ມລານເນາະ ທີ່ເພິ່ນແຈ້ງມາວ່າຖືກຜົລກະທົບພຍາດນີ້ ພວກເຮົາກາໄດ້ສຸມໃສ່ໃນ 7 ບ້ານ ນີ້ກ່ອນທຳຣາຍໃຫ້ໝົດ ໃນ 7 ບ້ານນີ້ທຳລາຍໃຫ້ໝົດ ຫຼັງຈາກນັ້ນມາ ລະກະຮອດກຳນົດທີ 7 ກໍ່ໄດ້ປິດການ ທຳຣາຍ, ແຕ່ປະຈຸບັນ ຍັງໄດ້ສືບຕໍ່ເບິ່ງໃນ 7 ບ້ານນີ້ ໝູເຮົານີ້ອາຈບໍ່ຢູ່ໃນຄອກ ກໍໝາຍຄວາມວ່າ ມັນຈະຢູ່ບ້ານຢູ່ຕາມປ່າ ພວກເຮົາກໍ່ຕ້ອງໄດ້ ກວດຄືນໃໝ່ໝົດ. ປະຈຸບັນຍັງເຫັນໂຕເລຂທີ່ ເພີ່ມຂຶ້ນ ກໍຈະທຳຣາຍຕໍ່ໄປ ຄາດວ່າຈະໃຫ້ ພຍາດໝູອະຟຣິກາ ສະຫງົບໄວໆນີ້ລະ. ໝົດເດືອນ 7 ນີ້ລະ ແຮງຢາກໃຫ້ໝົດໄວໆ.”

ເຈົ້າໜ້າທີ່ຂແນງລ້ຽງສັດນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ ພາກສ່ວນກ່ຽວ ກໍບໍ່ໄດ້ນິ້ງນອນໃຈ ແລະ ໄດ້ລົງຕິດຕາມກວດສຖານະການ ຢ່າງໃກ້ຊິດ ເປັນຕົ້ນກໍແມ່ນການເອີ້ນເອົາບັນຫາ ຜູ້ລ້ຽງໝູມາຮັບຟັງການຮັບມື ກັບບັນຫາ ແລະ ເຝິກອົບຮົມຜູ້ລ້ຽງໝູ ໃຫ້ປະຕິບັດໃຫ້ຖືກວິທີ.

“ເອີໂຕນີ້ກະໄດ້ເຮັດແຈ້ງການອັນນຶ່ງ ແຈ້ງການມາຕັ້ງແຕ່ຫ້ອງວ່າການປົກຄອງນະຄອນຫຼວງເນາະ. ເພິ່ນກະໄດ້ແນະນຳ ລະກະເອົາ ຜູ້ລ້ຽງໝູຫັ້ນ ມາປະຊຸມລະມາເຝິກອົບຮົມ ກ່ຽວແກ່ກັບວິທີການປ້ອງກັນເບາະ ຫຼືວ່າການເຄື່ອນຫຍອກເຄື່ອນຍ້າຍ ອີ່ຫຍັງຕ່າງໆຫຼາຍໆ ດ້ານຫຼາຍໆວິທີດອກໂຕນີ້ນ່າ. ເພາະວ່າສຳຄັນທີ່ສຸດ ເວົ້າເຣື້ອງກ່ອນຈະເອົາໝູ ອອກໄປຂາຍເບາະ ແນວນັ້ນແນວນີ້ ເຮົາຈະໄດ້ໄປ ເຈາະເອົາເລືອດ ເພື່ອກວດຫາສານຕ້ານເຊື້ອບໍ່ ຫຼືວ່າມັນຊິມີເຊື້ອຕິດບໍ່? ຫຼືວ່າແນວໃດຕ່າງໆຫັ້ນນ່າ ຄັນວ່າກວດບໍ່ພົບ ແມ່ນສາມາດ ຂາຍໄດ້ຄັນວ່າກວດພົບລະກະແມ່ນໃຫ້ຍຸຕິກ່ອນ ບໍ່ໄດ້ໃຫ້ຂາຍເນາະ. ຖ້າວ່າຜູ້ໃດຝ່າຝືນ ກະຖືກປັບໃໝທໍ່ນັ້ນໂລດແລ້ວ ບໍ່ໄດ້ຫຼາຍເຣື້ອງ ວ່າຊັ້ນໂລດແລ້ວ.”

ສ່ວນຜູ້ລ້ຽງໝູໃນຣະບົບຟາມປິດ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ ພາຍຫຼັງທີ່ມີການຣະບາດ ຂອງພຍາດອະຫິວາໝູ ອະຟຣິກາ ໃນລາວແລ້ວ ພາກສ່ວນ ກ່ຽວຂ້ອງ ກໍໄດ້ລົງມາຕິດຕາມກວດກາຟາມໝູ ແຕ່ລະແຫ່ງຢ່າງໃກ້ຊິດ ແລະ ແນະນຳໃຫ້ມີການປະຕິບັດ ໃຫ້ຖືກຕ້ອງຕາມຂັ້ນຕອນຕ່າງໆ ຂອງການລ້ຽງໝູ ຢ່າງເຂັ້ມງວດ.

“ຂະເຈົ້າກະມາສອນວິທີປ້ອງກັນ ເຣື້ອງຮັກສາໂຣຄນີ້ ຂະເຈົ້າກະມາສອນເໝິດໃຫ້ອ້າຍແລ້ວ. ອັນທີນຶ່ງມາດຽວນີ້ຂະເຈົ້າສອນເນາະ ເຂົາມາກວດຟາມ ເຂົາວ່າໃຫ້ເຮົາຫວ່ານປູກຂາວໃສ່ແຕ່ລະທ້ອງຖິ່ນທີ່ມີຂີ້ໝູໄຫຼໄປໄຫຼມາ ລະກະຂ້າເຊື້ອໃນເລົ້າ ລະກະຫວ່ານປູກຂາວໃຫ້ທົ່ວ. ອັນນຶ່ງມາບໍ່ໃຫ້ອອກໄປຊື້ຂອງກິນຢູ່ຕລາດ ບໍ່ໃຫ້ທຽວໄປທຽວມາເນາະ. ລະອັນສອງມາ ຂະເຈົ້າກະວ່າ ເວລາກ່ອນຊິໄປເກືອໝູ ຊິໄປເບິ່ງໝູ ຕ້ອງອາບນ້ຳປ່ຽນຊຸດຂ້າເຊື້ອໃຫ້ມັນລະອຽດ ພັກປະມານຊົ່ວໂມງນຶ່ງ ຄ່ອຍເຂົ້າໃນຟາມ.”

ທ່ານ ລຽນ ທິແກ້ວ, ຣັຖມົນຕຣີກະຊວງກະສິກັມ ແລະ ປ່າໄມ້ຂອງລາວ ກໍໄດ້ໃຫ້ສຳພາດແກ່ສື່ມວນຊົນທ້ອງຖິ່ນ ເມື່ອບໍ່ດົນມານີ້ວ່າ ພາກສ່ວນກ່ຽວຂ້ອງ ໄດ້ມີການມາຕການປ້ອງກັນບັນຫາ ດັ່ງກ່າວຢ່າງເຂັ້ມງວດ ໃນຂອບເຂດທົ່ວປະເທສ.

“ພວກ ຂພຈ ໄດ້ຊີ້ນຳຄນະສະເພາະກິຈຂອງຂັ້ນກະຊວງ ໄດ້ຈັດຕັ້ງດ່ານປ້ອງກັນຢູ່ 8 ດ່ານ ຢູ່ແຂວງພາກໃຕ້ ແລະ ກໍໄດ້ມີຄຳສັ່ງຊີ້ນຳໃຫ້ ທຸກທ້ອງຖິ່ນຖືວ່າຈຳກັດ ບໍ່ໃຫ້ນຳເຂົ້າລູກໝູ, ໝູເປັນ ລະກະຊີ້ນໝູ ເຂົ້າມາໃນ ສປປລາວ ເພື່ອຈຳກັດການແຜ່ ເຊື້ອຣະບາດ ເພາະວ່າ ພຍາດດັ່ງກ່າວນີ້ ຖ້າວ່າເກີດຢູ່ບ່ອນໃດ ພວກເຮົາມີແຕ່ວ່າພວກເຮົາ ຕ້ອງທຳຣາຍ ລະກະຈຳກັດໃຫ້ມັນຢູ່ບໍຣິເວນດັ່ງກ່າວ ໃຫ້ມັນໄດ້ ບໍ່ໃຫ້ແຜ່ຂຍາຍໄປສູ່ບ່ອນອື່ນ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.