ຄວາມວຸ້ນວາຍຫລັງໄຟໄໝ້ ຕລາດ

ອຸ່ນແກ້ວ ສຸກສວັນ
2014.05.01
F-fire ຕລາດທົ່ງຂັນຄຳ ນະຄອນຫຼວງວຽງຈັນ ໃນຄືນທີ່ ເກີດເຫດໄຟໄໝ້
RFA

 

ບັນຫາ ການ ຍາດແຍ່ງ ບ່ອນຂາຍ ເຄື່ອງ ຂອງພວກ ຄ້າຂາຍ ມີຂຶ້ນ ຫລັງຈາກ ຕລາດ ທົ່ງຂັນຄໍາ ຖືກ ໄຟໄໝ້ ເປັນເຫດ ໃຫ້ ແມ່ຄ້າ ຊາວຂາຍ ບໍ່ມີ ບ່ອນ ທໍາມາ ຫາກິນ ຈົນເກີດ ມີການ ປະທະ ຄຳເວົ້າ ກັບ ເຈົ້າໜ້າທີ່ ຈັດສັນ ພື້ນທີ່ ແລະ ຫລາຍຄົນ ກໍຍັງ ຄາໃຈວ່າ ເຫດການ ໄຟໄໝ້ ຕລາດ ຄັ້ງນີ້ ແມ່ນເກີດ ຈາກ ຫຍັງ ກັນແທ້.

ສະພາບການ ທີ່ ໂດດເດັ່ນ ຫລັງຈາກ ເຫດການ ໄຟໄໝ້ ຕລາດ ທົ່ງຂັນຄຳ ໃນວັນທີ 26 ມີນາ ໄດ້ ຜ່ານໄປ ກໍຄື ຄວາມ ສົນລະວົນ ທີ່ບໍ່ມີ ທ່າທີ່ວ່າ ຈະແກ້ໄຂ ໃຫ້ ພວກແມ່ຄ້າ ຊາວຂາຍ ໄດ້ ແຕ່ຢ່າງໃດ. ໃນເບື້ອງ ຕົ້ນ ເຈົ້າໜ້າທີ່ ໃຫ້ພວກ ແມ່ຄ້າ ຢູ່ຕລາດ ທົ່ງຂັນຄຳ ທີ່ໄດ້ຮັບ ຜົນກະທົບ ຈາກ ໄຟໄໝ້ ໃຫ້ ໄປຂາຍ ໄປຕລາດ ໂພນຕ້ອງ ສະຫວ່າງ, ແຕ່ເມື່ອຍ້າຍ ໄປແລ້ວ ເກີດ ມີບັນຫາ ກັບແມ່ຄ້າ ຢູ່ຕລາດ ໂພນຕ້ອງ ສະຫວາດ ແລະ ຄ່າເຊົ່າ ຮ້ານແພງ ຫ້ອງນຶ່ງ 500,000 ບາດ. ອີງຕາມການ ບອກເລົ່າ ຂອງພວກ ແມ່ຄ້າ.

ຕໍ່ມາ ພວກແມ່ຄ້າ ຈຳນວນນຶ່ງ ໂດຍສະເພາະ ແມ່ຄ້າ ຂາຍ ໝາກໄມ້ ຈຶ່ງພາກັນ ກັບມາຂາຍ ຢູ່ແຄມທາງ ໃກ້ກັບ ຕລາດ ທົ່ງຂັນຄຳ ແຕ່ ເຈົ້າໜ້າທີ່ ອົງການ ພັທນາ ແລະ ບໍຣິການ ຕົວເມືອງ ວຽງຈັນ ຫລື ອພບ ມາຫ້າມ ບໍ່ໃຫ້ພວກ ແມ່ຄ້າຂາຍ ຢູ່ເຂດ ດັ່ງກ່າວ ໂດຍ ເຈົ້າໜ້າທີ່ ອ້າງວ່າ ເພື່ອຮັກສາ ຄວາມ ເປັນຣະບຽບ.

ໃນອາທິດ ທີ່ ຜ່ານມາ ມີບັນດາ ຜູ້ທີ່ໃຊ້ ສື່ສັງຄົມ ອອນລາຍ ໄດ້ສົ່ງພາບ ວີດີໂອ ສົ່ງທາງ ເຟັສບຸກ ໃນເວລາ ທີ່ມີການ ປະທະ ຄາຣົມກັນ ລະຫວ່າງ ແມ່ຄ້າ ຂາຍໝາກໄມ້ ກັບ ເຈົ້າໜ້າທີ່. ຣາຍຣະອຽດ ໃຫ້ທ່ານ ຜູ້ຟັງລອງໄປ ຟັງສຽງເບິ່ງ: ... ສຽງແມ່ຄ້າ...

ເມື່ອທ່ານ ຟັງແລ້ວ ກໍລອງ ຄິດເບິ່ງວ່າ ເປັນແນວໃດ ໃຜຜິດ ໃຜຖືກ, ແຕ່ອີງຕາມ ຄຳຄິດເຫັນ ຜ່ານທາງ ເຟັສບຸກ ຜູ້ຄົນ ສ່ວນຫລາຍ ຕຳນິ ເຈົ້າໜ້າທີ່ ຄົນ ດັ່ງກ່າວ ທີ່ ໃຊ້ວາຈາ ແບບບໍ່ ສຸພາບ ແລະ ນາບຂູ່.
ສຳລັບ ຢູ່ລາວ ແລ້ວການ ໃຊ້ວາຈາ ແບບ ບໍ່ສຸພາບ ຂອງ ເຈົ້າໜ້າທີ່ ຈຳນວນນຶ່ງ ຖືວ່າເປັນ ເຣື້ອງ ປົກກະຕິ ແລະ ເຫັນກັນ ໂດຍທົ່ວໄປ.

ແຕ່ວ່າ ຢູ່ແຂວງ ວູກັນ ພາກໃຕ້ ຂອງ ປະເທດຈີນ ເຄີຍເກີດເລື້ອງ ມີ ເຈົ້າໜ້າທີ່ ໄປຕີ ແມ່ຄ້າ ຄົນນຶ່ງ ຈົນບາດເຈັບ ແລ້ວ ເຫດການ ດັ່ງກ່າວ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ ຈົນກໍ່ໃຫ້ເກີດ ການ ປະທ້ວງ ຈົນລຸກລາມ ໄປເຖີງ ເກີດການ ປະທ້ວງ ເຣື້ອງ ທີ່ດິນ ແລະ ຈົນກາຍ ເປັນ ເຣື້ອງ ໃຫຍ່ ຂຶ້ນມາ. ແລະ ສະເພາະ ເຫດການ ປະທະ ຄຳເວົ້າກັນ ຣະຫວ່າງ ແມ່ຄ້າ ຂາຍ ໝາກໄມ້ ກັບ ເຈົ້າໜ້າທີ່ ຢູ່ ແຄມທາງ ເຂດ ຕລາດ ທົ່ງຂັນຄຳ ກໍເປັນເຣື້ອງ ທີ່ ສັງຄົມ ໃຫ້ຄວາມ ສົນໃຈ, ແຕ່ກໍຍັງ ວ່າບັນຫາ ດັ່ງກ່າວ ຈະ ສາມາດ ແກ້ໄຂ ໄດ້.

ໃນເວລາ ທີ່ ເກີດເຫດ ໄຟໄໝ້ ຕລາດ ທົ່ງຂັນຄຳ ພາບ ຊຸນລະມຸນ ຜູ້ຄົນ ຈະພາກັນ ຍ້າຍເຄື່ອງ ຍ້າຍຂອງ ບາງຄົນ ທັງຮ້ອງ ທັງໃຫ້ ຄົນທີ່ ເປັນ ເຈົ້າຂອງຮ້ານ ກໍເຕັມ ໄປດ້ວຍ ຄາບ ນ້ຳຕາ ບາງຄົນ ທີ່ ເປັນເຈົ້າ ຂອງ ຮ້ານ ກໍສິ້ນເນື້ອ ປະດາຕົວ ແລະ ຍັງບໍ່ຮູ້ວ່າ ຈະໄປທຳມາ ຫາກິນ ຢູ່ບ່ອນໃດ. ເພາະ ຊາວຄ້າຂາຍ ສ່ວນນຶ່ງ ແມ່ນຢືມ ເງີນ ນອກຣະບົບ ມາໝູນໃຊ້ ໃນການ ຄ້າຂາຍ ແລະ ອີກສ່ວນນຶ່ງ ແມ່ນມີການ ໃສ່ຫວຍ ມື້.

ຕະຫລາດ ທົ່ງຂັນຄຳ ຖືວ່າ ເປັນ ຕະຫລາດ ທີ່ໃຫຍ່ ມີຢູ່ ນະຄອນ ຫລວງ ວຽງຈັນ ມີຮ້ານ ຂາຍເຄື່ອງ ຫລາຍກວ່າ 200 ຮ້ານ ແລະ ຍັງບໍ່ລວມ ຮ້າງແຜງ ລອຍ ບໍ່ຕ່ຳກວ່າ 500 ຮ້ານ ຖືກສ້າງ ຕັ້ງຂຶ້ນ ໃນປີ 1987.
ສາເຫດ ໄຟໄໝ້ ຄັ້ງນີ້ ເຈົ້າໜ້າທີ່ ສອບສວນ ບໍ່ສາມາດ ສລຸບ ສາເຫດໄດ້ ໂດຍ ອ້າງວ່າ ໄຟໄໝ້ ຫລັກຖານ ຈົນໝົດ ບໍ່ມີ ຮ່ອງຮອຍ ຫຍັງເລີຍ.

ນອກຈາກນີ້ ໃນປີ 2011 ກໍເຄີຍ ເກີດ ເຫດການ ໄຟໄໝ້ ຕະຫລາດ ທາດຫລວງ ເຊັ່ນ ດຽວກັນ. ທີ່ເປັນ ໜ້າສັງເກດ ກໍຄືວ່າ ທັງ ຕລາດ ທາດຫລວງ ທີ່ຖືກ ໄຟໄໝ້ ໃນປີ 2011 ແມ່ນເກີດຂຶ້ນ ໃນຍາມ ກາງຄືນ ແລະ ໄຟໄໝ້ ຕລາດ ທົ່ງຂັນຄຳ ກໍເກີດຂຶ້ນ ຍາມກາງຄືນ ເຊັ່ນກັນ.

ຫລາຍຄົນ ກໍຕັ້ງ ຂໍ້ສັງເກດ ວ່າ ເປັນຫຍັງ ໄຟໄໝ້ ຕລາດ ມັກເກີດຂຶ້ນ ໃນຍາມ ກາງຄືນ ທັງໆ ມີການ ຈັດເວນຍາມ ກັນຄັກແນ່ ແລະ ຫລາຍຄົນ ກໍມີການ ຕັ້ງຂໍ້ ສົງໄສວ່າ ໄຟໄໝ້ ຕລາດ ທົ່ງຂັນຄຳ ຄັ້ງນີ້ ແມ່ນໃຜ ໄດ້ຜົນ ປະໂຫຍດ ແລະ ແມ່ນໃຜ ເສັຍຜົນ ປະໂຫຍດ?

ຜູ້ ບໍຣິຫານ ຕລາດ ທົ່ງຂັນຄຳ ມີແຜນການ ທີ່ຈະປັບປຸງ ຕລາດໃໝ່ ໂດຍ ຈະມີການ ກໍ່ສ້າງ ຕລາດ ດັ່ງກ່າວ ໃຫ້ເປັນ ສູນ ສັພສິນຄ້າ ທີ່ ທັນສະໄໝ. ພາບທີ່ ປະກົດ ໃຫ້ເຫັນ ຫລັງຈາກ ທີ່ ໄຟໄໝ້ ຕລາດ ທົ່ງຂັ້ນຄຳ ກໍຄື ພາບທີ່ ພວກພໍ່ຄ້າ ຊາວຂາຍ ພາກັນ ຂາຍໝາກໄມ້ ຢູ່ ແຄມທາງ ຕລາດ ທົ່ງຂັນຄຳ, ແຕ່ຍັງ ບໍ່ເຫັນພາບ ໜ່ວຍງານ ທີ່ ຮັບຜິດຊອບ ລົງມາ ແກ້ໄຂ ບັນຫາ ດັ່ງກ່າວ.

ແຕ່ໃນ ເວລາ ດຽວກັນ ກໍມີຄົນ ສົ່ງພາບ ຈຳລອງ ຕຶກສູນ ການຄ້າ ທີ່ ທັນສະໄໝ ຕລາດ ທົ່ງຂັນຄຳ ລົງທາງ ເຟັສບຸກ ເບິ່ງແລ້ວ ຄືວ່າ ແບບຈຳລອງ ດັ່ງ ລອງ ສູນການຄ້າ ທີ່ ທັນສະໄໝ ດັ່ງກ່າວ ຈະຖືກ ເຮັດຂຶ້ນມາ ກ່ອນໜ້າ ທີ່ຈະເກີດ ເຫດການ ໄຟໄໝ້ ຕລາດ ດັ່ງກ່າວ.

ເຈົ້າໜ້າທີ່ ທ່ານນຶ່ງ ທີ່ ບໍ່ປະສົງ ອອກນາມ ໄດ້ເວົ້າ ກ່ຽວກັບ ກໍຣະນີ ໄຟໄໝ້ ວ່າ ມີ 3 ກໍຣະນີ ໃຫຍ່ຄື:
1 ໄຟຟ້າ ລັດ ວົງຈອນ.

2 ເກີດຈາກ ຜູ້ຄົນ ໃຕ້ທູບ ໃຕ້ທຽນ ຫລື ການ ແຕ່ງຢູ່ ຄົວກິນ ແລ້ວລືມ ມອດໄຟ.

3 ການວາງເພີງ ເອງ ຫລື ເຜົາໄລ່ທີ່.

ເມື່ອໄດ້ຟັງ ແລ້ວ ທ່ານ ຜູ້ຟັງວ່າ ມັນຢູ່ໃນ ກໍຣະນີ ໃດ ຫລາຍ ທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.