7 ປີ ຍັງໄຮ້ຮ່ອງຮອຍ ທ່ານ ສົມບັດ
7 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ຂອງລາວ ຖືກລັກພາຕົວໄປ ຈາກ ປ້ອມຍາມ ຕໍາຣວດ ຖນົນທ່າເດື່ອ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ.
-
ອຸ່ນແກ້ວ ສຸກສະຫວັນ
2019-12-12 -
-
-
ທ່ານ ສົມບັດ ສົມພອນ ກ່າວໄວ້ວ່າ ການພັທນາ ກໍຕ້ອງເປັນການພັທນາ ທີ່ຍືນຍົງ ຊຶ່ງເອີ້ນວ່າ Balance Development.
File photo : Shui Meng Ng
Your browser doesn’t support HTML5 audio
7 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ຂອງລາວ ຖືກລັກພາຕົວໄປ ຊຶ່ງ ເພື່ອນຮ່ວມງານ ຂອງທ່ານ ຕ່າງກໍກ່າວວ່າເປັນ ການສູນເສັຽ ຄັ້ງໃຫຍ່ ຂອງແນວທາງ ການພັທນາຊຸມຊົນ ແລະ ຍັງທວງໃຫ້ ທາງການລາວ ເລັ່ງຊອກຫາ ຄໍາຕອບ ວ່າ ທ່ານ ສົມບັດ ຢູ່ໃສ.
ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ ໃນວັນທີ 15 ທັນວາ 2012 ຈາກ ປ້ອມຍາມ ຕໍາຣວດ ຖນົນທ່າເດື່ອ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ. ມາຮອດປັດຈຸບັນ ເຖິງວ່າເວລາກໍຜ່ານໄປ 7 ປີ ແລ້ວ, ຍາດພີ່ນ້ອງ ແລະ ເພື່ອນຮ່ວມອຸດົມການ ຂອງທ່ານ ກໍຍັງເວົ້າເຖິງ ທ່ານ ແລະ ຍັງທວງໃຫ້ທາງການລາວ ເລັ່ງສືບຫາຕົວ ທ່ານ. ອຸ່ນແກ້ວ ມີບົດສຳພາດ ມີສເນີ ທ່ານ.