ນ.ສີວັນໄຊປຸກເຮືອນໃສ່ດິນ ທີ່ທາງການ ຢາກໄດ້

ນາງ ສີວັນໄຊ ຍົມມະລາດ ທີ່ ມີ ຂໍ້ຂັດແຍ້ງ ເຣື້ອງ ທີ່ດິນ ຂອງຕົນ ກັບ ທາງການ ນັ້ນ ຈະບໍ່ຍອມ ເສັຽທີ່ດິນ ເພາະ ປັດຈຸບັນ ນາງໄດ້ ປຸກເຮືອນ ໃສ່ ດິນ ຕອນນັ້ນ ແລ້ວ.

ນາງສີວັນໄຊ ພົມມະລາດ ທີ່ມີຂໍ້ຂັດແຍ້ງທີ່ດິນ ກັບທາງການລາວ Citizen Journalist

 

ນາງ​ສີ​ວັນ​ໄຊ ຍົມ​ມະ​ລາດ ບໍ່​ພຽງ​ແຕ່ ​ບໍ່​ຍອມ ​ຍ້າຍ​ໜີ ​ຕາມ​ຄຳ​ສັ່ງ ​ຂອງ​ທາງ ​​ເຈົ້າໜ້າ​ທີ່ ​ເທົ່າ​ນັ້ນ ​ແຕ່​ນາງ ​ຍັງ​ ໄດ້ປຸກ​ເຮືອນ ​ໃສ່​ທີ່ ດິນ ​ຕອນ​ທີ່​​ມີ ​ຂໍ້​ຂັດ​ແຍ້​ງ ກັບ ທາງການລາວ ນັ້ນ ຢ່າງ​ ຖາວອນ​ ເລີຍ. ນາງ ສີວັນໄຊ ​ເປັນ ​ປະຊາຊົນ ​ຢູ່ ​ເມືອງ​ ຍົມ​ມະ​ລາດ ​ຂ. ​ຄຳ​ມ່ວນ. ເຈົ້າໜ້າ​ທີ່ ​​ເມືອງ ​ຢາກ​ຍຶດ ​ເອົາ​ທີ່ດິນ ​ຂອງນາງ ​ໂດຍ​ໃຫ້ ​ເຫດຜົນ ​ວ່າ ດິນ​ຕອນ ​ນັ້ນ ​ເປັນ​ດິນ​ ຂອງ​ ໂຄງການ ສ້າງ​ເຂື່ອນ ​ນ້ຳ​ເທີນ​ສອງ ຊຶ່ງ​ໄດ້​ຊື້​ຫລື ​ໃຫ້​ເງິນ​ ຄ່າ​ຊົດ​ເຊີຍ ​ແກ່​ຊາວ ບ້ານ​ ​ໄປແລ້ວ, ​ເມື່ອ​ ສ້າງ​ ເຂື່ອນ ​ສຳ​ເຣັດ​ແລ້ວ ທາງ​ໂຄງການ​ ​ໄດ້ ມອບ​ດິນ ​ຕອນ​ນັ້ນ​ໃຫ້ ​ແກ່ ​ທາງ​ການ​ເມືອງ ​ຍົມ​ມະ​ລາດ. ​

ແຕ່​ ນາງ ສີ​ວັນ​ໄຊ ຢືນຢັນ​ວ່າ ດິນ​ຕອນ ​ນັ້ນ ​ແມ່ນ​ດິນ ​ຂອງ​ຕົນ ​ເປັນ​ດິນ ຂອງ​ ພໍ່​ແມ່​ ມາ​ແຕ່​ ດົນ​ນານ ຕົນ​ບໍ່​ເຄີຍຂາຍ ​ຫລື ​ໄດ້ຮັບ​ເງິນ ​ຄ່າ​ຊົດ​ເຊີຍ ​ສຳຣັບ ດິນ​ຕອນ​ນັ້ນ ​ແຕ່ຢ່າງ​ໃດ. ​ເມື່ອ ​ປີ​ກາຍ ​ເຈົ້າໜ້າ​ທີ່​ ທາງການ​ ເມືອງ​ ຍົມ​ມະ​ລາດ ​ເອີ້ນ​ ນາງ​ ສີ​ວັນ​ໄຊ​ ໄປ​ຫ້ອງການ ຫຼາຍ​ຄັ້ງ ສັ່ງ​ໃຫ້​ນາງ ​ຍົກຍ້າຍ ອອກ​ຈາກ​ ທີ່​ດິນ​ເພາະ ​ທາງ​ການ​ ເມືອງ​ແລະ​ແຂວງ ມີ​ແຜນ ຈະ​ສ້າງ​ສາ ​ພັທນາ ​ເຊັ່ນຈະ​ສ້າງ ​ທະນາຄານ ​ໃສ່​ດິນ​ຕອນ​ນັ້ນ. ສ່ວນ​ນາງ ສີ​ວັນ​ໄຊ ບໍ່​ຍອມ​ຍ້າຍ ຢ່າງ​ເດັດຂາດ ບໍ່​ພຽງ​ແຕ່ ​ບໍ່​ຍອມ​ຍ້າຍ ​ເທົ່າ​ນັ້ນ ນາງ ​ຍັງ​​ຊັກຊວນ ​​ຊາວບ້ານ ທີ່ ​ມີ​ບັນຫາ​ ທີ່​ດິນຄືກັນ ​ໄປ​ຫາ​ຜູ້​ໃຫຍ່ ​ຢູ່​ຂົວ ​ມິຕພາບ ​ທີ່ ​​ແຂວງ ສວັນນະ​ເຂດ ​ແລະ ​ຫວັງວ່າ​ ຜູ້​ໃຫຍ່​ຄົນ​ນັ້ນ ຈະ​ຊ່ວຍ ​ແກ້​ໄຂ​ບັນຫາ ​ທີ່​ດິນ​ໃຫ້ ​ໄດ້.

​ໃນ​ມື້​ໄປ ມີ​ຊາວ​ບ້ານ ​ໄປ​ນຳກັນ ​ທັງ​ໝົດ 23 ຄົນ ​ແຕ່​ເມື່ອ​ໄປ ​ບໍ່​ເຫັນ​​ໃຜ ຊາວບ້ານ ​ກໍ​ພາກັນ ​ກັບ​ບ້ານ ​ແຕ່​ມື້​ຕໍ່​ມາ ​ເຈົ້າໜ້າ​ທີ່ ​ປກສ ​​ເມືອງ ​ຍົມ​ມະ​ລາດ ​ໄດ້​ໄປ​ຈັບ ​ແລະ ​ກັກ​ຂັງ ​ນາງ​ ສີ​ວັນ​ໄຊ ​ໃນ​ ຂໍ້ຫາ​ສົງ​ໄສ​ ພາ​ຊາວບ້ານ​ ໄປ​ປະ​ທ້ວງ​. ຕໍ່​ມາ ນາງ​ ສີ​ວັນ​ໄຊ ກໍ​ຖືກ​ສົ່ງ​ ໄປ​ກັກ​ຂັງ ​ຢູ່ ​ຄຸກ​ ບ້ານ​ ຄຳ​ຂີ້​ໄກ່ ຊຶ່ງ​ເປັນ​ຄຸກ​ໃຫຽ່​ ຂອງ​ ແຂວງ ຄຳ​ມ່ວນ. ນາງ​ຖືກ​ ກັກຂັງ ຢູ່​ທີ່​ນັ້ນ ​ເປັນ​ເວລາ ​ສາມ​ສີ່ ​ເດືອນ ສຸດ​ທ້າຍ ​ກໍ​ຖືກ​ປ່ອຍ ​ອອກ​ມາ ພາຍ​ໃຕ້ ​ເງື່ອນ​ໄຂ​ ທີ່​ວ່າ ຫ້າມນາງ​ ເຄື່ອນ​ໄຫວ​ ອີກ. ສ່ວນ​ບັນຫາ ​ທີ່​ດິນ ​ນັ້ນ ນາງ​ຕ້ອງ ​ໄປ​ແກ້​ໄຂ ​ກັບ ​ທາງ ​ການ​ເມືອງ​ເອງ.

​ຕໍ່​ມາ ນາງ​ສີ​ວັນ​ໄຊ ກໍ​ຍື່ນ​ ເງື່ອນ​ໄຂ ​ຕໍ່​ທາງ​ການ​ເມືອງ ​ວ່າ ນາງ ​ແລະ ​ຄອບຄົວ​ ຈະ​ຍອມ​ຍ້າຍໜີ ຖ້າ​ທາງ​ການ​ ເມືອງ ​ຈະ​ໃຫ້ ຄ່າ​ຊົດ​ເຊີຍ ຢ່າງສົມ​ເຫ​ດ ສົມ​ຜົນ ​ຄື ນາງ​ຢາກ​ໃດ້ ທີ່ ​ດິນຕອນ​ນຶ່ງ ທີ່ ​ຕິດຢູ່​ ແຄ​ມທາງ​ແລະ​ ໃນ​ບ້ານຄື ​ກັບ​ດິນ​ ຂອງ​ນາງ ​ເພື່ອ​ ນາງ​ ຈະ​ໄດ້​ປຸກ​ ຮ້ານ​ຂາຍ​ເຄື່ອງ ​ເພື່ອ​ ຫາ​ລ້ຽງ​ຊີ​ບ ​ໄດ້. ​ແຕ່​ຈົນ​ເຖິງ ​ປັດຈຸບັນ ນາງ ​ກໍ​ຍັງ​ບໍ່​ທັນ​ ໄດ້ ​ຮັບຄຳ​ຕອບ ​ຈາກ​ ທາງ​ການ​ເມືອງ​ ເທື່ອ. ສະນັ້ນ​ ເມື່ອ​ສີ່​ເດືອນ ​ກ່ອນ ນາງ​ສີ​ວັນ​ໄຊ ​ຈຶ່ງ ຕັດສິນ​ໃຈ ​ປຸກ​ເຮືອນ ​ຫລັງ​ໃໝ່​ໃສ່ ດິນ​ຕອນທີ່​ ມີ​ຂໍ້​ຂັດແຍ້​ງ​ ນັ້ນ ປັດຈຸບັນ ກຳລັງ ​​ກໍ່​ຝາຢູ່. ນາງ​ສີ​ວັນ​ໄຊ ​ໃຫ້​ເຫດຜົນ ​ໃນ​ການ ​ຕັດສິນໃຈ ​ນັ້ນວ່າ:

"ດຽວ​ນີ້ ​ນ້ອງ​ປຸກ​ເຮືອນ ​ໃສ່ ​ເພາະ​ນ້ອງ ​ຢູ່​ຕູບ​ນີ້ ຕູບ​ມັນ​ກ໋າ ນ້ຳ​ຖ້ວມ ບໍ່​ມີ​ບ່ອນຢູ່ ບັດ​ນີ້​ ກໍ​ເລີຍ​ຖົມ​ດິນ​ ປຸກ​ເຮືອນ​ ໃສ່ ​ເຮືອນ​ແບບ​ ເຮືອນ​ ຂາຍ​ເຄື່ອງ ​ທັມມະ​ດາ​ ນີ້​ ແຫລະ. ກໍ​ໝັ້ນ​ໃຈ ​ວ່າ​ເປັນ​ດິນ ​ຂອງ​ນ້ອງ ​ອີ​ຫລີ​ ນັ້ນ​ແຫລະ ຍັງ​ໝັ້ນ​ໃຈ ​ຄື​ເກົ່າ ​ເພາະ​ ໃບ​ຕາດິນ ກໍ​ເສັຽ ຄື​ເກົ່າ​ຢູ່ ປີ​ນີ້​ກໍ​ເສັຽ ​ເສັຍຽສູ່​ປີ; ຖ້າ​ເພິ່ນ​ໃຫ້​ ໜີ ​ອີຫລີ ກະ​ໃຫ້​ທົດ​ແທນ ​ຄື​ວ່າ​ ນັ້ນ​ແຫລະ."

ນອກຈາກ​ ນັ້ນ ນາງ​ ຍັງ​ເວົ້າຄື ​ເກົ່າ​ວ່າ ຖ້າ​ທາງ​ເມືອງ ​ຈະ​ຍຶດ​ເອົາ ​ທີ່​ດິນ​ອີກຢູ່ ນາງ ​ຈະ​ສູ້ ຖືກ​ໂທດ​ ກໍຍອມ​ຖືກ ຫລື​ ແມ້​ແຕ່​ ຈະ​ຕາຍ ​ກໍ​ຍອມ​ຕາຍ. ນາງ​ ສີ​ວັນໄຊ​ ເວົ້າອີກ​ວ່າ ນາງ​ ບໍ່​ໄດ້ ​ແຈ້ງ​ໃຫ້ ​ທາງ​ ການ​ເມືອງ ​ຮູ້​ແຕ່​ຢ່າງ​ໃດ​ ວ່ານາງ​ ໄດ້​ປຸກ​ເຮືອນ ​ໃສ່​ທີ່ດິນ ຕອນ​ນັ້ນ​ ແລ້ວ ​ເພາະ​ເຊື່​ອວ່າ ​​ເຖິງ​ຢ່າງ​ໃດ ​ກໍເປັນດິນ​ ຂອງ​ຕົນ. ​ເຖິງ​ບໍ່​ໄດ້ ​ບອກ​ໃຫ້​ຮູ້ ນາງ​ກໍ​ເຊື່ອ​ ວ່າ ທາງ​ ເຈົ້າໜ້າ​ທີ່​ ທີ່​ ເຄີຍຂັດ​ແຍ້​ງ ກັບ ນາງ​ນັ້ນ ກໍ​ຂີ່​ຣົດ ຜ່ານ​ເຮືອນ​ຂອງ​ນາງ ​ໄປ​ການ​ທຸກ​ມື້ ​ແລະ ​ພວກ​ເຂົາ ​ຕ້ອງ​ເຫັນ ການ​ປຸກ​ເຮືອນ ​ຂອງ​ນາງ ຢ່າງ ​ແນ່ນອນ.

ກ່ອນ​ນີ້ ​ເຈົ້າໜ້າ​ທີ່ ​ເມືອງ ​ຍົມ​ມະ​ລາດ ຢືນຢັນ​ວ່າ ດິນ ​​ໃນ ບໍຣິ​ເວນ ​ນັ້ນ​ເປັນ​ດິນ​ ຂອງ​ ເມືອງ ທາງ​ ບໍຣິສັດ​ ອິຕາ​ລັຽນ ທີ່ ​ສ້າງ​ເຂື່ອນ ​ນ້ຳ​ເທີ​ນ 2 ​ໄດ້​ມອບ​ໃຫ້ ​ເມືອງ ​ແລະ ​ປັດຈຸບັນ ທາງ​ການ​ເມືອງ​ ກໍ​ມີແຜນ​ ຈະ​ສ້າງ​ທະນາຄາ​ນ ​ແລະ ​ຫ້ອງການ ​ບໍຣິສັດ ​ໂທຣະຄົມ ມະນາຄົມ ​ໃສ່. ຊາວບ້ານ​ ຄົນ​ອື່ນໆ ປະກົດ​ວ່າ ບໍ່​ມີ​ທ່າ​ທີ ຂັດ​ຄ້ານ ​ແນວ​ໃດ ຫລາຍ​ຄົນ​ ກໍ​ໄດ້​ ​ໂຍກ​ຍ້າຍ​ ໄປ​ແລ້ວ ​ແລະ ​ສ່ວນ​ທີ່​ເຫລືອ ກໍພ້ອມ​ແລ້ວ ​ຈະ ​​ໂຍກ​ຍ້າຍ ຖ້າ​ຫາກ ​ທາງ​ການ ຕ້ອງການ​ ທີ່​ດິນ.

​ເຈົ້າໜ້າ​ທີ່ ​ອະບາຍ​ອີກ​ ວ່າ ​ເຖິງ​ວ່າ ​ນາງ​ ສີ​ວັນ​​ໄຊ ຈະ​ບໍ່​ຍອມ​ ຍ້າຍໜີ​ ກໍ​ຕາມ ບໍ່​ດົນ ​ທາງ​ການ ຈະ​ ຂຍາຍ​ຖນົນ​ ໃຫ້ ​ກວ້າງ​ອອກ ​ແລະ ​ຕາມ​ກົດ ຣະບຽບ ຂອງ​ທາງ​ການ ​​ແລ້ວ ດິນ​ ຂອງ​ໃຜ ​ກໍ​ຕາມ ທີ່ ຢູ່​ໃກ້​ທາງ ຕ້ອງ​ຕົກ ​ເປັນ​ດິນ​ ຂອງຣັດ​ໄປ ​ຈາກ​ ແຄມ​ທາງ 25 ​ແມັດ. ສະນັ້ນ​ ໃນ​ກໍຣະນີ ດິນ​ ຂອງ​ ນາງ ​ສີ​ວັນ​ໄຊ ທີ່​ ຕັ້ງຢູ່​ຕິດ ​ທາງ​ໃຫຽ່ ນາງ​ຕ້ອງ​​ເສັຽ ​ທີ່​ດິນ 25 ​ແມັດ ​ໄປ​ໂດຍ​ ອັດຕະ​ໂນ​ມັດ. ​ຖ້າ​​ເສັຽ 25  ​ແມັດ ​ໄປ​ແທ້ ດິນ​ຂອງ​ນາງ ​ສີ​ວັນ​ໄຊ ກໍ​ຈະ​ແຄບ​ລົງ  ຍັງ​ເຫລືອ​ແຕ່ ໜ້ອຍ​ດຽວ​ ເທົ່າ​ນັ້ນ ອາດ​ຈະ​ບໍ່ພໍ​ ປຸກ​ເຮືອນ​ຊ້ຳ.

ນາງ ​ສີ​ວັນ​ໄຊ ​ເວົ້າວ່າ ​ເມື່ອ 2 ​ເດືອ​ນ ກ່ອນ ​ເຈົ້າໜ້າ​ທີ່ ​ຫ້ອງການ​ໂຍທາ​ ກໍ​ມາ​ ຕັກ​ເຕືອນ​ ນາງ ​ແລ້ວວ່າ ນາງ​ປຸກ​ເຮືອນ ​​ໃກ້​ຫົນທາງ ​ເກີນ​ໄປ ຕ້ອງ​ໄກ​ ຈາກ​ຖນົນ​ ຢ່າງ​ໜ້ອຍ 25 ​ແມັດ. ສ່ວນ​ ຕໍ່​ຄຳ​ເວົ້າ ຂອງ ເຈົ້າໜ້າ​ທີ່ ​ເມືອງ ທີ່​ວ່າ ຊາວບ້ານ​ ຫລາຍ​ຄົນ ​ໄດ້​ຍອມຍ້າຍ ໜີ​ແລ້ວ ນັ້ນ ນາງ ​ສີ​ວັນ​ໄຊ ​ຕອບ​ວ່າ ຊາວບ້ານ​ ເຫລົ່ານັ້ນ ມີ​ເສັ້ນ ມີ​ສາຍ​ ກັບ​ ເຈົ້າໜ້າ​ທີ່. ​ເຈົ້າໜ້າ​ທີ່ ​ຕົກລົງ​ໃຫ້ ທີ່​ດິນ ​ຊົດ​ເຊີຍ​ທີ່​ດີ ​ເໝາະ​ສົມ​ສຳຣັບ ການ​ປຸກ​​ເຮືອນ​ ແລະ ທຳ​ມາ ​ຫາ​ກິນ; ​ແຕ່​ສຳຣັບ ນາງ ນາງ​ ບໍ່ມີ​ ຄວາມ​ສຳພັນ ​ທີ່​ດີ ​ກັບ ​ເຈົ້າໜ້າ​ທີ່ ສະນັ້ນ ນາງ​ຈຶ່ງ​ ບໍ່​ໄດ້​ ຄ່າ​ຊົດ​ເຊີຍ ​ທີ່​ດີຄື​ໝູ່.

ຂໍ້​ຂັດ​ແຍ້​ງ ທີ່​ດິນ ​ເປັນ​ບັນຫາ​ ໃຫຍຽ່ ໃນ​ລາວ. ຣັຖບານ ​ປະກາດ​ ໃຫ້ ​ປະຊາຊົນ ​ເຮັດ ​ໃບ​ຕາດິນ; ປະຊາຊົນ​ ຫລາຍ​ຄົນ ​ໂດຍ​ສະ​ເພາະ ຜູ້​ຢູ່​ ໃນ​​ເຂດ ​ຊົນນະບົດ ສອກຫລີກ​ ຫ່າງ​ໄກ ບໍ່​ເຮັດ ​ເພາະ​ຄິດ​ວ່າ​ ບໍ່​ຈຳ​ເປັນ ​ແນວ​ໃດ ​ກໍ​ເປັນ​ດິນ​ ຂອງ ​ຕົນ​ ມາ​ແຕ່​ປູ່​ ແຕ່ຍ່າ​ແລ້ວ ອີກ​ຢ່າງ​ນຶ່ງ ​ການ​ເຮັດ ​ໃບ​ຕາດິນ ກໍ​ໃຊ້​ເງິນ ​ຫລາຍ ​ເພື່ອ​ຈ້າງ ​ເຈົ້າໜ້າ​ທີ່​ ມາ​ແທກ ​ແລະ​​ ປະກອບ​ ເອກ​ກະສາ​ນ. ​ໃນ​ເມື່ອ ​ບໍ່​ມີ ​ໃບ​ຕາດິນ ທາງ​ການ ​ກໍ ​ສາມາດ​ຍຶດ​ເອົາ ​ທີ່​ດິນ​ ຍາມ​ໃດ​ ກໍ​ໄດ້. ​ເມື່ອ ​ທາງ​ການ ​ຢາກ​ສ້າງສາ​ ພັທນາ ຫລື​ ຢາກ​ໃຫ້ ​ສັມປະທານ ​ທີ່​ດິນ ​ແກ່​ນັກ​ລົງທຶນ ​ຕ່າງ ປະ​ເທດ​ ເພື່ອ​ ປູ​ກ ຢາງພາຣາ ທາງ​ການ ກໍ​ຍຶດ​ ເອົາ​ເລີຍ ​ແລະ ​ໃນ​ການ​ຍຶດ ນັ້ນ ກໍ​ໃຫ້​ຄ່າ​ຊົດ​ເຊີຍ ​ໜ້ອຍ ປະຊາຊົນ​ ບໍ່​ດີ​ໃຈ; ​ເມື່ອ ​ປະຊາຊົນ ປະ​ທ້ວງ ​ຕໍ່​ວ່າ​ຕໍ່​ຂານ ​ແຮງ ກໍ​ຖືກ​ຈັບ ​ແລະ ​ປາບ​ປາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org