ຄຸນນະພາບຂອງການສຶກສາ ໃນລາວ

ສິດນີ
2017.09.06
f-school ໂຮງຮຽນ ໃນເຂດຊົນນະບົດ ຂອງລາວ
Public Domain

ໃນ​ແຕ່​ລະ​ປີ ທາງ​ການ​ລາ​ວ ​ໄດ້​ທຸ້ມ​ເທ ງົບ​ປະ​ມານ ​ໃສ່​ກາ​ນ​ສຶກ​ສາ​ຢ່າງ​ນ້ອຍ 4% ຂອງຈີ​ດີ​ປີ ແຕ່​ຄຸນ​ນະ​ພາບ ​ການ​ສຶ​ກ​ສາ​ໃນ​ລາວ ​ຍັງຫຼຸດ​ ລົງຢ່າງ​ຕໍ່ເນື່ອງ​ ຍ້ອນ​ວ່າ ຂາດ​​ຄ​ຣູ​ສອນ, ໂຮງ​ຮຽນ ​ບໍ່​ພຽງ​ພໍ, ຂາດ​ອຸ​ປກອນ​ ການ​ຮຽ​ນ ​ແລະ​ການ​ສອນ ຄວາມ​ທຸກ​ຍາກ​ໃນ​ລາວ ​ຮ່​ວມ​ທັງ ​ການ​ຂາດ​ງົບ​ປະ​ມານ​ ຂອງ​ຣັ​ຖ​ບານ,

ການ​ຂາດ​ຄ​ຣູ​ສອນ​ເປັນ​ບັນ​ຫາ​ຫລັກ, ກະ​ຊວງ​ສຶກ​ສາ ​ໄດ້​ພັ​ທ​ນາ​ນາຍ​ຄ​ຣູ ມ​າ​ຕ​ລອດ ແຕ່​ບໍ່​ຖືກ​ບັນ​ຈຸ​ເຂົ້າ​ເປັນ ​ຣັ​ຖກອນ ຍ້ອນໂຄ​ຕາ ມີ​ໜ້ອຍ​ ແລະ​ນາຍ​ຄ​ຣູ ​ອາ​ສາ​ຫລາຍ​ຄົນ ​ກໍ​ຍັງ​ລໍ​ຖ້າ​ບັນ​ຈຸ​ເຂົ້າ ​ເປັນ​ຣັ​ຖກອນ​ ຢູ່​ແລະ​ຫລາຍ​ຄົນ ​ກໍ​ທົນ​ບໍ່​ໄຫວ ຈຶ່ງ​ອອກ​ຈາກ​ການ​ເປັນ​ຄ​ຣູ​ອາ​ສາ. ບັນ​ຫາ​ອື່ນ​ໆ​ນັ້ນ ​ກໍ​ແມ່ນ​ນາຍ​ຄ​ຣູ ​ໄດ້​ຮັບ​ເງິນ​ເດືອນ​ຊ້າ ເປັນ​ເວ​ລາ ສາມຫາຫົກ ​ເດືອນ​ກໍ​ມີ ເຮັດ​ໃຫ້​ນາຍ​ຄ​ຣູ ​ຫລາຍ​ຄົນ ​ເຊົາ​ເປັນ​ຄ​ຣູ.

ບັນ​ຫາ​ການ​ຂາດ​ແຄນ​ນາຍ​ຄ​ຣູນັ້ນ ຕາມ​ຄວາມ​ເປັນ​ຈິງ​ແລ້ວ ມີ​ນັກ​ສຶ​ກ​ສາ ​ທີ່​ຮຽນ​ຈົບ​ຄ​ຣູ ​ຫລາຍ​ຢູ່​ໃນ​ ແຕ່​ລະ​ປີ ແຕ່ບໍ່​ຖືກ​ບັນ​ຈຸ ​ເຂົ້າ​ເປັນ ​ພະ​ນັກ​ງານ​​ຣັ​ຖ ຍ້ອນ​ຂາ​ດງົບ​ປະ​ມານ ​ແລະ ​ນັກ​ຮຽນ​ຄ​ຣູ ​ຫລາຍ​ຄົນ ​ກໍບໍ່​ຢ​າກ​ໄປ​ສອນ ​ໃນ​ເຂດ ​ຊົນ​ນະ​ບົດ ​ຫ່າງ​ໄກ ສອກ​ຫລີກ.

ເງິນ​ເດືອນ​ຂອງ​ນາຍ​ຄ​ຣູ ​ກໍ​ຫ​ນ້ອຍ​ ແລະ​ບໍ່​ກຸ້ມ​ຢູ່​ກຸ້ມ​ກິນ ມີ​ຖາ​ນະ​ຕ່ຳ​ກວ່າ ພະ​ນັກ​ງານ​ຣັດ ​ຂ​ແນງ​ອື່ນໆ​ໃນ​ລາວ ເປັນ​ຕົ້ນ ພ​ະນັກ​ງານ​ ພາ​ສີ​ອາກ​ອນ ​ແລະ​ໄຟ​ຟ້າ ​ຫລື ​ນ້ຳ​ປະ​ປາ ເຮັດ​ໃຫ້​ນັກ​ສຶກ​ສາ ​ຫລາຍ​ຄົນ ບໍ່​ຢາກ​ເປັນ​ຄ​ຣູ.

ການ​ຂາດ​ນາຍ​ຄ​ຣູ ​ເຮັດ​ໃຫ້​ຄຸນ​ນະ​ພາບ ​ການ​ສຶກ​ສາ ​ໃນ​ລ​າວ​ຕ່ຳ. ດັ່ງ​ຕົວ​ຢ່າງ​ ທີ່ ແຂວງຫົວພັນ ຈຳ​ນວນ​ຄ​ຣູ ​ໃນ​ເຂດ​ຊົນ​ນະ​ບົດ ຍັງບໍ່ພຽງພໍ ກັບຈຳນວນ ນັກຮຽນ ຊຶ່ງໂຮງຮຽນ ບາງແຫ່ງ ມີຄຣູພຽງແຕ່ 2,3 ຄົນ ເທົ່ານັ້ນ ແລະ ບາງແຫ່ງ ກໍມີຄຣູພຽງແຕ່ ຄົນດຽວ. ຄຣູເຫລົ່ານີ້ ຕ້ອງຮັບຜິດຊອບ ສອນນັກຮຽນ ແຕ່ຊັ້ນ ປໍ-1 ຫາ ປໍ-5 ຊຶ່ງຄຣູຕ້ອງໄດ້ສອນ ຄວບຫ້ອງ. ດັ່ງເຈົ້າໜ້າທີ່ ຜແນກສຶກສາແລະກິລາ ແຂວງຫົວພັນ ໄດ້ກ່າວວ່າ:

"ອັນຕົວນີ້ ວ່າເລື້ອງຄູ ຖືວ່າ ບໍ່ພຽງພໍເນາະ ຄູເນາະ ສ່ວນຫລາຍ ຢູ່ເຂດນອກນັ້ນ ມັນຈະເປັນຄູຫັ້ນ ຄູນັ້ນຈະເປັນ ສອນຄວບນະ ຄວບຫ້ອງເນາະ ຄວບສອງສາມອັນ ຢູ່ໃນເຂດນອກ ກໍຈະສອງສາມຄົນ ສູງສຸດເນາະ ບາງບ່ອນນີ້ ກໍຈະນຶ່ງຄົນ ເນາະ".

ທີ່​ເມືອງຍອດ​ອູ ແຂວງ​ຜົ້ງ​ສາ​ລີ ເຈົ້າ​ຫ​ນ້າ​ທີ່ ​ທ່ານ​ນຶ່ງ​ເວົ້າ​ວ່າ ໃນປັດຈຸບັນ ຄຣູ 50 ປາຍຄົນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຍັງບໍ່ໄດ້ບັນຈຸ ເຂົ້າເປັນຣັຖກອນ, ພວກເຂົາເຈົ້າສອນ ໂດຍບໍ່ມີ ເງິນເດືອນ ມາຫລາຍປີແລ້ວ ຍ້ອນວ່າ ໂຄຕ້າ ເສັງເຂົ້າ ເປັນຄຣູ ໃນແຕ່ລະປີ ບໍ່ຫລາຍ ຂນະທີ່ຄຣູ ຈົບໃໝ່ ພັດເພີ່ມຂຶ້ນທຸກປີ.

"ຍັງມີຄຣູທີ່ວ່າ ຍັງບໍ່ໄດ້ຣັຖກອນນະ ຍັງບໍ່ທັນໄດ້ມີ ເງິນເດືອນ ກໍມີຈໍານວນ 50 ຄົນນະ ທີ່ວ່າໄດ້ໄປສອນ ແຕ່ບໍ່ທັນໄດ້ມີ ເງິນເດືອນກິນ ສ່ວນຫລາຍມັນ ເຂດຊົນເຜົ່າ ບໍ່ໄດ້ໝົດ ແຫລະ ເຂດອັນທີ່ ເມື່ອກີ້ເວົ້າໄປນີ້ ມາລີເທົາ ຜາແດງ ຕາລີຊູ ແລ້ວກໍນາຫລວງ 50 ກວ່າຄົນນະ ຍັງມີບັນຫາ ເຂດນີ້ນີ້ມັນເປັນ ແບບນີ້ນະ".

ໃນລະຍະຜ່ານມາ ຄຣູເຫລົ່ານີ້ ຈຶ່ງຈໍາເປັນຕ້ອງ ອາສັຍເງິນ ບໍຣິຈາກ ຂອງຊາວບ້ານ ຈາກຄອບຄົວ ນັກຮຽນ ທີ່ຕົນໄປສອນ. ປັດຈຸບັນ ຄຣູໃນຫລາຍແຂວງ ຢູ່ລາວ ຍັງປະສົບ ບັນຫາ ແບບດຽວກັນນີ້ຢູ່ ທັງໆທີ່ຣັຖ ມີນະໂຍບາຍ ໃຫ້ເພີ່ມ ຈໍານວນຄຣູ ທົ່ວປະເທດ ແຕ່​ໃນ​ສະ​ພາບ​ຕົວ​ຈິງ​ນັ້ນ ຖືກ​ບັນ​ຈຸ​ຫ​ນ້ອຍ.

ເຈົ້າຫນ້າທີ່ແຂວງຜົ້ງສາລີ ອີກທ່ານນຶ່ງເວົ້າວ່າ ທີ່ເມືອງໃຫມ່ ແຂວງຜົ້ງສາລີ ຍັງມີນາຍຄຣູ ປະມານ 80 ຄົນ ຍັງບໍ່ໄດ້ເປັນ ຣັຖກອນ ເທື່ອ ເນື່ອງຈາກໂຄຕາ ການເສັງ ເຂົ້າເປັນຣັຖກອນ ນັ້ນມີຫນ້ອຍ ບໍ່ສາມາດຮອງຮັບ ຈຳນວນຄຣູ ທີ່ຈົບໃຫມ່ໄດ້ຫມົດ ທຸກຄົນ ໃນແຕ່ລະປີ.

ທ່ານວ່າ ທີ່ເມືອງໃຫມ່ ມີຄຣູທັງຫມົດ 300 ປາຍຄົນ ຍັງບໍ່ທັນໄດ້ ບັນຈຸເຂົ້າເປັນ ຣັຖກອນ ນັ້ນມີຢູ່ ປະມານ 100 ປາຍຄົນ ໃນຈຳນວນ ດັ່ງກ່າວ ເປັນນາຍຄຣູ ທີ່ໄດ້ສອນ ມາແລ້ວປະມານ 3 ປີ 80 ຄົນ ແລະອີກ 40 ຄົນ ແມ່ນຄຣູຈົບໃຫມ່ ທີ່ຍັງສອນ ບໍ່ຮອດສາມປີ, ດັ່ງນັ້ນ ຈື່ງບໍ່ມີສີດເສັງ ເປັນຣັຖກອນໄດ້ ຕາມດຳຣັດ ຂອງທາງການ.

ນະໂຍບາຍເພີ້ມຈຳນວນຄຣູ ໃນທົ່ວປະເທດ ຂອງຣັຖບານ ຈະສາມາດແກ້ໄຂບັນຫາ ການຂາດແຄນ ຄຣູໄດ້ ໃນຫລາຍແຂວງ ຫາກແຕ່ວ່າ ເມື່ອຈຳນວນ ນາຍຄຣູ ຫລາຍຂຶ້ນ ຣັຖບານບໍ່ສາມາດ ຊ່ອຍເຫຼືອຊີວິດ ການເປັນຢູ່ຂອງຂະເຈົ້າໄດ້ ເຮັດໃຫ້ນາຍ ຄຣູຫຼາຍຄົນ ອອກຈາກ ການເປັນຄຣູ.

ຄຣູອາສາ ຢູ່ແຂວງພາກເໜືອ ແລະພາກໃຕ້ຂອງລາວ ໄດ້ປະສົບກັບ ຊາຕາກັມ ທີ່ຍາກລໍາບາກ. ບາງຄົນສອນ ມາຮອດ 5 ປີແລ້ວ ກໍຍັງບໍ່ຖຶກ ບັນຈຸເປັນຣັຖກອນ ຍ້ອນໂຄຕ້າ ຈາກຣັຖ ມີໜ້ອຍ ຂນະທີ່ຄຣູຈົບໃໝ່ ເພີ່ມຂຶ້ນທຸກປີ ເຮັດໃຫ້ ຄຣູເຫລົ່ານັ້ນ ຕ້ອງສອນແບບ ບໍ່ມີເງິນເດືອນກິນ ຕໍ່ໄປເລື້ອຍໆ ບາງ​ຄົນ​ກໍ​ເຊົາ​ສອນ.

ທີ່ແຂວງ ສະຫວັນນະເຂດ ເຈົ້າ​ຫ​ນ້າ​ທີ່ ​ແຂວງ​ສວັນ​ນະ​ເຂດ​ ເວົ້າ​ວ່າ ທົ່ວແຂວງ ມີຄຣູອາສາສມັກ 200 ປາຍຄົນ ຂະນະທີ່ ແຂວງຄໍາມ່ວນ ເຈົ້າໜ້າທີ່ແຂວງ ຍັງບໍ່ຮູ້ ຈໍານວນຄັກແນ່ ແຕ່ຄາດວ່າຈະ ບໍ່ຕ່າງຈາກແຂວງ ສະຫວັນນະເຂດ ແຂວງກໍບໍ່ມີ ງົບປະມານ ເພີ່ມໂຄຕ້າຮັບ ຂະເຈົ້າ:

ບັນ​ຫາ​ທີ່​ຫ​ນັກ​ໃຈ ອີກ​ອັນ​ນື່ງ​ກໍ​ແມ່ນ​ວ່າ ຄຣູ​ໄດ້​ຮັບ​ເງີyນ​ເດືອນ​ຊ້າ ເປັນ​ເວ​ລາ 2-3 ເດືອນ​ ຫລື​ດົນ​ກ່າວ​ນັ້ນ ຈຶ່ງໄດ້ເທື່ອນຶ່ງ ຍົກຕົວຢ່າງ ເງິນເດືອນສຳລັບ 3 ເດືອນ ທ້າຍປີກາຍ ກໍຈະ​ໄດ້ຮັບ ໃນຕົ້ນເດືອນມົກຣາ ຂອງປີຕໍ່​ມາ.

ການໄດ້ເງິນເດືອນຊ້າ 2-3 ເຮັດໃຫ້ ນາຍຄຣູ ຫລາຍ​ຄົນ ຮວມທັງຜູ້ ທີ່ໄປຮຽນຕໍ່ຄຣູຊັ້ນສູງ ເມື່ອຮຽນຈົບມາແລ້ວ ອອກໄປເຮັດການ ຢູ່ຂແນງອື່ນ ທີ່ໄດ້ເງິນງ່າຍແດ່ ມີເວລາຫວ່າງ ເປັນຂອງຕົນເອງ ບໍ່ຕ້ອງໄດ້ຢູ່ເດິກ ແຕ່ງບົດສອນ ໄວ້ສໍາລັບ ມື້ຕໍ່ໄປມີ ໂອກາດ ໄປຮ່ວມງານບຸນ ກິນລ້ຽງກິນແກ່ວ ກິນດອງ ກໍ ຈະບໍ່ມີອັນ ເປັນຫ່ວງ:

ທົ່ວ​ປະ​ເທດບໍ່​ວ່າ ແຂວງພາກໃຕ້ເງິນເດືອນຄຣູ ກໍໄດ້ຊ້າ ຄືກັນກັບ ຢູ່ແຂວງພາກເໜືອ ຊຶ່ງເປັນບັນຫາ ທີ່ແຕະຕ້ອງ ເຖິງກໍາລັງໃຈ ຂອງຄຣູອາຈານ ເຮັດໃຫ້ການເຮັດວຽກ ສິດສອນ ບໍ່ເຕັມເມັດ ເຕັມໜ່ວຍ. ຄຣູອາຈານ ສ່ວນຫລາຍ ແມ່ນອາສັຍ ເງິນເດືອນ ເພື່ອຢັ່ງຊີບ ເປັນສິ່ງສໍາຄັນ. ບັນ​ຫາ​ການ​ໄດ້​ຮັບ​ເງິນ​ເດືອນ​ຊ້າ ​ກໍ​ເຮັດ​ໃຫ້​ຂາດ​ແຄນ​ຄ​ຣູ ​ຫລາຍ​ຂຶ້ນ ຍ້ອນ​ຫລາຍ​ຄົນ​ ເຊົາ​ເປັນ​ຄ​ຣູ. ການ​ຂາດ​ນາຍ​ຄ​ຣູ ເຮັດ​ໃຫ້ ​ຄຸນ​ນະ​ພາບ ​ການ​ສຶ​ກ​ສາ​ຕ່ຳ.

ນອ​ກ​ຈາກ​ນັ້ນ ກໍ​ແມ່ນ​ການ​ຂາດ​ໂຮງ​ຮຽ​ນ​ແລະ​ຫ້ອງ​ຮຽນ. ໃນ​ຫລາຍບ້ານ​ໃນ​ລາວ ຍັງ​ບໍ່​ໂຮງ​ຮຽນ ​ສຳ​ລັບ​ເດັກ​ນ້ອຍ ຖ້າ​ມີ​ບາງ​ແຫ່ງ ​ກໍ​ມີ​ສະ​ພາບ​ເປ່​ເພ​ ແລະ ​ມຸງ​ດ້ວຍ​ຫ​ຍ້າ ນັກ​ຮຽນ​ຫລາຍ​ ຫ້ອງ​ຮຽນ​ລວມ​ກັນ. ສ້າງ​ຄວາມ​ລຳ​ບາກ ​ໃນ​ການ​ຮຽນ ​ການ​ສອນ ຍ້ອນ​ອາ​ການ ​ແອ​ອັດ, ນີ້ກໍ​ເປັນ​ບັນ​ຫາ​ນຶ່ງ ​ໃນ​ການ​ເຮັດ​ໃຫ້ ​ຄຸນ​ນະ​ພາບ ​ຂອງ​ການ​ສຶກ​ສາ ​ໃນ​ລາວ​ຕ່ຳ.

ຊາວບ້ານໃນເຂດຫ່າງໄກສອກຫລີກ ທີ່ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງ ເວົ້າວ່າ ໃນປັດຈຸບັນ ຫລາຍບ້ານ ຊາວບ້ານ ຍັງໄດ້ ຣະດົມທຶນກັນ ມາສ້າງໂຮງຮຽນ ເອົາເອງ ຊຶ່ງທາງການ ກໍມີແຕ່ລົງມາ ຊີ້ນຳຊື່ໆ ແຕ່ບໍ່ໄດ້ເອົາ ງົບປະມານ ມາໃຫ້,

"ແຖວຊົນນະບົດ ກໍຍັງມີຫລາຍຢູ່ ໂຮງຮຽນ ທີ່ແບບບໍ່ຄັກບໍ່ແນ່ ແຕ່ວ່າມັນກໍ່ສ້າງບໍ່ໄດ້ ສ່ວນຫລາຍ ເຂົາກໍເວລາ ສ້າງໂຮງຮຽນ ກັບພວກຂັ້ນ ເທິງ ເພີ່ນບໍ່ແມ່ນມາ ສ້າງດອກ ຊາວບ້ານນັ້ນແຫຼະ ເກັບເງິນເກັບຫຍັງ ແລ້ວກໍພາກັນ ໄປເລື່ອຍໄມ້ ເລື່ອຍຫຍັງ ໄປເຮັດເອງ  ບໍ່ມີດອກ ງົບປະມານ ຈາກແຂວງ ຈາກຫຍັງ ມາເຮັດໂຮງຮຽນ ໃຫ້ຊາວບ້ານນີ້ ບໍ່ມີດອກ ມີແຕ່ທຶນ ຊາວບ້ານ ຊາວບ້ານນີ້ແຫລະ".

ບັນ​ຫາ​ທີ​ສາມ​ແມ່ນ​ການ​ຂາດ​ອຸ​ປກອນ ​ການ​ຮຽນ​ການ​ສອນ​ ຫລື​ຕຳ​ຣ​າ​ການ​ຮຽນ ນາຍ​ຄ​ຣູ ຈະ​ໃຊ້​ແຕ່​ປື້ມ​ ຫົວ​ເກົ່າ ບໍ່​ມີ​ການ​ພັ​ທ​ນາ ​ແລະ​ຄົ້ນ​ຄວ້າ​ ຄວາມ​ຮູ້​ໃຫມ່ ໃຫ້​ທັນ​ກັບ ​ການ​ປ່ຽ​ນ​ແປງ​ ຂ​ອງ​ໂລກ​ ໃນ​ປັດ​ຈຸ​ບັນ​ ດັ່ງ​ຕົວ​ຢ່າງ ໂຮງຮຽນປະຖົມ ຈຳນວນ 60 ແຫ່ງ ທີ່ເມືອງປາກແບງ ແຂວງອຸດົມໄຊ ຍັງຂາດປື້ມຮຽນ ແລະ ອຸປກອນການສອນ ການກິລາ ຫລາຍຢູ່ ໃນ​ທຸກມື້ນີ້ ຊຶ່ງ ໃນລະຍະ ທີ່ຜ່ານມາ ທາງການແຂວງ ໄດ້ລົງໄປແຈກຢາຍ ແຕ່ກໍບໍ່ພຽງພໍ ຍ້ອນງົບປະມານ ມີນ້ອຍ ໂດຍສະເພາະ ໂຮງຮຽນ ຢູ່ໃນເຂດຫ່າງໄກ ສອກ​ຫລີກ. ແຮ່ງ​ຂາດ​ເຂີນ​ຫລາຍ ຍ້ອນ​ຖ​ນົນ​ຫົນ​ທາງ ບໍ່​ດີ ໃນ​ການ​ໄປ​ມາ​ຫາ​ສູ່ ​ແລະ​ ເຈົ້າ​ຫ​ນ້າ​ທີ​ຣັດ ​ກໍ​ບໍ່​ສາ​ມາ​ດ​ ເຂົ້າ​ເຖີິງ​ໄດ້​ ໃນ​ບາງ​ເຂດ. ຫລາຍ​ແຂວງ​ ກໍ​ເປັນ​ແບບ​ດຽວ​ກັນ.

ນອ​ກ​ຈາກ​ປື້ມ​ຮຽ​ນ ປື້ມ​ສອນ​ແລ້ວ ໂຮງຮຽນຊັ້ນ​ມັ​ທຍົມ​ໃນ​ລາວ ​ຫລາຍ​ແຫ່ງ​ ຍັງ​ຂ​ຂາດອຸ​ປກອນ ການສອນ ແລະ ການທົດລອງ ດ້ານ ວິທຍາສາດ​ ນຳ​ອີກ, ເຮັດໃຫ້ ນັກຮຽນ ບໍ່ໄດ້ຝຶກ ພາກປະຕິບັດ ຕົວຈິງ ​ໃນ​ການ​ຮຽ​ນ ​ການ​ສອນ​ ແລະ ​ເຮັດ​ໃຫ້ ​ຄຸນນະພາບ ​ທາງ​ດ້ານ​ວິ​ທ​ຍາ​ສາດ ​ພາກ​ປະ​ຕິ​ບັດ​ຕ່ຳ.

ເດັກນ້ອຍ ນັກຮຽນ ມັທຍົມຕົ້ນ​ໃນ​ຫລາຍ​ເຂດ ​ພາດ​ໂອກາດ ໃນ​ການທົດລອງ ໂດຍໃຊ້ ຫ້ອງແຫຼັບ ຫຼືໃຊ້ ອຸປກອນ ໃນການທົດລອງ ທາງ ວິທຍາສາດ. ແລະເຈົ້າໜ້າທີ່ ຜແນກສຶກສາ​ແລະ​ກິ​ລາ ທ່ານ​ນືຶ່ງ​ເວົ້າ​ວ່າ ໂຮງຮຽນ ປະຖົມ ​ແລະ​ມັ​ທ​ຍົມ ຫລາຍ​ແຫ່ງ​ໃນ​ລາວ ບໍ່​ມີ​ເຄື່ອງ​ມື ​ທົດ​ລອງທາງ ວິທຍາສາດ, ຍ້ອນຂາດ ງົບປະມານ

ນອ​ກ​ຈາກ​ນັ້ນ​ກໍ​ແມ່ນ​ ສະ​ພາບ​ຄວາ​ມ​ທຸກ​ຍາກ ​ໃນ​ຄອບ​ຄົວ ທີ່​ເຮັດ​ໃຫ້​ເດັກ​ນ້ອຍ​ລາວ ​ຫລາຍ​ຄົນ ບໍ່​ສ​າ​ມາດ ​ໄປ​ເຂົ້າ​ໂຮງ​ຮຽນ​ໄດ້ ແລະ​ຫລາຍ​ຄົນ​ ເມື່ອ​ເຂົ້າ​ແລ້ວ ​ກໍ​ໄດ້​ອອກ​ ໂຮງ​ຮຽນ​ກ່ອນ​ ເກນ​ອາ​ຍຸ​ການ​ຮຽ​ນ ຍ້ອນ​ໄປ​ຊ່ອຍ ​ພໍ່​ແມ່​ຫາ​ເງິນ ​ມາ​ລ້ຽງ​ຄອບ​ຄົວ.

ອັດ​ຕ​ຣາ​ການ​ອອກ​ຈາກ​ໂຮງ​ຮຽ​ນ​ກ່ອນ ເກນ​ອາ​ຍຸ​ການ​ຮຽນ​ໃນ​ລາວ​ສູງ ໃນ​ປັດ​ຈຸ​ບັນ​ນີ້ ອິງ​ຕາມ​ສ​ຖິ​ຕິ ຈາກ​ກະ​ຊວງ​ສຶກ​ສາ​ທິ​ການ ​ໃນ​ປີ 2012 ໃນ​ຈຳ​ນວນ​ນັກ​ຮຽນ ​ຂັ້ນ​ປະ​ຖົມ ​ໃນ​ທົ່ວ​ປະ​ເທດ ມີ​ຜູ້​ສາ​ມາດ​ ຮຽນ​ຮອດ​ຂັ້ນ​ມັ​ທ​ຍົມ ​ໄດ້​ພຽງ​ແຕ່ 30.5% ເທົ່າ​ນັ້ນ, ໃນ​ຈຳ​ນວນ​ນັກ​ຮຽນ ​ຂັ້ນ​ປະ​ຖົມ 100 ຄົນ​ໃດ 30 ຄົນ ຈະ​ອອກ​ຈາກ​ໂຮງ​ຮຽນ​ ກ່ອນກຳ​ນົດ ​ການ​ຮຽນ. ໃນ​ຂນ​ະ​ທີ່​ນັກ​ຮຽນ ​ຂັ້ນ​ປະ​ຖົມ ​ເພີ້ມ​ຂຶ້ນ ໃນ​ທົ່ວ​ປະ​ເທດ​ ປະ​ມານ 91% ໃນ​ທຸກມື້ນີ້ ແຕ່​ມີ​ພຽງ​ແຕ່ 36% ເທົ່າ​ນັ້ນ​ ສາ​ມາດ​ຮຽນ​ຕໍ່ ​ຂັ້ນ​ມັ​ທ​ຍົມ ສ່ວນ​ໃຫ​ຍ່​ແມ່ນ​ອອກ​ໂຮງ​ຮຽນ​ ກ່ອນ​ອາ​ຍຸ​ເກນ ​ການ​ຮຽນ ແລະ​ ໃນ​ຈຳ​ນວນ​ນັກ​ຮຽນ ​ຂັ້ນ​ປະ​ຖົມ ສາ​ມາດ​ຮຽນ​ຮອດ​ ຊັ້ນ ປ-3 ໄດ້ 79.2% ເມື່ອ​ມາ​ຮອດ ປ-5 ຫລຸດ​ລົງ​ເຫລືອ​ ພຽງ​ແຕ່ 68.4% ມາ​ຮອດ​ປີ​ ສຸດ​ທ້າຍ ຍັງ​ເຫລື​ອ​ແຕ່ 44.7% ສະ​ແດງວ່າ ມີ​ການ​ອອກ​ໂຮງຮຽນ​ ກ່ອນ​ອາ​ຍຸ ເກນ​ການ​ຮຽນ​ ຫລາຍໃນ​ລາວ ຍ້ອນ​ຄວາມ​ທຸກ​ຍາກ ​ໃນ​ຄອບ​ຄົວ.

ເຖິງແມ່ນວ່າ ທາງການ ສປປລາວ ຈະໃຫ້ຮຽນ ໂດຍ ບໍ່ໄດ້ເສັຽຄ່າ ແຕ່ ຄ່າໃຊ້ຈ່າຍ ຕ່າງໆເຊັ່ນ ບູຣະນະ ໂຕະ,ຕັ່ງ ຂອງໂຮງຮຽນ, ຄ່າອຸປກອນ ການຮຽນ, ຄ່າເຄື່ອງນຸ່ງ ຊຶ່ງຕົກຢູ່ປະມານ 1 ແສນກີບ ຕໍ່ປີ ບາງຄອບຄົວ ກໍບໍ່ມີເງິນພໍ ທີ່ຈະຈ່າຍ ຄ່າຕ່າງໆ ສຳລັບການຮຽນ ໃຫ້​ລູກ​ຂອງ​ຕົ​ນ​ໄດ້.

ບັນ​ຫາ​ສຸດ​ທ້າຍ ​ກໍ​ແມ່ນ​ການ​ຂາດ​ງົບ​ປະ​ມານ ​ຂອງ​ຣັ​ຖ​ບານ.ທີ່​ຜ່ານ​ມາທາງການລາວ ​ໄດ້​ຣະ​ດົມ​ທຶນ ເຂົ້າໃນ ການ​ສຶກ​ສາ ​ປະ​ມານ 4% ຂອງ GDP ແຕ່​ວ່າງ ສອງ-ສາມ​ປີ​ ຫລັງໆ​ມານີ້ ຍ້ອນ​ຂາດ ​ງົບ​ະປ​ມານ ຈື່ງບໍ່​ສາ​ມາດ ​ໃຊ້​ຈ່າຍ​ໃນ ​ງົບ​ປະ​ມານ​ ດັ່ງ​ກ່າວ​ໄດ້ ຈື່ງ​ເຮັດ​ໃຫ້ ​ມາ​ຕ​ຖານ ​ແລະ​ຄຸນ​ນະ​ພາບ​ ການ​ສຶກ​ສາ ​ໃນ​ລາວ​ຕ່ຳ​ລົງ.

ບັນ​ຫາ​ດັ່ງ​ກ່າວ​ທັງ​ຫມົດ ​ທີ່​ກ່າວ​ມາ​ຂ້າງ​ເທີ​ງນີ້ ເປັນ​ສາ​ເຫດ​ເຮັດ​ໃຫ້​ຄຸນ​ນະ​ພາບ​ການ ​ສຶກ​ສາ ​ໃນ​ລາວ​ຕ່ຳ​ລົງ ໃນ​ທຸກມື້ນີ້. ການ​ສຶກ​ສາ​ແມ່ນ​ການ​ພັ​ທນາ ​ຊັ​ພ​ຍາ​ກອນ​ມະ​ນຸດ ຖ້າ​ການ​ສຶກ​ສາ ​ຂາດ​ຄຸນ​ນະ​ພາບ ​ແລ້ວ ຊັ​ພ​ຍາ​ກອນ​ມະ​ນຸດ ​ໃນ​ລາວ ​ກໍ​ຂາດ ​ຄຸນນະ​ພາບ ​ເຫມືອນ​ກັນ ດັ່​ງ​ນັ້ນ ​ການ​ພັ​ທ​ນາ​ປະ​ເທດ​ຊາດ ​ກໍ​ຈະ​ລ້າ​ຫລັງ​ ໄປ​ຕ​ລອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.