ການເມືອງວຸ້ນວາຍໃນປະເທດ Ukraine

ສົມເນ
2014.02.27
ການເມືອງວຸ້ນວາຍໃນປະເທດ Ukraine
RFA

 

ເຫດການການຕໍ່ສູ້ທາງການເມືອງທີ່ໂດ່ງດັງໄປທົ່ວໂລກແລະມີຜົນກະທົບຕໍ່ຊີວິດປະຈໍາວັນຂອງຊາວລາວໃນປະເທດຫລາຍທີ່ສຸດແມ່ນເຫດ ວິກິດການເມືອງຢູ່ປະເທດໄທຊຶ່ງຊາວລາວສ່ວນໃຫ່ຍພາກັນຕິດຕາມຢ່າງໃກ້ຊິດ,ແຕ່ເຫດວິກິດການເມືອງທີ່ອາດປ່ຽນຄວາມກໍ້າເກິ່ງຢູ່ໃນ ຢູໂຣບແມ່ນຫລັງຈາກຝ່າຍປະທ້ວງຕໍ່ຕ້ານຣັຖບານຢູເຄຣນທີ່ທໍາການປະທ້ວງມາເປັນເວລາ 3 ເດືອນກວ່າໆຢູ່ນະຄອນຫລວງກີຟສາມາດ ໂຄ່ນລົ້ມທ່ານປະທານາທິບໍດີ Victor Yanukovich ເພື່ອນມິດທີ່ໃກ້ຊິດທີ່ສຸດຂອງຣັສເຊັຽ.

ການປະທ້ວງທີ່ໜູນຫລັງໂດຍສະພາແຫ່ງຊາຕຢູເຄຣນເຮັດໃຫ້ມີຜູ້ເສັຽຊີວິດ 80 ກວ່າຄົນແລ້ວຈາກການປະທະກັບເຈົ້າໜ້າທີ່ຕໍາຣວດປ້ອງ ກັນຈະຣາຈົນ.ໃນວັນອັງຄານຜ່ານມາອະດີດຜູ້ຊ່ວຍປະທານາທິບໍດີYanukovichຖືກຍິງແລະໄດ້ຮັບບາດເຈັບ.ສະຖານະການຄວາມເຄັ່ງຕຶງ ຍັງມີສູງຢູ່ແລະຢ້ານວ່າຈະມີການແກ້ແຄ້ນກັນຕື່ມຣະຫ່ວາງຝ່າຍປະຕິວັດທີ່ທໍາການປະທ້ວງກັບຝ່າຍສນັບສນູນປະທານາທິບໍດີ.

ນັບແຕ່ວັນທີ 22 ກຸມພາມານີ້ຍັງບໍ່ຮູ້ວ່າທ່ານ Yanukovich ປົບໜີໄປລີ້ຢູ່ໃສ,ແຕ່ຫລາຍຄົນກໍຢືນຢັນວ່າທ່ານເອງກັບຣັຖມົນຕຣີຄົນໃກ້ຊິດ ຫລາຍຄົນໜີໄປລີ້ຢູ່ແຫລມ Crimea ເຂດທະເລດໍາທີ່ຖານທັບເຮືອຂອງຣັສເຊັຽຕັ້ງຢູ່ແລະເປັນຖານທີ່ໝັ້ນເຂັ້ມແຂງຂອງຊາວຢູເຄຣນປາກ ພາສາຣັສເຊັຽແລະນິຍົມຣັສເຊັຽ.

ໃນວັນທີ່ 26 ກຸມພານີ້ຊາວຣັສເຊັຽຢູ່ໃນແຫລມ Crimea ພາກັນອອກມາໂຮມຊຸມນຸມຢູ່ກາງຖນົນແລະປະຕິຍານວ່າຈະຕໍ່ສູ້ການປະຕິວັດ ຂອງຊາວຢູເຄຣນທີ່ຕໍ່ຕ້ານຣັສເຊັຽ.ພວກເຂົາເຈົ້າວ່າການປະຕິວັດຂອງຊາວຢູແກຣນທີ່ເປັນຢູ່ນີ້ມີຄວາມໂຫດຮ້າຍຫລາຍ.ເຂົາວ່າຝ່າຍຕະ ເວັນຕົກໜູນຫລັງຊາວຢູເຄຣນຊາຕນິຍົມຈັດທີ່ມີຈຸດປະສົງຢາກທໍາລາຍສິດທິແລະວັທນະທັມຂອງຊາວຢູເຄຣນເວົ້າພາສາຣັສເຊັຽມີຄວາມ ຜູກພັນໂດຍກົງກັບຣັສເຊັຽ.ເຂົາເຈົ້າຍັງພາກັນເວົ້າວ່າຝ່າຍປະຕິວັດທີ່ຂຶ້ນມາໃໝ່ນີ້ມີຄວາມຢ້ານກົວວ່າຣັສເຊັຽຈະເຂົ້າມາແຊກແຊງເພື່ອປົກ ປັກຮັກສາຊາວຢູເຄຣນ-ຣັສເຊັຽແລະເພື່ອສືບຕໍ່ມີຖານທັບເຮືອລົບຢູ່ທ່າເຮືອ Sebastopolເຂດທະເລດໍາ.

ໃນວັນທີ 26 ກຸມພານີ້ມີຣາຍງານວ່າປະທານາທິບໍດີ Vladimir Putin ຂອງຣັຖເຊັຽໄດ້ອອກຄໍາສັ່ງໃຫ້ທະຫານຢູ່ໃນພາກຕະເວັນຕົກຂອງ ປະເທດຢູ່ໃນທ່າຕຣຽມພ້ອມ.ສ່ວນຣັຖບານໃນບັນດາປະເທດຢູໂຣບຕະເວັນຕົກຮຽກຮ້ອງໃຫ້ທ່ານ Putin ບໍ່ໃຫ້ເຂົ້າມາຫຍຸ້ງກ່ຽວ.ທາງຝ່າຍ ປະທ້ວງທີ່ຍຶດອໍານາດໄດ້ນັ້ນອອກຄໍາສັ່ງຈັບທ່ານ Yanukovich ແລະຄະນະຮ່ວມງານຂອງທ່ານໃນຂໍ້ຫາປາບປາມຜູ້ປະທ້ວງແລະຄວນ ນໍາຂຶ້ນສານນານາຊາຕໃນຖານເປັນອາຊຍາກອນ.

ໃນວັນທີ 27 ກຸມພາຣັຖມົນຕຣີປ້ອງກັນປະເທດກຸ່ມອົງການທະຫານນາໂຕ້ຈະພົບປະກັບຄະນະຜູ້ແທນຂອງຢູເຄຣນເພື່ອສົນທະນາເຣຶ້ອງ ສະຖານະການທີ່ກໍາລັງເປັນຢູ່ນີ້ເພາະວ່າຢູເຄຣນມີຄວາມສັມພັນທາງດ້ານທະຫານກັບອົງການນາໂຕ້ມາຍາວນານແລ້ວນັບແຕ່ຢູເຄຣນ ໄດ້ປະກາດເປັນເອກະຣາດຈາກຣັສເຊັຽພາຍຫັລງທີ່ລັດທິສັງຄົມນິຍົມໂຊວຽດ-ຣັສເຊັຽໄດ້ລົ້ມລະລາຍໃນຕົ້ນຊຸ່ມປີ 1991.ຝ່າຍຢູໂຣບ ຍິນດີທີ່ກອງທັບຢູເຄຣນບໍ່ໄດ້ເຂົ້າໄປຫຍຸ້ງກ່ຽວນໍາເຫດວິກິດການເມືອງຄັ້ງນີ້.

ຕໍ່ໜ້າສະຖານະການຄວາມບໍ່ແນ່ນອນທາງການເມືອງໃນປະເທດຢູເຄຣນນີ້ໂຄສົກປະຈໍາທໍານຽບປະທານາທິບໍດີສະຫະຣັຖອະເມຣິກາ ທ່ານJay Carney ຖະແຫລງຕໍ່ກອງປະຊຸມນັກຂ່າວວ່າຣັຖບານສະຫະຣັຖເຊື່ອວ່າສະພາແຫ່ງຊາຕຢູເຄຣນໄດ້ເລືອກເອົາປະທານສະພາ ຄົນໃໝ່ແບບຖືກຕ້ອງຕາມກົດໝາຍ.ທ່ານເວົ້າວ່າທ່ານ Oleksandr Turchinovປະທານສະພາຄົນໃໝ່ໄດ້ເຮັດໜ້າທີ່ເປັນປະທານາທິບໍດີ ຮັກສາການແລະວ່າສະຫະຣັຖພ້ອມທີ່ຈະຊ່ວຍເຫລືອຢູເຄຣນໃຫ້ສາມາດກັບ ຄືນມາມີສະເຖັຽຣະພາບທາງເສຖກິດໂດຍຈະໃຫ້ເງິນຊ່ວຍ ເຫລືອເພີ້ມໃສ່ການຊ່ວຍເຫລືອຂອງກອງທຶນສາກົນ IMF.ສ່ວນທັງຝ່າຍຣັຖເຊັຽນັ້ນຍັງບໍ່ແຈບໃຈຄວາມຖືກຕ້ອງຂອງຣັຖບານໃໝ່ທີ່ຈະຕັ້ງ ຂຶ້ນຈົນກວ່າຈະມີການເລືອກຕັ້ງທົ່ວປະເທດໃໝ່ໃນເດືອນພືສພາເພື່ອ ເລືອກເອົາປະທານາທິບໍດີຄົນໃໝ່.

ຕໍ່ສະຖານະການດຽວກັນນີ້ທ່ານ John Kerry ຣັຖມົນຕຣີຕ່າງປະເທດສະຫະຣັຖອະເມຣິກາອອກມາຖະແຫລງວ່າ:ພວກເຮົາຕິດຕາມ ເບິ່ງສະຖານະການມາຕລອດແລະພຍາຍາມຊ່ວຍເຫລືອຢູເຄຣນໃນລະຍະຂ້າມຜ່ານ.ສະຫະຣັຖຕັດສີນໃຈເຮັດໜ້າທີ່ໃນສ່ວນຂອງສະ ຫະຣັຖເພື່ອຊ່ວຍເຫລືອຊາວຢູເຄຣນໃຫ້ມີປະຊາທິປະຕັຍທີ່ປະກອບດ້ວຍຫລາຍຝ່າຍເພື່ອອະນາຄົດຂອງຢູເຄຣນເອງ.ໃນຕອນນຶ່ງທ່ານ ກ່າວວ່າ:.....ສຽງ..
ມັນບໍ່ແມ່ນການຫລີ້ນເກມເພື່ອເອົາຊນະ,ມັນບໍ່ແມ່ນການສູ້ກັນຣະຫ່ວາງຝ່າຍຕະເວັນຕົກກັບຝ່າຍຕະເວັນອອກ,ມັນບໍ່ແມ່ນຣະຫ່ວາງ ຣັສເຊັຽຫລືສະຫະຣັຖຊຶ່ງມັນບໍ່ຄວນເປັນແນວນັ້ນຫລືມັນບໍ່ແມ່ນທາງເລືອກຢ່າງອື່ນ.ມັນແມ່ນກ່ຽວກັບປະຊາຊົນຊາວຢູເຄຣນທີ່ກໍາລັງ ເລືອກອະນາຄົດຂອງເຂົາເຈົ້າເອງ.

ປັດຈຸັບັນຝ່າຍປະຕິວັດຍັງບໍ່ທັນປະກອບຣັຖບານຂຶ້ນ.ຄາດວ່າຈະເປັນວັນທີ 27 ກຸມພານີ້.ນັກວິເຄາະການເມືອງໃນຢູໂຣບຕະເວັນອອກ ຕັ້ງຄໍາຖາມຂຶ້ນວ່າຢູເຄຣນຈະສາມາດຫລີກລ້ຽງການແຍກປະເທດໄດ້ຫລືບໍ່ໃນເມື່ອປະຊາກອນ 46 ລ້ານຄົນ,ເຄິ່ງຕໍ່ເຄິ່ງຝ່າຍນຶ່ງນິຍົມຢູ ໂຣບຕະເວັນຕົກແລະອີກຝ່າຍນຶ່ງມັກຣັຖເຊັຽ.ລາຍງານວ່າໃນວັນພຸດນີ້ທຸງຊາດຣັຖເຊັຽປີວສະບັດຢູ່ຕໍ່ໜ້າຫ້ອງການເມືອງ Sebastopol ຊຶ່ງນັກສັງເກດການເວົ້າວ່າມັນບອກເຖິງຄວາມຄິດຢາກແບ່ງແຍກປະເທດນັ້ນມີສູງເພື່ອຢຸດຕິການຕໍ່ສູ້ກັນແບບນອງເລືອດອີກ.ແຕ່ວ່າ ທ່ານOleksandr Turchinovກ່າວເຕືອນສະພາວ່າທ່ານຈະພົບປະກັບຫ້ອງການຮັກສາຄວາມສງົບເພື່ອສົນທະນາກັນເຣື້ອງຄວາມ ສ່ຽງໃນການແຍກປະເທດ.

ນັກວິເຄາະໃຫ້ຄໍາເຫັນຕື່ມວ່າການແຍກປະເທດຂອງຢູແກຣນມັນມີຄວາມເປັນໄປໄດ້ຍາກຖ້າເບິ່ງຕາມພົລເມືອງແລ້ວຢູເຄຣນປະກອບ ດ້ວຍຊົນເຜົ່າດຽວເທົ່ານັ້ນ,ແຕ່ວ່າຖ້າເບິ່ງໃນທາງເສຖກິດແລະການເມືອງແລ້ວມັນມີຄວາມຊັດແຈ້ງທີ່ສຸດວ່າມີການແຍກກັນຣະຫ່ວາງ ຝ່າຍນິຍົມຕະເວັນຕົກກັບຝ່າຍນິຍົມຕະເວັນອອກ.

ປະຊາຊົນຢູເຄຣນພາກຕະເວັນຕົກສ່ວນຫລາຍແລ້ວເປັນຜູ້ມີຖານະຮັ່ງມີທາງເສຖກິດຫລາຍກ່ວາປະຊາຊົນໃນພາກຕະເວັນອອກ.ປະ ຊາຊົນພາກຕະເວັນຕົກນີ້ສ່ວນຫລາຍອ່ຽງມາທາງຢູໂຣບຕະເວັນຕົກໂດຍສະເພາະອ່ຽງມາທາງໂປແລັນບ່ອນທີ່ມີຫົວຄິດຊາຕນິຍົມສູງ. ສ່ວນໃນເຂດອຸດສາຫະກັມພາກຕະເວັນອອກແລະພາກໃຕ້ມີຄວາມສັມພັນ ໃກ້ຊິດຫລາຍກັບຣັສເຊັຽ ເພາະວ່າຄົນໃນເຂດນີ້ເວົ້າພາສາ ຣັສເຊັຽ.

ເຖິງຢ່າງໃດກໍດີນັກວິເຄາະວ່າ ໃນພາບລວມໃຫ່ຍໆນັ້ນວ່າມະຫາອໍານາດຝ່າຍຕະເວັນຕົກກັບຝ່າຍຕະເວັນອອກຄົງບໍ່ປະປ່ອຍໃຫ້ມີ ການແຍກປະເທດໄດ້ງ່າຍໆເພາະວ່າຢູເຄຣນມີຫລາຍສັນຍາທີ່ຮອງຮັບການປົກປັກຮັກສາຈາກຣັຖເຊັຽ,ແລະມີສັນຍາຄວາມຜູກພັນ
ດ້ານທະຫານກັບອົງການນາໂຕ້ໄວ້ແລ້ວ.ຖ້າປ່ອຍໃຫ້ເກີດຄວາມແຕກແຍກດ້ວຍກໍາລັງທະຫານມັນຈະບໍ່ເກີດຜົນປະໂຍດໃຫ້ມະຫາ
ອໍານາດທັງສອງຝ່າຍເລີຽ.ໃນລະຍະສະຖານະການຄວາມບໍ່ສງົບນີ້ຜູ້ນໍາຣັຖເຊັຽທ່ານ Putin, ໄດ້ເວົ້າຈາກັບປະທານາທິບໍດີບາຣັກ ໂອບາມາ,ກັບມາດາມອັງເກິລາເມີກໂກນຜູ້ນໍາເຢັຽຣະມັນກັບປະທານາທິບໍດີຝຣັ່ງເສສແລະກັບຜູ້ນໍາຄົນອື່ນໆໃນຢູໂຣບເພື່ອຫາລື ກັນບັນຫາວິກິດການໃນຢູເຄຣນ.ນັກວິເຄາະວ່າທີ່ເປັນໄປໄດ້ໃນລະຍະຕໍ່ໆໄປກໍຄືວ່າຣັຖບານຊຸດໃໝ່ທີ່ຂຶ້ນມາກໍາອໍານາດນີ້ຄົງອ່ຽງ ໄປຫາຢູໂຣບຕະເວັນຕົກຫລາຍກວ່າອ່ຽງໄປທັງງຣັຖເຊັຽ.ອີກປະການນຶ່ງຢູເຄຣນຊຶ່ງມີກໍາລັງທັບໃຫ່ຽປະເທດນຶ່ງໃນຢູໂຣບຕະເວັນ ອອກຈະເປັນຜູ້ຊ່ວຍປົກປັກຮັກສາຄວາມມີສະເຖັຽຣະພາບໃນພູມີພາກຮ່ວມກັບ ອົງການນາໂຕ້ໄດ້ເປັນຢ່າງດີເຖິງແມ່ນວ່າຄວາມ ກໍາເກິ່ງດ້ານອໍານາດທາງການເມືອງ ຈະປ່ຽນແປງໄປກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.