ລົມເຣື້ອງຂ່າວ 04-26-2014
ອຸ່ນແກ້ວ ແລະ ໄມໂຊລີ
2014.04.29
2014.04.29

ເຣື້ອງ ທີ່ ເຮົາ ຈະລົມກັນ ໃນມື້ນີ້ ແມ່ນ ກ່ຽວກັບ ເງິນເດືອນ ຂອງ ພະນັກງານ ຣັຖກອນ ທີ່ ບໍ່ໄດ້ຮັບ ເປັນ ປົກກະຕິ ຢູ່ຕ່າງ ແຂວງ ກໍສອງ ສາມ ເດືອນ ແລ້ວ ຍັງບໍ່ໄດ້. ສຳລັບ ພະນັກງານ ຣັຖກອນ ກໍຄົງຈະ ແບກຮັບ ພາລະ ແລະ ຕໍ່ສູ້ ຕີນຖີບ ປາກກັດ ກັບຄ່າ ຄອງຊີບ ທີ່ແພງ ໃນຂະນະ ທີ່ ຣັຖບານ ກໍ ບໍ່ສາມາດ ຂຶ້ນ ເງິນເດືອນ ໃຫ້ໄດ້ ຫລ້າສຸດ ວ່າງ ສອງ-ສາມ ມື້ ຜ່ານມາ ຣັຖບານ ກໍໄດ້ ປະກາດ ວ່າ ຈະບໍ່ມີ ການຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ອີກໃນ ປີໜ້າ ໂດຍ ອ້າງວ່າ ມີຄວາມ ຫຍຸ້ງຍາກ ແລະ ຝືດເຄືອງ ທາງດ້ານ ເງິນ ງົບປະມານ ຣາຍຮັບ ບໍ່ພຽງພໍ. ອີງຕາມ ການຣາຍງານ ຂ່າວ ຂອງ ໜັງສື ພິມ ເສຖກິດ ສັງຄົມ ໃນ ວັນທີ 25 ເສມາ 2014 ມື້ວານ ນີ້ເອງ. ເວົ້າແບບ ງ່າຍໆ ກໍຄື ຣັຖບານ ຂອງ ສປປລາວ ບໍ່ມີເງິນ ທີ່ ຈະມາ ຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ຕາມທີ່ ເຄີຍເວົ້າ ເອົາໄວ້.