ປະຊາທິປະໄຕຈະກັບຄືນ ສູ່ ພະມ້າ

ມະນີຈັນ
2015.11.11
F-Myanmar ການເລືອກຕັ້ງ ຢູ່ ພະມ້າ ທີ່ ມີຫລາຍພັກການເມືອງ ເຂົ້າຮ່ວມ
Myanmar

ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ NLD ຂອງ ມາດາມ ອອງຊານຊູຈິ ຊຶ່ງ ເປັນ ພັກ ຝ່າຍຄ້ານ ອາຈ ຊນະ ການ ເລືອກຕັ້ງ ຄັ້ງ ປະຫວັດສາດ ຂອງ ພະມ້າ ເມື່ອ ວັນອາທິດ ຜ່ານມາ ນີ້ ຢ່າງ ຖ້ວມທົ້ນ ໂດຍ ຄາດກັນ ຢ່າງ  ກວ້າງຂວາງ ວ່າ ພັກ NLD ຈະສາມາດ ຄອງ ທີ່ນັ່ງ ເປັນ ສ່ວນໃຫຍ່ ໄດ້ ໃນ ຣັຖສະພາ ຂອງ ພະມ້າ. ນັ້ນ ໝາຍຄວາມ ວ່າ ຫາກ ສາມາດ ຄອງເຖິງ 2 ສ່ວນ 3 ຂອງ ທີ່ ນັ່ງ ທັງໝົດ ໃນ ສະພາ ນັ້ນ ພັກ NLD ກໍສາມາດ ຕັ້ງຄນະ ຣັຖບານ ບໍຣິຫານ ປະເທດໄດ້ ຕາມລໍາພັງ ພັກດຽວ.

ໃນການ ໃຫ້ ສັມພາດ ຕໍ່ ໂທຣະທັດ BBC ຂອງ ອັງກິດ ໃນ ມື້ທີ 2 ພາຍຫລັງ ການ ເລືອກຕັ້ງ ນັ້ນ ມາດາມ ອອງຊານຊູຈິ ກ່າວ ໂດຍ ເຊື່ອໝັ້ນ ວ່າ ພັກ ຂອງ ມາດາມ ຊນະການ ເລືອກຕັ້ງ ຄັ້ງ ປວັດສາດ ນີ້ ໂດຍຈະມີ ສຽງ ສ່ວນຫຼາຍ ໃນ ສະພາ ຜູ້ແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.